google-site-verification: google0d91bc93cfc88895.html ຜັກຫນາມ ຜັກພື້ນບ້ານ ແລະ ໄມ້ປະດັບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, April 24, 2021

ຜັກຫນາມ ຜັກພື້ນບ້ານ ແລະ ໄມ້ປະດັບ

ຜັກຫນາມ

ຜັກ​ໜາມ ເປັນ​ຊື່​ທີ່​ຮຽກ​ທົ່ວ​ໄປ ມີ​ຊື່​ວິທະຍາ​ສາດ​ວ່າ: Lasia spinosa (L.) Thw. ເປັນ​ພືດ​ພື້ນ​ບ້ານ​ທີ່​ມີ​ອາຍຸ​ຫຼາຍ​ປີ ຈະເລີນ​ເຕີບໂຕ​ໄດ້​ເອງ​ຕາມ​ທຳມະຊາດ ພົບ​ໄດ້​ຕາມ​ພື້ນ​ທີ່​ຊຸ່ມ​ຊື້ນ ແຄມ​ແມ່ນ້ຳ​ແລະ​ລຳ​ເຊ ຜັກ​ໜາມ​ຈະ​ແທງ​ຍອດ​ຈາກ​ເຫງົ້າ​ທີ່​ຢູ່​ໃຕ້​ດິນ ທຸກ​ສ່ວນ​ຂອງ​ຕົ້ນ​ມີ​ໜາມ ໃບ​ເປັນ​ໃບ​ດ່ຽວ ມີ​ສີ​ຂຽວ​ເຖິງ​ຂຽວ​ເຂ້ມ ເປັນ​ມັນ​ເງົາ ມີ​ຫຼາຍ​ຮູບ​ຊົງ​ ແລະ ​ຫຼາຍ​ຂະໜາດ ມີ​ທັງ​ໃບ​ຮູບ​ຫົວ​ໃຈ ໃບ​ເປັນ​ແສກ ໃບ​ຫຍັກ​ເປັນ​ຮູບ​ຕ່າງ​ໆ ໃບ​ມີ​ໜາມ​ໂດຍ​ສະເພາະ​ດ້ານ​ໃຕ້​ໃບ ຜັກ​ໜາມ​ໜຶ່ງ​ຕົ້ນ​ຈະ​ມີ​ໃບ 1-3 ໃບ ກ້ານ​ໃບ​ກົມ ​ແລະ ຍາວ​ໄດ້​ເຖິງ 1 ແມັດ ດອກ​ຂອງ​ຜັກ​ໜາມ​ມີ​ລັກສະນະ​ເປັນ​ຊໍ່ ກ້ານ​ດອກ​ຍາວ ມີ​ກາບ​ຫຸ້ມ​ຊໍ່​ດອກ​ສີ​ມ່ວງ​ແດງ​ ຫລື ​ສີ​ນ້ຳ​ຕານ​ມ່ວງ ​ປາຍ​ແຫຼມ​ຍາວ​ຫຸ້ມ​ດອກ​ໄວ້ ດອກ​ຍ່ອຍ​ທັງຫມົດ ​ເປັນ​ແທ່ງ​ຮູບ​ຊົງ​ກະ​ບອກ​ສີ​ຊົມ​ພູ​ມ່ວງ ຍາວ​ປະ​ມານ 3-4 ຊມ. ດອກ​ເປັນ​ດອກ​ສົມບູນ​ເພດ ອອກ​ດອກ​ຊ່ວງ​ເດືອນ​ກຸມພາ​ເຖິງ​ມີ​ນາ ຫຼັງ​ຈາກ​ທີ່​ດອກ​ໄດ້ຮັບ​ການ​ປະສົມ​ແລ້ວ​ຈຶ່ງ​ພັດທະນາ​ເປັນ​ຫມາກ ​ຢູ່​ເທິງ​ກ້ານ​ດອກ ຫມາກ​ຄ່ອນ​ຂ້າງ​ກົມ ຜິວ​ສູງໂນນ ສີ​ຂຽວ ຫມາກ​ແກ່​ສີ​ນ້ຳ​ຕານ ແກ່ນ​ມີ​ສີ​ນ້າ​ຕານ​ອ່ອນ


ຜັກຫນາມ ຜັກພື້ນບ້ານ ແລະ ໄມ້ປະດັບຜັກ​ໜາມ ເປັນ​ຊື່​ທີ່​ຮຽກ​ທົ່ວ​ໄປ ມີ​ຊື່​ວິທະຍາ​ສາດ​ວ່າ: Lasia spinosa (L.) Thw.ານ​ຂະຫຍາຍ​ພັນ​ຜັກ​ໜາມ​ສາມາດ​ເຮັດ​ໄດ້​ໂດ


ການ​ຂະຫຍາຍ​ພັນ​ຜັກ​ໜາມ​ສາມາດ​ເຮັດ​ໄດ້​ໂດຍ​ການ​ເພາະ​ແກ່ນ ແລະ​ການ​ແຍກ​ເຫງົ້າ​ຈາກ​ຕົ້ນ​ເດີມ​ໂດຍ​ນຳ​ເຫງົ້າ​ທີ່​ມີ​ຕາ​ ມາ​ຕັດ​ເປັນ​ທ່ອນ ​ແລ້ວ​ນຳ​ມາ​ປຸກ​ໃນ​ກະ​ຖາງ​ ຫລື ​ແປງ​ປຸກ ແຕ່​ໂດຍ​ປົກກະຕິ​ຊາວ​ບ້ານ ​ບໍ່​ນິຍົມ​ນຳ​ຜັກ​ໜາມ​ມາ​ປຸກ ແຕ່​ຈະ​ປ່ອຍ​ໃຫ້​ຂຶ້ນ​ເອງ​ຈະເລີນ​ເຕີບໂຕ​ຕາມ​ທຳມະຊາດ ພໍ​ເຖິງ​ຊ່ວງ​ອອກ​ຍອດ​ອ່ອນ​ຊາວ​ບ້ານ​ຈະ​ໄປ​ເກັບ​ເພື່ອ​ນຳ​ມາ​ປຸງ​ອາຫານ ​ແລະ​ ຫາກ​ພົ​ບວ່າ​ມີຍ​ອດ​ອ່ອນ​ຈຳນວນ​ຫລາຍ​ກໍ່​ຈະ​ນຳ​ໄປ​ຈຳ​ໜ່າຍ ຍອດ​ອ່ອນ​ຂອງ​ຜັກ​ໜາມ​ສາມາດ​ນຳ​ໄປ​ລວກ ​ຫລື​ ໜຶ້ງ​ກິນ​ກັບແຈ່ວ ແລະ​ ເຮັດ​ເປັນ​ແກງ​ ຫລື​ ຜັດ​ກໍ​ໄດ້ ເມ​ນູ​ຈາກ​ຜັກ​ໜາມ ເຊັ່ນ ຍອດ​ຜັກ​ໜາມ​ລວກ​ກັບແຈ່ວປາແດກ ກິນກັບຫນື້ງປາ ກັບແຈ່ວຫມາກເລັ່ນ ແຈ່ວກະປິ ນອກນັ້ນຍັງສາມາດນຳໄປໃສ່ ອາຫານເຊັ່ນ ເອາະ ເອາະຫລາບ ແກງ ຂົ້ວຊີ້ນໃສ່ຜັກຫນາມກໍ່ໄດ້ອີກດ້ວຍ


ຜັກຫນາມ ຜັກພື້ນບ້ານ ແລະ ໄມ້ປະດັບຜັກ​ໜາມ ເປັນ​ຊື່​ທີ່​ຮຽກ​ທົ່ວ​ໄປ ມີ​ຊື່​ວິທະຍາ​ສາດ​ວ່າ: Lasia spinosa (L.) Thw.ານ​ຂະຫຍາຍ​ພັນ​ຜັກ​ໜາມ​ສາມາດ​ເຮັດ​ໄດ້​ໂດ

ສຳລັບ​ຄຸນຄ່າ​ທາງ​ອາຫານ​ທີ່​ພົບ​ຫລາຍ​ໃນ​ຜັກ​ໜາມ​ເມື່ອ​ນຳ​ຍອດ​ອ່ອນ​ໄປ​ວິ​ເຄາະ​ໄດ້​ແກ່:

  • ໂປຣ​ຕີນ          2.20 (ກຣາມ/100ກຣາມ)
  • ຄາ​ຣ​໌​ໂບ​ໄຮ​ເດ​ຣົດ 2.54 (ກຣາມ/100 ກຣາມ)
  • ໃຍ​ອາຫານ       1.93 (ກຣາມ/100 ກຣາມ)
  • ແຄລ​ຊຽມ        75.40 (ມິນ​ລິກ​ຣັມ/100 ກຣາມ)
  • ຟອດ​ຟໍ​ຣັດ        37.60 (ມິນ​ລິກ​ຣັມ/100 ກຣາມ)
  • ໂພ​ແທດ​ຊຽມ 353.60 (ມິນ​ລິກ​ຣັມ/100 ກຣາມ)
  • ວິ​ຕາ​ມິນ​ເອ ແລະ​ວິ​ຕາ​ມິນ​ອີ


ຜັກຫນາມ ຜັກພື້ນບ້ານ ແລະ ໄມ້ປະດັບຜັກ​ໜາມ ເປັນ​ຊື່​ທີ່​ຮຽກ​ທົ່ວ​ໄປ ມີ​ຊື່​ວິທະຍາ​ສາດ​ວ່າ: Lasia spinosa (L.) Thw.ານ​ຂະຫຍາຍ​ພັນ​ຜັກ​ໜາມ​ສາມາດ​ເຮັດ​ໄດ້​ໂດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ