google-site-verification: google0d91bc93cfc88895.html ສັບພະຄຸນທາງຢາ ຂອງ ໝາກຕາກົບ Muntingia calabura L - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, April 27, 2021

ສັບພະຄຸນທາງຢາ ຂອງ ໝາກຕາກົບ Muntingia calabura L

ໝາກຕາກົບ  ໝາກຕາກົບ ຊື່​ສາ​ມັນ Calabura, Jam tree, Jamaican cherry, Malayan Cherry, West Indian Cherry [1],[2]  ໝາກຕາກົບ ຊື່​ວິທະຍາ​ສາດ Muntingia calabura L.[1] ປະຈຸບັນ​ຈັດ​ຢູ່ໃນ​ວົງ MUNTINGIACEAE  ສະ​ມຸນ​ໄພ ຕາກົບ ມີ​ຊື່​ທ້ອງ​ຖິ່ນ​ອື່ນ ໆ ວ່າ ຄົບ​ຝ​ຣັ່ງ, ໝາ​ກ​ຕະ​ໂກ່​ເສະ (ກະ​ຫຣ່ຽງ​ແດງ), ຕາກ​ົບ (ມົ້ງ), ພ່ຽນ​ໝ່າຍ (ມຽນມ່າ), ຕາຂົບ​ຝ​ຣັ່ງ (ໄທ) ເປັນ​ຕົ້ນ   ລັກສະນະ​ຂອງ​ຕາ​ຂົບ ຕົ້ນ​ຕາກົບ ຈັດ​ເປັນ​ໄມ້​ພຸ່ມ ​ຫລື​ໄມ້​ຢືນ​ຕົ້ນ​ຂະໜາດ​ນ້ອຍ ມີ​ຄວາມ​ສູງ​ໄດ້​ປະ​ມານ 5-7 ແມັດ ແລະ​ ອາດ​ສູງ​ໄດ້​ເຖິງ 10 ແມັດ ແຕກ​ກິ່ງ​ກ້ານ​ແຜ່ຂະໜານ​ກັບ​ພື້ນ​ດິນ ເປືອກ​ລຳ​ຕົ້ນ​ລຽບ​ເປັນ​ສີ​ເທົາ ຕາມ​ກິ່ງ​ອ່ອນ​ມີ​ຂົນ​ນຸ່ມ​ຂຶ້ນ​ປົກ​ຄຸມ ຫມາກຕາກົບ​ຫລື​ ຕະ​ຂົບ​ ນີ້​ມີ​ຖິ່ນ​ກຳ​ເນີດ​ໃນ​ ອ​າເມ​ຣິ​ກາກ​າງ​ ແລະ​ ອາ​ເມ​ຣິ​ກາ​ໃຕ້ ພົບ​ປຸກ​ເປັນ​ໄມ້​ປະ​ດັບ​ຫລື​ຕົ້ນໄມ້ໃຫ້ຜົນ​ທົ່ວ​ໄປ​ໃນ​ເຂດ​ຮ້ອນ ໃນ​ປະເທດ​ພົບ​ປຸກ​ເປັນ​ໄມ້​ປະ​ດັບ​ ຫລື ​ຕົ້ນໄມ້ໃຫ້ຫມາກ ແລະ​ ມັກ​ພົບ​ຂຶ້ນ​ເປັນ​ວັດ​ພືດ​ຕາມ​ທີ່ນ​ກວ້າງ​ວ່າງ​ເປົ່າ ​ຕາມ​ປ່າ​ໂປ່ງ​ທົ່ວ​ໄປ ຫລື​ ມັກ​ຂຶ້ນ​ເອງ​ຕາມ​ທຳມະຊາດ​ທີ່ນົ​ກ​ ແລະ ​ສັດ​ຂະໜາດ​ນ້ອຍ​ຖ່າຍ​ມູນ​ແກ່ນ​ຕາກົບ​ຖິ້ມ​ໄວ້ ສາມາດ​ຂະຫຍາຍ​ພັນ​ໄດ້​ເອງ​ໂດຍ​ວິທີ​ການ​ເພາະ​ເມັດ ອອກ​ດອກ ​ແລະ ​ຕິດ​ຫນ່ວຍ​ໄດ້​ຕະຫລອດ​ທັງ​ປີ


ໝາກຕາກົບ

ໝາກຕາກົບ ຊື່​ສາ​ມັນ Calabura, Jam tree, Jamaican cherry, Malayan Cherry, West Indian Cherry [1],[2]

ໝາກຕາກົບ ຊື່​ວິທະຍາ​ສາດ Muntingia calabura L.[1] ປະຈຸບັນ​ຈັດ​ຢູ່ໃນ​ວົງ MUNTINGIACEAE

ສະ​ມຸນ​ໄພ ຕາກົບ ມີ​ຊື່​ທ້ອງ​ຖິ່ນ​ອື່ນ ໆ ວ່າ ຄົບ​ຝ​ຣັ່ງ, ໝາ​ກ​ຕະ​ໂກ່​ເສະ (ກະ​ຫຣ່ຽງ​ແດງ), ຕາກ​ົບ (ມົ້ງ), ພ່ຽນ​ໝ່າຍ (ມຽນມ່າ), ຕາຂົບ​ຝ​ຣັ່ງ (ໄທ) ເປັນ​ຕົ້ນ

ລັກສະນະ​ຂອງ​ຕາ​ຂົບ

ຕົ້ນ​ຕາກົບ ຈັດ​ເປັນ​ໄມ້​ພຸ່ມ ​ຫລື​ໄມ້​ຢືນ​ຕົ້ນ​ຂະໜາດ​ນ້ອຍ ມີ​ຄວາມ​ສູງ​ໄດ້​ປະ​ມານ 5-7 ແມັດ ແລະ​ ອາດ​ສູງ​ໄດ້​ເຖິງ 10 ແມັດ ແຕກ​ກິ່ງ​ກ້ານ​ແຜ່ຂະໜານ​ກັບ​ພື້ນ​ດິນ ເປືອກ​ລຳ​ຕົ້ນ​ລຽບ​ເປັນ​ສີ​ເທົາ ຕາມ​ກິ່ງ​ອ່ອນ​ມີ​ຂົນ​ນຸ່ມ​ຂຶ້ນ​ປົກ​ຄຸມ ຫມາກຕາກົບ ​ຫລື​ ຕະ​ຂົບ​ ນີ້​ມີ​ຖິ່ນ​ກຳ​ເນີດ​ໃນ​ ອ​າເມ​ຣິ​ກາກ​າງ​ ແລະ​ ອາ​ເມ​ຣິ​ກາ​ໃຕ້ ພົບ​ປຸກ​ເປັນ​ໄມ້​ປະ​ດັບ​ຫລື​ຕົ້ນໄມ້ໃຫ້ຜົນ​ທົ່ວ​ໄປ​ໃນ​ເຂດ​ຮ້ອນ ໃນ​ປະເທດ​ພົບ​ປຸກ​ເປັນ​ໄມ້​ປະ​ດັບ​ ຫລື ​ຕົ້ນໄມ້ໃຫ້ຫມາກ ແລະ​ ມັກ​ພົບ​ຂຶ້ນ​ເປັນ​ວັດ​ພືດ​ຕາມ​ທີ່ນ​ກວ້າງ ​ວ່າງ​ເປົ່າ ​ຕາມ​ປ່າ​ໂປ່ງ​ທົ່ວ​ໄປ ຫລື​ ມັກ​ຂຶ້ນ​ເອງ​ຕາມ​ທຳມະຊາດ​ທີ່ນົ​ກ​ ແລະ ​ສັດ​ຂະໜາດ​ນ້ອຍ​ຖ່າຍ​ມູນ​ແກ່ນ​ຕາກົບ​ຖິ້ມ​ໄວ້ ສາມາດ​ຂະຫຍາຍ​ພັນ​ໄດ້​ເອງ​ໂດຍ​ວິທີ​ການ​ເພາະ​ເມັດ ອອກ​ດອກ ​ແລະ ​ຕິດ​ຫນ່ວຍ​ໄດ້​ຕະຫລອດ​ທັງ​ປີ

ໝາກຕາກົບ  ໝາກຕາກົບ ຊື່​ສາ​ມັນ Calabura, Jam tree, Jamaican cherry, Malayan Cherry, West Indian Cherry [1],[2]  ໝາກຕາກົບ ຊື່​ວິທະຍາ​ສາດ Muntingia calabura L.[1] ປະຈຸບັນ​ຈັດ​ຢູ່ໃນ​ວົງ MUNTINGIACEAE  ສະ​ມຸນ​ໄພ ຕາກົບ ມີ​ຊື່​ທ້ອງ​ຖິ່ນ​ອື່ນ ໆ ວ່າ ຄົບ​ຝ​ຣັ່ງ, ໝາ​ກ​ຕະ​ໂກ່​ເສະ (ກະ​ຫຣ່ຽງ​ແດງ), ຕາກ​ົບ (ມົ້ງ), ພ່ຽນ​ໝ່າຍ (ມຽນມ່າ), ຕາຂົບ​ຝ​ຣັ່ງ (ໄທ) ເປັນ​ຕົ້ນ   ລັກສະນະ​ຂອງ​ຕາ​ຂົບ ຕົ້ນ​ຕາກົບ ຈັດ​ເປັນ​ໄມ້​ພຸ່ມ ​ຫລື​ໄມ້​ຢືນ​ຕົ້ນ​ຂະໜາດ​ນ້ອຍ ມີ​ຄວາມ​ສູງ​ໄດ້​ປະ​ມານ 5-7 ແມັດ ແລະ​ ອາດ​ສູງ​ໄດ້​ເຖິງ 10 ແມັດ ແຕກ​ກິ່ງ​ກ້ານ​ແຜ່ຂະໜານ​ກັບ​ພື້ນ​ດິນ ເປືອກ​ລຳ​ຕົ້ນ​ລຽບ​ເປັນ​ສີ​ເທົາ ຕາມ​ກິ່ງ​ອ່ອນ​ມີ​ຂົນ​ນຸ່ມ​ຂຶ້ນ​ປົກ​ຄຸມ ຫມາກຕາກົບ​ຫລື​ ຕະ​ຂົບ​ ນີ້​ມີ​ຖິ່ນ​ກຳ​ເນີດ​ໃນ​ ອ​າເມ​ຣິ​ກາກ​າງ​ ແລະ​ ອາ​ເມ​ຣິ​ກາ​ໃຕ້ ພົບ​ປຸກ​ເປັນ​ໄມ້​ປະ​ດັບ​ຫລື​ຕົ້ນໄມ້ໃຫ້ຜົນ​ທົ່ວ​ໄປ​ໃນ​ເຂດ​ຮ້ອນ ໃນ​ປະເທດ​ພົບ​ປຸກ​ເປັນ​ໄມ້​ປະ​ດັບ​ ຫລື ​ຕົ້ນໄມ້ໃຫ້ຫມາກ ແລະ​ ມັກ​ພົບ​ຂຶ້ນ​ເປັນ​ວັດ​ພືດ​ຕາມ​ທີ່ນ​ກວ້າງ​ວ່າງ​ເປົ່າ ​ຕາມ​ປ່າ​ໂປ່ງ​ທົ່ວ​ໄປ ຫລື​ ມັກ​ຂຶ້ນ​ເອງ​ຕາມ​ທຳມະຊາດ​ທີ່ນົ​ກ​ ແລະ ​ສັດ​ຂະໜາດ​ນ້ອຍ​ຖ່າຍ​ມູນ​ແກ່ນ​ຕາກົບ​ຖິ້ມ​ໄວ້ ສາມາດ​ຂະຫຍາຍ​ພັນ​ໄດ້​ເອງ​ໂດຍ​ວິທີ​ການ​ເພາະ​ເມັດ ອອກ​ດອກ ​ແລະ ​ຕິດ​ຫນ່ວຍ​ໄດ້​ຕະຫລອດ​ທັງ​ປີ


ໃບ​ຕາກົບ ໃບ​ເປັນ​ໃບ​ດ່ຽວ ອອກ​ລຽງ​ສະ​ລັບ​ແບບ​ຄຽງໃສ່​ກັນ ລັກສະນະ​ຂອງ​ໃບ​ເປັນ​ຮູບ​ໄຂ່​ແຄມ​ຂອບ​ຂົນ ປາຍ​ໃບ​ຮຽວ​ແຫຼມ ໂຄນ​ໃບ​ມົນ​ຫລື​ຂ້າງ​ໜຶ່ງ​ມົນ​ສ່ວນ​ອີກ​ຂ້າງ​ໜຶ່ງ​ແຫຼມ ສ່ວນ​ຂອບ​ໃບ​ຈະແວ່ງເປັນຟັນເຟືອງ​ນ້ອຍ ໆ ໃບ​ມີ​ຂະໜາດ​ກວ້າງ​ປະ​ມານ 1.5-3.5 ຊັງຕິ​ແມັດ ແລະ​ຍາວ​ປະ​ມານ 4.5-9 ຊັງ​ຕິ​ແມັດ ຫຼັງ​ໃບ​ດ້ານ​ເທິງ​ເປັນ​ສີ​ຂຽວ ສ່ວນ​ທ້ອງ​ໃບ​ດ້ານ​ລຸ່ມ​ເປັນ​ສີນ​ວນ ຫຼັງ​ໃບ​ແລະ​ທ້ອງ​ໃບ​ມີ​ຂົນ​ນຸ່ມ​ຈັບ​ເບິ່ງ​ຈະ​ຮູ້ສຶກ​ໜຽວ​ມື​ນ້ອຍໆ ເສັ້ນ​ຂະແໜງ​ໃບ​ມີ 3-5 ເສັ້ນ ກ້ານ​ໃບ​ຍາວ​ປະ​ມານ 0.2-0.6 ຊັງ​ຕິ​ແມັດ ແລະ​ມີ​ຂົນ

ດອກ​ຕາກົບ ອອກ​ເປັນ​ດອກ​ດ່ຽວ​ ຫລື ​ອອກ​ເປັນ​ຄູ່ ໂດຍ​ຈະ​ອອກ​ບໍລິເວນ​ເໜືອ​ຊອກ​ໃບ ດອກ​ເປັນ​ສີ​ຂາວ ເມື່ອ​ດອກ​ບານ​ຈະ​ມີ​ຂະໜາດ​ເສັ້ນ​ຜ່ານ​ສູນ​ກາງ​ປະ​ມານ 2 ຊັງ​ຕິ​ແມັດ ກີບ​ດອກ​ຍົ່ນ​ເປັນ​ສີ​ຂາວ​ມີ 5 ກີບ ລັກສະນະ​ຂອງ​ກີບ​ດອກ​ເປັນ​ຮູບ​ໄຂ່​​ປ້ອມໆ ປາຍ​ກີບ​ມົນ ມີ​ຂະໜາດ​ກວ້າງ​ປະ​ມານ 9 ມິນ​ລິ​ແມັດ ແລະ​ຍາວ​ປະ​ມານ 11 ມິນ​ລິ​ແມັດ ສ່ວນ​ກີບ​ລ້ຽງ​ມີ 5 ກີບ ບໍ່​ຕິດ​ກັນ ເປັນ​ສີ​ຂຽວ ລັກສະນະ​ເປັນ​ຮູບ​ຫອກ ປາຍ​ກີບ​ແຫຼມ​ເປັນ​ຫາງ​ຍາວ ໂຄນ​ກີບ​ຕັດ ກີບ​ດ້ານ​ນອກ​ມີ​ຂົນ​ຂຶ້ນ​ປົກ​ຄຸມ ສ່ວນ​ດ້ານ​ໃນ​ກ້ຽງດີ ກີບ​ລ້ຽງ​ມີ​ຂະໜາດ​ກວ້າງ​ປະ​ມານ 3 ມິນ​ລິ​ແມັດ ແລະ​ຍາວ​ປະ​ມານ 10-12 ມິນ​ລິ​ແມັດ ດອກ​ມີ​ເກ​ສອນ​ເພດ​ຜູ້​ຈຳນວນ​ຫລາຍ ກ້ານ​ເກ​ສົນ​ຍາວ​ປະ​ມານ 5-6.5 ມິນ​ລິ​ແມັດ ກ້ຽງ ສ່ວນ​ກ້ານ​ເກ​ສອນເພດ​ເມຍ​ສັ້ນ ພາຍ​ໃນ​ມີ 5-6 ຊ່ອງ ແຕ່​ລະ​ຊ່ອງ​ຈະ​ມີ​ໄຂ່​ອ່ອນ​ຈຳນວນ​ຫລາຍ ກ້ານ​ດອກ​ຍາວ​ປະ​ມານ 1.5-1.6 ຊັງ​ຕິ​ແມັດ ແລະມີ​ຂົນ


ໝາກຕາກົບ  ໝາກຕາກົບ ຊື່​ສາ​ມັນ Calabura, Jam tree, Jamaican cherry, Malayan Cherry, West Indian Cherry [1],[2]  ໝາກຕາກົບ ຊື່​ວິທະຍາ​ສາດ Muntingia calabura L.[1] ປະຈຸບັນ​ຈັດ​ຢູ່ໃນ​ວົງ MUNTINGIACEAE  ສະ​ມຸນ​ໄພ ຕາກົບ ມີ​ຊື່​ທ້ອງ​ຖິ່ນ​ອື່ນ ໆ ວ່າ ຄົບ​ຝ​ຣັ່ງ, ໝາ​ກ​ຕະ​ໂກ່​ເສະ (ກະ​ຫຣ່ຽງ​ແດງ), ຕາກ​ົບ (ມົ້ງ), ພ່ຽນ​ໝ່າຍ (ມຽນມ່າ), ຕາຂົບ​ຝ​ຣັ່ງ (ໄທ) ເປັນ​ຕົ້ນ   ລັກສະນະ​ຂອງ​ຕາ​ຂົບ ຕົ້ນ​ຕາກົບ ຈັດ​ເປັນ​ໄມ້​ພຸ່ມ ​ຫລື​ໄມ້​ຢືນ​ຕົ້ນ​ຂະໜາດ​ນ້ອຍ ມີ​ຄວາມ​ສູງ​ໄດ້​ປະ​ມານ 5-7 ແມັດ ແລະ​ ອາດ​ສູງ​ໄດ້​ເຖິງ 10 ແມັດ ແຕກ​ກິ່ງ​ກ້ານ​ແຜ່ຂະໜານ​ກັບ​ພື້ນ​ດິນ ເປືອກ​ລຳ​ຕົ້ນ​ລຽບ​ເປັນ​ສີ​ເທົາ ຕາມ​ກິ່ງ​ອ່ອນ​ມີ​ຂົນ​ນຸ່ມ​ຂຶ້ນ​ປົກ​ຄຸມ ຫມາກຕາກົບ​ຫລື​ ຕະ​ຂົບ​ ນີ້​ມີ​ຖິ່ນ​ກຳ​ເນີດ​ໃນ​ ອ​າເມ​ຣິ​ກາກ​າງ​ ແລະ​ ອາ​ເມ​ຣິ​ກາ​ໃຕ້ ພົບ​ປຸກ​ເປັນ​ໄມ້​ປະ​ດັບ​ຫລື​ຕົ້ນໄມ້ໃຫ້ຜົນ​ທົ່ວ​ໄປ​ໃນ​ເຂດ​ຮ້ອນ ໃນ​ປະເທດ​ພົບ​ປຸກ​ເປັນ​ໄມ້​ປະ​ດັບ​ ຫລື ​ຕົ້ນໄມ້ໃຫ້ຫມາກ ແລະ​ ມັກ​ພົບ​ຂຶ້ນ​ເປັນ​ວັດ​ພືດ​ຕາມ​ທີ່ນ​ກວ້າງ​ວ່າງ​ເປົ່າ ​ຕາມ​ປ່າ​ໂປ່ງ​ທົ່ວ​ໄປ ຫລື​ ມັກ​ຂຶ້ນ​ເອງ​ຕາມ​ທຳມະຊາດ​ທີ່ນົ​ກ​ ແລະ ​ສັດ​ຂະໜາດ​ນ້ອຍ​ຖ່າຍ​ມູນ​ແກ່ນ​ຕາກົບ​ຖິ້ມ​ໄວ້ ສາມາດ​ຂະຫຍາຍ​ພັນ​ໄດ້​ເອງ​ໂດຍ​ວິທີ​ການ​ເພາະ​ເມັດ ອອກ​ດອກ ​ແລະ ​ຕິດ​ຫນ່ວຍ​ໄດ້​ຕະຫລອດ​ທັງ​ປີ

ສັບພະຄຸນຂອງຫມາກຕາກົບ

  1. ໜ່ວຍ​ສຸກ​ມີ​ລົດ​ຫວານ​ເຢັນ​ຫອມ ມີ​ສັບພະຄຸນ​ເປັນ​ຢາ​ບຳ​ຣຸງ​ກຳ​ລັງ ເຮັດໃຫ້​ຊຸ່ມ​ຊື່ນ​ຫັວ​ໃຈ
  2. ດອກ​ຕາກົບ​ມີ​ສັບພະຄຸນ​ເປັນ​ຢາ​ແກ້​ອາການ​ປວດ​ຫົວ ດ້ວຍ​ການ​ໃຊ້​ດອກ​ແຫ້ງ​ປະ​ມານ 3-5 ກຣາມ ນຳ​ມາ​ຊົງ​ເປັນ​ນ້ຳ​ຊາ​ດື່ມ ດ້ວຍ​ໃຊ້​ຊີ້ນ​ໄມ້​ເປັນ​ຢາ​ແກ້​ອາການ​ປວດ​ຫົວ (ເນື້ອ​ໄມ້)
  3. ໃຊ້​ເປັນ​ຢາ​ແກ້​ຫວັດ ຫລຸດ​ໄຂ້ ດ້ວຍ​ການ​ໃຊ້​ດອກ​ແຫ້ງ​ປະ​ມານ 3-5 ກຣາມ ນຳ​ມາ​ຊົງ​ເປັນ​ນ້ຳ​ຊາ​ດື່ມ (ດອກ) ດ້ວຍ​ໃຊ້​ຊີ້ນ​ໄມ້​ເປັນ​ຢາ​ແກ້​ໄຂ້​ຫວັດ (ຊີ້ນ​ໄມ້)
  4. ໃບ​ມີ​ຣົດ​ຝາດ​ ມີສັບພະຄຸນ​ເປັນ​ຢາ​ຂັບ​ເຫື່ອ (ໃບ)
  5. ຮາກ​ມີ​ສັບພະຄຸນ​ເປັນ​ຢາ​ແກ້​ເສມ​ຫະ ຊ່ວຍ​ກ່ອມ​ເສມ​ຫະ​ ແລະ​ອາ​ຈົມ (ຮາກ)
  6. ຊ່ວຍ​ແກ້​ອາການ​ປວດ​ເກັງ​ໃນ​ທາງເດີນ​ອາຫານ ດ້ວຍ​ການ​ໃຊ້​ດອກ​ຕາກົບ​ແຫ້ງ 3-5 ກຣາມ ນຳ​ມາ​ຊົງ​ກັບ​ນ້ຳ​ເປັນ​ຊາ​ດື່ມ (ດອກ)
  7. ຊີ້ນ​ໄມ້​ມີ​ສັບພະຄຸນ​ເປັນ​ຢາ​ແກ້​ທ້ອງ​ຣ່ວງ ທ້ອງບິດ​ (ຊີ້ນ​ໄມ້)
  8. ຕົ້ນ​ ໃຊ້​ຕົ້ມ​ກັບ​ນ້ຳ​ກິນ​ເປັນ​ຢາ​ລະບາຍ ເນື່ອງ​ຈາກ​ມີ​ສານ mucilage ຫລາຍ (ຕົ້ນ) ຫລື​ຈະ​ໃຊ້​ເປືອກ​ຕົ້ນ​ສົດ ​ຫລື​ແຫ້ງ (ຣົດ​ຝາດ) ປະ​ມານ 1 ຝ່າ​ມື ນຳ​ມາ​ສັບ​ເປັນ​ຊິ້ນ​ຕົ້ມ​ໃນ​ນ້ຳ​ເດືອດ 1 ລີດ ປະ​ມານ 15 ນາ​ທີ ແລ້ວ​ກອງ​ເອົາ​ແຕ່​ນ້ຳ​ດື່ມ​ເປັນ​ຢາ​ລະບາຍ​ກໍ​ໄດ້ (ເປືອກ​ຕົ້ນ)
  9. ດອກ​ໃຊ້​ຕົ້ມ​ທັງຫມົດ​ກັບ​ສະ​ມຸນ​ໄພຣ​ອື່ນ​ກິນ​ເປັນ​ຢາ​ຂັບ​ປະຈຳເດືອນຂອງ​ສະຕີ (ດອກ)
  10. ໃຊ້​ເປັນ​ຢາ​ແກ້​ພະຍາດ​ຕັບ​ອັກ​ເສບ ດ້ວຍ​ການ​ໃຊ້​ດອກ​ນຳ​ມາ​ຕົ້ມ​ທັງຫມົດ​ກັບ​ສ​ະມຸນ​ໄພ​ອື່ນ​ກິນ (ດອກ)
  11. ໃຊ້​ເປັນ​ຢາ​ແກ້​ຕານ​ເຕັ້ນ (ຊີ້ນ​ໄມ້)
  12. ຕົ້ນ​ໃຊ້​ເປັນ​ຢາ​ແກ້​ພະຍາດ​ຜິວ​ໜັງ ສ່ວນ​ຮາກ​ໃຊ້​ເປັນ​ຢາ​ປິ່ນປົວພະຍາດ​ຜິວ​ໜັງ ແກ້​ຜື່ນ​ຄັນ​ຕາມຕົນໂຕ (ຕົ້ນ, ຮາກ)
  13. ດອກ​ໃຊ້​ເປັນ​ຢາ​ແກ້​ປວດ​ແລະ​ແກ້​ອັກ​ເສບ (ດອກ)


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ