google-site-verification: google0d91bc93cfc88895.html ການປູກພືດດ້ວຍລຳຕົ້ນ trunk planting - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, February 12, 2017

ການປູກພືດດ້ວຍລຳຕົ້ນ trunk planting

ການ​ປູກ​ພືດ​ດ້ວຍ​ລຳ​ຕົ້ນ ຂະ​ຫຍາຍ​ພັນ​ດ້ວຍ​ລຳ​ຕົ້ນ ລຳ​ຕົ້ນ​ພືດ ພືດ​ທີ່​ຂະ​ຫຍາຍ​ພັນ​ດ້ວຍ​ລຳ​ຕົ້ນ ການ​ນຳ​ລຳ​ຕົ້ນ​ມາ​ຂະ​ຫຍາຍ​ພັນ

ການປູກພືດດ້ວຍລຳຕົ້ນ

ການປູກດ້ວຍລຳຕົ້ນແມ່ນນຳໃຊ້ພາກສ່ວນລຳຕົ້ນພືດທີ່ສາມາດເກີດມີໜໍ່ ແລະ ຮາກຂື້ນມາໃໝ່ໄດ້ ນຳມາປູກໂດຍກົງເຊິ່ງຈະຕ້ອງໄດ້ມີການຕັດລຳຕົ້ນໃຫ້ເປັນທ່ອນໆ ມາຝັງລົງດິນໂດຍກົງ, ວິທີນີ້ສາມາດໃຊ້ກັບພືດທັນຍາຫານໄດ້ບາງຊະນິດເທົ່ານັ້ນເຊັ່ນ: ອ້ອຍ, ມັນຕົ້ນ ແລະ ອື່ນໆ. ນອກຈາກນີ້ຍັງສາມາດປູກເພື່ອສ້າງເປັນຫຼັກຮົ້ວປ້ອງກັນສັດລ້ຽງເຊັ່ນ: ຕົ້ນຂອງໝາກເຍົາ, ດອກຮັກ ຫຼື ດອກໄຂ່ປູ ແລະ ອື່ນໆ.

ການ​ປູກ​ພືດ​ດ້ວຍ​ລຳ​ຕົ້ນ ຂະ​ຫຍາຍ​ພັນ​ດ້ວຍ​ລຳ​ຕົ້ນ ລຳ​ຕົ້ນ​ພືດ ພືດ​ທີ່​ຂະ​ຫຍາຍ​ພັນ​ດ້ວຍ​ລຳ​ຕົ້ນ ການ​ນຳ​ລຳ​ຕົ້ນ​ມາ​ຂະ​ຫຍາຍ​ພັນ

ຂັ້ນຕອນການປູກ

ການກຽມພື້ນທີ່: ການກະກຽມດິນຄວນເລີ່ມຈາກການອະນາໄມຕັດຫຍ້າ ກຳຈັດວັດສະພືດອອກ ຈາກນັ້ນຈື່ງໄຖພວນດິນເລິກປະມານ 20-30 ຊັງຕີແມັດ. ຕາກດິນປະໄວ້ປະມານ 3-7 ວັນ. ແລ້ວຈື່ງໄຖເປັນຮ່ອງໃຫ້ຫ່າງກັນປະມານ 1,5ແມັດ ແລະ ໃຫ້ຮ່ອງເລິກປະມານ 15-25 ຊັງຕີແມັດ. ຈາກນັ້ນນໍາລໍາຕົ້ນປູກໃນຮ່ອງເຊິ່ງຫ່າງກັນປະມານ 1-1,5 ແມັດ.ການຄັດເລືອກຕົ້ນແມ່ພັນ: ແມ່ນເລືອກຕົ້ນທີ່ແຂງແຮງ, ມີອາຍຸ 1 ປີ ຫຼື ຫຼາຍກວ່າຂື້ນກັບຊະນິດພັນພືດ. ເຊິ່ງຕ້ອງເປັນລຳຕົ້ນທີ່ອວບ ແລະ ເລີ່ມແຕກໜໍ່ກໍ່ຍິ່ງເປັນການດີ, ບໍ່ມີຮ່ອງຮອຍແມງໄມ້ ແລະ ພະຍາດ.

ການປູກດ້ວຍລຳຕົ້ນ

ການປູກລຳຕົ້ນແມ່ນຈະຕັດລຳຕົ້ນເປັນທ່ອນໆ ຍາວປະມານ 20-30 ຊັງຕີແມັດ ການປູກດ້ວຍລໍາແມ່ນຈະສ້າງເປັນໜານ ຫຼື ຄັນຄູຍົກສູງຂື້ນ ປະມານ 15-20 ຊັງຕີແມັດ, ໜານກວ້າງປະມານ 60 ຊັງຕີແມັດ,ລວງຍາວບໍ່ຈໍາກັດ ແລະ ມີໄລຍະຫ່າງກັນປະມານ 0.6-1 ແມັດ. ໃຊ້ຈົກຂຸດຮ່ອງກາງໜານລົງ 15-20 ຊັງຕີແມັດ,ແລ້ວນໍາທ່ອນພັນລົງ ໃຫ້ຫ່າງກັນປະມານ 30-40 ຊັງຕີແມັດ. ແລ້ວເອົາດິນກົບທ່ອນພັນໃຫ້ທົ່ວ(ບ່ໍຄວນກົບດິນໜາເກີນໄປ) ຈາກນັ້ນຈື່ງຫົດນໍ້າໃຫ້ຊຸ່ມ.

ໜາຍເຫດ

ການປູກລໍາຕົ້ນຄວນຄໍານືງດັ່ງລຸ່ມນີ້:
ກ. ຖ້າດິນແຫ້ງ ຫຼື ດິນມີຄວາມຊຸ່ມຊື່ນໜ້ອຍໃຫ້ລຳຕົ້ນແມ່ພັນຂະໜານກັບພື້ນດິນ ແລະ ຖົມດິນພຽງເລັກນ້ອຍເຊິ່ງການວາງລຳຕົ້ນແມ່ພັນແບບນີ້ເພື່ອໃຫ້ຕົ້ນພັນມີໂອກາດໃຊ້ຄວາມຊຸ່ມຊື່ນໃນດິນໄດ້ຫຼາຍທີ່ສຸດ.
ຂ. ຖ້າດິນມີຄວາມຊຸ່ມຊື່ນປານກາງໃຫ້ປັກຕົ້ນພັນເປັນມູມ 45 ອົງສາກັບພື້ນດິນ.
ຄ. ຖ້າດິນມີຄວາມຊຸ່ມຊື່ນຫຼາຍໃຫ້ປັກຕົ້ນພັນເປັນມູມ 90 ອົງສາກັບພື້ນດິນເພື່ອປ້ອງກັນຕົ້ນພັນເນົ່າ.

http://hukased.blogspot.com/2017/02/trunk-planting.html



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ