google-site-verification: google0d91bc93cfc88895.html ມະເຮັງ cancer - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, February 12, 2017

ມະເຮັງ cancer

http://hukased.blogspot.com/2017/02/cancer.html


ມະເຮັງ ແລະ ກ້ອນເບົ້າ

ມະເຮັງແມ່ນພະຍາດຮ້າຍແຮງອັນໜຶ່ງທີ່ສົ່ງຜົນກະທົບຕໍ່ພາກສ່ວນຕ່າງໆຂອງຮ່າງກາຍ. ຖ້າພົບເຫັນ ແລະ ປິ່ນປົວແຕ່ຫົວທີ ສ່ວນຫຼາຍແມ່ນປິ່ນປົວໄດ້,ແຕ່ຖ້າປະໄວ້ດົນນານ ເກີນໄປກໍ່ເຖິງແກ່ຄວາມຕາຍໄດ້. ຜູ້ທີ່ເສຍຊີວິດຍ້ອນໂລກມະເຮັງສ່ວນຫຼາຍແມ່ນຜູ້ທີ່ ດ້ອຍໂອກາດໃນການຮັບການປິ່ນປົວຮັກສາ.ໂດຍທົ່ວໄປແມ່ຍິງບໍ່ມັກໄປຫາແພດຫາໝໍ ນອກຈາກວ່າຈະເຈັບໜັກອີ່ຫຼີຈິ່ງໄປ.ດັ່ງນັ້ນ ແມ່ຍິງທົ່ວໄປຈິ່ງມັກເຈັບໜັກ ຫຼື ລົ້ມຕາຍຍ້ອນວ່າບໍ່ພົບເຫັນມະເຮັງແຕ່ຫົວທີ. ບາງເທື່ອແມ່ຍິງທີ່ເປັນມະເຮັງຍັງຖືກສາບແຊ່ງ ແລະ ຖືກລັງກຽດຈາກຄອບຄົວ ຫຼືຊາວບ້ານ. ການແບ່ງແຍກນີ້ບໍ່ພຽງແຕ່ເປັນເລື່ອງບໍ່ດີສຳລັບແມ່ຍິງຜູ້ທີ່ລົ້ມປ່ວຍ ຍ້ອນໂລກມະເຮັງ ແຕ່ມັນຍັງເປັນເລື່ອງບໍ່ດີໃຫ້ແກ່ຊາວບ້ານໃນຊຸມຊົນທີ່ກ່ຽວຂ້ອງ ເພາະວ່າມັນເປັນການປົກປິດໃຫ້ທຸກຄົນມືດມົນບໍ່ຮູ້ວ່າສາເຫດຂອງມະເຮັງມາຈາກໃສ ແລະ ປ້ອງກັນແນວໃດ.

ມະເຮັງແມ່ນຫຍັງ?

ທຸກສິ່ງທີ່ມີຊີວິດເຊັ່ນຮ່າງກາຍມະນຸດເຮົາລ້ວນແຕ່ປະກອບດ້ວຍຈຸລັງນ້ອຍໆເຊິ່ງສາມາດ ເບິ່ງໄດ້ດ້ວຍກ້ອງຈຸລະທັດເທົ່ານັ້ນ. ບາງເທື່ອຈຸລັງເຫຼົ່ານີ້ມີການປ່ຽນ ແປງແລະເຕີບໂຕແບບຜິດປົກກະຕິ ເຊິ່ງພາໃຫ້ເກີດມີກ້ອນເບົ້າ. ກ້ອນເບົ້າບາງຢ່າງຈະຫາຍໄປເອງໂດຍບໍ່ຕ້ອງປິ່ນປົວ. ແຕ່ບາງຈຳພວກຊໍ້າພັດຂະຫຍາຍຕົວໃຫຍ່ອອກ ແລະ ອາດນຳຜົນຮ້າຍຕໍ່ຮ່າງກາຍ. ກ້ອນເບົ້າສ່ວນຫຼາຍບໍ່ເກີດເປັນມະເຮັງ,ແຕ່ກໍ່ມີຈຳນວນໜຶ່ງພາໃຫ້ເກີດ.ມະເຮັງຈະເກີດເມື່ອຈຸລັງບາງສ່ວນເຕີບໂຕຜິດປົກກະຕິ ແລະ ແຜ່ລາມກວມເອົາສ່ວນອື່ນຂອງຮ່າງກາຍ. ຖ້າພົບເຫັນມະເຮັງແຕ່ຫົວທີ ເພິ່ນສາມາດປົວໄດ້ດດ້ວຍການຜ່າຕັດອອກ, ປິ່ນປົວດ້ວຍຢາ ຫຼື ກຳມັນຕະພາບລັງສີ. ຖ້າປະປ່ອຍມະເຮັງໃຫ້ແຜ່ລາມໃຫຍ່ອອກໄປຈະເຮັດໃຫ້ການປິ່ນປົວພົບຄວາມຫຍຸ້ງຍາກຫຼາຍແລະ ອາດຈະບໍ່ສາມາດປິ່ນປົວໄດ້ເລີຍ.
ມະເຮັງປາກມົດລູກ, ມະເຮັງເຕົ້ານົມ ແລະ ມະເຮັງມົດລູກ ແມ່ນມະເຮັງທີ່ມັກເກີດກັບແມ່ຍິງ. ສ່ວນມະເຮັງອື່ນໆ ທີ່ມັກເກີດກັບຜູ້ຊາຍ ແລະ ແມ່ຍິງແມ່ນມະເຮັງທີ່ເປັນໃສ່ປອດ, ຕັບ, ລຳໄສ້ໃຫຍ່, ກະເພາະ, ປາກ ແລະ ຜິວໜັງ.

ສາເຫດຂອງມະເຮັງ

ສາເຫດໂດຍກົງຂອງມະເຮັງແມ່ນບໍ່ຮູ້ຢ່າງຈະແຈ້ງ. ແຕ່ບາງສິ່ງຕໍ່ໄປນີ້ອາດເປັນຕົ້ນເຫດໄດ້:

  • ສູບຢາພາໃຫ້ເກີດມະເຮັງປອດ ແລະ ມີຄວາມສ່ຽງເປັນມະເຮັງຊະນິດອື່ນນຳອີກ.
  • ການຊຶມເຊື້ອຈຸລະໂລກບາງຊະນິດ ເຊັ່ນ: heptatitis B ຫຼືໂລກຫອນໄກ່ຢູ່ລະບົບສືບພັນ.
  • ກິນອາຫານມັນເກີນໄປ ຫຼື ມີສານເຄມີທີ່ອັນຕະລາຍຫຼາຍແນວ.
  • ກິນຢາຮໍໂມນແອດສະໂຕຼແຊນລ໌ ຕິດຕໍ່ເປັນເວລາດົນນານຫຼັງການໝົດປະຈຳເດືອນ.
  • ເຮັດວຽກ ຫຼື ດຳລົງຊີວິດໃນສະຖານທີ່ໆມີທາດເຄມີ (ຢາປາບສັດຕູພືດ, ສີຍ້ອມຜ້າ, ນໍ້າສີ ແລະ ສານລະລາຍຕ່າງໆ).

ຖ້າສະມາຊິກໃນຄອບຄົວຂອງແມ່ຍິງຫາກມີມະເຮັງປະເພດໃດໜຶ່ງແມ່ຍິງຜູ້ນັ້ນອາດຈະເປັນມະເຮັງຊະນິດນັ້ນກໍ່ໄດ້. ເພິ່ນເອີ້ນວ່າການຖ່າຍທອດທາງກຳມະພັນ.ການຮັກສາສຸຂະພາບຊ່ວຍປ້ອງກັນມະເຮັງໄດ້. ສິ່ງນີ້ໝາຍຄວາມວ່າທ່ານຄວນກິນອາຫານທີ່ມີທາດບຳລຸງ ແລະ ຫຼີກເວັ້ນສິ່ງທີ່ອາດພາໃຫ້ເກີດມະເຮັງໄດ້ ເຊັ່ນ:

  • ບໍ່ສູບຢາ ແລະ ບໍ່ສີຢາເສັ້ນ.
  • ພະຍາຍາມຫຼີກເວັ້ນສິ່ງທີ່ເປັນສານເຄມີທີ່ເປັນພິດຢູ່ໃນບ້ານເຮືອນ ຫຼື ສະຖານທີ່ເຮັດວຽກ ລວມທັງພືດຜັກທີ່ປູກ ຫຼື ເກັບຮັກສາອາຫານເຫຼົ່ານັ້ນໂດຍໃຊ້ ສານເຄມີຕ່າງໆ.
  • ປ້ອງກັນຕົວເອງບໍ່ໃຫ້ມີພະຍາດທາງເພດສຳພັນມາຄຸກຄາມ.


http://hukased.blogspot.com/2017/02/cancer.html








No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ