google-site-verification: google0d91bc93cfc88895.html ການປັກຊໍາ [Cuttings] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 09, 2017

ການປັກຊໍາ [Cuttings]

http://hukased.blogspot.com/2017/02/cuttings.html


ການປັກຊໍາແມ່ນການນໍາເອົາພາກສ່ວນຕ່າງໆຂອງພືດທີ່ສາມາດຂະຫຍາຍພັນໄດ້ເຊັ່ນ: ລໍາຕົ້ນ ຫຼື ຍອດ, ໃບ, ຮາກ.ນຳມາຕັດ ແລະ ປັກຊຳໄວ້ໃນວັດສະດຸປູກທີ່ກຽມໄວ້. ເພື່ອໃຫ້ໄດ້ຕົ້ນພືດໃຫມ່ຈາກພາກສ່ວນພືດທີ່ນຳມາປັກຊຳ.ໂດຍມີຂັ້ນຕອນປະຕິບັດຕົວຈິງດັ່ງລຸ່ມນີ້:

ວັດສະດຸ ແລະ ອຸປະກອນ

  • ກິ່ງພັນດີ.
  • ມີດຕັດກິ່ງພັນ.
  • ຖົງຢາງໃສ່ກິ່ງພັນ ແລະ ປົກຄຸມພາຖາດ.
  • ພາສະນະຕ່າງໆ ຫຼື ກະໂຖ.
  • ວັດສະດຸປູກ (ດິນປູກ 1 ສ່ວນ, ຊາຍ 2 ສ່ວນ, ແກບ 1 ສ່ວນ).
  • ນໍ້າຢາເລັ່ງຮາກ.
  • ໄມ້ຈີ້ມຂຸມທີ່ຈະປູກ.

ຂັ້ນຕອນການປັກຊຳ

. ຄັດເລືອກກິ່ງພັນຈາກຕົ້ນແມ່ພັນດີ ແລະ ມີອາຍຸຢ່າງໜ້ອຍປະມານ 6-12 ເດືອນ ຂຶ້ນໄປ ທີ່ມີຍອດ ຫຼື ກິ່ງທີ
ແຂງແຮງສົມບູນບໍ່ມີພະຍາດ ແລະ ແມງໄມ້, ກິ່ງພັນຕ້ອງບໍ່ອ່ອນ ຫຼື ບໍ່ແກ່ເກີນໄປ ແລະ ເປັນງ່າທີ່ໄດ້ຮັບແສງສະ
ຫວ່າງຢ່າງພຽງພໍ.
. ໃຊ້ຄັດເຕີຕັດເອົາສ່ວນປາຍຍອດ ຫຼື ລຳຕົ້ນ, ປະມານ 10-20 ຊັງຕີແມັດ, ເຊິ່ງມີ 3-4 ຕາ, ການຕັດຄວນໃຫ້
ມີປາຍເຈີ້ຍເປັນມູມ 45 ອົງສາ, ສ່ວນໃບໃຫ້ເຫຼືອພຽງ 1-2 ໃບເພື່ອຫຼຸດຜ່ອນການຄາຍນໍ້າຂອງພືດ.
. ນໍາກິ່ງພັນດີທີ່ຕັດມາຈຸ່ມ ຫຼື ແຊ່ ໃນນໍ້າຢາເລັ່ງຮາກປະມານ 15 ນາທີ. ແຕ່ຖ້າບໍ່ມີນໍ້າຢາເລັ່ງຮາກກ່ໍສາມາດປັກ
ຊຳໄດ້ຜົນຄືກັນ (ບາງຊະນິດກໍ່ບໍ່ໄດ້ຜົນ).
. ນຳກິ່ງພັນດີທີ່ແຊ່ນໍ້າຢາເລັ່ງຮາກແລ້ວມາປັກຊຳໃນເບົ້າ, ກະບະ ຫຼື ໃນໜານ ໃຫ້ເລິກປະມານ 5-8 ຊັງຕີແມັດ.
(ເວລາປັກຊໍາທີ່ດີຄວນເຮັດໃນຕອນເຊົ້າ ຫຼື ຕອນແລງ).
http://hukased.blogspot.com/2017/02/cuttings.html

http://hukased.blogspot.com/2017/02/cuttings.html





No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ