google-site-verification: google0d91bc93cfc88895.html ການແຍກເຫງົ້າ Separate shoots - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 10, 2017

ການແຍກເຫງົ້າ Separate shoots

ການແຍກເຫງົ້າ ວິ​ທີ​ການ​ແຍກ​ເຫງົ້າ ການ​ຂະ​ຫຍາຍ​ພັນ​ໄມ້​ດ້ວຍ​ການ​ແຍກ​ເຫງົ້າ ການ​ຂະ​ຫຍາຍ​ພັນ​ພືດ​ດ້ວຍ​ການ​ແຍກ​ເຫງົ້າ
ການແຍກເຫງົ້າ Separate shoots

ການແຍກເຫງົ້າ

ການແຍກເຫງົ້າແມ່ນການແບ່ງເຫງົ້າຂອງຕົ້ນແມ່ພັນເດີມອອກເປັນ 2 ຕົ້ນຂື້ນໄປ ເຊິ່ງເຮັດໃຫ້ພືດມີຈຳນວນເພີ່ມຂື້ນ
ເປັນແບບທະວີຄູນ ແຕ່ລັກສະນະສາຍພັນຍັງຄາຍຄືຕົ້ນແມ່ນພັນເດີມ. ໂດຍມີຂັ້ນຕອນປະຕິບັດຕົວຈິງດັ່ງລຸ່ມນີ້.

ວັດສະດຸ ແລະ ອຸປະກອນ


  • ຕົ້ນແມ່ພັນດີ
  • ຄັດເຕີ ຫຼື ມີດຕັດ
  • ສຽມ ຫຼື ຊວ້ານ
  • ຖົງຢາງຂະໜາດ 4x7 ຫຼື 6x12
  • ດິນປູກ (ດິນປູກ 1 ສ່ວນ, ຊາຍ 2 ສ່ວນ, ແກບ 1 ສ່ວນ)

ຂັ້ນຕອນການປະຕິບັດ

ກ. ກຽມເບົ້າ ຫຼື ກະບະທີ່ມີພືດຕ້ອງການແຍກ, ວັດສະດຸປູກ ແລະ ເບົ້າ ຫຼື ກະບະ/ພາຖາດ.
ຂ. ເລືອກຕົ້ນແມ່ພັນທີ່ດີ ຕ້ອງເປັນສຸມທີ່ໃຫຍ່, ແໜ້ນ ແລະ ມີລັກສະນະແຂງແຮງທົນທານຕໍ່ກັບເຊື້ອພະຍາດ.
ຄ. ໃຊ້ຊວ້ານມື ຫຼື ຄັດເຕີຕັດແຍກພືດອອກເປັນສຸມໂດຍໃຫ້ຫນື່ງສຸມມີຫນື່ງໜໍ່ ຫຼື ສອງໜໍ່ຂື້ນໄປ.
ງ. ແລ້ວນໍາມາປູກໃສ່ໂຖ ຫຼື ຖົງຢາງໂດຍໃຫ້ວັດສະດຸປູກຖົມເຫງົ້າພຽງເລັກນ້ອຍ.
ຈ. ຈາກນັ້ນເອົາມາພັກໄວ້ໃນຕູ້ອົບ ຫຼື ເຮືອນຮົ່ມປະມານ 2-3 ເດືອນ ຈື່ງສາມາດນໍາໄປປູກໄດ້.


ການແຍກເຫງົ້າ ວິ​ທີ​ການ​ແຍກ​ເຫງົ້າ ການ​ຂະ​ຫຍາຍ​ພັນ​ໄມ້​ດ້ວຍ​ການ​ແຍກ​ເຫງົ້າ ການ​ຂະ​ຫຍາຍ​ພັນ​ພືດ​ດ້ວຍ​ການ​ແຍກ​ເຫງົ້າ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ