google-site-verification: google0d91bc93cfc88895.html ການຕອນ ຫຼື ໂທມງ່າ (Layering) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 10, 2017

ການຕອນ ຫຼື ໂທມງ່າ (Layering)

ການ​ຕອນ​ກິ່ງ ການ​ໂທມ​ງ່າ ຕອນ​ງ່າ ການ​ການ​ງ່າ ການ​ງ່າ ການ​ກີ່ງ ການ​ງ່າ ໂທມ​ກີ່ງ​ໂທມ​ງ່າ​ການ​ຂະ​ຫຍາຍ​ພັນ​ດ້ວຍ​ການ​ໂທມ​ງ່າ ການ​ຂະ​ຫຍາຍ​ພັນ​ດ້ວຍ​ການ​ໂທມ​ກີ່ງ ການ​ຂະ​ຫຍາ​ຍ​ພັນ​ດ້ວຍ​ການ​ຕອນ​ກີ່ງ ການ​ຂະ​ຫຍາ​ຍ​ພັນ​ດ້ວຍ​ການ​ຕອນ​ງ່າ ການ​ຂະ​ຫຍາຍ​ພັນ​ດ້ວຍ​ການ​ການ​ງ່າ
ການຕອນ ຫຼື ໂທມງ່າ (Layering)

ການຕອນ ຫຼື ໂທມງ່າ

ການໂທມງ່າແມ່ນວິທີການເຮັດໃຫ້ກິ່ງ ຫຼື ລໍາຕົ້ນພືດ (ຕົ້ນແມ່ພັນດີ) ເກີດມີຮາກໃຫມ່ຂື້ນ. ໃຫ້ກິ່ງພັນທີ່ໄດ້ມີລັກສະນະສາຍພັນຄ້າຍຄືຕົ້ນແມ່ພັນເດີມທຸກປະການໂດຍມີຂັ້ນຕອນປະຕິບັດຕົວຈິງດັ່ງລຸ່ມນີ້.

ວັດສະດຸ ແລະ ອຸປະກອນ

  • ກິ່ງພັນດີ.
  • ມີດຕັດກິ່ງພັນ.
  • ມີດໂທມງ່າ.
  • ຖົງຢາງຂະໜາດ 4x6 ນິ້ວ.
  • ເຊືອກຟາງ.
  • ກາບໝາກພ້າວສັບລະອຽດ.

ຂັ້ນຕອນການປະຕິບັດ

. ກຽມວັດສະດຸເຊັ່ນ ນໍາເອົາກາບພ້າວທີ່ບົດມາຕົ້ມນໍ້າປະມານ 4-6 ຊົ່ວໂມງ ຫຼັງຈາກນັ້ນກໍ່ນໍາມາໃສ່ຖົງຢາງພລາສ໌ຕິກຂະໜາດ 4x6 ນິ້ວ ແລ້ວມັດເປັນຖົງປະໄວ້.
. ຄັດເລືອກງ່າທີ່ບໍ່ນ້ອຍ ຫຼື ໃຫຍ່ເກີນໄປເຊິ່ງມີອາຍຸປະມານ 6-12 ເດືອນ ຫຼື ເຮົາສາມາດສັງເກດເບິ່ງງ່າທີ່ມີສີຂາວອົມເທົາ, ເປັນງ່າທີ່ໄດ້ຮັບແສງສະຫວ່າງ ແລະ ມີມູມ 45 ອົງສາ.
. ປາດງ່າຢູ່ບໍລິເວນກ້ອງຂໍ້ (node) ຫຼື ກ້ອງຂໍ້ລົງມາປະມານ ½ -1 ຊັງຕີແມັດ ໂດຍປາດ 2 ຮອຍຫ່າງກັນ2,5 ຊັງຕີແມັດ ຫຼື ເທົ່າກັບເສັ້ນວົງຮອບຂອງງ່າທີ່ຈະຕອນແລ້ວລອກເປືອກອອກລະວັງຢ່າປາດເລິກກາຍເນື້ອເຍື່ອເພາະເຮັດໃຫ້ງ່າຕາຍໄດ້.
. ຂູດເນື້ອເຍື່ອ (cambium) ອອກໃຫ້ໝົດ ເວລາຂູດໃຫ້ຂູດຈາກເທິງລົງມາທາງລຸ່ມຢ່າຂູດສະຫຼັບກັນ.
. ຖ້າເປັນໄມ້ມີຢາງຫຼັງຂູດເນື້ອເຍື່ອອອກແລ້ວປະໄວ້ 3-7 ວັນ ເພື່ອໃຫ້ນໍ້າຢາງແຫ້ງ.
. ຖ້າມີນໍ້າຢາຮໍໂມນເລັ່ງຮາກ ຄວນໃຊ້ຮໍໂມນທາຮອຍປາດເບື້ອງເທິງ.
. ນໍາເອົາຖົງກາບພ້າວທີ່ກຽມໄວ້ມາປາດແລ້ວ ບີບນໍ້າອອກມັດຫຸ້ມປາກບາດຫັຼງຈາກນັ້ນມັດດ້ວຍເຊືອກສອງສົ້ນໃຫ້ແໜ້ນພໍສົມຄວນ.
. ຈາກນັ້ນ 2 ອາທິດແລ້ວກວດເຊັກເບິ່ງເມື່ອໄດ້ປະມານຫນື່ງ ຫຼື ສອງເດືອນກໍ່ຈະເຫັນຮາກສີຂາວອອກມາຢູ່ຕາມຖົງກາບພ້າວ.
ການ​ຕອນ​ກິ່ງ ການ​ໂທມ​ງ່າ ຕອນ​ງ່າ ການ​ການ​ງ່າ ການ​ງ່າ ການ​ກີ່ງ ການ​ງ່າ ໂທມ​ກີ່ງ​ໂທມ​ງ່າ​ການ​ຂະ​ຫຍາຍ​ພັນ​ດ້ວຍ​ການ​ໂທມ​ງ່າ ການ​ຂະ​ຫຍາຍ​ພັນ​ດ້ວຍ​ການ​ໂທມ​ກີ່ງ ການ​ຂະ​ຫຍາ​ຍ​ພັນ​ດ້ວຍ​ການ​ຕອນ​ກີ່ງ ການ​ຂະ​ຫຍາ​ຍ​ພັນ​ດ້ວຍ​ການ​ຕອນ​ງ່າ ການ​ຂະ​ຫຍາຍ​ພັນ​ດ້ວຍ​ການ​ການ​ງ່າ
ການຕອນ ຫຼື ໂທມງ່າ (Layering)






No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ