google-site-verification: google0d91bc93cfc88895.html ການປູກດ້ວຍຫົວ Planting head - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, February 12, 2017

ການປູກດ້ວຍຫົວ Planting head

ການ​ຂະ​ຫຍາຍ​ພັນ​ພືດ ການ​ຂະ​ຫຍາຍ​ພັນ​ດ້ວຍ​ເຫງົ້າ ຂະ​ຫຍາ​ພັນ​ດ້ວຍ​ເຫງົ້າ ​ແຍກ​ເຫງົ້າ ວິ​ທີ​ຂະ​ຫຍາ​ພັນ​ດ້ວຍ​ເຫງົ້າ ຂັ້ນ​ຕອນ ແລະ ວິ​ທີ​ການ​ຂະ​ຫຍາຍ​ພັນ​ດ້ວຍ​ເຫງົາ

ການປູກດ້ວຍຫົວ Planting head

ການປູກດ້ວຍຫົວສ່ວນໃຫຍ່ແມ່ນໃຊ້ກັບພືດທີ່ເປັນຫົວໃນດິນເທົ່ານັ້ນເຊັ່ນ: ມັນຝຣັ່ງ, ມິນດ້າງ ເຜືອກ, ຜັກບົ່ວ,ຜັກທຽມ ແລະ ອື່ນໆ.

ການກຽມພື້ນທີ່

ແມ່ນຈະຄ້າຍຄືກັບການປູກພືດດ້ວຍລໍາຕົ້ນ, ພື້ນທີ່ໆເໝາະສົມທີ່ສຸດຄວນເປັນດິນແຄມນໍ້າ ເຊິ່ງເປັນດິນຊາຍແກມຕົມ, ພືດຈະເລີນເຕີບໂຕດີ ແລະ ຈະໃຫ້ຜົນຜະລິດສູງ. ແຕ່ສຳລັບຫົວຂະໜາດນ້ອຍເຊັ່ນ: ຜັກບົ່ວ,ຜັກທຽມ ສາມາດປູກໃນພື້ນທີ່ນາຫຼັງການເກັບກ່ຽວເຂົ້າແລ້ວ ເຊິ່ງເຮົາພຽງແຕ່ອະນາໄມຕັດຕໍກ້າ, ຂຸດຮ່ອງລະບາຍນໍ້າຕາມຂອບກໍ່ສາມາດປູກໄດ້ແລ້ວ.

ການຄັດເລືອກແມ່ພັນ

ຄວນເລືອກຫົວທີ່ແກ່ເຕັມທີ່, ມີລັກສະນະຕື່ງເຕັມດີ, ເປັນຫົວປານກາງ, ບ່ໍເປັນພະຍາດ,ບໍ່ມີຮອຍແມງໄມ້ກັດ ແລະ ຢູ່ໃນຊ່ວງໄລຍະປູກພໍດີ.

ວິທີການປູກ

ຄວນປູກໃນຊ່ວງທີ່ມີແສງແດດອ່ອນໆປູກໃນຕອນເຊົ້າ ແລະ ຕອນແລງເປັນຊ່ວງເວລາທີ່ເໝາະສົມແກ່ການປູກທີ່ສຸດ. ກ່ອນຈະນຳຫົວໄປປູກ ຄວນມີການກະຕຸ້ນຈາວກ່ອນ ໂດຍສ່ວນໃຫຍ່ການກະຕຸ້ນຈາວແມ່ນຈະຕັດປາຍຍອດອອກ ຈາກນັ້ນແຊ່ນໍ້າ 8-12 ຊົ່ວໂມງ (ສໍາລັບຫົວຜັກທຽມ). ແຕ່ພືດບາງຊະນິດກໍ່ສາມາດນຳໄປປູກໄດ້ເລີຍເຊັ່ນ: ມັນຝຣັ່ງ. ການປູກແມ່ນຈະນຳຫົວປັກລົງດິນໂດຍກົງ ຫຼື ຂຸດຂຸມແລ້ວຝັງຫົວລົງ ແລ້ວຈື່ງກົບດິນເລັກນ້ອຍ, ສຳລັບຫົວນ້ອຍ (ຜັກບົ່ວຜັກທຽມ) ຄວນມີໄລຍະຫ່າງປະມານ 5-10 ຊັງຕີແມັດ ແລະ ຫົວຂະໜາດໃຫຍ່ (ມັນຝຣັ່ງ) ປະມານ 15-20 ຊັງຕີແມັດ, ຫຼັງຈາກປູກແລ້ວຄວນຫົດນໍ້າໃຫ້ຊຸ່ມ.


ການ​ຂະ​ຫຍາຍ​ພັນ​ພືດ ການ​ຂະ​ຫຍາຍ​ພັນ​ດ້ວຍ​ເຫງົ້າ ຂະ​ຫຍາ​ພັນ​ດ້ວຍ​ເຫງົ້າ ​ແຍກ​ເຫງົ້າ ວິ​ທີ​ຂະ​ຫຍາ​ພັນ​ດ້ວຍ​ເຫງົ້າ ຂັ້ນ​ຕອນ ແລະ ວິ​ທີ​ການ​ຂະ​ຫຍາຍ​ພັນ​ດ້ວຍ​ເຫງົາ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ