google-site-verification: google0d91bc93cfc88895.html ຊີວະນາໆພັນ ຢູ່ໃນ ສປປ ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 09, 2017

ຊີວະນາໆພັນ ຢູ່ໃນ ສປປ ລາວ

ຊີວະນາໆພັນ ຢູ່ໃນ ສປປ ລາວ

ຄວາມຫຼາກຫຼາຍທາງຖິ່ນອາໃສ


ຢູ່ໃນ ສປປລາວ ມີຖິ່ນອາໃສ ທີ່ມີຄວາມສຳຄັນຕໍ່ການອະນຸລັກ ໃນລະດັບສາກົນ ລວມທັງໝົດ 7 ເຂດ ຄື:
  • ·         ເຂດປ່າດົງດິບ ຕາມບໍລິເວນ ແລະ ຕີນສາຍພູຫຼວງ.
  • ·         ເຂດປ່າພູຫີນປູນ ໃນພາກກາງອິນດູຈີນ.
  • ·         ເຂດປ່າໂຄກ ໃນເຂດທົ່ງພຽງແມ່ນ້ຳຂອງ.
  • ·         ເຂດພູພຽງບໍລະເວນ.
  • ·         ເຂດພູສູງ ທາງພາກເໜືອ.
  • ·         ເຂດສາຍແມ່ນ້ຳຂອງ.
  • ·          ເຂດແມ່ນ້ຳ ແລະ ຫ້ວຍນ້ຳ ອື່ນໆ.

ຄວາມຫຼາກຫຼາຍທາງດ້ານຊະນິດພັນ


ສປປ ລາວ ອຸດົມສົມບູນ ໄປດ້ວຍ ບັນດາຊະນິດພັນ ທີ່ສາມາດຈັດລະດັບ ໃຫ້ເປັນຊະນິດພັນສະເພາະຖິ່ນ
ແລະ ມີຄວາມເປັນເອກະລັກ ທາງນິເວດວິທະຍາສູງ ເຊັ່ນ: ມີ ພືດປະມານ 8.100 ຊະນິດ, ສັດເລືອຄານ ແລະ ສັດ
ເຄິ່ງບົກເຄິ່ງນ້ຳ 166 ຊະນິດ, ນົກ 700 ຊະນິດ ແລະ ສັດລ້ຽງລູກດ້ວຍນ້ຳນົມປະມານ 100 ຊະນິດ. ສະເພາະ ຢູ່
ເຂດປ່າສະຫງວນ ນາກາຍ-ນ້ຳເທີນ ຕາມການສຶກສາຕົວຈິງ ມີ ນົກຫຼາຍກວ່າ 430 ຊະນິດ, ຊຶ່ງເທົ່າກັບ 1/25 ຂອງ
ຊະນິດນົກທັງໝົດ ຢູ່ໃນໂລກ ແລະ ຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນຊະນິດນົກທັງໝົດນີ້ ແມ່ນອາໃສຢູ່ເຂດຕອນລຸ່ມ
ຂອງອ່າງແມ່ນ້ຳຂອງ. ນອກຈາກນັ້ນແລ້ວ ຍັງໄດ້ພົບປາ ຈຳນວນ 87 ຕະກຸນ ທີ່ເປັນທີ່ຮັບຮູ້ດີ ຢູ່ໃນພາກພື້ນອິນດູ
ຈີນ, ໃນນັ້ນມີ 74 ຕະກຸນ ໄດ້ຖືກພົບເຫັນ ຢູ່ໃນທະວີບອາຟຼິກກາ ແລະ 60 ຕະກຸນ ພົບເຫັນຢູ່ໃນອາເມຣິກາໃຕ້.

ຄວາມຫຼາກຫຼາຍ ທາງດ້ານວັດທະນະທຳ


ສປປ ລາວ ມີຫຼາຍເຜົ່າຊົນແຕກຕ່າງກັນ, ໃນນັ້ນລວມທັງ ທາງດ້ານຈຳນວນຂອງເຜົ່າຊົນ ແລະ ທາງດ້ານ
ການຈັດແບ່ງພາສາຂອງເຂົາເຈົ້າ. ໄດ້ມີການຈຳແນກວ່າ ມີ ພາສາເວົ້າ ຫຼາຍກວ່າ 230 ພາສາ ທີ່ຂຶ້ນກັບ 4 ໝວດ
ພາສາຕົ້ນຕໍ. ດັ່ງນັ້ນ, ຈຶ່ງເຮັດໃຫ້ ສປປ ລາວ ເປັນປະເທດໜຶ່ງ ທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ
ເຜົ່າຊົນ. ຄວາມຫຼາກຫຼາຍນີ້ ສ່ວນໃຫຍ່ ແມ່ນ ປະກົດມີ ຢູ່ໃນເຂດພູດອຍ ຫ່າງໄກສອກຫຼີກ, ໂດຍສະເພາະ ຢູ່ໃນ

ເຂດປ່າສະຫງວນແຫ່ງຊາດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ