google-site-verification: google0d91bc93cfc88895.html ນ້ຳປົນເປື້ອນ Water contamination - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, March 03, 2017

ນ້ຳປົນເປື້ອນ Water contamination

http://hukased.blogspot.com/2017/03/blog-post.html

ນ້ຳປົນເປື້ອນ

ການຂຸດຄົ້ນບໍ່ແຮ່ແມ່ນໃຊ້ນ້ຳຈຳນວນມະຫາສານ ແລະ ເຮັດໃຫ້ນ້ຳທີ່ໃຊ້ແລ້ວກາຍເປັນນ້ຳປົນເປື້ອນ, ແຫຼ່ງນ້ຳທີ່ຄົນອາໄສໄດ້ກາຍເປັນນ້ຳເປື້ອນ. ການຂຸດຄົ້ນແຮ່ທັງໝົດລ້ວນແລ້ວແຕ່ເຮັດໃຫ້ນ້ຳກາຍເປັນມົນລະພິດ ໂດຍສະເພາະແມ່ນບໍລິສັດໃຫຍ່ແມ່ນເປັນສາເຫດກໍ່ໃຫ້ເກີດບັນຫາໃຫຍ່. ໜ້ານ້ຳ ແລະ ບໍ່ນ້ຳບໍລິເວນຂຸດແຮ່ ອາດຈະເຮັດໃຫ້ນ້ຳປົນເປັນເວລາຫຼາຍປີ. ການສູນ ເສຍນ້ຳເຮັດໃຫ້ດິນແຫ້ງແລ້ງ ແລະ ບໍ່ສາມາດໃຊ້ໃນການປູກຝັງ ແລະ ລ້ຽງສັດ. ການສົ່ງຜົນກະທົບຂອງນ້ຳປົນເປື້ອນໄລ ຍະຍາວຈະດຳເນີນໄປດົນກວ່າການສ້າງເສດຖະກິດໄລຍະສັ້ນຈາກການຂຸດແຮ່.


ວິທີປ້ອງກັນ ແລະ ຫຼຸດຜ່ອນນ້ຳທີ່ເປັນມົນລະພິດ

ການຮົ່ວຊຶມຂອງໜອງນ້ຳປົນເປື້ອນເປັນສາເຫດຕົ້ນຕໍຂອງນ້ຳທີ່ເປັນມົນລະພິດຈາກການຂຸດແຮ່. ວິທີປ້ອງກັນໃຫ້ປະຕິບັດດັ່ງນີ້:

  • ຄວນຈະສ້າງໜອງເກັບນ້ຳປົນເປື້ອນໃຫ້ຫ່າງໄກຈາກແຫຼ່ງນ້ຳ ຫຼື ບໍລິເວນລະບາຍນ້ຳ.
  • ຄວນຈະເຮັດເປັນແຖວເພື່ອປ້ອງກັນການຮົ່ວຊຶມລົງບໍ່ນ້ຳ.
  • ຄວນຈະສ້າງຕາມແບບມາດຕະຖານສາກົນ.
  • ຄວນຈະສຳຫຼວດກວດກາເພື່ອປ້ອງກັນການຮົ່ວຊຶມ ຫຼື ລົ້ນ.
  • ເອົານ້ຳປົນເປື້ອນໄປຖີ້ມ ຫຼື ອັດຢ່າງປອດໄພເມື່ອການຂຸດແຮ່ຖືກປິດລົງ.

ການບໍາບັດນ້ຳປົນເປື້ອນທີ່ເກີດຈາກການຂຸດແຮ່ໃຫ້ສະອາດແມ່ນຫຍຸ້ງຍາກ, ສີ້ນເປືອງ ແລະ ບໍ່ປະສົບຜົນສຳເລັດຕະຫຼອດ.







No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ