google-site-verification: google0d91bc93cfc88895.html ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ພືດ [General characteristics of plants] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, March 03, 2017

ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ພືດ [General characteristics of plants]

ຮາກ​ພືດ ລັກ​ສະ​ນາ​ຂອງ​ຮາກ​ພືດ ຮາກ​ພືດ ຮາກ​ແກ້ວ ຮາກ​ຝອຍ ລັກ​ສະ​ນະ​ຮາກ​ແກ້​ວ ລັກ​ສະ​ນະ​ຂອງ​ຮາກ​ຝອຍ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ຮາກ​ພືດ


ລັກສະນະສັນຖານທົ່ວໄປ ພືດຕົ້ນຫນື່ງ​ປະກອບດ້ວຍພາກສ່ວນທີ່ຢູ່ເທິງໜ້າດິນ ແລະ ພາກສ່ວນທີ່ຢູ່ຊັ້ນໃຕ້ດິນ.

ຮາກ​ພືດ ລັກ​ສະ​ນາ​ຂອງ​ຮາກ​ພືດ ຮາກ​ພືດ ຮາກ​ແກ້ວ ຮາກ​ຝອຍ ລັກ​ສະ​ນະ​ຮາກ​ແກ້​ວ ລັກ​ສະ​ນະ​ຂອງ​ຮາກ​ຝອຍ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ຮາກ​ພືດ

ຮາກ​ພືດ ລັກ​ສະ​ນາ​ຂອງ​ຮາກ​ພືດ ຮາກ​ພືດ ຮາກ​ແກ້ວ ຮາກ​ຝອຍ ລັກ​ສະ​ນະ​ຮາກ​ແກ້​ວ ລັກ​ສະ​ນະ​ຂອງ​ຮາກ​ຝອຍ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ຮາກ​ພືດ

ສ່ວນທີ່ຢູ່ເທິງໜ້າດິນຂອງພືດແມ່ນລໍາຕົ້ນ, ເຊິ່ງມັນເຮັດໜ້າທີ່ປະຄັບປະຄອງລໍາຕົ້ນ, ດອກໄມ້, ໃບ ແລະ ສ່ວນອື່ນໆຢູ່ໃນໃບຂອງພືດມີສານສີຂຽວ ທີ່ເຮັດໜ້າທີ່ດູດເອົາພະລັງງານແສງຕາເວັນ, ຖ້າບໍ່ມີສິ່ງດັ່ງກ່າວຕົ້ນພືດກໍ່ບໍ່ສາມາດຈະເລີນເຕີບໂຕໄດ້. ໃນຂະນະທີ່ພືດຍັງມີຊີວິດຢູ່ມັນຈະປ່ອຍກາສອອກມາເຊິ່ງເປັນກາສອົກຊີແຊນທີ່ພວກເຮົາຫາຍໃຈເອົາ ແລະ ດູດເອົາກາສຊະ ນິດອື່ນເຂົ້າໄປແທນ. ການສັບປ່ຽນນີ້ເກີດຂື້ນຢູ່ໃນໃບຂອງພືດ. ດອກໄມ້ແມ່ນອະໄວຍະວະສືບພັນຂອງພືດເຊິ່ງມັນຈະມີທັງອະໄວຍະວະເພດຜູ້ ແລະ ເພດແມ່. ບາງທີດອກໄມ້ກໍ່ປ່ຽນຮູບເປັນໝາກໄມ້ທ ີ່ມີແກ່ນ. ສໍາລັບສ່ວນທີ່ຢູ່ຊັ້ນໃຕ້ດິນ, ຮາກເຮັດໃຫ້ພືດຄົງທີ່ຢູ່ໃນດິນ ແລະ ໜ້າທີ່ໂດຍພື້ນຖານຂອງມັນແມ່ນຮັບເອົານໍ້າ ແລະ ສານອາຫານທີ່ຈໍາເປັນຈາກດິນ ເພື່ອໃຫ້ຕົ້ນ ໄມ້ຈະເລີນເຕີບໂຕ. ຮາກປະກອບດ້ວຍສອງໂຄງສ້າງຄື:

ກ. ຮາກແກ້ວແມ່ນມີຢູ່

ຫນື່ງ ຫຼື ສອງຮາກຫຼັກ ເຊິ່ງຈະມີສະເພາະພືດໃບລ້ຽງຄູ່ເທົ່ານັ້ນ. ຮາກຊະນິດນີ້ຈະຊ່ວຍໃຫ້ພືດໄດ້ຮັບນໍ້າຈາກຊັ້ນດິນທີ່ເລິກລົງໄປ.

 ຂ. ຮາກຝອຍ

ແມ່ນຖືກສ້າງຂື້ນຈາກຮາກບາງໆປະລິມານຫຼາຍທີ່ເກີດຂື້ນຢູ່ເທິງໜ້າດິນ. ໂດຍປົກກະຕິແລ້ວສ່ວນລໍາຕົ້ນຈະຢູ່ເທິງໜ້າດິນ, ແຕ່ວ່າມັນຍັງມີສ່ວນເສີມຕໍ່ກັນຢູ່ຊັ້ນໃຕ້ດິນ ເຊັ່ນ: ສ່ວນເຫງົ້າ (ແນວນອນ) ຫຼື ສ່ວນຫົວ (ແນວຕັ້ງ), ເຊິ່ງສ່ວນດັ່ງກ່າວເຮັດໃຫ້ລໍາຕົ້ນທີ່ຢູ່ເທິງໜ້າດິນຈະເລີນເຕີບໂຕຂື້ນ.

ຮາກ​ພືດ ລັກ​ສະ​ນາ​ຂອງ​ຮາກ​ພືດ ຮາກ​ພືດ ຮາກ​ແກ້ວ ຮາກ​ຝອຍ ລັກ​ສະ​ນະ​ຮາກ​ແກ້​ວ ລັກ​ສະ​ນະ​ຂອງ​ຮາກ​ຝອຍ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ຮາກ​ພືດ


ພືດສາມາດເກັບສະສົມສານອາຫານສໍາຮອງໄວ້ຢູ່ໃນຮາກຂອງພວກມັນ. ຫົວກາລົດສາມາດເກັບສະສົມສານອາຫານສໍາຮອງໄວ້ຢູ່ໃນຮາກແກ້ວຂອງມັນ ໃນຂະນະທີ່ຕົ້ນມັນຝຣັ່ງເກັບສະສົມໄວ້ຢູ່ໃນອະໄວຍະວະສະເພາະທີ່ເອີ້ນວ່າ: ຫົວຂອງພືດທີ່ຢູ່ໃຕ້ດິນ, ສານອາຫານສໍາຮອງເຫຼົ່ານີ້ຊ່ວຍໃຫ້ຕົ້ນພືດຍັງຄົງມີຊີວິດຢູ່ໃນຊ່ວງທີ່ປະເຊີນກັບລະດູການບໍ່ດີ (ລະດູແລ້ງ ຫຼື ລະດູໜາວ).

ເນື່ອງຈາກວ່າຮາກຝອຍບໍ່ໄດ້ຂະຫຍາຍຕົວເລິກລົງໄປໃນພື້ນດິນ ແຕ່ວ່າມັນກະຈາຍຢ່າງໜາແໜ້ນຢູ່ໃກ້ໜ້າດິນ,ພືດທີ່ມີຮາກຝອຍແມ່ນເປັນສິ່ງທີ່ດີໃນການປົກຄຸມເອົາພື້ນທີ່ທີ່ກວ້າງຂວາງ ແລະ ປ້ອງກັນດິນຈາກການເຊາະເຈື່ອນ.ເຖິງຢ່າງໃດກໍຕາມ, ພືດທີ່ມີຮາກຝອຍມີຄວາມອ່ອນໄຫວຕໍ່ການຂາດປະລິມານນໍ້າຝົນຫຼາຍ ເນື່ອງຈາກວ່າຮາກດັ່ງກ່າວບໍ່ສາມາດຮັບນໍ້າຈາກຊັ້ນດິນທີ່ເລິກໄດ້.

ພືດບາງຊະນິດສາມາດຈະເລີນເຕີບໂຕໄດ້ທັງຮາກຝອຍ ແລະ ຮາກແກ້ວ. ເຊິ່ງມັນຈະເກີດມີຮາກແກ້ວຖ້າວ່າຊັ້ນເທິງສຸດຂອງດິນແຫ້ງ, ເພື່ອໃຫ້ໄດ້ຮັບນໍ້າຈາກຊັ້ນດິນທີ່ເລິກກວ່າໄດ້. ຮາກຝອຍຈະມີການຈະເລີນເຕີບໂຕໄດ້ດີຖ້າຊັ້ນເທິງຂອງດິນມີນໍ້າ ແລະ ສານອາຫານໃຫ້ພຽງພໍກັບພືດ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ