google-site-verification: google0d91bc93cfc88895.html ຫມາກ​ຫວດ Lepisanthes rubiginosa ສັບ​ພະ​ຄຸນ​ທາງ​ຢາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, March 05, 2017

ຫມາກ​ຫວດ Lepisanthes rubiginosa ສັບ​ພະ​ຄຸນ​ທາງ​ຢາ

http://hukased.blogspot.com/2017/03/lepisanthes-rubiginosa.html


ຫມາກ​ຫວດ ຊື່​ວິ​ທະ​ຍາ​ສາດ Lepisanthes rubiginosa (Roxb.) Leenh. 
(ຊື່​ຍາດ​ວິ​ທະ​ຍາດ​ສາດ Sapindus rubiginosus Roxb.) ​ຈັດ​ຢູ່​ໃນ​ວົງ​ຂອງ​ເງາະ (SAPINDACEAE)

http://hukased.blogspot.com/2017/03/lepisanthes-rubiginosa.html

ສັບ​ພະ​ຄຸນ:


  1. ຫມາກ​ມີ​ສັບ​ພະ​ຄຸນ​ບຳ​ລຸງ​ຮ່າງ​ກາຍ
  2. ເປືອກ(ເປືອກ​ຕົ້ນ) ຊ່ວຍ​ບຳ​ລຸງ​ທາດ​ໃນ​ຮ່າງ​ກາຍ
  3. ຮາກ: ຊ່ວຍ​ແກ້​ວັນ​ນະ​ໂລກ
  4. ຮາກ: ໃຊ້​ຕົ້ມ​ກັບ​ນ້ຳ​ດື່ມ​ແກ້​ເບື່ອ​ເມົາ
  5. ຮາກ: ໃຊ້​ຕຳ​ພອກ​ຫົວ ແກ້​ອາ​ການ​ປວດ​ຫົວ​ໄດ້ ຫລື​ໃຊ້​ຮາກ​ຝົນ​ກັບ​ເຫລົ້າ​ຂາວ​ແລ້ວ​ນຳ​ມາ​ພອກ​ກໍ່​ໄດ້
  6. ຮາກ ແລະ ໃບ: ຊ່ວຍ​ຮັກ​ສາ​ອາ​ການ​ໄຂ່, ແກ້​ພິດ​ຮ້ອນ
  7. ຮາກ ແລະ​ໃບ ຂອບ​ຫມາກ​ຫວດ ໃຊ້​ປະ​ສົມ​ກັບ​ສະ​ຫມຸນ​ໄພ​ອື່ນໆ ຕົ້ນ​ກັບ​ນ້ຳ​ດື່ມ​ເປັນ​ຢາ​ແກ້​ຊາງ (ໂລກ​ໃນ​ເດັກ​ນ້ອຍ​ມີ​ອາ​ການ​ເບື່ອ​ອາ​ຫານ ຊືມ​ລືມ ເປັນ​ຝ່າ ມີ​ເມັດ​ຂື້ນ​ໃນ​ປາກ​ຄໍ
  8. ແກ່ນ: ນຳ​ມາ​ຕົ້ມ​ກັບ​ນ້ຳ​ໃຫ້​ເດັກ​ນ້ອຍ​ກິນ​ເປັນ​ຢາ​ແກ້​ຊາງ ແກ້​ໄອ, ໄອ​ຫອບ​ໃນ​ເດັກ, ຊ່ວຍ​ແກ້​ໄອ​ຊຳ​ເຮື້ອ
  9. ຮາກ: ນຳ​ມາ​ຕົ້ນ​ຊ່ວຍ​ເປັນ​ຢາ​ແກ້​ອາ​ການ​ເຈັບ​ທ້ອງ, ເປັນ​ຢາ​ຂັບ​ຖ່າຍ​ພະ​ຍາດ, ຊ່ວຍ​ແກ້​ພິດ​ຝີ​ພາຍ​ໃນ, ຕຳ​ພອກ​ຮັກ​ສາ​ໂລກ​ຜິວ​ຫນັງ ຜິວ​ຫນັງ​ເປັນ​ຜື່ນ​ຄັນ, ຊ່ວຍ​ແກ່​ກະ​ໃສ​ເສັ້ນ
  10. ຫມາກ​ສຸກ: ໃຊ້​ກິນ​ແກ້​ອາ​ການ​ຖອກ​ທ້ອງ, ແກ່ນ​ມີ​ລົດ​ຝາດ ຊ່ວຍ​ບຳ​ລຸງ​ເສັ້ນ​ເອັນ
  11. ເປືອກຕົ້ນ​: ຊ່ວຍ​ແກ້​ອາ​ການ​ບິດ, ຊ່ວຍ​ສະ​ຫມານ​ແຜ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ