google-site-verification: google0d91bc93cfc88895.html ຫຍ້າ​ຣີ​ແພ ຫລື​ ຫຍ້າ​​ຫີ​ຍຸ້ມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, August 05, 2020

ຫຍ້າ​ຣີ​ແພ ຫລື​ ຫຍ້າ​​ຫີ​ຍຸ້ມ

ຫຍ້າ​ຣີ​ແພ ຫລື​ ຫຍ້າ​​ຫີ​ຍຸ້ມ

 ຫຍ້າ​ຣີ​ແພ ສັບ​ຄຸນ​ບຳ​​ລຸງ​ສະຕີ ຫລື​ທີ່​​ເອີ້ນ​ກັນ​ວ່າ ຫຍ້າ​​ຫີ​ຍຸ້ມ ຈັດ​ເປັນ​ສ​ມຸນ​ໄພ​ຊ່ວຍ​ກະ​ຊັບ​ຊ່ອງຄອດ ໃຊ້​ດີ​ແບບ​ໃດ ໃຊ້​ຢ່າງໃດ​ໃຫ້​ຖືກ​ຕ້ອງ ​ແລະ ​ໄດ້​ຜົນ ສາວໆ ຕ້ອງ​ຮູ້​ໃຫ້​ແຈ້ງ

          ຫຍ້າ​ຫີ​ຢຸ່ມ ຫລື ​ຫຍ້າ​ຣີ​ແພ ຍັງ​​ເປັນ​​ສະ​ມຸນ​ໄພ​ບຳ​​ລຸງ​ສະຕີ​ ທີ່​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ຫລວງ​ຫລາຍ ດ້ວຍ​ສັບພະ​ຄຸນ​ຂອງ​ຫຍ້າ​ຣີ​ແພ ​ທີ່​ຊ່ວຍ​ກະ​ຊັບ​ຊ່ອງຄອດ ຄືນ​ຄວາມ​ສາວ​ໃຫ້​ຜູ້ຍິງ ​ດ້ວຍ​ວິທີ​ທຳມະຊາດ ດັ່ງ​ນັ້ນ​ຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ທີ່​ບັນດາ​ສາວ​ນ້ອຍ​ສາວ​ໃຫຍ່​ ຈະ​ເທ​ໃຈ​ມາ​ທາງ​ສ​ມຸນ​ໄພ ​ຢ່າງ​ຫຍ້າ​ຣີ​ແພ ​ຫລາຍກວ່າ​ໄປ​ສົນ​ໃຈ​ໃນ​ເທກ​ໂນ​ໂລ​ຢີ​ທີ່​ສາມາດ​ກະ​ຊັບ​ຊ່ອງຄອດ​ໄດ້​ເຊັ່ນ​ກັນ

          ແຕ່​ຢ່າງໃດ​ກໍ​ດີ ກ່ອນ​ຈະ​ໃຊ້​ສ​ມຸນ​ໄພ​ໃດໆ ກໍ​ຕາມ ເຮົາ​ຄວນ​ສຶກ​ສາ​ຂໍ້​ມູ​ນສະມຸນ​ໄພ​ຊະນິດ​ນັ້ນ ໆ ໃຫ້​ດີ​ກ່ອນ ຢ່າງ​ຫຍ້າຫີ​ຍຸ້ມ ​ຫລື ​ຫຍ້າ​ຣີ​ແພ ນີ້​ກໍ​ບໍ່​ຕ່າງ​ກັນ ລອງ​ມາ​ເບິ່ງ​ກັນ​ວ່າ ວິທີ​ໃຊ້​ຫຍ້າ​ຣີ​ແພ ​ໃຫ້​ເຫັນ​ຜົນ ​ແລະ ​ປອດ​ພ​ຄວນ​ຕ້ອງ​ເຮັດແບບໃດ ພອມ​ກັນ​ນັ້ນ ​ເຮົາ​ກໍ​ຈະ​ພາ​ທຸກ​ຄົນ​ໄປ​ເຈາະ​ເລິກ​ສັບພະ​ຄຸນ​ຂອງ​ຫຍ້າ ຫີ​ຍຸ້ມ​ໃຫ້​ຮູ້​ລຶກ​ເຖິງ​ປະໂຫຍດ​ຂອງ​ສະມຸນ​ໄພ​ຕວ​ນີ້​ຢ່າງ​ຈິງ​ຈັງ​ນຳ


ຫຍ້າ​ຣີ​ແພ ຫລື​ ຫຍ້າ​​ຫີ​ຍຸ້ມຫຍ້າ​ຣີ​ແພ ສັບ​ຄຸນ​ບຳ​​ລຸງ​ສະຕີ ຫລື​ທີ່​​ເອີ້ນ​ກັນ​ວ່າ ຫຍ້າ​​ຫີ​ຍຸ້ມ ຈັດ​ເປັນ​ສ​ະມຸນ​ໄພ​ຊ່ວຍ​ກະ​ຊັບ​ຊ່ອງຄອດ ໃຊ້​ດີ​ແບບ​ໃດ


ຫຍ້າ​ຣີ​ແພ ກັບ​ຂໍ້​ມູນ​ໜ້າ​ຮູ້

          ຫຍ້າ​ຣີ​ແພ ມີ​ຊື່​ວິທະຍາ​ສາດ​ວ່າ Centotheca lappacea (L.) Desv. ໂດຍ​ຫຍ້າ​ຣີ​ແພ​ເປັນ​ພືດ​ໃນ​ວົງ Poaceae ຊຶ່ງ​ຈັດ​ຢູ່ໃນ​ພືດ​ຕະກູນ​ໄຜ່ ສ່ວນ​ຊື່​ພາສາ​ອັງ​ກ​ດ​ຂອງ​ຫຍ້າ​ຣີ​ແພກໍ​ຄື Barbed grass ຊຶ່ງ​ໃນ​ບ້ານ​ເຮົາ​ນັ້ນ ຫຍ້າ​ຣີ​ແພ​ເປັນ​ຊື່​ທີ່​ຖືກ​ຂັດ​ເກາ​ມາ ​ເພື່ອ​ໃຫ້​ອອກ​ສື່​ໄດ້​ສະ​ດວກ​​ຂຶ້ນ ເພາະ​ຈິງໆ ແລ້ວ ຫຍ້າ Barbed grass ຫລື ​ຫຍ້າ​ຣີ​ແພ ມີ​ຊື່​ຕາມ​ທ້ອງ​ຖິ່ນ​ວ່າ​ຫຍ້າ ຫີ​ຍຸ້ມ ຊຶ່ງ​ຊາວ​ບ້ານ​​ເອີ້ນ ​ສ​ມຸນ​ໄພ​ຊະນິດ​ນີ້​ວ່າຫີ​ຍຸ້ມ ​ກັນ​ມາ​ຍາວ​ນານ ໂດຍ​ຮຽກ​ຊື່​ຕາມ​ສັບ​ພະ​ຄຸນ​ຂອງ​​ຕົວ​​ສະ​ມຸນ​ໄພ​ນັ້ນ​ເອງ

          ທັງ​ນີ້​ຫຍ້າ​ຣີ​ແພ​ເປັນ​ສ​ມຸນ​ໄພ​ທີ່​ປຸກ​ໄດ້​ທຸກ​ພາກ​ຂອງ​ປະເທດ ແຕ່​ຈະ​ພົບ​ຫຍ້າ​ຣີ​ແພ​ໄດ້​ຫລາຍ​ໃນ​ພື້ນ​ທີ່​ປ່າ ​ແລະ ​ປ່າ​ດິບ​ຊື້ນ ຫລື​ບໍລິເວນ​ທົ່ງຮາບ​ຫວ່າງ​ເຂົາ ຫລື​ເທິງ​ພູເຂົາ​ສູງ ແຖບ​ແຂວງ ວຽຍ​ຈັນ ໄຊ​ຍະ ບໍ​ລິ​ຄຳ​ໃຊ ເປັນ​ສ່ວນ​ໃຫຍ່

 ຫຍ້າ​ຣີ​ແພ ລັກສະນະ​ທາງ​ພຶດ​ສາດ​

          ຫຍ້າ​ຣີ​ແພ​ເປັນ​ພືດ​ລົ້ມ​ລຸກ​ຕະກູນ​ດຽວ​ກັບ​ພືດ​ຕະກູນ​ໄຜ່ ລັກສະນະ​ຂອງ​ຫຍ້າ​ຣີ​ແພ​ຈຶ່ງ​ມີ​ລຳ​ຕົ້ນ​ເປັນ​ຂໍ້​ ປອງ​ຊົງ​ກມ​ຂະໜາດ​ນ້ອຍ ລຳ​ຕົ້ນ​ສູງ​ປະ​ມານ 30-70 ເຊນ​ຕິ​ແມັດ ອ້ອມ ໆ ລຳ​ຕົ້ນ​ຂອງ​ຫຍ້າ​ຣີ​ແພ​ຈະ​ຖືກ​ຫຸ້ມ​ດ້ວຍ​ກາບ​ໃບ ມີ​ສີ​ຂຽວ​ອົມ​ມ່ວງ ລຳ​ຕົ້ນ​ບໍ່​ມີ​ແກນ ດ້ວຍ​ລັກສະນະ​ນີ້​ລຳ​ຕົ້ນ​ຂອງ​ຫຍ້າ ​ຫີ​ຍຸ້ມ ​ຈຶ່ງ​ຄ່ອນ​ຂ້າງ​ອ່ອນ​ ແລະ ​ຫັກ​ງ່າຍ ແຕ່​ເຖິງ​ຢ່າງ​ກໍ່​ຕາມ​ຕວ​ລຳ​ຕົ້ນ​ກໍ​ມີ​ຄວາມ​ໜຽວ ຊະນິດ​ທີ່​ດຶງ​ໃຫ້​ຂາດ​ດ້ວຍ​ມື​ກໍ​ຍາກ ແລະ​ ​ໂຄນ​ຕົ້ນ​ສາມາດ​ແຕກ​ໜໍ່​ເປັນ​ຕົ້ນ​ໃໝ່​ ຫລື​ ຂະຫຍາຍ​ເປັນ​ກໍ​ໃຫຍ່​ໄດ້

          ສ່ວນ​ໃບ​ຂອງ​ຫຍ້າ​ຣີ​ແພ​ເປັນ​ໃບ​ລ້ຽງ​ດ່ຽວ ແທງ​ໃບ​ອອກ​ເປັນ​ໃບ​ດ່ຽວ​ຊັດເຈນ ລັກສະນະ​ຂອງ​ໃບ​ຈະ​ຽງ​ສ​ລັບ​ກັນ​ຕາມ​ຄວາມ​ສູງ​ຂອງ​ລຳ​ຕົ້ນ ຕວ​ໃບ​ມີ​ກາບ​ໃບ​ສີ​ຂຽວ​ອົມ​ມ່ວງ ກ້ານ​ໃບ​ສັ້ນ​ຕິດ​ກັບ​ກາບ​ໃບ ສ່ວນ​ລິ້ນ​ໃບ​ເປັນ​ແຜ່ນ​ບາງໆ ອອກ​ສີ​ນ້ຳ​ຕານ ຢູ່​ຕິດ​ກັບ​ໂຄນ​ກ້ານ​ໃບ ແຜ່ນ​ໃບ​ມີ​ຮູບ​ຫອກ​ກວ້າງ​ປະ​ມານ 1.5-3 ເຊນ​ຕິ​ແມັດ າວ​ປະ​ມານ​ 5-20 ັງ​ຕິ​ແມັດ ໂຄນ​ໃບ​ສອບ ປາຍ​ໃບ​ແຫຼມ ແຜ່ນ​ໃບ​​ລຽບ​ເປັນ​ສີ​ຂຽວ​ເຂັ້ມ ຂອບ​ໃບ​ໂຄ້ງ​ເປັນ​ລູກ​ຄື້ນ​ຂວາງ​ເຂົ້າ​ຫາກ​າງ​ໃບ ແຜ່ນ​ໃບ​ມີ​ເສັ້ນ​ໃບ​ເປັນ​ລີ້ວ​ນ້ອຍ​ຈຳນວນ​ຫລາຍ​ຕາມ​ແນວ​າວ​ຂອງ​ໃບ

          ທັງ​ນີ້​ຫຍ້າ​ຣີ​ແພ​ກໍ​ມີດ​ອົກ​ຄືກັນ​ ໂດຍ​ລັກສະນະ​ຂອງ​ດອກ​ຫຍ້າ​ຣີ​ແພ​ຈະ​ເປັນ​ຊໍ່​ ​ຄ້າຍ​ກັບ​ຊໍ່​ຂອງ​ດອກ​ຫຍ້າ​ຊະນິດ​ອື່ນ ໆ ຄວາມ​າວ​ຂອງ​ດອກ​ປະ​ມານ 15-45 ັງ​ຕິ​ແມັດ ປະກອບ​ດ້ວຍ​ດອກ​ຊໍ່​ ແລະ ​ດອກ​ຍ່ອຍ​ກວ່າ 10-30 ດອກ ໂດຍ​ປະ​ມານ ສ່ວນ​ຂອງ​ດອກ​ຍ່ອຍ​ຈະ​ມີ​ກ້ານ​ດອກ​ສັ້ນໆ ແລະ ​ມີ​ເມັດ​ຫຍ້າ​ຣີ​ແພ​ລັກສະນະ​ຮີຍາວ ຄວາມ​ກວ້າງ​ຂອງ​ເມັດ​ຄ່ອນ​ຂ້າງ​​ນ້ອຍ​ພຽງ 2-3 ມິນ​ລິ​ແມັດ ຢາວ​ປະ​ມານ 4-6 ມິນ​ລິ​ແມັດ​ເທົ່າ​ນັ້ນ ເມັດ​ໃນ​ຊ່ວງ​ທີ່​ຍັງ​ບໍ່​ໃຫຍ່​ເຕັມ​ທີ່​ຈະ​ມີ​ສີ​ອອກ​ຂຽວ ຖ້າ​ເມັດ​ແກ່​ແລ້ວ​ສີ​ຈະ​ອອກ​ເຫຼືອງໆ


ຫຍ້າ​ຣີ​ແພ ຫລື​ ຫຍ້າ​​ຫີ​ຍຸ້ມຫຍ້າ​ຣີ​ແພ ສັບ​ຄຸນ​ບຳ​​ລຸງ​ສະຕີ ຫລື​ທີ່​​ເອີ້ນ​ກັນ​ວ່າ ຫຍ້າ​​ຫີ​ຍຸ້ມ ຈັດ​ເປັນ​ສ​ະມຸນ​ໄພ​ຊ່ວຍ​ກະ​ຊັບ​ຊ່ອງຄອດ ໃຊ້​ດີ​ແບບ​ໃດ

ຫຍ້າ​ຣີ​ແພ ສັບພະ​ຄຸນ​ດີ​ແບບໃດ

          ສັບພະ​ຄຸນ​ຂອງ​ຫຍ້າ​ ຫີ​ຍຸ້ມ ຫລື ຫນ້າ​ລີ​ແພ ​ນັ້ນ​ກໍ​ແປ​ກັນ​ກົງຕວ​ຕາມ​ພາສາລາວ​ວ່າ ສ​ະມຸນ​ໄພ​ຊ່ວຍ​ກະ​ຊັບ ຮັດ ຫລື ​ເຮັດໃຫ້​ແໜ້ນ​ຂຶ້ນ ເຈາະ​ກັນ​ແຈ້ງໆ ເຖິງ​ສັບພະ​ຄຸນ ຊ່ວຍ​ຣີ​ແພ ​ຄວາມ​ສາວ​ຄືນ​ສູ່​ຜູ້ຍິງ​ທຸກ​ຄົນ​ໄດ້​ຢ່າງ​ເຫັນ​ຜົນ​ຈິງ ຊຶ່ງ​ເຮົາ​ຈະ​ມາ​ໄລ່​ຽງ​ໃຫ້​ເຫັນ​ກັນ​ແຈ້ງ​ຂຶ້ນ​ວ່າ ສັບພະ​ຄຸນ​ຂອງ​ຫຍ້າ​ຣີ​ແພ​ຈິງໆ ແລ້ວ​ເປັນແບບໃດ

          - ຫຍ້າ​ຣີ​ແພ​ຊ່ວຍ​ກະ​ຊັບ​ຊ່ອງຄອດ

          ສານ​ສຳຄນ​ທີ່​ພົບ​ໃນ​ຫຍ້າ​ຣີ​ແພ ​ຫລື​ ຫຍ້າ ຫີຍ​ຸ້ມ ​ຄື​ສານ​ຊິ​ລິ​ກາ (Silica) ຊຶ່ງ​ເປັນ​ສານ​ຕັ້ງ​ຕົ້ນ​ຂອງ​ຄ​ລາ​ເຈນ ​ແລະ​ນ້ຳ​ໄຂ​ຂໍ້​ໃນ​ຮ່າງກາຍ ມີ​ຄຸນສົມບັດ​ເດັ່ນ​ກົງ ​ຊ່ວຍ​ບຳ​ລຸງ​ຜິວ​ພັນ​ໃຫ້​ເປັ່ງ​ປັ່ງ​ເຕງ​ຕຶງ ໃນ​ອ​ດີດ​ຈຶ່ງ​ນຳ​ຫຍ້າ​ຫີ​ຍຸ້​ມ​ມາ​ບຳລຸງ​ສະຕີ​ຫຼັງ​ເກີດ ເພື່ອ​ໃຫ້​ແຜ​ທີ່​ປາກ​ຊ່ອງຄອດ​ກະ​ຊັບ​ຕວ​ໄດ້​ດີ​ຂຶ້ນ ຟື້ນ​ຕວ​ໄດ້​ໄວ​ດ້ວຍ​ພູ​ມິ​ປັນຍາ​ຊາວ​ບ້ານ​ມາ​ຢ່າງ​ຍາວ​ນານ

          - ຊ່ວຍ​ໃຫ້​ມົດລູກ​ເຂົ້າ​ອູ່

          ສັບ​ພະ​ຄຸນຂອງ​ຫຍ້າ​ຣີ​ແພ​ທີ່​ເປັນ​ຕວ​ຊູ​ໂງ​ອີກ​ຢ່າງ​ຄື ​ສັບພະ​ຄຸນ​ດ້ານ​ການ​ຊ່ວຍ​ໃຫ້​ມົດລູກ​ເຂົ້າ​ອູ່ ອີກ​ທ​ັ້ງ​ຢັງ​ຊ່ວຍ​ໃຫ້​ຜິວ​ພັນ​ສະຕີ​ເ​ປັ່ງ​ປງ ໂດຍ​ມີ​ການສຶກສາ​ທີ່​ຄົ້ນ​ພົບວ່າ ໃນ​ພືດ​ຕະກູນ​ໄຜ່​ມີ​ສານ​ພິເສດ​ທີ່​ມີ​ຄຸນສົມບັດ​ຊ່ວຍ​ເພີ່ມ​ການສ້າງ​ຊີ້ນ​ເຢື່ອ​ກ່ຽວ​ພັນ (Connective Tissue) ສາມາດ​ເພີ່ມ​ຄວາມ​ຢືດ​ຢຸ່ນ​ໃນ​ເຊ​​ຜິວ​ໜັງ​ໄດ້ ເພີ່ມ​ນ້ຳ​ເມືອກ​ໃຫ້​ສະຕີ​ມີ​ການ​ຫຼໍ່​ລື່ນ​ໄດ້​ດີ ໃນ​ະ​ະ​ຫຼັງ  ຈຶ່ງ​ມີ​​ສານ​ພິເສດ​ຕວ​ນີ້​ອອກ​ມາ​ໃຊ້​ເປັນ​ສ່ວນ​ປະສົມ​ຂອງ​​ເຄື່ອງ​ສຳ​ອາງ​ຫຼາຍ​ຊະນິດ ໂດຍ​ໃຫ້​ຊື່​ສານ​ສະ​ກັດ​ຕວ​ນີ້​ວ່າ ແບມ​ບູ ຊິ​ລິ​ກາ (Bamboo Silica)

          - ບຳ​ລຸງ​ກຳ​ລັງ​ຫຼັງ​ເກີດ​ບຸດ

          ສານ​ສຳຄັນ​ທີ່​ມີ​ຢູ່ໃນ​ຫຍ້າ​ຣີ​ແພ ​ບໍ່​ໄດ້​ຊ່ວຍ​ເພີ່ມ​ຄວາມ​ຢືດ​ຢຸ່ນ​ໄດ້​ເທົ່າ​ນັ້ນ ແຕ່​ຍັງມີ​ລິດ​ຕ້ານ​ອ​ນຸ​ມູນ​ອິດສະຫລະ ຊ່ວຍ​ສົ່ງ​ເສີມ​ການສ້າງ​ຄລາ​ເຈນ​ໃຫ້​ຮ່າງກາຍ ຫຍ້າ​ຣີ​ແພ​ຈຶ່ງ​ຖືກ​ນຳ​ມາ​ປງ​ເປັນ​ຢາ​ບຳ​ລຸງ​ກຳ​ລັງ​ສະຕີ​ຫຼັງ​ເກີດ​ບຸດ ເພື່ອ​ເພີ່ມ​ຄວາມ​ແຂງ​ແຮງ​ຂອງ​ກະດູກ ​ແລະ ​ຊີ້ນ​ເຢື່ອ ຊ່ວຍ​ລຸດ​ການ​ອັກ​ເສບ​ທີ່ເກິດຂື້ນ​ໃນ​ຮ່າງກາຍ ອີກ​ທັງ​ຫຍ້າ​ ຫີຍ​ຖ້ມ​ຍັງມີ​ສັບ​ພະ​ຄຸນ​ຊ່ວຍ​ລຸດ​ໄຂ້ ຕ້ານ​ການ​ຕິດ​ເຊື້ອ​ຂອງ​ແຜ ແລະ​ ຊ່ວຍ​ກະຕຸ້ນ​ລະບົບ​ພູ​ມ​ຄຸ້ມ​ກັນ​ຂອງ​ຮ່າງກາຍ​ໄດ້​ອີກ​ດ້ວຍ

          - ຫຍ້າ​ຣີ​ແພ ສັບ​ພະ​ຄຸນ​ດີ​ຕໍ່​ຊາວ​​ໄວ​ທອງ

          ບໍ່​ພຽງ​ແຕ່​ຊ່ວຍ​ກະ​ຊັບ​ຊ່ອງຄອດ​ເທົ່າ​ນັ້ນ ແຕ່​ການສຶກສາ​ຕ່າງ​ປະເທດຍັງ​ພບວ່າ ສານ​ແບມ​ບູ ຊິ​ລິ​ກາ ມີ​ຄຸນສົມບັດ​ຊ່ວຍ​ບຳລຸງ​ຄວາມ​ແຂງ​ແຮງ​ຂອງ​ເສັ້ນ​ເອັນ ຂໍ້ ແລະ ​ກະດູກ​ໄດ້ ດັ່ງ​ນັ້ນ​ຫຍ້າຫີຍ​ຸ້ມ​ຈຶ່ງ​ເປັນ​​ມະ​ມຸນ​ໄພ​ທີ່​ດີ​ສຳລັບ​ສະຕີ ​ວ​ໝົດ​ປະຈຳ​ເດືອນ ຊຶ່ງ​ຮ່າງກາຍ​ຈະ​ສ້າງ​ຄ​ລາ​ເຈນ​ໄດ້​ລຸດລົງ ສົ່ງ​ຜົນ​ໃຫ້​ສ່ຽງ​ຕໍ່​ພະຍາດ​ຂໍ້​ເຂົ່າ​ເສື່ອມ ຫລື​ ພະຍາດ​ກະດູກ​ເສື່ອມ​ໄດ້

          - ຫຍ້າ​ ຫີ​ຍຸ້ມ ບຳ​ລ​ຸງ​ຜິວ​ພັນ​ກໍ​ດີ

          ເນື່ອງ​ຈາກ​ໃນ​ຫຍ້າ​ຣີ​ແພ​ມີ​ສານ​ສຳຄັນ​ທີ່​ຊ່ວຍ​ເພີ່ມ​ການສ້າງ​ຊີ້ນ​ເຢື່ອ​ກ່ຽວ​ພັນ ແລະ​ ຊ່ວຍ​ເພີ່ມ​ນ້ຳ​ໄຂ​ຂໍ້​ກະດູກ ສັບ​ພະ​ຄຸນ​ຕວ​ນີ້​ຈຶ່ງ​ມີ​ດີ​ຕໍ່​ເຊ​ຜິວ​ໜັງ​ຂອງ​ເຮົາ​ຫລາຍ ແລະ ​ບໍ່​ວ່າ​ຈະ​ເປັນ​ອະໄວຍະວະ​ໃດ​ກໍ​ຕາມ ​ທີ່​ຕ້ອງ​ການ​ຄວາມ​ຢືດ​ຢຸ່ນ​ແຂງ​ແຮງ ສານ​ແບມ​ບູ ຊິ​ລິ​ກາ ໃນ​ຫຍ້າ​ຣີ​ແພ​ກໍ​ຊ່ວຍ​ເສີມ​ຄວາມ​ແຂງ​ແຮງ​ຂອງ​ເຊ​​ໃນ​ອະໄວຍະວະ​ນັ້ນໆ ໄດ້ ໂດຍ​ສະເພາະ​ໃນ​ດ້ານ​ຄວາມ​ເປັ່ງ​ປງ​ ສົດ​ໃສ​ ຂອງ​ຜິວ​ພັນ​ ແລະ ​ສັບ​ພະ​ຄຸນ​ຊ່ວຍ​ຊະ​ລໍ​​ໄວ ບອກ​ເລຍ​ວ່າ​ຫຍ້າ ຫີ​ຍຸ້ມ​ກໍ​ບໍ່​ທຳມະດາ​​ເດີ່

          - ຫຍ້າ​ຣີ​ແພ ສັບ​ພະ​ຄຸນ​ດີ​ຕໍ່​ເພດ​ຊາຍ​ບໍ່​ນ້ອຍ

    ຫຼາຍ​ຄົນ​ອາດ​ຄິດວ່າ​ຫຍ້າ​ຣີ​ແພ​ເກີດ​ມາ​ເພື່ອ​ຜູ້ຍິງ​ເທົ່າ​ນັ້ນ ແຕ່​ຈິງໆແລ້ວ​ ສັບພະ​ຄຸນ ​ຂອງ​ຫຍ້າ​ຣີ​ແພ ​ກໍ​ມີ​ດີ​ຕໍ່​ສຸກຂະພາບ​ທ່ານ​ຊາຍ​ເຊັ່ນ​ດຽວ​ກັນ​ ໂດຍ​ຫຍ້າ​ຣີ​ແພ​ມີ​ຄຸນສົມບັດ​ຊ່ວຍ​ສ​ມານ​ແຜ​ໃຫ້​ຫາຍ​ໄວ ແຜ​ແຫ້ງ​ໄວ ແລະ ​ຢັງ​ຊ່ວຍ​ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ເຊ​ຜິວ​ບໍ່​ແຫ້ງ​ແຕກ​ງ່າຍ ຜິວ​ພັນ​ເບິ່ງ​ມີ​ສຸກຂະພາບ​ດີ​ໃນ​ແບບ​ແມນໆ

          - ບັນ​ເທົາ​ອາການ​ລິດ​ສີດ​ວົງ​ທະວານ

          ຢ່າງ​ທີ່​ບອກ​ວ່າ​ຫຍ້າ​ຣີ​ແພ​ມີ​ສັບພະ​ຄຸນ​ຊ່ວຍ​​ນະ​ມານ​ແຜ ດັ່ງ​ນັ້ນ​ແຜ​ທີ່​ເກີດ​ຈາກລິດ​ສີ​ວ​ທະວານ​ກໍ​ສາມາດ​ບັນ​ເທົາ​ຄວາມ​ຮຸນແຮງ​ຂອງ​ບາດແຜ​ໄດ້​ທັງ​ໃນ​ເພດ​ຊາຍ​ ແລະ ​ເພດ​ຊາ​ທຸກ​ຊ່ວງ​ວ


ຫຍ້າ​ຣີ​ແພ ຫລື​ ຫຍ້າ​​ຫີ​ຍຸ້ມຫຍ້າ​ຣີ​ແພ ສັບ​ຄຸນ​ບຳ​​ລຸງ​ສະຕີ ຫລື​ທີ່​​ເອີ້ນ​ກັນ​ວ່າ ຫຍ້າ​​ຫີ​ຍຸ້ມ ຈັດ​ເປັນ​ສ​ະມຸນ​ໄພ​ຊ່ວຍ​ກະ​ຊັບ​ຊ່ອງຄອດ ໃຊ້​ດີ​ແບບ​ໃດ

ຫຍ້າ​ຣີ​ແພ ໃຊ້​ຢ່າງໃດ​ໃຫ້​ໄດ້​ຜົນ

          ວິທີ​ໃຊ້​ຫຍ້າ​ຣີ​ແພ​ທີ່​ປອດ​ພ ​ແລະ ​ເຫັນ​ຜົນ​ນັ້ນ ທາງ ນພ.ສຸ​ພາ​ພ​ຣ​ນ​໌ ປິ​ຕິ​ພົນ ຜູ້​ຊ່ຽວ​ຊານ​ດ້ານ​ວິ​ຊາ​ການ​ຫຍ້າ​ຣີ​ແພ ໂຮງ​ຫມໍ.ເຈົ້າ​ພະ​າ​​ຍະ​ໄ​ພຍະ​ພູ​ເບ​ ໄດ້​ເປີດ​ເຜຍ​ວ່າ ການ​ໃຊ້​ຫຍ້າ​ຣີ​ແພ ​ໂດຍ​ວິທີ​ການ​ຮົມ​ຄວັນ​ ສະເພາະ​ຈຸດ​ຈະ​ຊ່ວຍ​ລຸດ​ການ​ອັກ​ເສບ ບວມ ສ​ະ​ຫມານ​ແຜ ຊ່ວຍ​ໃຫ້​ມົດລູກ​ເຂົ້າ​ອູ່ ແລະ ​ຊ່ວຍ​ກະ​ຊັບ​ຊ່ອງຄອດ ຊຶ່ງ​ສາມາດ​ເຮັດ​ໄດ້ 2 ວິທີ ຄື

          1. ການຮົມ​ແຫ້ງ​ຈາກ​ໄອ​ຮ້ອນ​ຂອງ​ຄວັນ​ຮ້ອນ​ຂອງ​ຫຍ້າ​ຣີ​ແພ

          ວິທີ​ໃຊ້​ກໍ​ຄື ໃຫ້​ນຳ​ຫຍ້າ​ຣີ​ແພ (ຖອນ​ມາ​ທັງ​ຮາກ) ອາ​ຍຸ​ປະ​ມານ 3-4 ເດືອນ ໄປ​ຕາກ​ແດດ​ປະ​ມານ 1 ມື້ (ຫຍ້າ​ແດດ​ດຽວ) ເພື່ອ​ຫຍ້າ​ຈະ​ຢັງ​ບໍ່​ແຫ້ງ​ສະນິດ​ດີ ຈາກ​ນັ້ນ​ນຳ​ມາ​ເຜົາ​ທັງຫມົດ​ກັບ​ໄມ້​ຜຸ​ຈົນ​ເກີດ​ຄວັນ ເມື່ອ​ເກີດ​ຄວັນ​ຂຶ້ນ​ແລ້ວ​ຈຶ່ງ​ນຳ​ມາ​ວາງ​ໃຕ້​ເກົ້າ​ອີ້​ທີ່​ເຈາະ​ຮູ​ໄວ້ ເພື່ອ​ໃຫ້​ຄວັນ​ຜ່ານ​ຂຶ້ນ​ມາ​ບໍລິເວນ​ປາກ​ຊ່ອງຄອດ ທັງ​ນີ້ ກາ​ອ້ອມ​ຄວັນ​ລັກສະນະ​ນີ້​ຕ້ອງ​​ລະ​ວັງ​ບໍ່​ໃຫ້​ຄວັນ​ຮ້ອນ​ເກີນ​ໄປ

             2. ການຮົມ​ປຽກ​ຈາກ​ໄອ​ນ້ຳ​ຮ້ອນ​ຂອງ​ການ​ຕົ້ມ​ຫຍ້າ​ຣີ​ແພ

          ການ​ໃຊ້​ໄອ​ນ້ຳ​ຮ້ອນ​ຮົມ ສາມາດ​ເຮັດ​ໄດ້​ໂດຍ​ການ​ຕົ້ມ​ຫຍ້າ​ຣີ​ແພ​ແບບ​ສົດ ​ຫລື​ ແຫ້ງ​ກໍ​ໄດ້​ໃນ​ໝໍ້ ແລ້ວ​ໃຊ້​ຜ້າ​ຂົນ​ໜູ​ພັນ​ໝໍ້​ໄວ້​ເພື່ອ​ກັກ​ເກັບ​ຄວາມ​ຮ້ອນ ຈາກ​ນັ້ນ​ຢົກ​ມາ​ວາງ​ກ້ອງ​ຕັ່ງ​ທີ່​ເຈາະ​ຮູ​ໄວ້ ເພື່ອ​ໃຫ້​ໄອ​ຮ້ອນ​ຈາກ​ການຮົມ​ຄວັນ​ຜ່ານ​ຂຶ້ນ​ມາ​ໄດ້  ຫລື​ ຈະ​ອົບ​ໃນ​ກະ​ໂຈມ​ແບບ​ຊາວ​ໜ້າ​ກໍ​ໄດ້

           ທັງ​ນີ້​ການຮົມ​ຫຍ້າ​ຣີ​ແພ ທັງ​ແບບ​ຄວັນ ​ແລະ ​ໄອ​ນ້ຳ ຄວນ​ນັ່ງ​ດົນ​ປະ​ມານ 30-45 ນາ​ທີ ມື້​ລະ 2 ເທື່ອ ເຊົ້າ​-​ແລງ ຕໍ່​ເນື່ອງ​ກັນ​ເປັນ​ເວລາ 7-10 ມື້ ໂດຍ​ແນະ​ນຳ​ໃຫ້​ສະຕີ​ຫຼັງ​ເກີດ​ບຸດ​ໄດ້ 1-2 ມື້ ແລະ​ ບໍ່​ຢູ່ໃນ​ສະພາ​ວະ​ຮ່າງກາຍ​ອ່ອນ​ເພຍ​ຈົນ​ເກີນ​ໄປ ສາມາດ​ໃຊ້​ຫຍ້າ​ຣີ​ແພ​ເພື່ອ​ບຳລຸງ​ຮ່າງກາຍ​ຫຼັງ​ເກີດ​ໄດ້

       ສ່ວນ​ສາວ ໆ ທີ່​ມີ​ຄວາມ​ປະສົງ​ຢາກ​ກະ​ຊັບ​ຜິວ​ພັນ ​ແລະ​ ຈຸດ​ນັ້ນ​ດ້ວຍ​ຫຍ້າ​ຣີ​ແພ ກໍ​ສາມາດ​ເຂົ້າ​ຮັບ​ການຮົມ​ແຫ້ງ ​ຫລື ຮົມ​ປຽກ​ໄດ້​ເຊັ່ນ​ກັນ

ນອກ​ຈາກ​ນີ້​ຍັງ​ສາມາດ​ນຳ​ຫຍ້າ​ຣີ​ແພ​ໄປ​ຕົ້ມ​ອາບ ອົບ​ຜິວ ແລະ ​ດື່ມ​ເປັນ​ຊາ​ບຳລຸງ​ຮ່າງກາຍ ຫລື ​ກິນ​ກັບ​ແຈ່ວ ກໍ​ຊ່ວຍ​ໃນ​ເລື່ອງ​ການ​ບຳ​ລຸງ​ຮ່າງກາຍ ​ແລະ​ ຂໍ້​ເອັນ ບຳລຸງ​ເລືອດ​ລົມ​ໄຫຼ​ວຽນ​ດີ ລຸດ​ການ​ອັກ​ເສບ ແລະ​ ຊຸ່ມ​ຊື່ນ​ຄໍ​ໄດ້ ໂດຍ​ຫາກ​ຈະ​ດື່ມ​ເປັນ​ຊາ​ກໍ​ໃຫ້​ນຳ​ໃບ​ຫຍ້າ​ໄປຍ່ອງ​ກັບ​ນ້ຳ​ຮ້ອນ ຫລື​ຕົ້ມ​ແລ້ວ​ຄັ້ນ​ແຕ່​ນ້ຳ​ດື່ມ ແຕ່​ຄວນ​ເລືອກ​ໃຊ້​ຫຍ້າ​ຣີ​ແພ​ຈາກ​ແຫຼ່ງ​ທີ່​ໜ້າ​ເຊື່ອ​ຖື ມີ​ສຸກ​ອະນາໄມ​ທີ່​ດີ ມີ​ຄວາມ​ສະ​ອາດ​ທີ່​ພຽງ​ພໍ​

          ຢ່າງໃດ​ກໍ​ດີ​ໃນ​ຜູ້ຍິງ​ຫຼັງ​ເກີດ​ທີ່​ຕ້ອງ​ການ​ໃຫ້​ມົດລູກ​ເຂົ້າ​ອູ່​ໄວ ຢາກ​ໃຫ້​ແຜ​ຫຼັງ​ເກີດ​ແຫ້ງ​ໄວໆ ແລະ ​ຢາກ​ກະ​ຊັບ​ພື້ນ​ທີ່ສະ​ງວນ​ໃຫ້​ຟິດ & ເ​ຟິມ ວິທີ​ຮົມ​ຄວັນ​ສະເພາະ​ຈຸດ​ຈະໃຫ້​ຜົນ​ດີກວ່າ​ການ​ນຳ​ຫຍ້າ​ຣີ​ແພ​ມາ​ຕົ້ມ​ດື່ມ​ເດີ່


ຫຍ້າ​ຣີ​ແພ ຫລື​ ຫຍ້າ​​ຫີ​ຍຸ້ມຫຍ້າ​ຣີ​ແພ ສັບ​ຄຸນ​ບຳ​​ລຸງ​ສະຕີ ຫລື​ທີ່​​ເອີ້ນ​ກັນ​ວ່າ ຫຍ້າ​​ຫີ​ຍຸ້ມ ຈັດ​ເປັນ​ສ​ະມຸນ​ໄພ​ຊ່ວຍ​ກະ​ຊັບ​ຊ່ອງຄອດ ໃຊ້​ດີ​ແບບ​ໃດ

ຫຍ້າ​ຣີ​ແພກັບ​ຂໍ້​ຄວນະ​ວັງ

          ເຕືອນ​ກັນ​ອີກ​ເທື່ອ​ວ່າ​ການ​ໃຊ້​ຫຍ້າ​ຣີ​ແພ​ໃຫ້​ຖືກ​ຕ້ອງ​ ຄວນ​ຕ້ອງ​ຜ່ານ​ການອົບ ​ຫລື​ ໃຊ້​ຄວາມ​ຮ້ອນ​ຕາມ​ຂໍ້​ມູນ​ທີ່​ບອກ​ຂ້າງ​ຕົ້ນ ແລະ ​ບໍ່​ຄວນ​ນຳ​ຫຍ້າ​ຣີ​ແພ​ສົດໆ ຫລື ​ຄັ້ນ​ນ້ຳ​ຫຍ້າ​ຣີ​ແພ​ສົດໆ ມາ​ໃຊ້​ກັບ​ຊ່ອງຄອດ ເພາະ​ອາດ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ໃນ​ຊ່ອງຄອດ​ໄດ້​ເດີ່

          ນອກ​ຈາກ​ນີ້​ຂໍ້​ຄວນ​ະ​ວັງ​ໃນ​ການ​ໃຊ້​ຫຍ້າ​ຣີ​ແພ​ອີກ​ຢ່າງ​ກໍ​ຄື ການ​ເລືອກ​ໃຊ້​ຕວ​ກໍ່​ຄວາມ​ຮ້ອນ​ທີ່​ບໍ່​ກໍ່​ໃຫ້​ເກີດ​ໄຟ​ລຸກ​ໄໝ້ ໂດຍ​ຄວນ​ເລືອກ​ໃຊ້​ໄມ້​ໂດກຈະ​ດີກວ່າ​ໄມ້​ໃໝ່ ທີ່​ສຳຄັນ​ຫຍ້າ​ຣີ​ແພ​ທີ່​ນຳ​ມາ​ໃຊ້​ຈະ​ຕ້ອງ​ມີ​ອາ​​ຫລາຍກວ່າ 45 ມື້ ມີ​ລັກສະນະ​ເປັນ​ຫຍ້າ​ແດດ​ດຽວ ຊຶ່ງ​ເວລາ​ອົບ​ນັ້ນ​ຄົວ​​ອົບ​ເທື່ອ​ລະ​ປະ​ມານ 15 ນາ​ທີ 


​ແປ ແລະ ຮຽບ​ຮຽງ​ໂດຍ: ຄົນ​ຮັກ​ກະ​ເສດ, hukased.blospot.com 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ