google-site-verification: google0d91bc93cfc88895.html 10 ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 04, 2020

10 ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ

ມື້​ນີ້​ທາງ ຄົນ​ຮັກ​ກະ​ເສດ​ຂໍ ນຳ​ສະເໜີ “ຕົ້ນ​ໄມ້​ຈອມ​ອຶດ” ທີ່​ຢືນ​ຢັດ​ຕັ້ງ​ແຕ່​ອະ​ດີດ​ຈົນ​ເຖິງ​ປະຈຸບັນ ແລະ​ ມີ​ຄວາມ​ສຳຄັນ​ແຫ່ງ​ປະຫວັດສາດ ທຶ່ງ​ໃນ​​ຮູ​ບລັກ​ສະ​ນະ​ແບບ​ໃດ ຮູ້​ແລ້ວ​ຈະ​ອື້ງກັບ​ອາຍຸຂອງ 10 ອັນ​ດັບ ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ

 

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ

ອັນ​ດັບ 10. Arbol del Tule

10 ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 1. Avenue of the Baobabsຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັ

Árbol del Tule ຕົ້ນ​ໄຊ​ປຣັດ ມອນ​ເຕ​ຊູ​ມາ ຕັ້ງ​ຢູ່​ໃຈ​ກາງ​ເມືອງ Santa María del Tule ຣັດ​ໂອ​ອາ​ຊາ​ກາ ທາງ​ຕອນ​ໃຕ້​ຂອງ​ເມັກ​ຊິ​ໂກ ເປັນ ຕົ້ນ​ໄມ້​ທີ່​ມີ​ລຳ​ຕົ້ນ​ໃຫຍ່​ທີ່ສຸດ​ໃນ​ໂລກ ແມ່ນ​ເບິ່ງ​ແລ້ວ​ຈະໃຫ້​ຄວາມ​ຮູ້ສຶກ​ຄ້າຍ​ຕົ້ນ​ໄມ້​ຫຼາຍ​ຕົ້ນ​ຈະເລີນ​ເຕີບໂຕ​ໃກ້​ກັນ ແຕ່​ຜົນ​ທາງ DNA ກໍ​ພິສູດ​ອອກ​ມາ​ແລ້ວ​ວ່າ​ທີ່​ເຫັນ​ຢູ່​ນີ້ ​ຄື​ຕົ້ນ​ໄມ້​ຄົນຍັກ​ພຽງ​ຕົ້ນ​ດຽວ​ເທົ່າ​ນັ້ນ ແລະ​ມີ​ອາ​ຍຸປະ​ມານ 1,200-3,000 ປີ !

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 9. Cotton Tree

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 9. Cotton Tree


ຕົ້ນ​ຝ້າຍ ແຫ່ງ Freetown ເມືອງ​ຫຼວງ​ຂອງ ເຊຍ​ຣ​໌​ຣາ​ລີ​ໂອນ ຕາມ​ຕຳ​ນານ​ກາວ​ວ່າ ຕົ້ນ​ຝ້າຍນີ້​ ໄດ້​ກາຍ​ເປັນ ສັນຍະລັກ​ແຫ່ງ​ປະຫວັດສາດ ໃນ​ປີ 1792 ເມື່ອ​ເທື່ອ​ກລຸ່ມ​ທາ​ດ ອາ​ເມ​ຣິ​ກັນ​ ແອ​ຟ​ຣິ​ກັນ​ ໃນ​ອ​ດີດ​ຕໍ່ສູ້​ກັບ​ຊົນ​ອັງ​ກ​ດ​ຊ່ວງ​ສົງຄາມ​ປະຕິວັດ​ ອ​ເມ​ຣິ​ກັນ ​ຈົນ​ໄດ້ຮັບ​ອິດສະຫລະ ​ແລະ​ ຕັ້ງ​ຫລັ​ກປັກ​ຖານ​ຢູ່​ທີ່​ຢ່ານ Freetown ​ທັງຫມົດ​ຕວ​ກັນ​ທີ່​ຊາຍ​ຝັ່ງ ​ແລະ​ ເຮັດ​ພິທີ​ຂອບໃຈ​ພະ​ເຈົ້າ ​ບໍລິເວນ​ຕົ້ນ​ຝ້າຍ​ຍັກ ປະຈັກ​ພະຍານ​ແຫ່ງ​ເສ​ຣີ​ພາບ


ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 8. Boab Prison Tree

Boab Prison Tree ຕົ້ນ​ໄມ້​ຄຸມ​ຂັງ ຫລື​ ຈະ​ຮຽກ​ໃຫ້​ເຂົ້າໃຈ​ງ່າຍ​ວ່າ ຄຸກ​ຕົ້ນ​ໄມ້ ເປັນ​ຕົ້ນ​ໄມ້​ໂພງ​ຂະໜາດ​ໃຫຍ່ ຢູ່​ທາງ​ຕອນ​ໃຕ້​ຂອງ ເມືອງ Derby ຣັດ​ເວ​ສ​ເ​ທິ​ນ​ອອດ​ເຕຣ​ເລຍ ປະເທດ​ອອດ​ເຕ​ເລຍ ມີ​ຊື່​ສຽງ​ໂ​ດ່ງ​ດັງ​ໃນ​ຖານະ ​ທີ່​ເຄຍ​ຖືກ​ໃຊ້​ເປັນ​ຄຸກ​ຂັງ​ນັກ​ໂທດ​ຊົນ​ເຜົ່າ​ອອດ​ເຕ​ເລຍ​ພື້ນ​ເມືອງ ໃນ​ຊ່ວງ​ປີ 1890 ປະຈຸບັນ​ໄດ້​ມີ​ການສ້າງ​ຮົ້ວ​ອ້ອມ​ດ້ານ​ເພື່ອ​ປ້ອງ​ກັນ​ການ​ຖືກ​ທຳລາຍ


Boab Prison Tree ຕົ້ນ​ໄມ້​ຄຸມ​ຂັງ ຫລື​ ຈະ​ຮຽກ​ໃຫ້​ເຂົ້າໃຈ​ງ່າຍ​ວ່າ ຄຸກ​ຕົ້ນ​ໄມ້ ເປັນ​ຕົ້ນ​ໄມ້​ໂພງ​ຂະໜາດ​ໃຫຍ່ ຢູ່​ທາງ​ຕອນ​ໃຕ້​ຂອງ ເມືອງ Derby ຣັດ​ເວ​ສ​ເ​ທິ​​ອອດ​ເຕ​ເລຍ ປະເທດ​ອອດ​ເຕ​ເລຍ ມີ​ຊື່​ສຽງ​ໂ​ດງ​ດງ​ໃນ​ຖານະ ​ທີ່​ເຄຍ​ຖືກ​ໃຊ້​ເປັນ​ຄຸກ​ຂັງ​ນັກ​ໂທດ​ຊົນ​ເຜົ່າ​ອອດ​ເຕ​ເລຍ​ພື້ນ​ເມືອງ ໃນ​ຊ່ວງ​ປີ 1890 ປະຈຸບັນ​ໄດ້​ມີ​ການສ້າງ​ຮົ້ວ​ອ້ອມ​ດ້ານ​ເພື່ອ​ປ້ອງ​ກັນ​ການ​ຖືກ​ທຳລາຍ

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 7. Major Oak

Major Oak ເປັນ​ຕົ້ນ​ໂອ໊ກ​ຂະໜາດ​ຍັກ ໃຈ​ກາງ​ປ່າ Sherwood ເຂດ Nottinghamshire ປະເທດ​ອັງ​ກ​ິດ ເຊື່ອ​ກັນ​ວ່າ​ເຄຍ​ເປັນ​ທີ່​ພັກ​ຂອງ​ໂຣ​ບິນ​ຮູ້​ດ​ ແລະ​ ຜອງ​ໂຈນ ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ແຫ່ງ​ນີ້​ມີ​ອາ​ຍຸປະ​ມານ 800 ເຖິງ 1,000 ປີ ໃນ​ປີ 1790 ພລົດ​ຣີ Hayman Rooke ນັກ​ສະ​ສົມ​ບູຮານ​ວັດ​ຖຸ ໄດ້​ຂຽນ​ເຖິງ ຕົ້ນ​ໂອ໊ກ​ຍັກ​ແຫ່ງ​ນີ້ ໄວ້​ໃນ​ຫນັງສື​ຊື່​ດັ່ງ​ຂອງ​ທ່ານ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່ Major Oak


Major Oak ເປັນ​ຕົ້ນ​ໂອ໊ກ​ຂະໜາດ​ຍັກ ໃຈ​ກາງ​ປ່າ Sherwood ເຂດ Nottinghamshire ປະເທດ​ອັງ​ກ​ດ ເຊື່ອ​ກັນ​ວ່າ​ເຄຍ​ເປັນ​ທີ່​ພັກ​ຂອງ​ໂຣ​ບິນ​ຮູ້​ດ​ ແລະ​ ຜອງ​ໂຈນ ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ແຫ່ງ​ນີ້​ມີ​ອາ​ຍຸປະ​ມານ 800 ເຖິງ 1,000 ປີ ໃນ​ປີ 1790 ພລົດ​ຣີ Hayman Rooke ນັກ​ສະ​ສົມ​ບູຮານ​ວັດ​ຖຸ ໄດ້​ຂຽນ​ເຖິງ ຕົ້ນ​ໂອ໊ກ​ຍັກ​ແຫ່ງ​ນີ້ ໄວ້​ໃນ​ຫນັງສື​ຊື່​ດັ່ງ​ຂອງ​ທ່ານ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່ Major Oak

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 6. Lone Cypress

 

Lone Cypress ຕົ້ນ​ໄຊ​ປຣັດ​ຜູ້​ໂດດ​ດ່ຽວ ຊຶ່ງ​ຕັ້ງ​ສະ​ຫງ່າຢູ່​ທີ່​ຊາຍ​ຫາດ Pebble ໂຕ້​ທ້າ​ລົມ​ຈາກ​ມະຫາ​ທະເລ​ແປ​ຊິ​ຟິກ ເປັນ​ຈຸດ​ຊົມ​ວິວ​ທີ່​ມີ​ຊື່​ສຽງ​ທີ່ສຸດ​ເທິງ​ຖະໜົນ​ເສັ້ນ 17 ໄມ​ລ​໌ ຕົ້ນ​ໄຊ​ປຣັດ​ທີ່​ເຫັນ​ເປັນ​ສາຍ​ພັນ​ທີ່​ຫາ​ໄດ້​ໃນ​ແຖບ​ຊາຍ​ຝັ່ງ​ຕອນ​ກາງ​ຂອງ ຣັດ​ແຄ​ລິ​ຟ​ອ​ຣ​໌​ເນຍ ປະເທດ​ສະ​ຫຣັດ​ອ​ເມ​ຣິ​ກາ ສ່ວນ​ຕາມ​ປ່າ​ທ່ານ​ຈະ​ພົບ​ໄຊ​ປຣັດ​ນີ້​ໄດ້​ພຽງ 2 ແຫ່ງ ຄື ມອນ​ເທີ​ເຣ​ຢ​໌ ແລະ ຄາ​ຣ​໌​ເມນ


Lone Cypress ຕົ້ນ​ໄຊ​ປຣັດ​ຜູ້​ໂດດ​ດ່ຽວ ຊຶ່ງ​ຕັ້ງ​ະ​ຫງ່າຢູ່​ທີ່​ຊາຍ​ຫາດ Pebble ໂຕ້​ທ້າ​ລົມ​ຈາກ​ມະຫາ​ທະເລ​ແປ​ຊິ​ຟິກ ເປັນ​ຈຸດ​ຊົມ​ວິວ​ທີ່​ມີ​ຊື່​ສຽງ​ທີ່ສຸດ​ເທິງ​ຖະໜົນ​ເສັ້ນ 17 ໄມ​ລ​໌ ຕົ້ນ​ໄຊ​ປຣັດ​ທີ່​ເຫັນ​ເປັນ​ສາຍ​ພັນ​ທີ່​ຫາ​ໄດ້​ໃນ​ແຖບ​ຊາຍ​ຝັ່ງ​ຕອນ​ກາງ​ຂອງ ຣັດ​ແຄ​ລິ​ຟ​ອ​ຣ​໌​ເນຍ ປະເທດ​ສ​ຫຣັດ​ອ​ເມ​ຣິ​ກາ ສ່ວນ​ຕາມ​ປ່າ​ທ່ານ​ຈະ​ພົບ​ໄຊ​ປຣັດ​ນີ້​ໄດ້​ພຽງ 2 ແຫ່ງ ຄື ມອນ​ເທີ​ເຣ​ຢ​໌ ແລະ ຄາ​ຣ​໌​ເມນ

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 5. Tree of Life

ຕົ້ນ​ໄ​ມ​້​່​ແຫ່ງ​ຊີວິດ ປະເທດ​ບາ​ເຣນ ເປັນ​ໄມ້​ໜາມ​ແຫຼມ​ທີ່​ຈະເລີນ​ເຕີບໂຕ​ກາງ​ທະ​ເລ​ຊາຍ ມີ​ອາ​ຍຸ​ປະ​ມານ 400 ເຖິງ 500 ປີ ຮາກ​ຍາວ​ທີ່​ຝັງ​ເລິກ​ອາດ​ຖືກ​ຫຼໍ່​ລ້ຽງ​ຈາກ​ແຫຼ່ງ​ນ້ຳ​ໃຕ້​ດິນ ຖື​ເປັນ​ຄວາມ​ອັດສະຈັນ​ທີ່​ໜຶ່ງ​ຊີວິດ​ສາມາດ​ຢືນ​ຢັດ​ຢູ່​ໄດ້​ໃນ​ດິນແດນ​ອັນ​ແສນ​ແຫ້ງ​ແລ້ງ ຊົນ​ທ້ອງ​ຖິ່ນ​ມີ​ຄວາມ​ເຊື່ອ​ວ່າ​ສິ່ງ​ນີ້​ອາດ​ເປັນ ສວນ​ແຫ່ງ​ອີ​ເດນ ທີ່​ແທ້​ຈິງ


ຕົ້ນ​ໄ​ມ​້​່​ແຫ່ງ​ຊີວິດ ປະເທດ​ບາ​ເຣນ ເປັນ​ໄມ້​ໜາມ​ແຫຼມ​ທີ່​ຈະເລີນ​ເຕີບໂຕ​ກາງ​ທະ​ເລ​າຍ ມີ​ອາ​ຍຸ​ປະ​ມານ 400 ເຖິງ 500 ປີ ຮາກ​າວ​ທີ່​ຝັງ​ເລິກ​ອາດ​ຖືກ​ຫຼໍ່​ລ້ຽງ​ຈາກ​ແຫຼ່ງ​ນ້ຳ​ໃຕ້​ດິນ ຖື​ເປັນ​ຄວາມ​ອັດສະຈັນ​ທີ່​ໜຶ່ງ​ຊີວິດ​ສາມາດ​ຢືນ​ຢັດ​ຢູ່​ໄດ້​ໃນ​ດິນແດນ​ອັນ​ແສນ​ແຫ້ງ​ແລ້ງ ຊົນ​ທ້ອງ​ຖິ່ນ​ມີ​ຄວາມ​ເຊື່ອ​ວ່າ​ສິ່ງ​ນີ້​ອາດ​ເປັນ ສວນ​ແຫ່ງ​ອີ​ເດນ ທີ່​ແທ້​ຈິງ

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 4. Socotra Dragon Trees

ຕົ້ນ​ໄມ້​ເລືອດ​ມັງ​ກອນ ເປັນ​ພັນ​ໄມ້​ທີ່​ມີ​ເອກ​ລັກ ​ແລະ ​ຊື່​ສຽງ​ຫລາຍ​ທີ່ສຸດ​ຂອງ​ເກາະ Socotra ເຊື່ອ​ກັນ​ວ່າ​ມີ​ທີ​ມາ​ຈາກ​ຕຳ​ດົນ​ແປກ ພະ​ເຈົ້າ​ເສກ​ມັງ​ກອນ​ຍັກ​ໃຫ້​ກາຍ​ເປັນ​ຕົ້ນ​ໄມ້ ຈຶ່ງ​ຮູ້​ຈັກ​ກັນ​ໃນ​ຊື່ Dragon Tree ຫາກ​ລອງ​ປາດ​ເປືອກ​ໄມ້ ເລືອດ​ຂອງ​ມັງ​ກອນ​ຈະ​ໄຫຼ​ລິນ​ອອກ​ມາ ແລະ​ ຮູບລັກສະ​ນະປະ​ຫຼາດ​ນີ້​ມີ​ສ່ວນ​ສ້າງ​ຮົ່ມ​ເງົາ ບົດ​ບັງ​ແສງ​ອາທິດ ຊ່ວຍ​ລຸດ​ອັດຕາ​ການ​​ລະ​ເຫີຍ ຈຶ່ງ​ເຮັດໃຫ້  Dragon Tree ມີ​ຊີວິດ​​ຮອດ​ທ່າມ​ກາງ​ສະພາບ​ແຫ້ງ​ແລ້ງໄດ້

ຕົ້ນ​ໄມ້​ເລືອດ​ມັງ​ກອນ ເປັນ​ພັນ​ໄມ້​ທີ່​ມີ​ເອກ​ລັ​ແລະ ​ຊື່​ສຽງ​ຫລາຍ​ທີ່ສຸດ​ຂອງ​ເກາະ Socotra ເຊື່ອ​ກັນ​ວ່າ​ມີ​ທີ​ມາ​ຈາກ​ຕຳ​ດົນ​ແປກ ພະ​ເຈົ້າ​ເສກ​ມັງ​ກອນ​ຍັກ​ໃຫ້​ກາຍ​ເປັນ​ຕົ້ນ​ໄມ້ ຈຶ່ງ​ຮູ້​ຈັກ​ກັນ​ໃນ​ຊື່ Dragon Tree ຫາກ​ລອງ​ປາດ​ເປອກ​ໄມ້ ເລືອດ​ຂອງ​ມັງ​ກອນ​ຈະ​ໄຫຼ​ລິນ​ອອກ​ມາ ແລະ​ ຮູບລັກສະ​ນະປະ​ຫຼາດ​ນີ້​ມີ​ສ່ວນ​ສ້າງ​ຮົ່ມ​ເງົາ ບົດ​ບັງ​ແສງ​ອາທິດ ຊ່ວຍ​ລຸດ​ອັດຕາ​ການ​​ລະ​ເຫີຍ ຈຶ່ງ​ເຮັດໃຫ້  Dragon Tree ມີ​ຊີວິດ​​ຮອດ​ທ່າມ​ກາງ​ສະພາບ​ແຫ້ງ​ແລ້ງໄດ້

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 3. General Sherman


General Sherman ຫລື ນາຍ​ພົນ​ເຊ​ີ​ແມນ ເປັນ​ຕົ້ນ​ຊີ​ຄົວຢາຍັກ ຕັ້ງ​ສະ​ຫງ່າ​ຢູ່​ທີ່ ປ່າ Giant ອຸດທະ​ຍານ​ແຫ່ງ​ຊາດ​ຊີ​ຄັວ​ຢາ ຣັດ​ແຄ​ລິ​ຟ​ອ​ຣ​໌​ເນຍ ປະເທດ​ອາ​ເມ​ຣິ​ກາ ຫາກ​ວັດ​ໃນ​ເຊີງ​ປະລິມານ 5 ໃນ 10 ຂອງ​ຕົ້ນ​ໄມ້​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ ຕັ້ງ​ຢູ່​ທີ່​ປ່າ​ແຫ່ງ​ນີ້ ແລະ General Sherman ຄື ຕົ້ນ​ໄມ້​ທີ່​ໃຫຍ່​ທີ່ສຸດ​ໃນ​ອຸດທະ​ນາຍານ ດ້ວຍ​ຄວາມ​ສູງ 83.8 ແມັດ (275 ຟຸດ) ເສັ້ນ​ຜ່າ​ສູນ​ກລາງ 7.7 ແມັດ (25 ຟຸດ) ເຊື່ອ​ກັນ​ວ່າ ຕົ້ນ​ຊີ​​ຄົວ​ຢາ​ນີ້ ມີ​ອາ​ຍຸ​ເຖິງ 2,300 – 2,700 ປີ


General Sherman ຫລື ນາຍ​ພົນ​ເຊ​​ແມນ ເປັນ​ຕົ້ນ​ຊີ​ຄວຢາຍັກ ຕັ້ງ​ະ​ຫງ່າ​ຢູ່​ທີ່ ປ່າ Giant ອຸດທະ​ຍານ​ແຫ່ງ​ຊາດ​ຊີ​ຄັວ​ຢາ ຣັດ​ແຄ​ລິ​ຟ​ອ​ຣ​໌​ເນຍ ປະເທດ​ອ​ເມ​ຣິ​ກາ ຫາກ​ວັດ​ໃນ​ເຊີງ​ປະລິມານ 5 ໃນ 10 ຂອງ​ຕົ້ນ​ໄມ້​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ ຕັ້ງ​ຢູ່​ທີ່​ປ່າ​ແຫ່ງ​ນີ້ ແລະ General Sherman ຄື ຕົ້ນ​ໄມ້​ທີ່​ໃຫຍ່​ທີ່ສຸດ​ໃນ​ອຸດທະ​ນາຍານ ດ້ວຍ​ຄວາມ​ສູງ 83.8 ແມັດ (275 ຟຸດ) ເສັ້ນ​ຜ່າ​ສູນ​ກລາງ 7.7 ແມັດ (25 ຟຸດ) ເຊື່ອ​ກັນ​ວ່າ ຕົ້ນ​ຊີ​​ຄົວ​ຢາ​ນີ້ ມີ​ອາ​ຍຸ​ເຖິງ 2,300 – 2,700 ປີ

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 2. Cedars of God

Cedars of God ເປັນ​ປ່າ​ຂະໜາດ​ນ້ອຍ ປະກອບ​ດ້ວຍ​ຕົ້ນ​ສົນ​ຊີ​ດາ​ນ​ປະ​ມານ 400 ຕົ້ນ ຢູ່​ເທິງ​ພູເຂົາ​ທາງ​ຕອນ​ເໜືອ​ຂອງ ປະເທດ​ເລ​ບານ​ອນ ເປັນ​ຮ່ອງ​ຮອຍ​ສຸດ​ທ້າຍ​ທີ່​ເຫຼືອ​ຢູ່​ຂອງ​ປ່າ​ສົນ​ຊີ​ດາ​ນ​ຊຶ່ງ​ຈະເລີນ​ເຕີບໂຕ ​ແລະ​ ຢືນ​ຢັດ​ມາ​ຕັ້ງ​ແຕ່​ສະໄໝ​ບູຮານ ສົນ​ຊີ​ດາ​ນແຫ່ງ​ເລ​ບານ​ອນ ຖືກ​ກ່າວເຖິງ​ໃນ​ຄຳ​ພີ​​ໄບ​ເບີນ​ກວ່າ 70 ເທື່ອ ຊາວ​ອີ​ຢິ​ບ​ບູຮານ​ໃຊ້​ຢາງ​ສົນ​ໃນ​ພິທີ​ເຮັດ​ມັມ​ມີ່ ແລະ ​ກະສັດ​ໂຊ​ໂລມ່​ອນ​ໃຊ້​ຕົ້ນ​ສົນ​ນີ້​ໃນ​ການສ້າງ​ວັດ​ແຫ່ງ​ແຮກ​ຂອງ​ເຢ​ຣູ​ຊາ​ເລັ່ມ


Cedars of God ເປັນ​ປ່າ​ຂະໜາດ​ນ້ອຍ ປະກອບ​ດ້ວຍ​ຕົ້ນ​ສົນ​ຊີ​ດາ​ະ​ມານ 400 ຕົ້ນ ຢູ່​ເທິງ​ພູເຂົາ​ທາງ​ຕອນ​ເໜືອ​ຂອງ ປະເທດ​ເລ​ບານ​ອນ ເປັນ​ຮ່ອງ​ຮອຍ​ສຸດ​ທ້າຍ​ທີ່​ເຫຼືອ​ຢູ່​ຂອງ​ປ່າ​ສົນ​ຊີ​ດາ​​ຊຶ່ງ​ຈະເລີນ​ເຕີບໂຕ ​ແລະ​ ຢືນ​ຢັດ​ມາ​ຕັ້ງ​ແຕ່​ສະໄໝ​ບູຮານ ສົນ​ຊີ​ດາ​ແຫ່ງ​ເລ​ບານ​ອນ ຖືກ​ກ່າວເຖິງ​ໃນ​ຄ​ພີ​​ໄບ​ເບີນ​ກວ່າ 70 ເທື່ອ ຊາວ​ອີ​ຢິ​​ບູຮານ​ໃຊ້​ຢາງ​ສົນ​ໃນ​ພິທີ​ເຮັດ​ມັມ​ມີ່ ແລະ ​ກະສັດ​ໂຊ​ໂລມ​ອນ​ໃຊ້​ຕົ້ນ​ສົນ​ນີ້​ໃນ​ການສ້າງ​ວັດ​ແຫ່ງ​ແຮກ​ຂອງ​ເຢ​ຣູ​ຊາ​ເລັ່

ຕົ້ນ​ໄມ້​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ອັນ​ດັບ 1. Avenue of the Baobabs

ຕົ້ນ​ເບົາ​ບັບ ມີ​ຂະໜາດ​ສູງ​ເຕັມ​ທີ່ ເກືອບ 30 ແມັດ ກວ້າງ 11 ແມັດ ລັກສະນະ​ພິເສດ​ຂອງ ຕົ້ນ​ເບົາ​ບັບ ຄື​ມີ​ລຳ​ຕົ້ນ​ພອງ​ໃຫຍ່ ຊຶ່ງ​ເປັນ​ສ່ວນ​ທີ່​ເຮັດ​ຫນ້າທີ່​ກັກ​ເກັບ​ນ້ຳ​ໄດ້​ຫລາຍ​ເຖິງ 120,000 ລີດ ເພື່ອ​ຮັບ​ມື​ກັບ​ສະພາບ​ອາ​ກາດ​ທີ່​ແຫ້ງ​ແລ້ງ ມີ​ອາຍຸກ​ວ່າ 800 ປີ ໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ​ຍອດ​ນິຍົມ​ແຫ່ງ​ ມາ​ດາ​ກັດ​ກາ​ ແມ່ນ​ປ່າ​ບາງ​ແຫ່ງ​ຈະ​ຖືກ​ທຳລາຍ​ລົງ​ເພື່ອ​ນຳ​ມາ​ສ້າງ​ບ້ານ​ເຮືອນ​ໃຫ້​ມະນຸດ ແຕ່ ປ່າ​ເບົາ​ບັບ ຊຶ່ງ​ຖື​ເປັນ​ຕົ້ນ​ໄມ້​ປະຈຳ​ຊາດ ຍັງ​ຄົງ​ໄດ້ຮັບ​ກາ​ນ​ອາ​ນຸລັກ


ຕົ້ນ​ເບົາ​ບັບ ມີ​ຂະໜາດ​ສູງ​ເຕັມ​ທີ່ ເກືອບ 30 ແມັດ ກວ້າງ 11 ແມັດ ລັກສະນະ​ພິເສດ​ຂອງ ຕົ້ນ​ເບົາ​ບັບ ຄື​ມີ​ລຳ​ຕົ້ນ​ພອງ​ໃຫຍ່ ຊຶ່ງ​ເປັນ​ສ່ວນ​ທີ່​ເຮັດ​ຫນ້າທີ່​ກັກ​ເກັບ​ນ້ຳ​ໄດ້​ຫລາຍ​ເຖິງ 120,000 ລີດ ເພື່ອ​ຮັບ​ມື​ກັບ​ສະພາບ​ອາ​ກາດ​ທີ່​ແຫ້ງ​ແລ້ງ ມີ​ອາຍຸກ​ວ່າ 800 ປີ ໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ​ອດ​ນິຍົມ​ແຫ່ງ​ ມາ​ດາ​ກັດ​ກາ​ ແມ່ນ​ປ່າ​ບາງ​ແຫ່ງ​ຈະ​ຖືກ​ທຳລາຍ​ລົງ​ເພື່ອ​ນຳ​ມາ​ສ້າງ​ບ້ານ​ເຮືອນ​ໃຫ້​ມະນຸດ ແຕ່ ປ່າ​ເບົາ​ບັບ ຊຶ່ງ​ຖື​ເປັນ​ຕົ້ນ​ໄມ້​ປະຈຳ​ຊາດ ຍັງ​ຄົງ​ໄດ້ຮັບ​ກາ​ນ​ອາ​ນຸລັກ


ແປ ແລະ ຮຽບ​ຮຽງ​ໂດຍ: ຄົນ​ຮັກ​ກະ​ເສດ Konhukased

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ