google-site-verification: google0d91bc93cfc88895.html ທອງພັນຊັ່ງ / White crane flower - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 03, 2020

ທອງພັນຊັ່ງ / White crane flower

ການນຳໃຊ້

ພືດເປັນຢາ

ພືດປະດັບ

ຊື່ວິທະຍາສາດ / ຕະກຸນ

Rhinacanthus nasutus (L.) Kurz / Acanthaceae

ຊື່ພ້ອງ

Dianthera paniculata Lour.

Ecbolium dichotomum (Blume) Kuntze

Justicia nasuta L.

Pseuderanthemum connatum Lindau

Rhinacanthus communis Nees

Rhinacanthus nasutus (L.) Kuntze

Rhinacanthus osmospermus Bojer ex Nees

ຊື່ອື່ນ

ພາ​ສາ​ລາວ: ທອງກ້ານຊ້າງ, ທອງພັນຊັ່ງ

​ພາ​ສາ​ໄທ: ທອງພັນຊັ່ງ

​ພາ​ສາ​ອັງ​ກິດ: White crane flower


ທອງພັນຊັ່ງ / White crane flower

ທອງພັນຊັ່ງ / White crane flowerລັກສະນະພືດສາດ  ຕົ້ນທອງພັນຊັ່ງຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2 ມ, ກົກຂອງລໍາຕົ້ນເປັນໄມ້ເນື້ອແຂງ, ກິ່ງຂອງລໍາຕົ້ນເປັນ

ລັກສະນະພືດສາດ

ຕົ້ນທອງພັນຊັ່ງຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2, ກົກຂອງລໍາຕົ້ນເປັນໄມ້ເນື້ອແຂງ, ກິ່ງຂອງລໍາຕົ້ນເປັນຮູບສີ່ຫຼ່ຽມ. ໃບເປັນໃບດ່ຽວມີລັກສະນະເປັນຮູບໄຂ່, ປາຍໃບ ແລະ ກົກໃບແຫຼມ, ຍາວ 4-6 ຊມ ແລະ ກວ້າງ 2-3 ຊມ, ຂອບໃບລຽບ ຫຼື ເປັນຄື່ນເລັກນ້ອຍ, ໃບຈະອອກກົງກັນຂ້າມກັນເປັນຄູ່ໆ. ອອກດອກເປັນຊໍ່ຢູ່ງ່າມໃບ, ກີບດອກເປັນສີຂາວ, ກີບຮອງດອກມີ 5 ກີບ ແລະ ມີຂົນ, ກີບດອກຕິດກັນເປັນຫຼອດ, ປາຍແຍກເປັນ 2 ກີບ. ລັກສະນະໝາກເປັນຝັກ ແລະ ມີຂົນ, ພາຍໃນຝັກມີແກ່ນ 4 ແກ່ນ.

ທອງພັນຊັ່ງ / White crane flowerລັກສະນະພືດສາດ  ຕົ້ນທອງພັນຊັ່ງຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2 ມ, ກົກຂອງລໍາຕົ້ນເປັນໄມ້ເນື້ອແຂງ, ກິ່ງຂອງລໍາຕົ້ນເປັນ

ທອງພັນຊັ່ງ / White crane flowerລັກສະນະພືດສາດ  ຕົ້ນທອງພັນຊັ່ງຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2 ມ, ກົກຂອງລໍາຕົ້ນເປັນໄມ້ເນື້ອແຂງ, ກິ່ງຂອງລໍາຕົ້ນເປັນ

ທອງພັນຊັ່ງ / White crane flowerລັກສະນະພືດສາດ  ຕົ້ນທອງພັນຊັ່ງຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2 ມ, ກົກຂອງລໍາຕົ້ນເປັນໄມ້ເນື້ອແຂງ, ກິ່ງຂອງລໍາຕົ້ນເປັນ

ການນຳໃຊ້

ປະໂຫຍດ:

    - ນິຍົມໃຊ້ປູກເປັນໄມ້ປະດັບທົ່ວໄປ.

ສັບພະຄຸນ:

    - ຮາກ: ຮັກສາພະຍາດມະເຮັງ, ພະຍາດຜິດໜັງ, ແກ້ເປັນກາກ, ດັບພິດໄຂ້, ແກ້ພິດງູ.

    - ຕົ້ນ ຊ່ວຍບໍ່ລຸງຮ່າງກາຍ, ຮັກສາພະຍາດຜົມຫຼົ່ນ.

    - ໃບ ຊ່ວຍແກ້ອາການອັກເສບ.

    - ທັງຕົ້ນ ຊ່ວຍແກ້ອາການໄສ້ເລື່ອນ, ໄສ້ລາມ.

    - ໃບ ຊ່ວຍຮັກສາພະຍາດໄຂຂໍ້ອັກເສບ.

ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:

    - ເປັນຢາຫຼຸດຄວາມດັນ ໂດຍໃຊ້ທັງຕົ້ນ 1 ສ່ວນ ຜະສົມກັບນໍ້າ 10 ສ່ວນເຮັດເປັນນໍ້າຊາຊົງດື່ມ.

    - ແກ້ພະຍາດວັນນະໂລກໄລຍະທໍາອິດ ໂດຍໃຊ້ກ້ານ ແລະ ໃບສົດປະມານ 30 ກຼາມ, ຖ້າແຫ້ງໃຊ້ພຽງ 15 ກຼາມ ນໍາມາຕົ້ນກັບນໍ້າຝົດປະມານ 10 ນາທີ ອາດຈະຕື່ມນໍ້າຕານເພື່ອເພີ່ມຄວາມຫວານກໍ່ໄດ້ ແລ້ວກອງເອົານໍ້າດື່ມມື້ລະ 2-3 ເທື່ອ.

ຂໍ້ຄວນລະວັງ: ສໍາລັບຜູ້ທີ່ເປັນພະຍາດຫົວໃຈ, ພະຍາດຫືດ, ພະຍາດເລືອດຈາງ, ພະຍາດມະເຮັງໃນເລືອດ, ພະຍາດຄວາມດັນເລືອດຕໍ່າ ບໍ່ຄວນຮັບປະທານສະໝຸນໄພຊະນິດນີ້.

 

ເອກະສານອ້າງອີງ / ການອ້າງອີງ

  1. Medthai. 2017. ທອງພັນຊັ່ງ ສັບພະຄຸນ ແລະ ປະໂຫຍດຂອງຕົ້ນທອງພັນຊັ່ງ 50 ຂໍ້.
  2. ໂຊຕິອະນັນ ແລະ ຄະນະ. 2007. ຮັກສາພະຍາດດ້ວຍສະໝຸນໄພໃກ້ໂຕ. The knowledge Center. Thailand. Pages 161-163. ISBN 978-974-8371-95-5.
  3. Ahmad Fadli, Dwi Soelistya Dyah Jekti, Syamsul Bahri. 2017. Toxicity Test of Methanol Extractof Rhinacanthus nasutus L.Kurz. Leaf to Spodoptera litura F. IOSR Journal of Environmental Science. Volume 11. Pages 60-63. ISSN 2319-2402 (E), ISSN: 2319-2399(P).
  4. Suman Bukke, Raghu PS, Sailaja G and Thyaga Raju Kedam. 2011. The study on Morphological, Phytochemical and Pharmacological aspects of Rhinacanthus nasutus. (L) Kurz (A Review). Journal of Applied Pharmaceutical Science. Pages 26-32.

 

 


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ