google-site-verification: google0d91bc93cfc88895.html ຕົ້ນກາງຂອງ / Millingtonia hortensis L.f. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 03, 2020

ຕົ້ນກາງຂອງ / Millingtonia hortensis L.f.

ກາງຂອງ / Cork tree

ການນຳໃຊ້

ພືດເປັນຢາ

ພືດປະດັບ

ສີ່ງປູກສ້າງ

ຊື່ວິທະຍາສາດ / ຕະກຸນ

Millingtonia hortensis L.f. / Bignoniaceae

ຊື່ພ້ອງ

Bignonia azedarachta König & Sims

Bignonia cicutaria K.D.Koenig ex Mart.

Bignonia hortensis (L.f.) Oken

Bignonia suberosa Roxb.

Millingtonia dubiosa Span.

Nevrilis suberosa Raf

ຊື່ອື່ນ

ພາ​ສາ​ລາວ: ຕົ້​ນ​ກາງ​ຂອງ

​ພາ​ສາ​ໄທ: ປີບ, ກາສະຣອງ

​ພາ​ສາ​ອັງ​ກິດ: Cork tree, Indian cork



ຕົ້ນກາງຂອງ / Millingtonia hortensis L.f.ລັກສະນະພືດສາດ ຕົ້ນກາງຂອງເປັນໄມ້ຢືນຕົ້ນຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່, ມີຄວາມສູງ 5-10 ມ

ລັກສະນະພືດສາດ

ຕົ້ນກາງຂອງເປັນໄມ້ຢືນຕົ້ນຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່, ມີຄວາມສູງ 5-10, ເປືອກຕົ້ນເປັນສີເທົາເຂັ້ມເປັນຮ່ອງເລິກ, ຂະຫຍາຍພັນດ້ວຍການກ້າແກ່ນ. ໃບມີລັກສະນະເປັນໃບປະສົມແບບຂົນນົກ 3 ຊັ້ນ, ໃບກວ້າງ 13-20 ຊມ ແລະ ຍາວ 16-26 ຊມ, ມີໃບຍ່ອຍ 4-6 ຄູ່ ມີລັກສະນະເປັນຮູບຫອກແກມຮູບໄຂ່, ປາຍໃບແຫຼມ. ລັກສະນະຂອງດອກເປັນຊໍ່ກະຈຸກແບບແຍກຂະແໜງ, ມີຄວາມຍາວ 10-25 ຊມ, ດອກຍ່ອຍປະກອບໄປດ້ວຍກາບລ້ຽງສີຂຽວ, ດອກມີກິ່ນຫອມ, ກົກດອກເຊື່ອມຕິດກັນເປັນຫຼອດປາກຮູບລຳໂພງ, ແຍກອອກເປັນ 5 ແຊກ, 3 ແຊກຮູບຂອບຂະໜານ. ໝາກມີລັກສະນະເປັນໝາກແຫ້ງແຕກ, ແປຍາວ, ເປັນຮູບຂອບຂະໜານ, ມີເນື້ອ ແລະ ມີແກ່ນຈໍານວນຫຼາຍ.

ຕົ້ນກາງຂອງ / Millingtonia hortensis L.f.ລັກສະນະພືດສາດ ຕົ້ນກາງຂອງເປັນໄມ້ຢືນຕົ້ນຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່, ມີຄວາມສູງ 5-10 ມ

ການນຳໃຊ້

ປະໂຫຍດ

   ກາງຂອງເປັນໄມ້ຟຸ່ມມີໃບ ແລະ ດອກງາມ ແຖມຍັງມີກິ່ນຫອມອີກ, ຈຶ່ງສາມາດນໍາໄປປູກປະດັບສວນເພື່ອຄວາມສວຍງາມ ແລະ ເພື່ອຄວາມເປັນສິລິມຸງຄຸນ.

   ເນື້ອໄມ້ມີສີຂາວອ່ອນສາມາດເລື້ອຍ ຫຼື ວົງກົບເພື່ອຕົກແຕ່ງໃຫ້ຂຶ້ນເງົາໄດ້ງ່າຍ, ຈຶ່ງເໝາະແກ່ການນໍາໃຊ້ເຮັດເຄື່ອງເຮືອນ, ເຄື່ອງຕົກແຕ່ງພາຍໃນເຮືອນ.

ສັບພະຄຸນ:

  •    ດອກມີສັບພະຄຸນເປັນຍາບໍາລຸງກໍາລັງ.
  •    ດອກຊ່ວຍບໍາລຸງເລືອດ.
  •    ຮາກຊ່ວຍບໍາລຸງປອດ.
  •    ຮາກຊ່ວຍຮັກສາພະຍາດວັນນະໂລກ.
  •    ດອກໃຊ້ເປັນຢາແກ້ລົມ.
  •    ດອກໃຊ້ເປັນຢາແກ້ຫອບຫືດ.

ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:

   1) ເປັນຢາຮັກສາພະຍາດຫອບຫືດ ໂດຍໃຊ້ດອກແຫ້ງປະມານ 10-15 ດອກມາສອຍໃຫ້ມຸນແລ້ວມວນເປັນຢາສູບ, ສູບມື້ລະ 2-3 ຄັ້ງ ເປັນປະຈໍາຈົນກວ່າຈະດີ.

 

ເອກະສານອ້າງອີງ / ການອ້າງອີງ

  1. Medthai. 2017. ປີບ ສັບພະຄຸນ ແລະ ປະໂຫຍດຂອງຕົ້ນປີບ 19 ຂໍ້ (ກາສະຣອງ).
  2. ໂຊຕິອະນັນ ແລະ ຄະນະ. 2007. ຮັກສາພະຍາດດ້ວຍສະໝຸນໄພໃກ້ໂຕ. The knowledge Center. Thailand. Pages 199-201. ISBN 978-974-8371-95-5.
  3. Devang Khamar, Raviraj Devkar, Reshma K.K, C S Shreedhara, M Manjunath Setty, Smitha Hegde. 2013. ENHANCED HISPIDULIN PRODUCTION IN VITRO FROM CALLUS CULTURE OF MILLINGTONIA HORTENSIS L.F. International Journal of Pharmacy and Biological Sciences. Volume 3. E-ISSN 2230-7605.
  4. Chalermporn Thongpoon and Pisit Poolprasert. 2015. Phytochemical Screening and Larvicidal Activity of Millingtonia hortensis L.f. Flower Extract Against Aedes aegypti Linn. Kasetsart J. Pages 597-605.

 

 

 

 

.

 


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ