google-site-verification: google0d91bc93cfc88895.html ສະ​ພາບ​ລວມ​ຂອງ​ແຂວງບໍ່ແກ້ວ (Bokeo Province) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, December 18, 2016

ສະ​ພາບ​ລວມ​ຂອງ​ແຂວງບໍ່ແກ້ວ (Bokeo Province)

ສະພາບລວມຂອງແຂວງ

ແຂວງບໍ່ແກ້ວ (ອັງກິດ: Bokeo Province)                        ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວເປັນແຂວງທີ່ມີຊື່ສຽງທາງດ້ານ ອັນຍະມະນີ  ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ​ເຂດ​ນີ້ ​ເຄີຍ​ມີ​ບົດບາດອັນ​ສຳຄັນ​ອັນ​ຍິ່ງ​​ໃຫຍ່ ທາງ​ດ້ານປະຫວັດສາດ ​ໃນ​ສະ​ໄຫມ​ສັດ ຕະວັດ ທີ 20. ມີຮ່ອງຮອຍ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ທາງ​ດ້ານ​ສາດສະຫນາ​, ການ​ປົກຄອງ, ກະສັດ, ປະຫວັດ​ດ້ານ​ສົງຄາມ ​ແລະ ການ​ຄ້າ ໃນ​ສະ​ໄຫມ​ກ່ອນ, ພ້ອມ​ທັງ​ປູຊະນີຍະສະຖານ, ອະຣິຍະ​ທຳ​ອັນ​ລ້ຳ​ຄ່າ​, ສະຖາປັດຕະຍະກຳ​ອັນ​ເປັນ​ເອກະລັກ ​ແລະ ວັດວາອາ​ຮາມ​ທີ່​ເກົ່າ​ແກ່ ທີ່​ຫນ້າ​ສົນ​ໃຈຫລາຍ​ແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 150,000 ຄົນ ຍິງ 7.366 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ ຯລຯ
       ແຂວງ​ບໍ່​ແກ້ວ ​ແມ່ນ​ເສັ້ນທາງ ​ເຊື່ອມ​ຕໍ່ ​ທາງ​ດ້ານເສດຖະກິດ ​ເຫ​ນືອ-​ໃຕ້ ທີ່​ສຳຄັນ ລະຫວ່າງ ປະ​ເທດ ​ໄທ ​ແລະ ສປ ຈີນ. ​ເສັ້ນທາງ​ລະດັບ​ພາກພື້ນ ​ໄດ້ຖືກ​ສ້າງ​ສຳ​ເລັດ​ແລ້ວ, ປັດຈຸບັນ ຂົວ​ມິດຕະພາບ ຂ້າມ​ແມ່​ນ້ຳຂອງ ​ແຫ່ງ​ທີ 4 ກໍາລັງ​ກໍ່ສ້າງ ​ແລະ ຄາດ​ວ່າ ຈະ​ສຳ​ເລັ​ດພາຍ​ໃນ​ປີ 2012, ເຊິ່ງຈະ​ສາມາດ​ເຊື່ອມ​ຕໍ່ລະບົບ​ຄົມມະນາຄົມຂົນ​ສົ່ງ ລະຫວ່າງ ຂຸນ​ຫມິ​ງ (ສປ ຈີນ) ​ແລະ ບາງກອກ (ປະ​ເທດ​ໄທ) ​ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດ​ວ່າ ຈະ​ເປັນ​ໂອກາດ ​ແລະ ສິ່ງ​ກະຕຸກ​ຊຸກຍູ້ ​ໃຫ້​ບັນດາ​ຂະ​ແຫນງ​ການ​ຕ່າງໆ ທາງ​ດ້ານ​ເສດຖະກິດ ​ໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ໄດ້​ຢ່າງ​ໄວວາ

ທີ່ຕັ້ງ

ທິດເໜືອ ຕິດກັບ ແຂວງຫຼວງນ້ຳທາ ຍາວ 100 ກ.ມ
ທິດຕະເວັນອອກ ຕິດກັບ ແຂວງອຸດົມໄຊ ຍາວ 100 ກ.ມ ແລະ ແຂວງໄຊຍະບູລີ ຍາວ 35 ກ.ມ
ທິດຕະເວັນຕົກ ຕິດກັບ ລັດສານ ປະເທດມຽນມາ ຍາວ 98 ກ.ມ
ທິດໃຕ້ ຕິດກັບ ຈັງຫວັດຊຽງຣາຍ ປະເທດໄທ ຍາວ 145​ ກ.ມ

ບັນ​ດາ​ເມືອງ
1.   05-01 ເມືອງຫ້ວຍຊາຍ (Hoüayxay)
2.   05-02 ເມືອງຕົ້ນເຜິ້ງ (Tonpheung)
3.   05-03 ເມືອງເມິງ (Meung)
4.   05-04 ເມືອງຜາອຸດົມ (Pha Oudom)
     5   05-05 ເມືອງປາກທາ (Paktha)
  
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ