google-site-verification: google0d91bc93cfc88895.html ການ​ປູກ​ຫວາຍ [Rattan planting] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, December 18, 2016

ການ​ປູກ​ຫວາຍ [Rattan planting]

1. ຄວາມສໍາຄັນຂອງການປູກຫວາຍ

ຫວາຍເປັນພືດເສດຖະກິດຢ່າງໜ່ຶງທີ່ສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວ ການລົງທຶນບໍ່ສູງລົງທຶນພຽງຄັ້ງດຽວແຕ່ເກັບຜົນຜະ ລິດໄດ້ຍາວນານ ການປູກຫວາຍມີຈຸດປະສົງເພື່ອ:
  • ການນໍາໃຊ້ເສັ້ນຫວາຍເຂົ້າໃນການຈັກສານ ແລະ ເຟີນີເຈີ.
  • ເພື່ອນໍາໃຊ້ຍອດບໍລິໂພກ, ຂາຍຍ່ອຍ ຫຼື ປຸງແຕ່ງເປັນຫວາຍແຫ້ງ ແລະ ສົ່ງຂາຍ.

2. ລັກສະນະທົ່ວໄປຂອງຫວາຍ

ຫວາຍເປັນພືດຊະນິດໜຶ່ງທີ່ຈັດໃນໝວດເຄື່ອງປ່າຂອງດົງທີ່ມີລາຄາສູງນອກນັ້ນຄົນເຮົາຍັງນິຍົມເອົາຍອດຫວາຍມາປຸງແຕ່ງເປັນ ອາຫານປະຈໍາວັນ, ຫວາຍມີໜາມ ມີລໍາຕົ້ນເລືອປ່າຍໄປຕາມຕົ້ນໄມ້ເພື່ອຢືດລໍາຕົ້ນຂຶ້ນ ໂດຍທົ່ວໄປມີການແຕກໜໍ່ ຫຼັງຈາກ ປູກໄດ້ສອງປີອີງໃສ່ສະພາບຄວາມອຸດົມສົມບູນຂອງດິນ.

3. ປັດໃຈສິ່ງແວດລ້ອມ

ສະພາບແວດລ້ອມເປັນປັດໃຈທີ່ສໍາຄັນຢ່າງໜຶ່ງຕໍ່ການຂະຫຍາຍພັນ ແລະປະລິມານຂອງຫວາຍເພາະວ່າຫວາຍສ່ວນໃຫ່ຍ ຈະ ຕ້ອງ ການປັດໃຈສິ່ງແວດລ້ອມຫຼາຍຢ່າງ ເປັນຕົ້ນວ່າຄວາມຊຸ່ມຊື່ນ, ຄວາມສູງຂອງລະດັບພື້ນດິນ, ປະລິມານແສງ ແລະ ຊະນິດຂອງດິນ, ຄວາມຊຸ່ມຊື່ນເປັນປັດໃຈໜຶ່ງທີ່ມີຜົນຕໍ່ການກະຫຍາຍພັນຂອງຫວາຍເນື່ອງຈາກວ່າຫວາຍມັກເກີດຢູ່ໃນ ເຂດ ຮ້ອນຊຸ່ມຊື່ນທີ່ມີຝົນຕົກຕະຫຼອດປີຕາມປ່າດົງດິບ. ແຕ່ຍັງມີຫວາຍບາງຊະນິດທີ່ມັກເກີດໄດ້ສະເພາະທ້ອງຖິ່ນ ແລະພູມ ສັນຖານທີ່ເໝາະສົມເທົ່ານັ້ນ.

4. ການຂະຫຍາຍພັນຫວາຍ

ການຂະຫຍາຍພັນຂອງຫວາຍມີ 2 ວິທີ ຄື: ຂະຫຍາຍພັນໂດຍທໍາມະຊາດ ແລະ ຂະຫຍາຍພັນໂດຍການປູກ.
4.1 ການຂະຫຍາຍພັນໂດຍທຳມະຊາດ
ຫວາຍສາມາດຂະຫຍາຍພັນດ້ວຍເມັດ ແລະ ໜໍ່ອ່ອນຕາມທຳມະຊາດການຂະຫຍາຍພັນດ້ວຍເມັດຕ້ອງອາໃສຄົນ ແລະ ສັດ ຫຼັງ ຈາກຄົນ ແລະ ສັດກິນໝາກຫວາຍແລ້ວຖິ້ມໄວ້ຕາມປ່າທໍາມະຊາດທີ່ເໝາະສົມເມັດຫວາຍຈະງອກຂຶ້ນ ແຕ່ໄດ້ຜົນຜະລິດ ຕໍ່າ ນອກຈາກນີ້ການຈະເລີນເຕີບໂຕໃນຂັ້ນຕົ້ນຈະຊັກຊ້າ ສໍາລັບການຂະຫຍາຍພັນດ້ວຍການແຕກໜໍ່ ແມ່ນຈະເລີນເຕີບໂຕ ຈະໄວກວ່າ.
4.2 ການຂະຫຍາຍພັນໂດຍການປູກ
ການປູກຫວາຍໃນປະເທດລາວເຮົາມີການປູກບໍ່ຫຼາຍ ຫຼື ປູກກໍໃນເນື້ອທີ່ຈໍາກັດບາງທ້ອງຖິ່ນກໍປູກເປັນສວນຫວາຍ ເປັນເສດ ຖະກິດ ໃນພື້ນທີ່ດຽວ ແຕ່ບາງທ້ອງຖິ່ນປູກສະຫຼັບສັບວ່າງກັບພືດຊະນິດອື່ນ ຫຼື ປູກຕາມຮົ້ວເທົ່ານັ້ນ.

5. ການສ້າງເຮືອນກ້າເບ້ຍຫວາຍ

ການສ້າງເຮືອນກ້າເບ້ຍຫວາຍມີຫຼາຍແບບ ຖ້າສ້າງແບບງ່າຍດາຍ ແມ່ນລົງທຶນຕໍ່າ ແຕ່ການໃຊ້ງານຈະບໍ່ກຸ້ມດົນສ່ວນການສ້າງ ສວນກ້າທີ່ໄດ້ມາດຖານ ຈະມີການລົງທຶນສູງ ແຕ່ອາຍຸການໃຊ້ງານດົນ.ອຸປະກອນທີ່ຈໍາເປັນໃນການກໍ່ສ້າງສວນກ້າເບ້ຍຫວາຍ ທີ່ໄດ້ມາດຖານ ຂະໜາດ 6 x 10 ແມັດມີ:
  1. ຊີເມັນ ເທພື້ນ ຈໍານວນ 10 ເປົ໋າ
  2. ຕາໜ່າງເຫຼັ້ກຂະໜາດ ສູງ 180 ຊັງຕີແມັດ, ຍາວ 4 ແມັດ ຈໍານວນ 8 ກໍ້
  3. ຜ້າກັນແສງສີດໍາຂະໜາດຄວາມກ້ວາງ 3 ແມັດ, ຍາວ 50 ແມັດ
  4. ເສົາຊີເມັນ 6 ຕົ້ນ ຄວາມຍາວ 2.5 ແມັດ
  5. ໄມ້ຈິງ ຄວາມຍາວ 2.5 ແມັດ 50 ລໍາ
ໃນການກໍ່ສ້າງສວນກ້າເບ້ຍແບບມາດຕະຖານນີ້ມີຂະໜາດ 6 x 10 ແມັດ ຄວາມສູງ 2.5 ແມັດເພາະວ່າຖ້າມຸງຕໍ່າໂພດຈະ ເຮັດ ໃຫ້ເບ້ຍຫວາຍທີ່ກ້າໄດ້ຮັບຄວາມຮ້ອນຫລາຍ,ພາຍຫຼັງທີ່ສໍາເລັດການຕັ້ງໂຄງຮ່າງເຮືອນກ້າແລ້ວໃຫ້ເອົາຜ້າກັນ ແສງ ມຸງຫຼັງຄາ ແລະ ເອົາຕາໜ່າງເຫຼັກອ້ອມ ສ່ວນພາຍໃນແມ່ນໃຫ້ເອົາໄມ້ຂັ້ນເປັນສອງແຖວ ແລະ ມີທາງຍ່າງທາງກາງ, ໜານແຕ່ ລະໜານກ້ວາງ 1.5 ແມັດ ເຮືອນກ້າເບ້ຍແບບນີ້ສາມາດບັນຈຸໄດ້ 10,000 ເບ້ຍ.



6. ການກ້າແກ່ນຫວາຍ

ການກ້າຫວາຍແມ່ນມີຫລາຍວິທີ ເພື່ອນໍາໄປປະຕິບັດໃນການກ້າເບ້ຍ ໃຫ້ໄດ້ປະລິມານ, ຄຸນນະພາບ, ປະຢັດເວລາ, ຄ່າໃຊ້ ຈ່າຍໃນການລົງທຶນໜ້ອຍ. ຊຶ່ງມີວິທີການທີ່ນັກວິຊາການ ແລະ ປະຊາຊົນໄດ້ນໍາໃຊ້ມີ 2 ວິທີຄື: ການກະຕຸ້ນແກ່ນ ດ້ວຍນໍ້າ ແລະ ການກ້າແກ່ນດ້ວຍການແກະຕາຫວາຍ.
6.1 ວິທີກ້າເບ້ຍດ້ວຍການກະຕຸ້ນແກ່ນດ້ວຍນໍ້າ
6.1.1 ຂັ້ນຕອນການເກັບແກ່ນ

ແກ່ນຫວາຍຈະເລີ່ມສຸກຕັ້ງແຕ່ເດືອນ 12 ຫາ ເດືອນ 3 ໂດຍສັງເກດເບິ່ງສີຂອງໝາກຫວາຍປ່ຽນຈາກສີຂຽວ ອ່ອນຂອງ ເປືອກ ມາເປັນສີຂາວມົ່ນ ຈຶ່ງສາມາດເກັບໝາກຫວາຍໄດ້.



6.1.2 ການກະກຽມແກ່ນຫວາຍ
ເມື່ອເກັບໝາກຫວາຍມາແລ້ວປະຕິບັດຕາມຂັ້ນຕອນລຸ່ມນີ້:
  • ເກັບໄວ້ໃນຮົ່ມ ຫລື ໃນຫ້ອງທີ່ມີລົມລ່ວງດີ, ບໍ່ໃຫ້ເກັບໄວ້ເກີນ 1 ເດືອນ ເພາະຈະເຮັດໃຫ້ອັດຕາການແຕກງອກຕໍ່າ.
  • ນໍາເອົາໝາກຫວາຍທີ່ສຸກມາແກະເປືອກ ແລະ ນວນຫຸ້ມແກ່ນອອກໃຫ້ໝົດໂດຍຕໍາແກ່ນຫວາຍ ປະສົມຂີ້ຊາຍ, ລ້າງແກ່ນໃນນໍ້າໃຫ້ເປືອກ ແລະ ນວນອອກໃຫ້ໝົດ
6.1.3 ຂັ້ນຕອນການກ້າແກ່ນໃສ່ໜານດິນ
  • ນໍາແກ່ນທີ່ປອກເປືອກ ແລະແກະນວນອອກແລ້ວໄປແຊ່ນໍ້າ ໄວ້ປະມານ 10-15ວັນ
  • ກະກຽມໜານໃສ່ໜ້າດິນດ້ວຍການຂຸດ ແລະຍົງດິນໃຫ້ລະອຽດແລ້ວປະຕາກແດດໄວ້ 7ວັນເຮັດໜານໃຫ້ສູງ 10-20 ຊຕມ ນໍາແກ່ນທີ່ແຊ່ແລ້ວໄປຫວ່ານໃສ່ໜານໃຫ້ສະເໝີກັນໜານກວ້າງ ແລະຍາວຂະໜາດ 1 x 4 ແມັດ ໃຊ້ແກ່ນຫວາຍ ຈໍານວນ 10 ກິໂລ.
  • ເອົາດິນຫຼືຂີ້ຊາຍປົກດ້ານເທິງຂອງໜານຫຼັງຈາກຫວ່ານແກ່ນແລ້ວເພື່ອບໍ່ໃຫ້ແກ່ນຢູ່ໃນໜານຟູຂຶ້ນເທິງໜ້າດິນເວລາຫົດນໍ້າ ຫຼື ເວລາຝົນຕົກໃສ່ໜານແຮງ ຫົດນໍ້າເຊົ້າ ແລະ ແລງຈົນກ່ວາຫວາຍຈະເກີດຫຼືແຕກງອກ.


6.2 ຂັ້ນຕອນກ້າແກ່ນໃສ່ຊາມ
  • ນໍາຍຸ້ງໝາກພ້າວລົງແຊ່ນໍ້າໃຫ້ປຽກປະມານ 20 ນາທີ ປັ້ນນໍ້າຍຸ້ງໝາກພ້າວອອກໃຫ້ແຫ້ງ ສະໝັງ (ຊຸ່ມພໍດີ) ແລ້ວນໍາເອົາຍຸ້ງໝາກພ້າວລົງໂຮຍໃສ່ຊາມຢາງທີ່ກຽມໄວ້ໜາປະມານ 5-10 ຊມ
  • ນໍາແກ່ນຫວາຍທີ່ແກະຕາແລ້ວຢາຍໃສ່ດ້ານເທິງຂອງ ຍຸ້ງໝາກພ້າວ ແລະ ເອົາຍຸ້ງໝາກພ້າວ ທີ່ປັ້ນໃຫ້ສະໝັງ ແລ້ວລົງປົກດ້ານເທິງຂອງແກ່ນໃຫ້ໜາປະມານ 5-10 ຊມ
  • ປົກຊາມດ້ວຍຜ້າຢາງໃສ, ມັດດ້ວຍເຊືອກໃຫ້ແໜ້ນເພື່ອຮັກສາຄວາມຊຸ່ມຊື່ນ ແລະ ອຸນຫະພູມ
  • ນໍາຊາມແກ່ນຫວາຍທີ່ເຮັດສໍາເລັດແລ້ວເກັບໄວ້ບ່ອນຮົ່ມ ທີ່ມີລົມລ່ວງດີ
  • ໜໍ່ຫວາຍຈະແຕກງອກພາຍໃນ 45 ຫາ 60 ວັນ
6.3 ການກຽມໜານ ແລະ ການບົງເບ້ຍຫວາຍໃສ່ເບົ້າ
ໜານທີ່ຈະອະນຸບານເບ້ຍຫວາຍທີ່ບົງໃໝ່ຕ້ອງຢູ່ໃນຮົ່ມ ຫລື ມຸງດ້ວຍຕານ່າງກັນແສງ50% ເພື່ອການຈະເລີນເຕີບໂຕຂອງ ເບ້ຍທີ່ຍັງນ້ອຍ.
6.3.1 ຂັ້ນຕອນການບົງເບ້ຍຫວາຍໃສ່ເບົ້າ
  • ຫລັງຈາກເມັດແຕກງອກໄດ້ 1 ເດືອນກໍນໍາໄປບົງໄດ້
  • ກ່ອນບົງເບັ້ຍຫວາຍໃສ່ເບົ້າຕ້ອງຫົດນໍ້າໃສ່ເບົ້າດິນທີ່ກຽມໄວ້ໃຫ້ຊຸ່ມພຽງພໍ
  • ໃຊ້ໄມ້ຊີດິນເປັນຮູຢູ່ເຄິ່ງກາງຂອງຖົງເບົ້າ
  • ຖອນເບ້ຍຫວາຍທີ່ຢູ່ຍຸ້ງໝາກພ້າວ ຫລື ໜານກ້າມາບົງໃສ່ເບົ້າ
  • ຖ້າຮາກຂອງເບ້ຍຫວາຍຍາວເກີນໄປຕັດຮາກອອກໃຫ້ເໝາະສົມກັບເບົ້າທີ່ຕຽມໄວ້
  • ບົງເບ້ຍຫວາຍແລ້ວໃຊ້ນີ້ວມືບີບອ້ອມຂ້າງເບ້ຍໃຫ້ແໜ້ນ
  • ເມື່ອສໍາເລັດການບົງເບ້ຍຫວາຍແລ້ວໃຫ້ຫົດນໍ້າໃສ່ໃຫ້ຊຸ່ມພໍດີ
6.3.2 ຂໍ້ຄວນລະວັງ
  • ເມື່ອເວລາຈີ້ມຫລືຖອນເບ້ຍອອກຈາກຊາມຢ່າໃຫ້ແກ່ນທີ່ຕິດຢູ່ກັບເບ້ຍລົ່ນອອກເດັດຂາດ ເພາະວ່າ ເບ້ຍຫວາຍນ້ອຍແຕ່ລະຕົ້ນຕ້ອງການອາຫານຈາກແກ່ນທີ່ຕິດຢູ່ນັ້ນໄປລ້ຽງລໍາຕົ້ນ.
6.3.3 ການບົວລະບັດຮັກສາ
  • ເມື່ອເບ້ຍຫວາຍມີອາຍຸ 45 ວັນ ຂຶ້ນໄປຄວນໃສ່ຝຸ່ນບົ່ມໃຫ້ໂຮຍໃສ່ດ້ານເທິງຂອງເບົ້າ ໃນປະລິມານພໍສົມຄວນ ຫລື ຝຸ່ນວິທະຍາສາດ(ປຸ໋ຍເຄມີ)ສູດ 15-15-15 ໃສ່ປະມານ 1 ບ່ວງແກງ /ນໍ້າ 20 ລິດ, ຫົດໃຫ້ທົ່ວ. ຫຼັງຈາກນັ້ນ 2 ເດືອນ ໃຫ້ໃສ່ຝຸ່ນບົ່ມ ຫລື ຝຸ່ນວິທະຍາສາດ (ປຸ໋ຍເຄມີ) ອີກ, ກ່ອນຈະໃສ່ຝຸ່ນ ຫລື ປຸ໋ຍໃຫ້ຢຸດຫົດນໍ້າກ່ອນ 1 ວັນ.
  • ເມື່ອເບ້ຍຫວາຍມີອາຍຸໄດ້ປະມານ 8 -10 ເດືອນ ຈຶ່ງນໍາໄປປູກໄດ້

7. ການຄັດເລືອກພື້ນທີ່ ແລະ ການປູກຫວາຍ

ປັດໃຈທີ່ຄວນເລືອກໃນການປູກຫວາຍ
  • ເນື້ອທີ່ຈະຕ້ອງເປັນທີ່ແຈ້ງສໍາລັບປູກຫວາຍເອົາຍອດ
  • ເນື້ອທີ່ຕ້ອງຢູ່ກ້ອງຕົ້ນໄມ້ສໍາລັບປູກຫວາຍເອົາເສັ້ນ
  • ລັກສະນະຂອງດິນທີ່ປູກຕ້ອງມີຄວາມອຸດົມສົມບູນ
  • ນໍ້າບໍ່ຖ້ວມ ຢູ່ທີ່ສູງຍິ່ງເປັນການດີ ແຕ່ປົກກະຕິແລ້ວຖ້າຫວາຍທີ່ປູກຫາກຕິດດີແລ້ວກໍຈະມີຄວາມທົນທານຕໍ່ນໍ້າຖ້ວມໄດ້
7.1 ລະດູການປູກ
  • ອາຍຸຂອງເບ້ຍຫວາຍຄວນຢູ່ໃນລະຫວ່າງ 8-10 ເດືອນ. ລະດູການທີ່ເໝາະສົມແມ່ນຊ່ວງເດືອນ 5 (ພຶດສະພາ)
 7.2 ການຂຸດຂຸມ ແລະ ການປູກ
  • ຂຸດຂຸມຂະໜາດ 30X30X30ຊຕມ (ກວ້າງ, ຍາວ, ເລິກ) ໃສ່ຝຸ່ນບົ່ມຮອງພື້ນຂຸມ 0.5 ກລ/ຕາແມັດ.


7.3 ໄລຍະຫ່າງການປູກ
  • ໄລຍະຫ່າງການປູກ 2 x 3 ແມັດ ຫຼັງຈາກປູກແລ້ວຢຽບດິນໃຫ້ແໜ້ນແລ້ວຫົດນໍ້າ 1-2 ຄັ້ງຕໍ່ອາທິດ(ຖ້າຝົນບໍ່ຕົກ)

7.4 ການບົວລະບັດຮັກສາ
ຫຼັງຈາກປູກໄດ້ 3 ເດືອນ ໃຫ້ເອົາຝຸ່ນບົ່ມໃສ່ໃນອັດຕາ 1 ກລ/ຕົ້ນ ຫຼື ຝຸ່ນວິທະຍາສາດ (ສູດ 15:15:15)ໃສ່ໃນອັດຕາ 20 ກຣາມ/ຕົ້ນ ຝັງໃຫ້ຫ່າງຈາກຕົ້ນ 15 ຊຕມ ພ້ອມທັງເສັຍຫຍ້າ, ຫຼັງຈາກ ປູກໄດ້ 2 ປີ ຈິ່ງສາມາດຕັດຍອດໄດ້.

 

7.5 ສະພາບສວນປູກຫວາຍ
ສວນປູກຫວາຍສາມາດຈັດຕັ້ງປະຕິບັດໄດ້ເອງໃນລະດັບຄອບຄົວຫຼືເປັນພື້ນທີ່ກ້ວາງໃນທາງທຸລະກິດ ໂດຍບໍ່ຕ້ອງໃຊ້ແຮງງານ ຫຼາຍ,ເປັນການລົງທຶນໜ້ອຍສາມາດເກັບກູ້ຜົນຜະລິດໄດ້ຫຼາຍ ລາຄາແພງ,ສາມາດປູກດ່ຽວຫຼືປູກປະສົມກັບພືດຊະນິດອື່ນ. ໃນເນື້ອທີ່ 1ໄລ່ສາມາດປູກຫວາຍໄດ້ 260ເບ້ຍໄລຍະຫ່າງທີ່ເໝາະສົມ 2x3ແມັດ, ປູກຫວາຍໄວ້ບໍລິໂພກ ຫຼື ເພື່ອຂາຍ ເສັ້ນຫວາຍ
7.6 ວິທີການຕັດຍອດ
ກ່ອນຕັດຄວນສັງເກດເຫັນວ່າມີ 2-4 ຍອດຄວນເລືອກຕັດລໍາເດີມທີ່ນໍາມາປູກເສຍກ່ອນຍ້ອນວ່າມັນຈະເປັນລໍາອາຍຸແກ່ ກ່ອນ ໝູ່ຖ້າເຫັນວ່າລໍາຕົ້ນ ເດີມນັ້ນເກີດໜໍ່ແລ້ວເລືອກຕັດລໍາທ່ີມີໃບຍ່ອຍກໍາລັງຈູມຍາວປະມານ 20 ຊຕມຄວນເລືອກຕັດ ຍອດທີ່ໃກ້ຄຽງກັບໜໍ່ໃໝ່ທີ່ກໍາລັງເກີດຂຶ້ນ ແລະ ສູງຈາກໜ້າດິນປະມານ 5 ຊຕມຕັດຍອດໃນລະດູຝົນຈະໄດ້ໜໍ່ໃຫ່ຍ ແລະ ໄດ້ປະລິມານຍອດອ່ອນຫຼາຍ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ