google-site-verification: google0d91bc93cfc88895.html ​ການ​ປະ​ສົມ​ພັນ​ປາ​ດຸກ [Breeding fish] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, December 18, 2016

​ການ​ປະ​ສົມ​ພັນ​ປາ​ດຸກ [Breeding fish]

ຂໍ້ດີຂອງການລ້ຽງປາດຸກ

ປາດຸກເປັນປານໍ້າຈືດຊະນິດຫນື່ງ, ເຊິ່ງມີຫຼາຍສາຍພັນ. ສ່ວນຫຼາຍຊາວກະສິກອນນິຍົມລ້ຽງປາດຸກພັນ ແລະ ປາດຸກອຸຍ.ປາດຸກ ເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວ, ເປັນປາທີ່ທົນທານ ແລະ ກິນແຊບ. ປາດຸກສາມາດລ້ຽງໃນອັດຕາໜາແໜ້ນເຊນ: ໜອງຂະ ໜາດນ້ອຍ, ກະຊັງ, ອ່າງຊີເມັນ.ປາດຸກເປັນປາກິນທາດຊີ້ນ ແລະ ຈະກິນກັນເອງ. ອາຫານທີ່ນໍາມາລ້ຽງແມ່ນອາຫານສໍາ ເລັດ ຮູບ ເຊິ່ງມີທາດຊີ້ນປະມານ 35-45%. ນອກຈາກນັ້ນຊາວກະສິກອນຍັງສາມາດນໍາອາຫານຈາກທໍາມະຊາດຈໍາພວກປວກ ຫຼື ແມງໄມ້ ມາເປັນອາຫານປາກໍໄດ້.

ການສັງເກດຊະນິດປາ ແລະ ແຍກເພດ

ຄວາມແຕກຕ່າງລະຫວ່າງປາດຸກພັນ ແລະ ປາດຸກອຸຍ
 

ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ
ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ 

ທ່າແຮງຂອງການຜະລິດລູກປາດຸກ

  • ການຜະລິດລູກປາດຸກຄວນມີໜອງດິນຂະໜາດ (10 X 15 ແມັດ)ຈໍານວນ 1 ໜອງຂື້ນໄປ
  • ຄວນມີອ່າງຊີເມັນ ຂະໜາດ (2 X 3 ແມັດ) ຈໍານວນ 2 ອ່າງ ຫື ຼ ອ່າງຜ້າຢາງ.
  • ສະຖານທີ່ຜະລິດລູກປາຄວນມີນໍ້າໃຊ້ຕະລອດປີ
  • ຄວນມີແຮງງານພຽງພໍ (1 ຫຼື 2 ຄົນ)
  • ສະຖານທີ່ຜະລິດລູກປາຄວນຢ່ ູໃກ້ບ້ານ ຫຼື ເສັ້ນທາງໃຫຍ່ເພື່ອຄວາມສະດວກໃນການຈໍາໜ່າຍລູກປາ

ກະກຽມໜອງລ້ຽງປາພໍ່ແມ່ພັນ ແລະ ໜອງອະນຸບານລູກປາ

ການຜະລິດລູກປາດຸກຄວນມີໜອງດິນຈໍານວນ 1 ໜອງຂື້ນໄປ, ເພື່ອເປັນບ່ອນລ້ຽງປາພໍ່ແມ່ພັນ ແລະ ເປັນບ່ອນອະນຸບານ ລູກປາ. ໜອງປາຄວນມີຂະໜາດ (10 X 15ແມັດ), ໜອງປາຕ້ອງເປັນໜອງທີ່ມີນໍ້າຕະລອດປີ.ຖ້າໜອງຢູ່ ໃກ້ແຫຼ່ງນໍ້າຊົນ ລະປະທານແມ່ນເໝາະສົມທີ່ສຸດ.

ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ 

ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ
ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ການກະກຽມອ່າງປະສົມພັນ ແລະ ອ່າງອະນຸບານລູກປາ

ອ່າງປະສົມພັນ ຫື ຼ ອ່າງອະນຸບານລູກປາແມ່ນມີຄວາມຈໍາເປັນຫຼາຍໃນການຜະລິດລູກປາດຸກ, ການຜະລິດລູກປາຄວນ ມີອ່າງ ຊີເມັນ ຫື ຼ ອ່າງຜ້າຢາງຈໍານວນ 2 ອ່າງ ຂື້ນໄປແລະ ມີອ່າງເກັບນໍ້າຈໍານວນ 1 ອ່າງ.ການສ້າງອ່າງຜ້າຢາງໃນການປະສົມພັນ ປາດຸກສາມາດນໍາໃຊ້ໄດ້ປະມານ 2 ປີ,ອ່າງຜ້າຢາງ ຈະມີຂໍ້ເສຍກ່ຽວກັບນໍ້າຈະເນົ່າໄວ້, ເພາະວ່າອ່າງຜ້າຢາງບໍ່ສາມາດດູດຊືມ
ອາຫານ ທີ່ເນົ່າເສຍໄດ້ຄືອ່າງຊີເມັນ. ດັ່ງນັ້ນການອະນຸບານລູກປາດຸກໃນອ່າງຜ້າຢາງຄວນເອົາໃຈໃສ່ ກ່ຽວກັບການອານະໄມ ແລະ ການປ່ຽນຖ່າຍນໍ້າຫຼາຍຄັ້ງ.ຖ້າມີທືນຫຼາຍຄວນສ້າງລະບົບອ່າງປະສົມພັນປາຂະໜາດນ້ອຍ, ລະບົບອ່າງດັ່ງກ່າວສາ ມາດຜະລິດລູກປາໄດ້ຫຼາຍຊະນິດ ເຊ່ນ: ປາປາກ, ປາໄນ ແລະ ປາດຸກ.

ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ການກະກຽມກະຊັງປະສົມພັນ ແລະ ກະຊັງອະນຸບານລູກປາ

ການປະສົມພັນປາດຸກຕ້ອງມີກະຊັງປະສົມພັນຂະໜາດ (2X3 ແມັດ) ຈໍານວນ1 ຫຼື 2 ດາງ, ເວລາປະສົມພັນຈະກາງກະຊັງ ໃສ່ອ່າງປະສົມພັນເພື່ອໃຫ້ປາປະສົມພັນກັນເອງໃນກະຊັງ ແລະ ເພື່ອປ້ອງກັນບໍ່ໃຫ້ປາພໍ່ແມ່ພັນອອກຈາກອ່າງ.

ການລ້ຽງປາພໍ່ແມ່ພັນ

ການລ້ຽງປາພໍ່ແມ່ພັນຄວນລ້ຽງໃນໜອງດິນ, ທີ່ມີຂະໜາດໜອງແຕ່ 100 ມ2 ຂື້ນໄປ, ຈະໄດ້ປ່ອຍປາພໍ່ແມ່ພັນໃນອັດຕາ 20-30 ໂຕ/ມ2. ໜອງປາພໍ່ແມ່ພັນຄວນມີຄວາມເລິກຂອງນໍ້າປະມານ 1.0 -1.5ແມັດ. ການລ້ຽງປາພໍ່ແມ່ ພັນຄວນມີການ ປ່ຽນ ນໍ້າຕະຫຼອດເພື່ອຈະເຮັດໃຫ້ປາກິນອາຫານໄດ້ດີ ແລະ ຈະເຮັດໃຫ້ໄຂ່ ແລະ ນໍ້າເຊື້ອມີການພັດທະນາດີຂື້ນ. ຖ້າເປັນ ໜອງປາຂະໜາດໃຫຍ່ໃຫ້ລ້ຽງໃສ່ກະຊັງ, ການລ້ຽງປາພໍ່ແມ່ພັນໃສ່ກະຊັງຈະມີຂໍ້ດີໃນການດູແລຮັກສາ ແລະ ສະດວກໃນ ການຄັດພໍ່ແມ່ພັນປາຂື້ນມາປະສົມພັນ,ການໃຫ້ອາຫານຄວນ ໃຫ້ໃນອັດຕາ 3-5 %/ນ້າໍ ໜັກປາ, ອາຫານທໃີ່ ຫ້ປາພ່ໍແມ່ພນັ ຕ້ອງເປັນອາຫານສໍາເລັດຮູບທີ່ມີທາດຊີ້ນຢູ່35%.

ອຸປະກອນທີ່ໃຊ້ໃນການປະສົມພັນ

  1. ຮໍໂມນສັງເຄາະຊູບປະລີເຝັກ (Suprefact)
  2. ຢາໂມຕິລຽມ (Motilium)
  3. ນໍ້າກັ່ນ
  4. ເຂັມສັກຢາເບີ 20-24
  5. ຊິງຊັ່ງນໍ້າໜັກ
  6. ຄົກບົດຢາ, ຄຸ, ຊາມ, ຈອກແກ້ວ ແລະ ກະຕ໋ອງຈັບປາພໍ່ແມ່ພັນ
  7. ກະຊັງຂຽວ (ປະສົມພັນປາ)
  8. ກະຊັງຂຽວ ແລະ ຜ້າລອນແກ້ວ (ອະນຸບານລູກປາ)
ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ການຄິດໄລ່ຮໍໂມນ ແລະ ສັກຢາປາພໍ່ແມ່ພັນ

ການຄິດໄລ່ຮໍໂມນມີຢ່ ູ 2 ຂັ້ນຕອນຄື:
ຂັ້ນຕອນທີ່ 1: ການເຈືອຈາງ
  • ກວດຮໍໂມນສັງເຄາະຊູບປະລີເຝັກສົດຈະມີກວດປະລິມານ 5.5 ຊີຊີ ຫຼື ກວດ10 ຊີຊີ
  • ດູດເອົາຮໍໂມນສັງເຄາະຊູບປະລີເຝັກ 1 ຊີຊີ ໃສ່ໃນກວດແກ້ວໄວ້
  • ດູດເອົານໍ້າກັ່ນ 9 ຊີຊີ ປະສົມລົງໃສ່ໃນກວດແກ້ວທີ່ມີຮໍໂມນ 1 ຊີຊີ, ລວມທັງໝົດເປັນ 10 ຊີຊີ
  • ນໍາກວດຮໍໂມນທີ່ເຈືອຈາງແລ້ວເກັບຮັກສາໃສ່ຕ້ ູເຢັນໄວ້ (ຊ່ອງບ່ອນໃສ່ຜັກ)
ຂັ້ນຕອນທີ່ 2: ການນໍາຮໍໂມນທີ່ເຈືອຈາງໄປສັກປາ
ຕົວຢາງ: ການສັກຮໍໂມນປາແມ່ພັນທີ່ມີນໍ້າໜັກ 1 ກິໂລກຼາມ
  • ເອົາຢາໂມຕິລຽມ 1 ເມັດ ບົດໃສ່ຄົກໃຫ້ລະອຽດແລ້ວ
  • ດູດເອົາຮໍໂມນທີ່ເຈືອຈາງແລ້ວ 0.2 ຊີຊີ, ລົງປະສົມໃສ່ຄົກບົດຍາ
  • ດູດເອົານໍ້າກັ່ນ 0.9 ຊີຊີ, ລົງປະສົມໃສ່ຄົກໃຫ້ເຂົ້າກັນແລ້ວ ນໍາໄປສັກປາການສັກຢາປາພໍ່ແມ່ພັນແມ່ນສັກຢ່ ູດ້ານຫຼັງຂອງໂຕປາ (ຕາມຮູບພາບ)
 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

 ການປ່ອຍປາປະສົມພັນກັນເອງ ແລະ ການຟັກໄຂ່

ການສັກຢາປາພໍ່ແມ່ພັນໃນເວລາ 5 ໂມງແລງ, ຫຼັງຈາກນັ້ນຈະປ່ອຍປາພໍ່ແມ່ພັນປະສົມພັນກັນເອງໃສ່ກະຊັງທີ່ກະກຽມໃສ່ ໃນ ອ່າງໄວ້ກ່ອນ. ປາພໍ່ແມ່ພັນ ໃຊ້ເວລາໃນການປະສົມພັນປະມານ 12-14 ຊົ່ວໂມງ. ຈາກນັ້ນຈິ່ງເອົາປາພໍ່ແມ່ພັນອອກ ຈາກອ່າງ, ໄຂ່ປາຈະຕິດຕາມກະຊັງ ແລ້ວນໍາໄປຟັກໃສ່ອ່າງໃໝ່.

 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ
ໄຂ່ປາດຸກຈະຟັກແຕກເປັນໂຕແມ່ນໃຊ້ເວລາປະມານ 20-24ຊົ່ວໂມງ, ການຟັກແຕກຂອງໄຂ່ປາຈະໄວ ຫຼື ຊ້າ
ແມ່ນຂຶ້ນກັບອຸນຫະພູມຂອງນໍ້າ ແລະ ອາກາດ,ຫຼັງຈາກປາຟັກແຕກໝົດແລ້ວໃຫ້ນໍາເອົາກະຊັງຟັກໄຂ່ອອກຈາກອ່າງ.
 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

ການອະນຸບານ ແລະ ການໃຫ້ອາຫານ

ປາດຸກນ້ອຍແຕກອອກມາໃໝ່ຈະບໍ່ກິນອາຫານ ເພາະວ່າປານ້ອຍຍັງມີຖົງອາຫານຢ່ ູໃນທ້ອງ, ຖົງອາຫານຈະໝົດໃນເວລາປະ ມານ 2 ມື້ ຂື້ນຢ່ ູກັບການນໍາໃຊ້ອາຫານຂອງປານ້ອຍ, ຖ້າອາກາດຮ້ອນປາຈະໃຊ້ອາຫານໝົດໄວກ່ວາອາກາດເຢັນ. ຫຼັງຈາກ 2 ມື້ຈິ່ງໃຫ້ອາຫານປານ້ອຍໂດຍໃຫ້ໄຂ່ແດງທີ່ຕົ້ມສຸກແລ້ວໃນມື້ 3 ແລະ 4.
          ວິທີການໃຫ້ແມ່ນແບ່ງໄຂ່ແດງຫນື່ງຟອກອອກເປັນ 2 ສ່ວນ, 1 ສ່ວນແມ່ນສາມາດໃຫ້ໄດ້ 1 ມື້ ຕໍ່ ລູກປາຫນື່ງແມ່, ການໃຫ້ແມ່ນນໍາໄຂ່ແດງໄປລະລາຍໃສ່ນໍ້າສະອາດແລ້ວເຮັດໃຫ້ແຕກລະອຽດຈິ່ງໃຫ້ທົ່ວອ່າງ. ການໃຫ້ອາຫານປາໃນໄລ ຍະນີ້ແມ່ນໃຫ້ທຸກໆ 2 ຫຼື 3 ຊົ່ວໂມງ.
        ຫຼັງຈາກນັ້ນແມ່ນໃຫ້ອາຫານຝຸ່ນໃນການອະນຸບານວິທີການໃຫ້ແມ່ນເອົາອາຫານຝຸ່ນປະສົມກັບນໍ້າສະອາດແລ້ວ ເຮັດເປັນກ້ອນ ຂະໜາດນ້ອຍ, ວິທີໃຫ້ແມ່ນໃຫ້ເປັນຈຸດ ແລະ ໃຫ້ທົ່ວອ່າງ.
ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ 



ການອະນຸບານລູກປາສິ່ງສໍາຄັນແມ່ນການໃຫ້ອາຫານ, ການລ້າງອ່າງ,ການປ່ຽນຖ່າຍນໍ້າໃນອ່າງທີ່ເນົ່າເສຍຈາກການໃຫ້ ອາ ຫານ ແລະ ການຄັດຂະໜາດລູກປາ, ເພາະວ່າລູກປາດຸກຂະໜາດໃຫຍ່ຈະກິນລູກປາຂະໜາດນ້ອຍ.
 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ
 ປາ​ດຸກ ພັນ​ປາ​ດຸກ ແນ​ວ​ພັນ​ປາ​ດຸກ ຊະ​ນິດ​ປາ​ດຸກ ປາ​ດຸກ​ພັນ ການ​ສັງ​ເກດ​ເພດ​ປາ​ດຸກ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ