ກົບນາ |
ກົບທີ່ເໝາະສົມທີ່ຈະນຳມາປະສົມພັນ ແລະ ລ້ຽງໄດ້ແກ່: ກົບນາ ຖ້າລ້ຽງຕາມວິທີການແລ້ວຈະໃຊ້ເວລາ 4 - 5 ເດືອນ ຈະ ໄດ້ກົບທີ່ມີຂະ ໜາດ 4 - 5 ໂຕ/ກິໂລກຣາມ. ກົບພັນນີ້ມີການຈະເລີນເຕີບໂຕໄວ ໂດຍມີອັດຕາການແລກປ່ຽນອາຫານ ມາ ເປັນຊີ້ນ ປະມານ 3,4 ກິໂລກຣາມໝາຍຄວາມວ່າ: ໃຊ້ອາຫານຢູ່ 3,4 ກິໂລກຣາມຈະໄດ້ກົບຢູ່ 1 ກິໂລກຣາມ ທັງເປັນກົບ ທີ່ປະຊາຊົນນິຍົມກິນຫຼາຍກວ່າກົບສາຍພັນອື່ນລັກຊະນະຂອງກົບນານັ້ນໂຕຜູ້ຈະມີຂະໜາດນ້ອຍກວ່າໂຕແມ່ ແລະສ່ວນທີ່ເຮັດ ໃຫ້ໄຈ້ ແຍກໂຕຜູ້ ແລະ ໂຕແມ່ ໄດ້ຢ່າງຊັດເຈນແມ່ນເວລາທີ່ເຮົາປີ້ນກົບທັງ 2 ເພດຂື້ນຈະເຫັນວ່າໂຕຜູ້ຈະມີກ່ອງສຽງເປັນ ຈຸດ ສີດຳຢູ່ກ້ອງຄາງ 2 ຈຸດ, ໃນຊ່ວງຂອງລະດູການປະສົມພັນກົບໂຕຜູ້ຈະຮ້ອງ ແລະ ໃນຂະນະທີ່ຮ້ອງນັ້ນ ສ່ວນຂອງກ່ອງສຽງ ບາງ ແລະ ໃຫຍ່ຂື້ນສ່ວນໂຕແມ່ຈະເບິ່ງບໍ່ເຫັນກ່ອງ ສຽງດັ່ງກ່າວກົບໂຕແມ່ຈະຮ້ອງເຊັ່ນກັນ ແຕ່ສຽງຈະຄ່ອຍຖ້າຢູ່ໃນຊ່ວງລະ ດູປະສົມພັນ ກົບໂຕແມ່ ທີ່ມີໄຂ່ແກ່ຈະສັງເກດເຫັນສ່ວນຂອງ ທ້ອງບວມ ແລະໃຫຍ່ກ່ວາປົກກະຕິ ກົບໂຕຜູ້ຈະສົ່ງສຽງຮ້ອງຖີ່ ເຂົ້າ ແລະ ສີຂອງລຳໂຕຈະອອກເປັນສີເຫຼືອງອ່ອນຫຼື ມີສີເຫຼືອງຢູ່ທີ່ກ້ອງຂາທີ່ສາມາດເຫັນໄດ້ຊັດເຈນກ່ວາໂຕແມ່ ແຕ່ເຖິງຢ່າງ ໃດກໍ່ຕາມສີຂອງກົບຈະປ່ຽນແປງໄປຕາມ ສະພາບແວດລ້ອມ ແລະ ທີ່ຢູ່ອາໃສ.
ສຳລັບກົບທີ່ນິຍົມກັນລ້ຽງອີກຊະນິດຫນື່ງແມ່ນກົບບຣູຟັອກຊື່ງກົບຊະນິດນີ້ຈະແຕກຕ່າງກັບກົບນາຢ່າງຊັດເຈນ ຜິວ ໜັງສ່ວນໃຫຍ່ຈະລຽບແຕ່ຈະມີບາງສ່ວນຫຼຸບ ແລະ ເປັນສີນ້ຳຕານປົນຂຽວ ມີຈຸດສີນ້ຳຕານ ລັກສະນະເດັ່ນທີ່ເຫັນໄດ້ຊັດເຈນ ຄື: ສ່ວນຫົວເປັນສີຂຽວເຄືອບສີນ້ຳຕານ ແລະ ຢູ່ທາງຂ້າງທ້ອງມີ ລາຍສີນ້ຳຕານ ກ້ອງທ້ອງເປັນສີຂາວ ຂາທັງ 4 ເປັນລາຍນ້ຳ ຕານດຳໂຕຕຸ້ຍໂດຍສະເພາະແມ່ນທ້ອງຈະໃຫຍ່ກວ່າກົບນາ ກົບທີ່ໃຫຍ່ເຕັມທີ່ຈະມີລັກສະນະຄ້າຍຄືກັນກັບອື່ງດ້ວຍລັກສະນະ ປະ ຈຳໂຕແບບນີ້ ຈື່ງເຮັດໃຫ້ບໍ່ມີກົບຊະນິດນີ້ອອກຈຳໜ່າຍຢູ່ຕາມຕະຫຼາດລົດຊາດຂອງຊີ້ນກໍ່ສຼ້ ຊີ້ນກົບນາ ບໍ່ໄດ້ສ່ວນລັກສະ ນະ ໂຕຜູ້ນັ້ນຈະມີວົງແກ້ວຫູໃຫຍ່ຢູ່ທາງຫຼັງຕາ ແລະ ໃຫຍ່ກວ່າຕາກົບ ບຣູຟັອກ ໂຕຜູ້ທຸກໂຕຈະມີສີເຫຼືອງຢູ່ກ້ອງຄາງສ່ວນ ກົບ ໂຕແມ່ຈະເຫັນວົງແກ້ວຫູນ້ອຍກວ່າຕາ.
ກົບບຮຼຟອກ (ກົບສາຍພັນຈາກອາຟຮິກກາ) |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ