google-site-verification: google0d91bc93cfc88895.html ພືດ ທີ່ສາມາດຟອກປອດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, May 12, 2016

ພືດ ທີ່ສາມາດຟອກປອດ


ອາ­ຫານ​ຟອກ​ປອດ​ຊ່ວຍໃຫ້​ຫາຍ­ໃຈ​ສະ­ດວກ​ແມ່ນ​ປະ ກອບ​ດ້ວຍ: ໝາກ­ເຜັດ​ທີ່​ອຸ­ດົມ​ໄປດ້ວຍ​ສານ​ແຄ​ປ​ໄຊ​ຊີນ ທີ່​ໃຫ້​ຄວາມ ເຜັດ​ຮ້ອນ​ເຮັດ​ໃຫ້­ການ​ໄຫຼ​ວຽນຂອງ​ເລືອດ​ດີ​ຂຶ້ນ​

ກະ​ຕຸ້ນ​ການ​ສ້າງ ເຍື່ອ​ເມືອກ ແລະ​ປ້ອງ​ກັນ​ການ​ຕິດ ເຊື້ອ, ແອ​ປ​ເປິ້ນ ມີ​ສານ​ຟລາ​ໂວ ນອຍ, ວິ­ຕາ­ມິນ​ອີ​ແລະ​ຊີ​ຊ່ວຍ​ໃຫ້ ປອດ​ເຮັດ​ວຽກ​ໄດ້​ດີ​ທີ່​ສຸດ, ໝາກ­ອຶ ອຸ­ດົມ​ດ້ວຍ​ສານ​ເບ​ຕ້າ​ແຄ​ໂຣ​ທີນ ແລະ ວິ­ຕາ­ມິນ​ເຊ​ມີ ສັບ­ພະ​ຄຸນ​ເຊັ່ນ ດຽວ​ກັບ​ຫົວ​ກາ​ຣົດ, ຂີງ​ເປັນ​ເຄື່ອງ ເທດ​ທີ່​ມີ​ສານ​ຕໍ່­ຕ້ານ​ການ​ອັກ­ເສບ ແລະ​ກະ​ຕຸ້ນ​ການ​ຂັບ​ຂອງ​ເສຍ ອອກ​ຈາກ​ປອດ, ຫົວ​ກາ​ຣົດ​ອຸ­ດົມ ດ້ວຍ​ວິ­ຕາ­ມິນ​ເອ, ວິ­ຕາ­ມິນ​ຊີ ແລະ ໄລ​ໂຄ​ປີນ ຊຶ່ງ​ເປັນ­ສານ​ຕ້ານ​ອະ­ນຸ ມູນ​ອິດ­ສະ­ຫຼະ​ທີ່​ສົ່ງ​ຜົນ​ດີ​ຕໍ່​ສຸ​ຂະ ພາບ​ປອດ ແລະ​ຊ່ວຍ​ຫຼຸດ​ຄວາມ ສ່ຽງ​ຂອງ​ການ​ເກີດ​ໂລກ​ກ່ຽວ​ກັບ ປອດ, ໝາກ​ພິ­ລາ​ຊ່ວຍ​ຢັບ​ຢັ້ງ​ການ ຈະ­ເລີນ​ເຕີບ​ໂຕ​ຂອງ​ກ້ອນ​ຊີ້ນ​ປົ່ງ ທີ່​ປອດ ເພາະ​ປະ­ກອບ​ດ້ວຍ​ສານ ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ຈຳ­ນວນ ຫຼາຍ​ອຸ­ດົມ​ໄປ​ດ້ວຍ​ສານ​ແມັກ​ນີ ຊຽມ​ໃນ​ປະ­ລິ­ມານ​ສູງ ຈິ່ງ​ຊ່ວຍ​ໃຫ້ ປອດ​ເຮັດ​ວຽກ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ​ຍັງ​ເປັນ​ແຫຼ່ງ​ກົດ​ໄຂ­ມັນ​ທີ່​ຈຳ ເປັນ​ຕໍ່​ລະ­ບົບ​ຫົວ­ໃຈ ແລະ​ຫຼອດ ເລືອດ, ກະ­ທຽມ ແລະ​ຫົວ​ຜັກ­ບົ່ວ ແຫ້ງ​ອາ­ຫານ​ທີ່​ມີ​ກິ່ນ​ແຮງໆ​ເຫຼົ່າ ນີ້​ດີ​ຕໍ່​ຫົວ­ໃຈ ແລະ​ປອດ ເພາະ​ຊ່ວຍ ຫຼຸດ​ການ​ອັກ­ເສບ​ຫຼຸດ​ໄຂ­ມັນ ແລະ ປ້ອງ​ກັນ​ການ​ຕິດ­ເຊື້ອ.

    ນອກ­ຈາກ​ສິ່ງ​ທີ່​ກ່າວ​ມາ​ນັ້ນ ແລ້ວ​ຜັກ​ໃນ​ຕະ­ກູນ​ກະ​ຫຼ່ຳ​ປີ​ຍັງ​ມີ ລິດ​ຊ່ວຍ​ຢັບ​ຢັ້ງ​ໂລກ​ມະ​ເຮັງ​ປອດ ແລະ​ຕັດ​ຄວາມ​ສ່ຽງ​ການ​ເປັນ​ມະ ເຮັງ​ປອດ​ລົງ​ໄດ້​ເຄິ່ງ​ໜຶ່ງ​ອີກ​ທັງ​ຍັງ​ອຸ­ດົມ​ດ້ວຍ​ຄໍ​ໂຣ​ຟິ​ລ​ທີ່​ຊ່ວຍ​ຟອກເລືອດ​ໃຫ້​ສະ­ອາດ ແລະ​ສ້າງ​ເມັດ ເລືອດ​ຂຶ້ນ​ມາ​ໃໝ່ ລວມ​ທັງ​ມີ​ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ບາງ​ຊະ ນິດ​ໄດ້ ເທົ່າ​ນັ້ນ​ຍັງ​ບໍ່​ພໍ​ຂີ້­ໝິ້ນ​ເຄື່ອງ ເທດ​ຊະ­ນິດ​ນີ້​ມີ​ສັບ­ພະ​ຄຸນ​ຫຼາຍ ຢ່າງ​ຄ້າຍໆ​ຄື​ກັບ​ຂີງ​ທີ່​ສຳ­ຄັນ​ຍັງ ປະ­ກອບ​ດ້ວຍ​ເຄີ​ຄູ​ມິນ ຊຶ່ງ​ເປັນ­ສານ ທີ່​ກະ​ຕຸ້ນ​ການ​ທຳ­ລາຍ​ເຊລ​ມະ​ເຮັງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ