google-site-verification: google0d91bc93cfc88895.html ຫມາກ​ຍົມ ຄຸນ​ຄ່າ​ທາງ​ການ​ຢາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, May 12, 2016

ຫມາກ​ຍົມ ຄຸນ​ຄ່າ​ທາງ​ການ​ຢາ

ສັບພະ​ຄຸນ​ຂອງ​ໃບໝາກ​ຍົມ:  ​ໃບໝາກຍົມ​ແກ້​ເບົາຫວານ​ວິທີ​ກໍ່​ຄື​ການ​ໃຊ້​ໃບ​ສົດ ​ແລະ ​ໃບ​ເຕີຍ​ຫອມ​ພໍປະມານ​ນຳ​ມາ​ຕົ້ມ​ກັບ​ນໍ້າ​ເພື່ອ​ດື່ມ ຊຶ່ງ​​ໃນ​ໄລຍະ​ການ​ດື່ມ​ເຂົ້າ​ໄປນໍ້າ​ຈະ​ເຂົ້າ​ໄປກະ​ຕຸ້ນ​ຕັບ​ອ່ອນ​ໃຫ້​ແຂງ​ແຮງ ​ແລະ ສາມາດ​ຜະລິດ​ນໍ້າຕານ​ໃນ​ພາວະ​ສົມ​ດຸນ​ໂດຍ​ບໍ່​ຕ້ອງ​​ເພິ່ງ​ອິນ​ຊູ​ລິນຈາກ​ ພາຍ​ນອກຊ່ວຍ​ບຳລຸງ​ປະສາດ​ , ບັນ​ເທົາ​ອາການ​ເຈັບຫົ​ວ ດ້ວຍ​ການ​ໃຊ້​ໃບໝາກຍົມ​ແກ່ 1 ກໍາມືຕົ້ມ​ກັບ​ນໍ້າ​ແລ້ວ​ໃສ່​ນໍ້າຕານ​ລົງ​ໄປ​ພໍປະມານ​ແຕ່​ບໍ່​ໃຫ້​ຫວານ​ເກີນ ຕົ້ມ​ໃຫ້​ຟົດ​​ເພື່ອເອົາ​ໄວ້​ດື່ມ ​ເຊົ້າ - ​ແລງ ຄັ້ງ​ລະ 1 ຈອກ,​ ແກ້​ໄຂ້ຫວັດ, ​ແກ້​ພິດ​ອີ່​ສຸກ​ອີ່​ໃສ ດ້ວຍ​ການ​ໃຊ້​ໃບ​ຕົ້ມ​ກັບ​ນໍ້າ​ແລ້ວ​ນຳ​ມາ​ອາບ

 

ປະ​ໂຫຍ​ດຂອງໝາກຍົມ: ໜ່ວຍໝາກຍົມ ​ມີ​ສານ​ຕໍ່ຕ້ານ​ອະນຸ​ນູນອິສະລະ,​ຊ່ວຍ​ດັບ​ຄວາມ​ຮ້ອນ ​ແລະ ປັບ​ຄວາມ​ສົມ​ດຸນ​ໃນ​ຮ່າງກາຍ​ໃຊ້​ເປັນ​ຢາ​ອະນຸວັດ​ທະນະ, ບຳລຸງ​ເລືອດ ດ້ວຍ​ວິທີ​ໃຊ້ໝາກ​ທີ່​ສຸກ​ດີ​ນຳ​ມາດ​ອງ​ໃນ​ນໍ້າ​ເຊື່ອມຈົນ​ຄົບ 3 ມື້( ນໍ້າ 1 ສ່ວນ​ຕໍ່​ນໍ້າຕານ 3 ສ່ວນ) ​ແລ້ວ​ນຳ​ມາ​ກິນ​ມື້​ລະ 1 ບ່ວງ​ແກງ , ​ແກ້​ໄຂ້ ​ໂດຍ​ການ​ນຳ​ເປື​ອກມາ​ຕົ້ມ​ກັບ​ນໍ້າ​ເພື່ອ​ດື່ມ​ແຖມ​ຍັງ​ສາມາດ​ແກ້​ອາການ​ ໄຂ້ຫວັດ​ໄດ້​ເພາະມີ​ວິຕາມິນ​ເຊ​ສູງ , ມີ​ລິດ​ດັບ​ພິດ​ແກ້​ອາການ​ຄໍ​​ແຫ້ງ ດ້ວຍ​ການ​ຮັບ​ປະທານໝາກສຸກຫຼືດິບ​ກໍ່​ໄດ້ ​ໃຊ້​ເປັນ​ຢາ​ລະບາຍ​ຊ່ວຍ​ຮັກສາ​ຜົດຝື່ນ​ຄັນ ຫຼື ​ແກ້​ໂລກ​ປະດົງ ພຽງ​ແຕ່​ໃຊ້​ຮາກໝາກຍົມ​ປະມານ 1 ກິ​​ໂລກຣາມຕົ້ມ​ກັບ​ນໍ້າ 10 ລິດ ຕົ້ມ​ໃຫ​​້ຟົດ 10 ນາທີ ​ແລ້ວ​ປະ​ໄວ້​ໃຫ້​ອຸ່ນ​ຈຶ່ງ​ນຳ​ມາ​ອາບ ​ແລະ ຄວນ​ເຮັດ​ຄວບ​ຄູ່​ໄປ​ກັບ​ການ​ໃຊ້​ຮາກ​ຂອງ​ມັນ​ມາ​ຝົນ​ທາ​ບໍລິ​ເວນ​ທີ່​ເປັນ​ ດ້ວຍ , ​ແກ້​ໂລກ​ຜິວໜັງ, ອາການ​ປວດຫຼັງ, ປວດ​ກ້າມ​ຊີ້ນ, ​ໂລກ​ຂໍ້​ອັກ​ເສບ ດ້ວຍ​ການ​ນຳໝາກ​ມາ​ຕຳ​ກັບ​ພິກ​ໄທ​ແລ້ວ​​ໂອບ​ໄວ້​ບໍລິ​ເວນປວດ ຫຼື ຈະ​ກິນ​ເປັນໝາກສົດໆ​ເລີຍ​ກໍ່​ໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ