google-site-verification: google0d91bc93cfc88895.html ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, May 12, 2016

ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ

1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວພັນໃຫ້ສົດໃສ ຫຼຸດຜ່ອນຄວາມເຖົ້າ ແລະ ຊ່ວຍຕ້ານອານຸມູນອິດສະຫຼະແລ້ວ ເຊີີຣີຍັງຊ່ວຍໃຫ້ສາວໆອາລົມດີຂຶ້ນອີກນຳ ເນື່ອງຈາກເຊີຣີມີສານທີ່ຊື່ວ່າ ແອນໂທໄຊຍານິນ (anthocyanin) ຊຶ່ງເປັນເມັດສີທີ່ເຮັດໃຫ້ໝາກໄມ້ຊະນິດນີ້ມີສີສັນສົດໃສ ແລະ ມີສັບພະຄຸນທີ່ສຳຄັນຄືເຮັດໃຫ້ຄົນກິນມີຄວາມສຸກ ໃນທາງການແພດເຊີຣີຈັດໄດ້ວ່າເປັນ ແອັດສໄພລິນທຳມະຊາດເລີຍແຫຼະ
ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

2. ກ້ວຍ ກ້ວຍທຸກຊະນິດບໍ່ວ່າຈະເປັນກ້ວຍໄຂ່ ກ້ວຍນ້ຳ ກ້ວຍຫອມ ຫຼື ກ້ວຍອື່ນໆນອກຈາກຈະຫາກິນງ່າຍ ແລະ ມີລາຄາຖືກແລ້ວ ຍັງອຸດົມໄປດ້ວຍຄຸນປະໂຫຍດຫຼວງຫຼາຍ ດ້ວຍທາດໂປຕາສຊ້ຽມ (Potassium) ທີ່ສູງ ແຕ່ໂຊດ້ຽມຕ່ຳ ກ້ວຍຈຶ່ງຊ່ວຍໃນການຫຼຸດຄວາມດັນເລືອດ ມີທາດເຫຼັກສູງທີ່ຊ່ວຍກະຕຸ້ນການຜະລິດເຮໂມໂກລບິນ(Hemoglobin) ໃນເລືອດ ເຮັດໃຫ້ຜິວພັນຂອງທ່ານສ່ອງແສງມີເລືອດຝາດ ແລະ ປະລິມານເສັ້ນໄຍອາຫານທີ່ມີຢູ່ຫຼາຍຍັງຊ່ວຍໃຫ້ລະບົບຂັບຖ່າຍເປັນປົກກະຕິນຳ ກ້ວຍຍັງມີສ່ວນປະກອບຂອງວິຕາມິນບີ 6 ຊ່ວຍຮັກສາລະດັບນຳຕານໃນເລືອດໃຫ້ຄົງທີ່ ຊຶ່ງມີຜົນໄປເຖິງອາລົມສຳຫຼັບສາວໆ ທີ່ມາອາການກ່ອນມີປະຈຳເດືອນ (PMS-Premenstrual Syndrome) ການກິນກ້ວຍຈຶ່ງຊ່ວຍໃຫ້ອາລົມດີຂຶ້ນ
ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

3. ສະຕໍເບີຣີ ອຸດົມດ້ວຍວິຕາມິນຊີ ແລະ ໄຟຕິວຣຽນທີ່ຈະເຮັດໃຫ້ອະນຸມູນອິດສະຫຼະໝົດລິດ ຊ່ວຍຄືນຄວາມໜຸ່ມໃຫ້ລະບົບປະສາດ ຜ່ອນຄາຍຄວາມເມື່ອຍຂອງສະໝອງ ແລະ ເຮັດໃຫ້ສະໝອງຂອງທ່ານຕືີ່ນຕົວ ສາມາດຈື່ຈຳສິ່ງຕ່າງໆໄດ້ຢ່າງຕົງປະເດັນ
ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

4. ຜັກໃບຂຽວຕ່າງໆ ອາຍຸຫຼາຍຂຶ້ນ ຄວາມສ່ຽງຕໍ່ພະຍາດຕ່າງໆ ໂດຍສະເພາະພະຍາດຫົວໃຈກໍ່ເພີ່ມຫຼາຍຂຶ້ນໄປນຳ ການກິນຜັກໃບຂຽວທຸກມື້ຈະຊ່ວຍຫຼຸດຄວາມສ່ຽງພະຍາດນີ້ໄດ້ເຖິງ 11 ສ່ວນຮ້ອຍ ທັງຍັງຊ່ວຍໃນເລື່ອງການເບິ່ງເຫັນ ເນື່ອງຈາກມີແຄໂຣທີນອຍ (carotenoid) ເຖິງສອງຊະນິດຄື ລູທີນ (Lutein)  ແລະ ຊີແຊນທິນ (Zeaxanthin) ເຊິ່ງຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດຕໍ່ຕາເຊື່ອມອັນເນື່ອງມາຈາກໄວອາຍຸ ແລະ ຍັງອຸດົມໄປດ້ວຍກົດໂຟລິກ (Folic Acid) ທີ່ຈະຊ່ວຍໃຫ້ຮ່າງກາຍຜະລິດເຊວໃໝ່ໆ ທັງເປັນແຫຼ່ງວິຕາມິນອີ ແລະ ໂຟເລດ (folate) ທີ່ຈະຊ່ວຍຊະລໍບັນຫາຄວາມຈຳເຊື່ອມ

ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

5. ແອັບເປິ້ນ ເປັນທີ່ຮູ້ຈັກກັນມາດົນແລ້ວວ່າແອບເປິ້ນອຸດົມໄປດ້ວຍສານແອນຕີອ໋ອກຊີແດນ (Antioxidant) ຊ່ວຍກຳຈັດຕົວການທີ່ເຮັດໃຫ້ເຊວເຊື່ອມສະພາບ ສຳຫຼັບສາວໆທີ່ຕ້ອງການຄວາມສົດໃສ ຂໍແນະນຳໃຫ້ເລືອກກິນ ແອັບເປິ້ນສີບົວທີ່ມີສານພິໂລນິກ (phenolic) ຊຶ່ງຈະຊ່ວຍຢຸດຢັ້ງການເກີດຝາ ແລະ ຊະລໍຄວາມເຖົ້າໃຫ້ຜິວໜັງ ພ້ອມທັງມີສານຟລາໂວນອຍ (Flavonoids) ທີ່ເພີ່ມການດູດຊຶມວິຕາມິນຊີ ແລະ ເຮັດໃຫ້ຝາຫຼອດເລືຶອດຝອຍແຂງແຮງນຳ


ຜັກ 5 ຊະ​ນິດ ທີ່​ກິນ​ແລ້ວ​ນານ​ເຖົ້າ1. ເຊີຣີ ໝາກສີແດງໆ ລົດສົ້ມອົມຫວານຊະນິດນີ້ ອຸດົມໄປດ້ວຍວິຕາມິນຊີຫຼາຍກວ່າໝາກກ້ຽງເຖິງ 30-80 ເທົ່າ ນອກຈາກຈະຊ່ວຍບຳລຸງຜິວ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ