google-site-verification: google0d91bc93cfc88895.html ກ້ວຍ​ໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, September 09, 2015

ກ້ວຍ​ໄມ້

ກ້ວຍ​ໄມ້ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັ

 ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັນ​ໄມ້​ທີ່​ມີ​ການ​ປູກ​ແບບ​ຄົບ​ວົງ​ຈອນ​ເລີ່ມ​ຕັ້ງ­ແຕ່​ການ​ປະ­ສົມ​ເກ­ສອນ, ການ​ລ້ຽງ​ໃຍ, ລ້ຽງ​ກ້ວຍ​ໄມ້ ຈົນ​ຮອດ​ການ​ໃຫ້​ດອກ ແລະ ການ​ຕັດ​ດອກ​ບັນ­ຈຸ​ໃສ່​ຫີບ​ແລ້ວ​ສົ່ງ​ອອກ. 
   ກ້ວຍ​ໄມ້​ມີ​ແຫຼ່ງ​ກຳ­ເນີດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ຄື ອາ­ເມ­ລິ­ກາ​ລາ​ຕີນ ເປັນ​ອາ­ນາ​ບໍ­ລິ­ເວນ​ອາ­ເມ­ລິ­ກາ​ກາງ​ຕິດ​ກັບ​ເຂດ​ເໜືອ​ຂອງ​ອາ­ເມ­ລິ­ກາ​ໃຕ້ ສ່ວນ​ແຫຼ່ງ​ກຳ­ເນີດ​ກ້ວຍ​ໄມ້​ໃນ​ພູ­ມີ­ພາກ​ອາ­ຊີ ແລະ ປາ​ຊີ​ຟິກ, ກ້ວຍ​ໄມ້​ເປັນ​ພືດ​ທີ່​ມີ​ສ່ວນ​ຕ່າງໆ​ທີ່​ສົມ­ບູນ​ຄື ມີ​ຮາກ, ຕົ້ນ, ໃບ ແລະ ໝາກ, ກ້ວຍ​ໄມ້​ບໍ່​ມີ​ຮາກ­ແກ້ວ, ລຳ­ຕົ້ນ​ບໍ່​ມີ​ແກ່ນ, ສ່ວນ​ໃບ​ຈັດ​ເປັນ​ໃບ​ລ້ຽງ​ດ່ຽວ​ມີ​ເສັ້ນ​ຂະ ໜານ​ກັນ​ຕາມ​ຄວາມ​ຍາວ​ຂອງ​ໃບ. 
   ວິ­ທີ​ການ​ປູກ ເປັນ​ປັດ​ໄຈ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ຊ່ວຍ​ບັງ­ຄັບ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ກ້ວຍ​ໄມ້, ຖ້າ​ໃຊ້​ວິ­ທີ​ບໍ່​ເໝາະ​ສົມ ກ້ວຍ​ໄມ້​ກໍ່​ບໍ່​ຈະ­ເລີນ​ງອກ​ງາມ​ເທົ່າ​ທີ່​ຄວນ ດັ່ງນັ້ນຜູ້​ປູກ​ກ້ວຍ​ໄມ້​ຈິ່ງ​ຈຳ­ເປັນ​ຕ້ອງ​ສຶກ​ສາ​ຄວາມ​ຕ້ອງ­ການ​ຂອງ​ກ້ວຍ​ໄມ້​ແຕ່​ລະ​ຊະ­ນິດ​ຕົ້ນ­ຕໍ​ແມ່ນ​ການ​ເລືອກ​ພາ­ຊະ­ນະ ແລະ ເຄື່ອງ​ປູກ​ລວມ​ທັງ​ວິ­ທີ​ການ​ປູກ​ໃຫ້​ເໝາະ​ສົມ​ກັບ​ກ້ວຍ​ໄມ້​ຊະ­ນິດ​ນັ້ນໆ. 
    ພາ­ຊະ­ນະ​ທີ່​ໃຊ້​ໃນ​ການ​ປູກ​ກ້ວຍ​ໄມ້​ມີ​ສ່ວນ​ສຳ­ຄັນ​ຕໍ່​ການ​ຈະ­ເລີນ​ງອກ​ງາມ​ຂອງ​ກ້ວຍ​ໄມ້ ດັ່ງ­ນັ້ນ ຈິ່ງ​ຄວນ​ຈັດ​ພາ­ຊະ­ນະ​ປູກ​ໃຫ້​ເໝາະ​ສົມ, ພາ­ຊະ­ນະ​ສຳ­ລັບ​ປູກ​ກ້ວຍ​ໄມ້​ມີ​ຫຼາຍ​ຊະ­ນິດ​ເຊັ່ນ: ກະ​ຖັງ​ດິນ​ເຜົາ​ຮູບ​ຈອກ, ກະ​ຖັງ​ດິນ​ເຜົາ​ຮູບ​ສູງ, ກະ­ຕ່າ​ທີ່​ເຮັດ​ດ້ວຍ​ໄມ້ ສັກ, ກະ­ຕ່າ​ຢາງ, ກະ​ຖັງ​ດິນ​ເຜົາ​ມີ​ຮູບ​ກົ້ນ​ກະ​ຖັງ, ທ່ອນ​ໄມ້​ທີ່​ມີ​ເປືອກ ແລະ ຕົ້ນ­ໄມ້​ໃຫຍ່. 
   ສ່ວນ​ເຄື່ອງ​ທີ່​ມາ​ປະ­ກອບ​ໃນ​ການ​ປູກ​ມີ​ພາ­ຊະ­ນະ​ທີ່​ໃຊ້​ປູກ​ກ້ວຍ​ໄມ້ ເປັນ​ທີ່​ເກັບ​ອາ­ຫານ, ເກັບ​ຄວາມ​ຊຸ່ມ ຫຼື ຝຸ່ນ​ຂອງ​ກ້ວຍ​ໄມ້ ແລະ ເພື່ອ​ໃຫ້​ຮາກ​ຂອງ​ກ້ວຍ​ໄມ້​ເກາະ​ຕົ້ນ​ຈະ​ໄດ້​ຕັ້ງ​ຢູ່​ໄດ້, ເຄື່ອງ​ທີ່​ເໝາະ​ສົມ​ກັບ​ລັກ­ສະ­ນະ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຮາກ​ກ້ວຍ​ໄມ້​ຈະ​ໃຫ້​ກ້ວຍ​ໄມ້​ເຕີບ​ໂຕ​ໄດ້​ດີ ແລະ ແຂງ­ແຮງ​ຕົ້ນ­ຕໍ​ແມ່ນ​ອອດ​ມັນ​ດ້າ ເປັນ​ເຄື່ອງ​ປູກ​ທີ່​ໄດ້​ມາ​ຈາກ​ຮາກ​ຂອງ​ເຟີນ ລັກ­ສະ­ນະ​ເປັນ​ເສັ້ນ​ຍາວ ສີ­ນ້ຳ­ຕານ​ຈົນ​ເກືອບ​ດຳ ຄ່ອນ​ຂ້າງ​ແຂງ ກ່ອນ​ທີ່​ຈະ​ໃຊ້​ຕ້ອງ​ລ້າງ​ໃຫ້​ສະ­ອາດ​ແລ້ວ​ຈຶ່ງ​ອັດ​ຕາມ​ລວງ​ຍາວ​ລົງ​ໄປ​ໃນ​ກະ​ຖັງ ກ່ອນ​ທີ່​ຈະ​ອັດ​ລົງ​ໃນ​ກະ​ຖັງ​ຄວນ​ຮອງ​ກົ້ນ​ກະ​ຖັງ​ດ້ວຍ​ກະ­ເບື້ອງ​ແຕກ ຫຼື ຖ່ານ​ປະ­ມານ​ເຄິ່ງ​ຫນຶ່ງ​ຂອງ​ກະ​ຖັງ ເພື່ອ​ໃຫ້​ລະ­ບາຍ​ນ້ຳ​ໄດ້​ສະ­ດວກ​ບໍ່​ຄວນ​ອັດ​ອອດ​ສະ​ມັນ​ດ້າ​ໃຫ້​ເຕັມ​ກະ​ຖັງ ກ່ອນ​ຈະ​ໃຊ້​ຄວນ​ແຊ່​ນ້ຳ ຫຼື ຕົ້ມ​ເພື່ອ​ຂ້າ​ເຊື້ອ​ລາ​ກ່ອນ ອອດ​ສະ​ມັນ​ດ້າ ເປັນ​ເຄື່ອງ​ປູກ​ທີ່​ດີ ແຕ່​ມີ​ລາ­ຄາ​ຂ້ອນ​ຂ້າງ​ແພງ ແລະ ສາ­ມາດ​ລ້ຽງ​ກ້ວຍ​ໄມ້​ໄດ້​ຈະ­ເລີນງອກ​ງາມ​ສະ​ຫມ່ຳ​ສະ­ເຫມີ, ມີ​ອາ­ຍຸ​ການ​ໃຊ້​ງານ 2-3 ປີ 
    ສ່ວນ​ເປືອກ​ໝາກ­ພ້າວ ເປັນ​ເຄື່ອງ​ປູກ​ທີ່​ນິ­ຍົມ​ໃຊ້​ປູກ​ກ້ວຍ​ໄມ້​ຫຼາຍ​ເພາະ​ຫາ​ງ່າຍ, ລາ­ຄາ​ຖືກ ເໝາະ​ທີ່​ຈະ​ໃຊ້​ອັດ​ລົງ​ໃນ​ກະ​ຖັງ​ດິນ​ເຜົາ​ສຳ­ລັບ​ໃຊ້​ປູກ​ກ້ວຍ​ໄມ້​ຮາກ​ກາງ​ອາ­ກາດ ແລະ ວິ­ທີ​ໃຊ້​ແມ່ນ​ໃຊ້​ເປືອກ​ໝາກ­ພ້າວ​ແຫ້ງ​ທີ່​ແກ່​ແທ້ໃຫ້​ນຳ​ເອົາ​ເປືອກ​ອັດ​ຕາມລວງ​ຍາວ​ໃຫ້​ແໜ້ນ​ລົງ​ໃນ​ກະ​ຖັງ, ຕັດ​ໜ້າ​ໃຫ້​ລຽບ​ແລ້ວ​ໃຊ້​ແປງ​ລວດ​ປັດ​ໜ້າ ເພື່ອ​ໃຫ້​ດູດ​ນ້ຳ​ດີ​ຂຶ້ນ ກາບ​ໝາກ­ພ້າວ​ເປັນ​ເຄື່ອງ​ປູກ​ທີ່​ໄດ້​ຄວາມ​ຊຸ່ມ​ສູງເໝາະ​ສຳ­ລັບ​ກ້ວຍ​ໄມ້​ປູກ​ໃໝ່ ເພາະ​ຈະ​ເຮັດ​ໃຫ້​ຕັ້ງ​ຕົວ​ໄວ ຈິ່ງ​ເຮັດ​ໃຫ້​ກ້ວຍ​ໄມ້​ຈະ­ເລີນ​ງອກ​ງາມ​ໄວ​ກວ່າ​ປູກ​ດ້ວຍ​ເຄື່ອງ​ປູກ​ຊະ­ນິດ​ອື່ນໆ ແຕ່​ອາ­ຍຸ​ໃນ​ການ​ໃຊ້​ງານ​ຂອງ​ກາບ​ໝາກ­ພ້າວ​ຈະ​ໃຊ້​ໄດ້​ພຽງ​ປີ​ດຽວ​ກໍ່​ຈະ​ຜຸ, ຂໍ້​ເສຍ​ອີກ​ຢ່າງ​ຫນຶ່ງ​ແມ່ນ​ເກີດ​ມີ​ໄຄ​ນ້ຳ​ໄດ້​ງ່າຍ ເນື່ອງ​ຈາກ​ກາບ​ໝາກ­ພ້າວ​ອົມ​ຄວາມ​ຊຸ່ມ​ໄດ້​ຫຼາຍ ຈຶ່ງ​ຄວນ​ຫົດ​ນ້ຳ​ນ້ອຍ​ກວ່າ​ເຄື່ອງ​ປູກ​ປະ­ເພດ​ອື່ນໆ. 
     ຖ່ານ​ເປັນ​ເຄື່ອງ​ປູກ​ກ້ວຍ​ໄມ້​ທີ່​ດີ​ຊະ­ນິດ​ໜຶ່ງ ເພາະ​ລາ­ຄາ​ບໍ່​ແພງຄົງ​ທົນ​ຖາ­ວອນບໍ່​ເນົ່າ ແລະ ຜຸ​ພັງ​ງ່າຍ, ດູດ​ອົມ​ນ້ຳ​ໄດ້​ດີ​ພໍ​ສົມ­ຄວນ​ບໍ່​ປຽກ ຫຼື ຊຸ່ມ​ເກີນ​ໄປ, ຍັງ​ຊ່ວຍ​ດູດ​ກິ່ນ​ທີ່​ເນົ່າ​ເສຍ ແລະ ເຮັດ​ໃຫ້​ອາ­ກາດ​ບໍ­ລິ­ສຸດ​ໄດ້​ອີກ ແຕ່​ຂໍ້​ເສຍ​ເນື່ອງ​ຈາກ​ຈະ​ມີ​ເຊື້ອ​ລາ​ຢູ່ໃນ​ການ​ໃຊ້​ຖ່ານ​ເປັນ​ເຄື່ອງ​ປູກ​ຄວນ​ໃຊ້​ຖ່ານ​ປົ່ນ​ທີ່​ເປັນ​ກ້ອນ​ນ້ອຍໆ​ປະ­ສົມ​ກັບ​ວັດ​ສະ​ດຸ​ທີ່​ຫັກ ຮອງ​ກົ້ນ​ກະ​ຖັງ​ປະ­ມານ​ເຄິ່ງ​ໜຶ່ງ​ແລ້ວ​ໃສ່​ຖ່ານ​ປົນ​ທັບ​ຈົນ​ເຕັມ​ກະ​ຖັງ​ຈິ່ງ​ນຳ​ເອົາ​ຕົ້ນ​ກ້ວຍ​ໄມ້​ລົງ​ປູກ ຫຼື ຈະ​ໃຊ້​ຊາຍ​ແກ່, ຫີນ​ກໍ່​ໄດ້. 
    ກ້ວຍ​ໄມ້ ສາ­ມາດ​ສ້າງ​ຈາກ​ການ​ເພາະ​ໃຍ (ຫຼື ແກ່ນ, ເນື້ອ​ເຍື່ອ) ຂອງ​ກ້ວຍ​ໄມ້​ອອກ​ຈາກ​ແກ້ວ​ແລ້ວ​ລ້າງ​ໃຫ້​ໝົດ​ເສດ​ວຸ້ນ​ອາ­ຫານນຳ​ລົງ​ຈຸ່ມ​ໃນ​ນ້ຳ​ຢາ​ນາ​ຕຣີ​ຟິນ ໃນ​ອັດ­ຕາ​ສ່ວນ​ນ້ຳ​ຢາ 1ສ່ວນ​ຕໍ່​ນ້ຳ​ສະ­ອາດ 2.000 ລິດ ແລ້ວ​ນຳ­ໄປ​ຕາກ­ແດດ​ໃຫ້​ແຫ້ງ​ໃນ​ບ່ອນ​ຮົ່ມ ແຍກ​ລູກ​ກ້ວຍ​ໄມ້​ອອກ​ເປັນ 2 ຂະ­ໜາດຄື ຂະ­ໜາດ​ນ້ອຍ​ກັບ​ຂະ­ໜາດ​ໃຫຍ່​ພໍ​ຈະ​ປູກ​ລົງ​ໃນ​ກະ​ຖັງ.
ການ​ປູກ​ກ້ວຍ​ໄມ້​ຂະ­ໜາດ​ນ້ອຍ ລູກ​ກ້ວຍ​ໄມ້​ຂະ­ໜາດ​ນ້ອຍ​ໃຫ້​ປູກ​ໃນ​ກະ​ຖັງ​ລວມ​ໝູ່ ຫຼື ກະ​ຖັງ​ດິນ​ເຜົາ​ຂະ­ໜາດ​ສູງ 10-15 ຊັງ​ຕີ​ແມັດ ຮອງ​ກົ້ນ​ກະ​ຖັງ​ດ້ວຍ​ຖ່ານ​ຂະ­ໜາດ​ປະ­ມານ 2,5 ຊັງ​ຕີ​ແມັດ, ສ່ວນ​ຄວາມ​ສູງ​ໃຫ້​ໄດ້​ເກືອບ​ເຄິ່ງ​ຂອບ​ລຸ່ມ​ຂອງ​ກະ​ຖັງ​ແລ້ວ​ໂຮຍ​ທັບ​ດ້ວຍ​ອອດ​ສະ​ມັນ​ດ້າ​ໜາ​ປະ­ມານ 2,5 ຊັງ​ຕີ​ແມັດ, ໃຫ້​ອອດ​ສະ​ມັນ​ດ້າ​ຕ່ຳ​ກວ່າ​ຂອບ​ກະ​ຖັງ​ປະ­ມານ 1,5  ຊັງ​ຕີ​ແມັດ ໃຊ້​ມື​ຂ້າງ​ໜຶ່ງ​ຈັບ​ໄມ້​ກົມໆ​ເຈາະ​ໜ້າ​ອອດ​ສະ​ມັນ​ດ້າ​ໃນ​ກະ​ຖັງ​ໃຫ້​ເປັນ​ຮູ​ເລິກ ແລະ ກວ້າງ​ພໍ​ສົມ­ຄວນ, ໃຊ້​ມື​ອີກ​ຂ້າງ​ໜຶ່ງ​ຈັບ​ຄີມ​ຄີບ​ລູກ​ກ້ວຍ​ຄ່ອຍໆ​ແລ້ວ​ເອົາ​ຮາກ​ຢ່ອນ​ລົງ​ໄປ​ໃນ​ຮູ​ທີ່​ເຈາະ​ໄວ້​ໂດຍ​ໃຫ້​ຢອດ​ລົງ​ຊື່ ຈາກ​ນັ້ນ​ກໍ່​ເອົາ​ອອດ​ສະ​ມັນ​ດ້າ​ປົກ​ລົງ​ໃນ​ຮູ​ໃຫ້​ທັບ​ຮາກ​ຮຽບ​ຮ້ອຍ ຄວນ​ກະ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຕົ້ນ​ໃຫ້​ພໍ­ດີ, ຖ້າ​ເປັນ​ກະ​ຖັງ​ລວມ​ໝູ່​ຂະ­ໜາດ​ປາກ​ກວ້າງ 10 ຊັງ​ຕີ​ແມັດ ປູກ​ລູກ​ກ້ວຍ​ໄມ້​ໄດ້​ປະ­ມານ 40-50 ຕົ້ນ. 
ການ​ປູກ​ກ້ວຍ​ໄມ້​ຂະ­ໜາດ​ໃຫຍ່ ລູກ​ກ້ວຍ​ໄມ້​ທີ່​ຕົ້ນ​ໃຫຍ່​ໃຫ້​ປູກ​ໃນ​ກະ​ຖັງ​ຂະ­ໜາດ 2,5 ຊັງ​ຕີ​ແມັດ ໃຊ້​ໄມ້​ແຂງໆ​ຄ່ອຍໆ​ເຄາະ​ອອດ​ສະ​ມັນ​ດ້າ​ໃນ​ກະ​ຖັງ​ຕາມ​ແນວ​ຕັ້ງ​ອອກ​ມາ​ໃຊ້​ນິ້ວ​ມື​ຮັດ​ເສັ້ນ​ອອດ​ສະ​ມັນ​ດ້າ​ໃຫ້​ຄົງ​ເປັນ​ຮູບ​ຕາມ​ເດີມ ແລະ ຄ່ອຍໆ​ເບາະ​ອອດ​ສະ​ມັນ​ດ້າ​ໃຫ້​ແພ່​ເທິງ​ຝ່າ­ມື ຈາກ​ນັ້ນ​ກໍ່​ຈັບ​ເອົາ​ລູກ​ກ້ວຍ​ໄມ້​ມາ​ວາງ​ທັບ​ໃຫ້​ລຳ­ຕົ້ນ​ຢູ່​ໃນ​ລະ­ດັບ​ຜິວ​ໜ້າ​ຕັດ​ຂອງ​ອອດ​ສະ​ມັນ​ດ້າ​ພໍ­ດີ ຫຼື  ຫຼຸດ​ກ່ອນ​ໜ້ອຍ​ໜຶ່ງ ແລ້ວ​ຮວບ​ອອດ​ສະ​ມັນ​ດ້າ​ເຂົ້າ​ດ້ວຍ​ກັນ ຫຼັງ​ຈາກ​ນັ້ນ​ກໍ່​ນຳ​ກັບ​ໄປ​ໃສ່​ກະ​ຖັງ​ຄື­ເກົ່າ ສຳ­ເລັດ​ແລ້ວ​ນຳ​ເຂົ້າ​ໄປ​ເກັບ​ໄວ້​ໃນ​ບ່ອນ​ລ້ຽງ​ລູກ​ກ້ວຍ​ໄມ້ ສຳ­ລັບ​ລູກ​ກ້ວຍ​ໄມ້​ຂະ­ໜາດ​ນ້ອຍ​ທີ່­ຢູ່​ໃນ​ກະ​ຖັງ​ລວມ​ໝູ່​ມາ​ເປັນ​ໄລ­ຍະ​ເວ­ລາ​ປະ­ມານ 6 ເດືອນ​ຂຶ້ນ​ໄປ​ຈະ​ມີ​ລຳ­ຕົ້ນ​ໃຫຍ່​ແຂງ­ແຮງ​ພໍ​ສົມ­ຄວນ ຈິ່ງ​ຍ້າຍ​ໄປ​ປູກ​ໃນ​ກະ​ຖັງ​ນິ້ວ ໂດຍ​ນຳ​ກະ​ຖັງ​ລວມ​ໝູ່​ໄປ​ແຊ່​ນ້ຳ​ປະ­ມານ 10 ນາ­ທີ ຈາກ​ນັ້ນ​ຄ່ອຍໆ​ແກະ​ຮາກ​ທີ່​ຈັບ​ກະ​ຖັງ ແລະ ເຄື່ອງ​ປູກ​ອອກ​ແລ້ວ​ແຍກ​ເປັນ­ຕົ້ນໆ ຈິ່ງ​ນຳ­ໄປ​ປູກ​ໃນ​ກະ​ຖັງ​ນິ້ວ​ຄື​ກັນ. 
ເມື່ອ​ລູກ​ກ້ວຍ​ໄມ້​ໃນ​ກະ​ຖັງ​ນິ້ວ​ມີ​ຮາກ​ຈະ­ເລີນ​ແຂງ­ແຮງ​ດີ ແລະ ມີ​ໃບ​ຍາວ​ປະ­ມານ​ຂ້າງ​ລະ 5ຊັງ​ຕີ​ແມັດ ເຊິ່ງ​ໃຊ້​ເວ­ລາ​ໃນ​ການ​ປູກ​ປະ­ມານ 6-7ເດືອນ ກໍ່​ນຳ​ລົງ​ໄປ​ໃນ​ກະ­ເຊົ້າ​ໄມ້​ຂະ­ໜາດ 7,5-12,5ຊັງ​ຕີ​ແມັດ ດ້ວຍ​ການ​ນຳ​ກະ​ຖັງ​ນິ້ວ​ໄປ​ແຊ່​ນ້ຳ​ປະ­ມານ 5-10ນາ­ທີ ເພື່ອ​ໃຫ້​ແກະ​ອອກ​ຈາກ​ກະ​ຖັງ​ໄດ້​ງ່າຍ ໂດຍ​ການ​ໃຊ້​ນິ້ວ​ມື​ດັນ​ບໍ­ລິ­ເວນ​ກົ້ນ​ກະ​ຖັງ​ທັງ​ຕົ້ນ ແລະ ອອດ​ສະ​ມັນ​ດ້າ​ຈະ​ຫຼຸດ​ອອກ​ມາ, ສ່ວນ​ມື​ເບື້ອງ​ໜຶ່ງ​ຈັບ​ອອດ​ສະ​ມັນ​ດ້າ ແລະ ລູກ​ກ້ວຍ​ໄມ້​ວາງ​ລົງ​ກາງ​ກະ­ເຊົ້າ​ທີ່​ກຽມ​ໄວ້, ສ່ວນ​ມື​ອີກ​ເບື້ອງ​ໜຶ່ງ​ຈັບ​ກ້ອນ​ຖ່ານ​ໄມ້​ຂະ­ໜາດ​ພໍ​ເໝາະ​ສົມ​ໃສ່​ລົງ​ໄປ​ໃນ​ໄລ­ຍະ​ລະ­ຫວ່າງ​ອອດ​ສະ​ມັນ​ດ້າ​ກັບ​ຂອບ​ກະ­ເຊົ້າ​ໃຫ້​ຄວບ​ຄຸມ​ລຳ­ຕົ້ນ​ໄດ້ ຈາກ​ນັ້ນ​ກໍ່​ນຳ­ໄປ​ແຂວນ​ໄວ້. 
ຫຼັງ​ຈາກ​ປູກ​ກ້ວຍ​ໄມ້​ມີ​ໃບ​ຍາວ 10-12,5 ຊັງ​ຕີ​ແມັດ ຄວນ​ຍ້າຍ​ໄປ​ປູກ​ໃນ​ກະ­ເຊົ້າ​ຂະ­ໜາດ 20-25 ຊັງ​ຕີ​ແມັດ ໂດຍ​ການ​ສຸບ​ກະ­ເຊົ້າ​ເກົ່າ​ລົງ​ໄປ​ໃນ​ກະ­ເຊົ້າ​ໃໝ່​ເພື່ອ​ໃຫ້​ຮາກ​ມີ​ການ​ກະ­ທົບ­ກະ­ເທືອນ​ແລ້ວ​ໃຊ້​ກ້ອນ​ຖ່ານ​ໄມ້​ກ້ອນ​ໃຫຍ່ໆ​ວາງ​ທັບ​ກັນ​ໂລ່ງ ຫຼື ຈະ​ບໍ່​ໃຊ້​ເລີຍ​ກໍ່​ໄດ້ ເນື່ອງ​ຈາກ​ກ້ວຍ​ໄມ້​ບໍ່​ຕ້ອງ­ການ​ເຄື່ອງ​ປູກ​ທີ່​ແໜ້ນ ແລະ ປຽກ​ຊຸ່ມ​ເປັນ​ເວ­ລາ​ດົນໆ, ແຕ່​ຖ້າ​ບໍ່​ຕ້ອງ­ການ​ສຸບ​ກະ­ເຊົ້າ​ເກົ່າ​ລົງ​ໄປ​ກໍ່​ນຳ​ກະ­ເຊົ້າ​ເກົ່າ​ໄປ​ແຊ່​ນ້ຳ​ກ່ອນ ເພື່ອ​ໃຫ້​ແກະ​ຮາກ​ທີ່​ຕິດ​ຈັບ​ກະ­ເຊົ້າ​ອອກ​ໄດ້​ງ່າຍ. 
ສຳ­ລັບ​ກ້ວຍ​ໄມ້​ລຳ­ຕົ້ນ​ໃຫຍ່​ທີ່​ໄດ້​ມາ​ຈາກ​ບ່ອນ​ອື່ນ ຫຼື ຈາກ​ການ​ແຍກ​ໜໍ່ຈະ​ຕ້ອງ​ຕັດ​ຮາກ ແລະ ໃບ​ທີ່​ເນົ່າ ຫຼື ເປັນ​ບາດ­ແຜ​ໃຫຍ່ໆ​ຖິ້ມ​ເສຍ​ກ່ອນ ຮາກ​ບາງ​ສ່ວນ​ທີ່​ຍັງ​ດີ​ແຕ່​ຍາວ​ເກີນ​ໄປ​ອາດ​ຕັດ​ໃຫ້​ສັ້ນ​ຈົນ​ເກືອບ​ເຖິງ​ລຳ­ຕົ້ນ​ແລ້ວ​ທາ​ບໍ­ລິ­ເວນ​ທີ່​ຕັດ​ທຸກ​ບ່ອນ​ດ້ວຍ​ປູນ​ແດງ ຫຼື ຢາ​ປ້ອງ​ກັນ​ໂລກ​ເຊັ່ນ ອອ​ຣ໌ໂ​ທ​ໄຊ 50 ປະ­ສົມ​ນ້ຳ​ໃຫ້​ເລະ​ຫຼາຍໆ ແລ້ວ​ນຳ​ຕົ້ນ​ກ້ວຍ​ໄມ້​ລົງ​ປູກ​ໃນ​ກະ­ເຊົ້າ​ໄມ້​ທີ່​ມີ​ຂະ­ໜາດ​ເໝາະ​ສົມ​ກັບ​ລຳ­ຕົ້ນ. 
 ນອກ­ຈາກ​ນັ້ນຍັງ​ສາ­ມາດນໍາເອົາ​ກ້ວຍ​ໄມ້​ຕົ້ນ​ໃຫຍ່​ໄປ​ມັດຕິດ​ກັບ​ທ່ອນ​ໄມ້ ຫຼື ກະ­ເຊົ້າ​ໃຫ້​ບໍລິ​ເວນ​ລໍາ­ຕົ້ນ​ຕິດ​ຢູ່​ກັບ​ພາ­ຊະ­ນະ ປູກສ່ວນ​ຍອດ​ອາດ​ຕັ້ງ​ພາດ​ຂຶ້ນໄປ ຫຼື ລໍາ­ຕົ້ນ​ໂນ້ມ​ໄປ​ທາງ​ໜ້າ ແລະ ສ່ວນ​ຍອດ​ເງີຍ​ຂຶ້ນມັດ​ລໍາຕົ້ນ​ໃຫ້​ຊື່​ບໍ­ລິ­ເວນ​ເທິງ​ກົກ​ຕົ້ນ​ຂຶ້ນໄປ​ໜ້ອຍ​ໜຶ່ງ​ໃຫ້​ຕິດ​ກັບ​ພາ​ຊະນະ​ປູກ​ດ້ວຍ​ເຊືອກ​ຟາງ ຫຼື ລວດ 1-2 ຈຸດ ແລະ ມັດ​ຮາກ​ໃຫຍ່ໆໃຫ້​ຕິດ​ກັບ​ພາ­ຊະ­ນະ​ປູກ​ອີກ1-2 ຈຸດ ເພື່ອ​ໃຫ້​ຕິດ​ແໜ້ນ ອາດ​ຈະໃຊ້​ກາບ​ໝາກ­ພ້າວ​ກາບ​ອ່ອນ​ຈຸ່ມນ້ໍາ​ໃຫ້​ຊຸ່ມ​ມັດ​ຫຸ້ມ​ບາງໆ​ອ້ອມຮອບ​ກົນ​ຕົ້ນ​ກ້ວຍ​ໄມ້​ເທິງ​ບໍ​ລິເວນ​ເກີດ​ຮາກ​ໜ້ອຍ​ໜຶ່ງ​ກັບ​ທ່ອນໄມ້​ກໍ່​ໄດ້ ແລະ ນຳ​ທ່ອນ​ໄມ້ ຫຼື ກະ­ເຊົ້າ​ໄປ​ແຂວນ​ເທິງ​ຮາວ ເມື່ອເກີດ​ຮາກ​ໃໝ່​ເກາະ​ຕິດ​ພາ­ຊະ­ນະປູກ​ດີ​ແລ້ວ​ຈິ່ງ​ຕັດ​ເຊືອກ​ຟາງ ຫຼື ລວດ​ອອກ 

ກ້ວຍ​ໄມ້ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັ

   ການ​ປູກ​ພືດ​ຊະ­ນິດ​ໃດ​ກໍ່​ຕາມລ້ວນ​ແຕ່​ມີ​ຄວາມ​ຕ້ອງ­ການ​ໃຍ​ອາ­ຫານ​ເພື່ອ​ໄປ​ລ້ຽງ​ລຳ­ຕົ້ນ​ກໍ່ໃຫ້​ເກີດ​ຜົນ​ສູງ​ສຸດ ໂດຍ​ສະ­ເພາະນ້ໍາ ແລະ ຝຸ່ນ, ສ່ວນ​ການ​ປູກກ້ວຍ​ໄມ້​ກໍ່​ຄື​ກັບ​ພືດ​ຊະ­ນິດ​ອື່ນ​ທີ່ມີ​ຄວາມ​ຕ້ອງ­ການ​ສິ່ງ​ເຫຼົ່າ​ນີ້​ໄປ​ຫຼໍ່­ລ້ຽງ​ລໍາ­ຕົ້ນ ເພາະ​ນ້ໍາ​ມີ​ຄວາມສໍາຄັນ​ຕໍ່​ກັບ​ການ​ຈະ­ເລີນ​ເຕີບໂຕ​ຂອງ​ກ້ວຍ​ໄມ້ ແລະ ນ້ໍາເປັນຕົວ​ລະ­ລາຍ​ສານ​ອາ­ຫານ​ຕ່າງໆ ເພື່ອ​ໃຫ້​ຮາກ​ຂອງ​ກ້ວຍ​ໄມ້​ສາມາດ​ດູດ​ອາ­ຫານ​ໄປ​ລ້ຽງ​ສ່ວນຕ່າງໆ​ໄດ້, ກ້ວຍ​ໄມ້​ຕ້ອງ­ການນ້ໍາສະ­ອາດ​ປາ­ສະ­ຈາກ​ເກືອ​ແຮ່ທີ່​ເປັນ​ພິດ ແລະ ມີ​ຄວາມ​ຕ້ອງການ​ກົດ ຫຼື ດ່າງ pH ຢູ່​ລະ­ຫວ່າງ 6-7 ແຕ່​ນ້ໍາ​ທີ່​ມີ​ຄຸນ­ສົມ­ບັດ​ເໝາະສົມ​ທີ່​ສຸດ​ຕໍ່​ຄວາມ​ຕ້ອງ­ການ​ຂອງກ້ວຍ​ໄມ້​ຄື​ນ້ໍາ​ບໍ­ລິ­ສຸດ​ທີ່​ມີ​ຄວາມເປັນ​ກົດ​ອ່ອນໆ​ມີ­ຄ່າ pH ປະ­ມານ 6,5, ນ້ຳ​ທີ່​ມີ pH ຕ່ໍາ​ກວ່າ 5,5 ຫຼື ສູງ​ກວ່າ7 ຈິ່ງ​ບໍ່​ຄວນ​ນໍາ​ມາໃຊ້​ຫົດ​ກ້ວຍ​ໄມ້ ແລະ ການ​ຫົດນ້ໍາ​ກ້ວຍ​ໄມ້​ປົກ­ກະ­ຕິ​ຄວນ​ໃຫ້​ວັນລະ​ເທື່ອ​ຍົກ­ເວັ້ນ​ວັນ​ທີ່​ມີ​ຝົນ­ຕົກ, ຄວນ​ຫົດ​ເວ­ລາ​ທີ່​ແດດ­ບໍ່­ກ້າ​ເຊັ່ນໃນ​ຍາມ​ເຊົ້າເພາະ​ນອກ­ຈາກ​ບໍ່ຮ້ອນ​ແລ້ວ​ຍັງ​ເປັນ​ໄລ­ຍະ​ເວ­ລາທີ່​ມີ​ແສງ​ແດດ​ຍາວ​ນານ, ກ້ວຍໄມ້​ມີ​ຄວາມ​ຈໍາ­ເປັນ​ຕ້ອງ​ໃຊ້ແສງ​ແດດ​ໄປ​ຊ່ວຍ​ໃນ​ການ​ປຸງອາ­ຫານ ເພື່ອ​ໄປ​ລ້ຽງ​ສ່ວນຕ່າງໆ, ສະ­ນັ້ນ ໃນ​ເວ­ລາ​ກາງເວນ ຈິ່ງ​ເປັນ​ເວ­ລາ​ທີ່​ກ້ວຍ​ໄມ້ຕ້ອງ​ໃຊ້​ຮາກ​ດູດ​ຄວາມ​ຊຸ່ມ ແລະ ນໍາ​ອາ­ຫານ​ໄປ​ລ້ຽງ​ສ່ວນ​ຕ່າງໆ​ຫຼາຍ​ທີ່​ສຸດ​ການ​ຫົດ​ນ້ຳ​ໃນ​ເວ­ລາເຊົ້າ​ຈິ່ງ​ໄດ້​ຮັບ​ປະ­ໂຫຍດ​ຫຼາຍໃນ​ການ​ຫົດ​ນ້ໍາ​ໃຫ້​ປຽກ ເພື່ອເປັນ​ການ​ລ້າງ​ເສດ​ຝຸ່ນ​ທີ່​ຕົກ​ຄ້າງ ເຊິ່ງ​ອາດ​ເປັນ​ພິດ​ແກ່​ກ້ວຍ​ໄມ້​ໃຫ້​ໄຫຼ​ຫຼຸດ​ໄປ, ບໍ່​ຄວນ​ຫົດ​ນ້ໍາແຮງ ຫຼື  ດົນ​ເກີນ​ໄປ​ຄວນ​ຫົດ​ແບບ​ຜ່ານໄປ-ມາ​ຫຼາຍໆ​ຄັ້ງ​ຈົນ​ປຽກ ທັງ​ນີ້ ກໍ່​ເພື່ອ​ໃຫ້​ກະ​ຖັງ ແລະ ເຄື່ອງ​ປູກມີ​ໂອ­ກາດ​ດູດ​ຊຶມ​ອົມ​ນ້ໍາ​ໄວ້​ເຕັມ ທີ່, ການ​ຫົດ​ນ້ໍາ​ຄວນ​ຫົດ​ສະເພາະ​ແຕ່​ກະ​ຖັງ ແລະ ເຄື່ອງ​ປູກເທົ່າ​ນັ້ນ​ບໍ່​ຄວນ​ຫົດ​ຖືກ​ຍອດ ເພາະ​ຈະ​ເຮັດ​ໃຫ້​ເກີດ​ໂລກ​ຍອດ ເນົ່າ​ໄດ້. 
   ໂດຍ​ທົ່ວ​ໄປ​ຝຸ່ນ (ປຸ໋ຍ) ວິ​ທະຍາ​ສາດ​ໃນ​ການ​ປູກ​ກ້ວຍ​ໄມ້ ນອກ­ຈາກ​ຈະ​ລະ­ລາຍ​ນ້ໍາ​ໄດ້​ດີ ແລະ ສະ­ດວກ​ໃນ​ການ​ໃຊ້​ຍັງ​ມີ​ທາດ​ອາ­ຫານ​ຄົບ​ຖ້ວນ​ຕາມຄວາມ​ຕ້ອງ­ການ​ຂອງ​ກ້ວຍ​ໄມ້, ຝຸ່ນ­ວິ­ທະ­ຍາ­ສາດ​ທີ່​ໃຊ້​ໃນ​ການປູກ​ກ້ວຍ​ໄມ້​ຈະ​ມີ 3 ລັກ­ສະ­ນະ ເຊັ່ນ: ເປັນ​ນ້ໍາ, ເປັນ​ເມັດ​ລະ­ລາຍນ້ໍາ ແລະ ເປັນ​ເມັດ​ລະ­ລາຍ​ຊ້າ 
   ສໍາ­ລັບ​ປຸ໋ຍ​ນ້ໍາ ເປັນ​ປຸ໋ຍ​ທີ່​ມີທາດ​ອາ­ຫານ​ລະ­ລາຍ​ຢູ່​ໃນ​ຮູບຂອງ​ແຫຼວ ເມື່ອ​ຕ້ອງ­ການ​ໃຊ້ຕ້ອງ​ນໍາ​ມາ​ປະ­ສົມ​ກັບ​ນ້ໍາຕາມສ່ວນ​ທີ່​ລະ­ບຸ​ໄວ້​ໃນ​ສະ­ຫຼາກ ແລະ ປຸ໋ຍ​ຊະ­ນິດ​ອື່ນ​ກໍ່​ຄື​ກັນ ເມື່ອ​ຈະໃຊ້​ຕ້ອງ​ປະ­ສົມ​ນ້ໍາ​ກ່ອນ ຫຼື ປະ­ຕິບັດ​ຕາມ​ຄໍາແນະ­ນໍາ, ສ່ວນ​ປຸ໋ຍເມັດ​ລະ­ລາຍ​ແມ່ນ​ຈະ​ໃຊ້​ເວ­ລາລະ­ລາຍ​ຊ້າ ສະ­ນັ້ນ ຈິ່ງ​ຄວນ​ໃຊ້​ເທື່ອ​ດຽວ​ກຸ້ມ​ໄດ້​ຫຼາຍ​ເດືອນ​ຍັງປະ­ຢັດ​ແຮງ​ງານ​ນໍາ​ອີກ.

ກ້ວຍ​ໄມ້ກ້ວຍ​ໄມ້​ເປັນ​ພືດ​ໃບ​ລ້ຽງ​ດ່ຽວ, ດອກ​ຍອດ​ນິ­ຍົມ ເພາະ​ລັກ­ສະ­ນະ​ດອກ ແລະ ສີ­ສັນ​ລວ­ດລາຍ​ສວຍ​ງາມ,  ເປັນ​ພືດ​ເສດ­ຖະ­ກິດ​ທີ່​ມີ​ຄວາມ​ສຳ­ຄັນ ເພາະ​ເປັ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ