google-site-verification: google0d91bc93cfc88895.html ​ຜັກ​ຂະ​ແຍງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, September 09, 2015

​ຜັກ​ຂະ​ແຍງ

ຊື່​ວິ​ທະ​ຍາ​ສາດ: Limnophila aromatica ("Rice paddy herb")
ຊື່​ພາ​ສາ​ລາວ: ຜັກ​ຂະ​ແຍງ
ຊື່​ພາ​ສາ​ໄທ: แขยง, ผักขะแยง
http://e-shann.com/wp-content/uploads/2014/09/
Biological classification
Kingdom:Plantae
(unranked):Angiosperms
(unranked):Eudicots
(unranked):Asterids
Rank:Lamiales
Family:Plantaginaceae
Currency:Phil
Species:L. aromatic
Binomial name
Limnophila aromatic
(Lam.Take.
Synonyms
Limnophila aromaticoides Yang & Yen
Limnophila chinensis subsp.aromatic (Lam.) T. Yamaz.

ຜັກຂະແຍງໝົດທັງຕົ້ນສາມາດຕ້ານມະເຮັງ, ເຮັດໃຫ້ຈະເລີນອາຫານຫຼຸດການເບື່ອອາຫານປ້ອງ ກັນ
ເສັ້ນເລືອດຕີບ ແລະໄຂ້ຮ້ອນໃນ, ຫຼຸດໄຂ້ໃຊ້ເປັນ ຢາຂັບລົມ ແລະເປັນຢາລະບາຍທ້ອງແກ້ອາການຄັນ ຂີ້ຫິດຂີ້ກາກ ແລະຝີໜອງ, ແກ້ອາການບວມໃຄ່, ແກ້ພິດງູແກ້ພິດເບື່ອອາຫານຊ່ວຍຂັບນໍ້ານົມຂອງແມ່ຍິງ, ແກ້ນໍ້ານົມແມ່ທີ່ມີລົດສົ້ມ. • ວິທີການນຳໃຊ້: ຕ້ານມະເຮັງເຮັດໃຫ້ຈະເລີນ ອາຫານປ້ອງກັນເສັ້ນເລືອດຕີບຕັນ ແລະໄຂ້ຮ້ອນໃນ, ຫຼຸດອາການໄຂ້, ເປັນຢາຂັບລົມ ແລະຢາລະບາຍ ທ້ອງ, ແກ້ອາການໃຄ່ບວມແກ້ພິດເບື່ອອາຫານ, ຊ່ວຍ ຂັບນໍ້ານົມໃນແມ່ຍິງ, ແກ້ນໍ້ານົມສົ້ມໃຫ້ນຳເອົາຜັກ ຂະແຍງສົດໆປະມານ 15-30 ກຣາມນຳມາຕົ້ມກັບ ນໍ້າດື່ມ ຫຼື ຮັບປະທານ, ແກ້ພິດງູ ນຳຕົ້ນສົດປະມານ 15 ກຣາມ ຕຳໃຫ້ມຸ່ນໆປະສົມກັບຕົ້ນຟ້າທະລາຍ ໂຈນສົດປະມານ 30 ກຣາມນຳໄປປະສົມກັບນໍ້າ ສົ້ມສາຍຊູໃນປະລິມານສົມຄວນ ແລ້ວຄັ້ນເອົານໍ້າດື່ມ ສ່ວນກາກທີ່ເຫຼືອໃຫ້ເອົາມາພອກຮອບໆບໍລິເວນ ບາດແຜ ແຕ່ຢ່າຟອກເທິງບ່ອນທີ່ຖືກກັດ, ແກ້ອາການ ຄັນຂີ້ຫິດຂີ້ກາກ ແລະຝີໜອງໃຫ້ນຳຕົ້ນສົດມາຕົ້ມກັບ ນໍ້າໃຊ້ລ້າງບໍລິເວນທີ່ເປັນຕຸ່ມ ຫຼື ຄັ້ນເອົານໍ້າຈາກຕົ້ນ ສົດໆມາທາ ແລະຕຳພອກບໍລິເວນທີ່ເປັນກໍໄດ້.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ