google-site-verification: google0d91bc93cfc88895.html ​ຄຸນ​ປະ​ໂຫຍດ​ຂອງ​ກະ​ທ​ຽມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, September 09, 2015

​ຄຸນ​ປະ​ໂຫຍດ​ຂອງ​ກະ​ທ​ຽມ



ກະ​ທຽມ​ມັນ​ຈະ​ມີ​ກິ່ນ​ແຮງ ເຮັດໃຫ້ບໍ່ຢາກກິນ ສາວໆ​ບາງ​ຄົນ​ອາດ​ເຂ່ຍ​ຖິ້ມ​ທຸກຄັ້ງທີ່​ເຫັນ​ເທິງ​ຈານ​ອາຫານ ແຕ່​ຮູ້​ບໍ່​ວ່າ​ມັນ​ມີ​ປະໂຫຍດ​ຫລວງຫລາຍ​ເລີຍ​ ເຮົາ​ມາ​ເບິ່ງ​ສາລະພັດ​ນານາ​ຂໍ້​ດີ​ຂອງ​ ກະ​ທຽມ​ກັນ​ດີກວ່າ ບອກ​ໄວ້​ເລີຍ​ວ່າ​ຖ້າ​ຢາກ​ງາມ ກໍ​ຕ້ອງ​ກິນ!

  1. ເຮັດໃຫ້​ຜົມງາມ ເມື່ອ​ເຮົາ​ທ່ານ​ກິນ​ກະ​ທຽມ​ເຂົ້າໄປ ມັນ​ຈະ​ຜະລິດ​ນ້ຳ​ມັນ​ເທິງ​ໜັງ​ຫົວ​ຂອງ​ເຮົາ​ຊຶ່ງ​ຊ່ວຍ​ແກ້​ໄຂ​ບັນຫາ​ຜົມ​ເສຍ​ຕ່າງໆ​ ໂດຍ​ມີ​ສານ​ອັລ​ລິ​ຊິນ​ທີ່​ເຮັດໃຫ້​ຜົມ​ຂອງ​ທ່ານ​ງົດ​ງາມ ແລະ ຫ​ລຸດ​ບັນຫາ​ເສັ້ນ​ຜົມ​ຂາດຫຼົ່ນນຳອີກ
  2. ກຳຈັດ​ສິວ ລອງ​ໃຊ້​ກະ​ທຽມ​ຈັດການ​ສິວ​ຂອງ​ທ່ານ​ເບິ່ງໂດຍການ ນຳ​ກະ​ທຽມ​ມາ​ຖູ​ເບົາໆ​ບໍລິເວນ​ທີ່​ສິວ​ຂຶ້ນ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສານອາ​​ນຸ​ມູນ​ອິດສະຫລະ ​ທີ່​ຊ່ວຍ​ຕ້ານ​ທານ​ແບກ​ທີ​ເລຍ​ແລະ​ເຮັດໃຫ້​ສາວໆ​ຢ່າງ​ເຮົາ​ ງາມ​ໃສ​ໄຮ້​ສິວ​ນຳອີກ!
  3. ເພີ່ມ​ພູ​ມ​ຄຸ້ມ​ກັນ ໜຶ່ງ​ໃນ​ເຫດຜົນ​ຫລັກ​ທີ່​ເຮົາ​ຄວນ​ກິນ​ກະ​ທຽມ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສາ​ນອາ​ນຸ​ມູນ​ອິດສະຫລະ ຊ່ວຍ​ເຮັດໃຫ້​ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ເຮົາ​ດີ​ຂຶ້ນ ເມື່ອ​ເຮົາ​ມີ​ພູ​ມຄຸ້ມ​ກັນ​ທີ່​ດີ ຮ່າງກາຍ​ເຮົາ​ກໍ​ຈະ​ແຂງ​ແຮງ ບອກ​ລາ​ໄຂ້​ຫວັດ​ໄດ້​ເລີຍ
  4. ຄວບ​ຄຸມ​ນ້ຳ​ໜັກ​ ຍິ່ງ​ກິນ​ກະ​ທຽມ ຍິ່ງ​ຊ່ວຍ​ເຮັດໃຫ້​ໄຂ​ມັນ​ທີ່​ເຮົາ​ມີ​ຢູ່ຫ​ລຸດລົງ ລອງ​ຫາ​ເມ​ນູ​ອາຫານ​ສູດ​ແຄ​ລໍ​ລີ່​ເບົາໆ ທີ່​ມີ​ສ່ວນ​ປະສົມ​ຂອງ​ກະ​ທຽມ​ເປັນ​ຫລັກ​ເບິ່ງ ຮັບຮອງ​ວ່າ​ການ​ໄດ​ເອດ​ເທື່ອ​ນີ້​ຂອງທ່ານ ຈະ​ສຳ​ເລັດ​ຢ່າງ​ແນ່ນອນ
  5. ບາດແຜ​ຫາຍ​ດ້ວຍ​ກະທຽມ ພຽງ​ແຕ່​ວາງ​ກະ​ທຽມ​ໄວ້​ເທິງ ​ເກັດ​ບາດ​ຂອງ​ທ່ານ ​ແລະ ​ປິດ​ທັບ​ດ້ວຍ​ຜ້າ​ພັນ​ບາດ ຮັບຮອງ​ແຜ​ຕົກ​ສະ​ເກັດ​ຂອງທ່ານ​ ​ຈະ​ບໍ່​ຖິ້ມ​ຮອຍ​ດຳ​ປາກົດ​ຢູ່​ເລີຍ​

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ