ໃນວັນແຮມ 14 ຄໍ່າ ເດືອນ 9 ປະຊາຊົນລາວໃນທົ່ວປະເທດ,ໄດ້ພາກັນທຳບຸນຫໍ່ເຂົ້າປະດັບດິນ ຕາມຮີດຄອງປະເພນີ,ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ,ຈົນກາຍເປັນຮີດຄອງປະເພນີແລະວັດທະນາທຳປະຈຳຊາດ, ເຊິ່ງມີບັນຍັດໄວ້ໃນຮີດ 12 ຄອງ14 ວ່າ,ເດືອນ 9 ດັບເອົາບຸນຫໍ່ປະດັບດິນ. ກ່ຽວກັບຮີດຄອງປະເພນີ ການທຳບຸນຫໍ່ເຂົ້າປະດັບດິນຂອງຄົນໂບຮານ,ທີ່ໄດ້ປະຕິບັດກັນມາຈົນເຖິ່ງປັດຈຸບັນນີ້,ກ່ອນມີການທຳບຸນ ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ,ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານອື່ນໆໄວ້ພ້ອມ,ເຂົ້າຕົ້ມເຂົ້າໜົມເຫລົ່ານັ້ນຈະແບ່ງອອກເປັນສ່ວນຄືສ່ວນໜື່ງແບ່ງໄວ້ຮັບປະທານພາຍໃນຄອບຄົວ,ອີກສ່ວນທີ່ສອງແບ່ງໃຫ້ຍາດພີນ້ອງ ແລະ ມິດສະຫາຍຮັບປະທານ ສ່ວນທີ່ສາມແບ່ງໄວ້ທຳບຸນຕັກບາດ ຖວາຍໃຫ້ແກ່ພຣະສົງສາມະເນນ ອຸຸທິດຢາດນໍ້າໄປໃຫ້ເປຕະຊົນ ສ່ວນທີ່ສີ່ເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ນເຂົ້າໜົມແລະວັດຖຸທານຕ່າງໆລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ,ແລ້ວກໍເອົາໄປວາງໄວ້ຕາມລະບຽງສີມ ທາດເຈດີ ຕາມຫຍ້າ,ຕັ້ງແຕ່ເຊົ້າມືດປະມານ 4-5 ໂມງເຊົ້າຂອງມື້ເດືອນ 9 ດັບ,ເພື່ອໃຫ້ເປຕະຊົນມາຮັບເອົາຕາມຄວາມເຊື່ອຖືຂອງຄົນໂບຮານ-ກ່ອນນັບຖືພຣະພຸດທະສາສະໜາ, ຫໍ່ສິ່ງຂອງເຫຼົ່ານັ້ນເມື່ອຖືກຝົນ ແດດລົມ ນົກາ ໝູໝາ ເປັດໄກ່ ກັບຈິກຕອດ ກໍຈະຕົກເຮັ່ຍສະຊາຍຕາມດິນ ຕາມຫຍ້າ ຄົນກໍເລີ່ຍພາກັນຮຽກວ່າຫໍ່ເຂົ້າປະດັບດິນ.ປະເພນີອັນນີ້ສືບເນືອງຈາກຮີດພີຄອງພາມ,ເລື່ອງມີຢູ່ວ່າ ມີພາມຄອບຄົວໜື່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍອາຍຸໄດ້16ປີກໍມາຕາຍ,ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫລັບເພາະຮິດຮອດລູກ ຫລັງຈາກຕາຍແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປູກເຮືອນໃຫ້ຫລັງໜື່ງພ້ອມທັງເຄືອງໃຊ້ສອຍທີ່ຢູ່ທີ່ນອນຄົບ,ແລ້ວແຕ່ງຄົນໃຊ້ໄປສົ່ງເຂົ້າທຸກວັນໆ ຢູ່ມາວັນໜື່ງຝົນຕົກແຮງນໍ້າຫລາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ເລີ່ຍກັບມາເຫັນພິກຂຸໄປບິນທະບາດ ຈິງຕັດສິນໃຈເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ ໃນຄືນວັນນັ້ນພາມຜູ້ເປັນພໍ່ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕ່າຍໄປກໍ່ໄດ້ມາກິນເຂົ້າແຕ່ວັນວານນີ້ເທົ່ານັ້ນ ພາມຕື່ນຂື້ນນຶກປະຫລາດໃຈໃນຄວາມຝັນນັ້ນ ຈືງຮຽກຄົນໃຊ້ນັ້ນມາຖາມວ່າ ກູໃຫ້ມືໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ມືງໄດ້ໄປທຸກມື້ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວັນວານນີ້ບໍ່ໄດ້ໄປ ເພາະຝົນຕົກແຮງນໍ້າຫລາຍຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈິງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸແລ້ວອຸທິດສ່ວນບຸນກຸສົນໄປໃຫ້ລູກຊາຍຂອງທ່ານ ເມື່ອພາມໄດ້ຟັງຄົນຕອບກໍນຶກປະຫລາຍໃຈ ຈື່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທຸນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດ ທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງຜູ້ມີສັດທາຢາກຈະອະນຸເຄາະແກ່ເປຕະຊົນທີ່ລວງຫລັບໄປແລ້ວໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນ ລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປຍ່ອມມີໄດ້ຮັບຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ ລູກຂອງທ່ານຈືງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາເລື້ອມໃສສະແດງຕົນເປັນພຸດທະມາ ມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ. ໃນເລື່ອງນີ້ຊີ້ໃຫ້ເຫັນວ່າກ່ອນພຣະພຸດທະເຈົ້າຕັດສະຮູ້ນັ້ນ ລູກຫລານຄິດຮອດພໍ່,ແມ່ປູ່ຍາຕາທວດທີ່ຕາຍໄປແລ້ວກໍຈະພາກັນເອົາເຂົ້າປາອາຫານຫວານຄາວຫຼືສິ່ງຂອງທີ່ເພີ່ນມີພ້ອມວ່າງໄວ້ຕາມຂຸມຝັງສົບທີ່ປ່າຊ້າຫຼືສະຖານທີ່ອື່ນໆຕາມຄວາມເໝາະສົມ ເພື່ອໃຫ້ວິນຍານຂອງທ່ານມາຮັບເອົາ ປະເພນີອັນນີ້ກໍຍັງໄດ້ສືບທອດກັນມາຈົນເຖິງທຸກວັນນີ້ແລະມີອີກເລື່ອງໜື່ງມີກ່າວໄວ້ໃນທຳມະບົດວ່າໃນອາດິດຕະການນັບຍອນຫຼັງໄປຈາກພຣະພຸດທະເຈົ້າຂອງເຮົາອຸບັດເກີດຂື້ນໃນໂລກປະມານ 92 ກັບ ຍາດຂອງພຣະເຈົ້າພິມພິສານລັກກິນຂອງທີ່ຈະຖວາຍແກ່ພຣະສົງຢູ່ໃນໂຮງທານພ້ອມທັງເງິນຢູ່ໃນພຣະຄັງຫລວງແລ້ວກໍໂຮງທານແລະບັນຊີເງິນຢູ່ໃນຄັງຫລວງ ຕາຍຈາກຊາດນັ້ນແລ້ວໄປເກີດເປັນເພດຜີເປືອຍອືດຢາກຫອດຫິວອາຫານຮ່າງ ກາຍຈ່ອຍຜອມໂຕດຳຄືຖ່ານ ປາກແຫຼມຄືເຂັມ ກິນ-ດື່ມລຳບາກ ຢ້ອນຜົນກຳຕາມສະໜອງທົນທຸກ ທໍລະມານເປັນເວລາຍາວນານ ຄືຕັ້ງແຕ່ສາສະໜາຂອງພຣະເຈົ້າກັດສະປະ ລວງມາຈົນເຖິງສາສະໜາຂອງພຣະໂຄດົມສຳມາສຳພຸດທະເຈົ້າ ພຣະເຈົ້າພິມພິສານເຊິ່ງເປັນຍາດຂອງເຜດເຫຼົ່ານັ້ນ ພຣະອົງກໍບໍ່ຮູ້ວ່າຍາດຂອງເພີ່ນຕາຍໄປເປັນເຜດ ຕາມປົກກະຕິແລ້ວ ພຣະເຈົ້າພິມພິສານໄດ້ອຸປະຖໍາຄໍ້າຊູພຣະພຸດທະສາສະໜາແລະໄດ້ທຳບຸນໃຫ້ທານແກ່ພຣະສົງສາວົກທຸກວັນ ແຕ່ບໍ່ໄດ້ຍາດນໍ້າອຸທິດສ່ວນບູນໄປໃຫ້ເປຕະຊົນ ຢູ່ມາຄືນມື້ໜື່ງເຜດເຫຼົ່ານັ້ນທົນລໍຄອຍຮັບຜົນທານຈາກພຣະເຈົ້າພິມພິສານບໍ່ໄຫວ ຈື່ງໄດ້ພາກັນໄປສະແດງປະຕິກິຣິຍາຢູ່ໄດ້ຜາສາດທີ່ບັນທົມ ຄືພາກັນຮ້ອງໃຫ້ສົ່ງສຽງເຍັນເປັນຕາຢ້ານກົວ ຈົນຂົນຫົວລຸກ ໜັງຫົວຟອງປະກົດແກ່ພຣະເຈົ້າພິມພິສານ ພຣະອົງຕື່ນຈາກບັນທົມສົງໄສວ່າແມ່ນເຫດອັນໃດ ຈື່ງໄດ້ນຳເອົາເຫດການອັນນັ້ນໄປ ການທຳບຸນຫໍ່ເຂົ້າປະດັບດິນ ກໍເປັນສ່ວນໜື່ງໃນການສົ່ງເສີມພຣະພຸດທະສາສະໜາໃຫ້ຈະເລີນ ເພາະສະນັ້ນ ພວກເຮົາຄວນອະນຸຣັກຮັກສາຮີດຄອງປະເພນີແລະວັດທະນາທຳອັນດີງາມນີ້ເອົາໄວ້ໃຫ້ອະ ນຸຊົນຮຸ້ນຫລັງ ໄດ້ສືບທອດຕໍ່ໄປ. ສະຫຼຸບເລື່ອງປະເພນີການຫໍ່ເຂົ້າປະດັບດິນ ບຸນຫໍ່ເຂົ້າປະດິນ ເປັນ ບຸນປະເພນີປະຈຳເດືອນ 9 ດັບ ບັນພະບຸລຸດລາວເຮົາໄດ້ປະຕິບັດສືບທອດກັນມາເປັນເວລາຍາວນານ ຈົນກາຍເປັນຮີດຄອງປະເພນີປະຈຳຊາດໃນເມື່ອກ່ອນເຊິ່ງມີບັນຍັດໄວ້ຮີດ 12 ຄອງ 14 ເວົ້າວ່າ ເດືອນ9 ດັບເອົາບຸນຫໍ່ເຂົ້າປະດັບດິນ. ຄຳວ່າຫໍ່ເຂົ້າປະດັບດິນ ຖືເອົາຕາມລັກສະນະການກະທຳຂອງຄົນໂບຮານກ່ອນການນັບຖືພຣະພຸດ ທະສາສະໜາ ຄືການເອົມໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ກ້ວຍ,ອ້ອຍ,ຊີ້ນແຫ້ງ,ປາແຫ້ງ ໝາກພູ ຢາສູບ ລວມກັນເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການຂອງໃຜລາວ ແລ້ວກໍເອົາໄປວາງໄວ້ຕາມ ພຣະທາດ ເຈດີ ລະບຽງສີມ ຕ້າຍວັດ ທາດພໍ່ແມ່ ປູ່ຍາຕາທວດ ຫຼື ເອົາໄປວາງໄວ້ຕາມ ຕົ້ນໄມ້ ຕາມ ດິນຕາມຫຍ້າ ຕັ້ງແຕ່ເວລາເຊົ້າມືດປະມານ 4-5 ໂມງເຊົ້າຂອງມືເດືອນ 9ດັບ ເພື່ອໃຫ້ພໍ່ແມ່ ປູ່ຍາຕາທວດມາຮັບເອົາຂອງທານຕາມຄວາມເຊື່ອຖືຂອງໂບຮານ ຫໍ່ສິ່ງຂອງເຫລົ່ານັ້ນເມື່ອຖືກຝົນລົມ ແດດນົກກາ ໝູ ໝາເປັດໄກ່ ກັດຈິກຕອດ ກໍຈະຕົກເຮັຍສະຊາຍຕາມດິນຕາມຫຍ້າ ຄົນກໍເລີ່ຍພາກັນເຮັດທຳມາເທົ້າທຸກວັນນີ້

No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ