google-site-verification: google0d91bc93cfc88895.html ພຸດທະສາສະໜາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 06, 2015

ພຸດທະສາສະໜາ


ພະພຸດທະສາສະໜາ (ຄຳເຄົ້າ: ພຣະພຸທທສາສນາ[໑]) ເປັນສາສະໜາເຊິ່ງຖືກຄົ້ນພົບໂດຍພຣະໂຄດົມສຳມາສຳພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ຢູ່ປະເທດອິນເດຍ. ພະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພະອົງເປັນພະລາຊະໂອລົດຂອງພະເຈົ້າສຸດໂທທະນະ ແລະພະມະເຫສີມີນາມວ່າ ສີລິມະຫາມາຍາແຫ່ງກຸງກະບີນລະພັດ(ປັດຈຸບັນເປັນດິນແດນປະເທດເນປານ).


ພະພຸດທະສາສະໜາ (ຄຳເຄົ້າ: ພຣະພຸທທສາສນາ[໑]) ເປັນສາສະໜາເຊິ່ງຖືກຄົ້ນພົບໂດຍພຣະໂຄດົມສຳມາສຳພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ຢູ່ປະເທດອິນເດຍ. ພະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພະອົງເປັນພະລາຊະໂອລົດຂອງພະເຈົ້າສຸດໂທທະນະ ແລະພະມະເຫສີມີນາມວ່າ ສີລິມະຫາມາຍາແຫ່ງກຸງກະບີນລະພັດ(ປັດຈຸບັນເປັນດິນແດນປະເທດເນປານ).
ສາສະໜາພຸດແມ່ນສາສະໜາຂອງທ່ານຜູ້ຮູ້ ຄຳວ່າພຸດທະສາສະໜາ ມາຈາກຄຳວ່າ "ພຸດທະ" ແປວ່າ ຮູ້, ຕື່ນ, ເບີກບານ. ສະນັ້ນ, ພະພຸດທະສາສະໜາຈຶ່ງເປັນສາສະໜາຂອງຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.
ຈຸດສູງສຸດຂອງພະພຸດທະສາສະໜາແມ່ນ "ຄວາມດັບບໍ່ເຫຼືອແຫ່ງເຊື້ອ" ຄວາມສິ້ນໄປເຊິ່ງອາສະວະ ຄືກິເລດທີ່ໝັກດອງຢູ່ໃນຂັນທະສັນດານຂອງປຸຖຸະຊົນທັງຫຼາຍ ບໍ່ວຽນວ່າຍຕາຍເກີດໃນໂລກທັງສາມອີກ ເພິ່ນເອີ້ນວ່ານິບພານ.
ການຈະເຂົ້າເຖິງເຊິ່ງຄວາມດັບບໍ່ເຫຼືອແຫ່ງເຊື້ອນີ້ ແມ່ນນິບພານນີ້ ຕ້ອງເປັນໄປຕາມຫຼັກແຫ່ງ ສີນ ສະມາທິ ປັນຍາທີ່ອົງສົມເດັດພະສຳມາສຳພຸດທະເຈົ້າ ໄດ້ຊົງຄົ້ນພົບ ແລະນຳມາເຜີຍແຜ່ໃຫ້ກັບເຫຼົ່າສັດທັງຫຼາຍເຊິ່ງວຽນວ່າຍຕາເກີດໃນສັງສາລະວັດ
ຫຼັກທຳຄຳສອນທາງພຸດທະສາສະໜາ ໄດ້ຖືກບັນທຶກຮວບຮວມໄວ້ໃນຄຳພີຊື່ ພະໄຕປິດົກ ອັນປະກອບໄປດ້ວຍ “ພະສູດ” ຄື ຄວາມຮູ້ໃນສັດຈະທຳຕ່າງໆ ເຊິ່ງພະພຸດທະເຈົ້າຊົງໄດ້ຕັດສະຮູ້ໄດ້ດ້ວຍພະອົງເອງ ແລ້ວນຳມາສະແດງແກ່ຊາວໂລກ ກັບ “ພະວິໄນ” ຄືຂໍ້ບັງຄັບຕ່າງໆ ທີ່ຊົງບັນຍັດໄວ້ສຳລັບຜູ້ທີ່ບວດເປັນສາວົກໃນສາສະໜານີ້ ຜູ້ຖືກເອີ້ນວ່າ ພະພິກສຸສົງ (ຊາຍ) ແລະ ພະພິກສຸນີສົງ (ຍິງ) ແລະ ພະອະພິທຳ.
ພະພຸດທະເຈົ້າ ໄດ້ລິເລີ່ມອອກເຜີຍແຜ່ຄຳສອນດັງກ່າວໃນພູມິພາກທີ່ເປັນປະເທດອິນເດຍໃນປັດຈຸບັນ ຕັ້ງແຕ່ເມື່ອ 45 ປີກ່ອນພຸດທະສັກກະລາດ. ປັດຈຸບັນ ສາສະໜາພຸດໄດ້ມີການຖືກເຜີຍແຜ່ທົ່ວໄປໃນທົ່ວ ໂລກ.

ອ້າງອີງ[ດັດແກ້]

  1. Jump up ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ