google-site-verification: google0d91bc93cfc88895.html ກັນຊາ 5 ສາຍພັນໜ້າປຸກ ໃຫ້ຄ່າ CBD ສູງ ປະໂຫຍດຫຼາກຫຼາຍ ຜົນຕອບແທນດີງາມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 11, 2022

ກັນຊາ 5 ສາຍພັນໜ້າປຸກ ໃຫ້ຄ່າ CBD ສູງ ປະໂຫຍດຫຼາກຫຼາຍ ຜົນຕອບແທນດີງາມ

ກັນຊາ 5 ສາຍພັນໜ້າປຸກ ໃຫ້ຄ່າ CBD ສູງ ປະໂຫຍດຫຼາກຫຼາຍ ຜົນຕອບແທນດີງາມ,Harle-Tsu ຮາ​ລະສຶ,Cannatonic ແຄນ​ນາ​ໂທ​ນິກ,OG Kush CBD ໂອ​ຈີ ຄຸດ ຊີ​ບີ​ດີ,Charlotte’


ກັນ​ຊາ 5 ສາຍ​ພັນ​ໜ້າ​ປຸກ ໃຫ້ຄ່າ CBD ສູງ ປະໂຫຍດ​ຫຼາກ​ຫຼາຍ ຜົນ​ຕອບ​ແທນ​ດີ​ງາມ


ນາ​ທີ​ນີ້​ຄົງ​ບໍ່​ມີ​ພືດ​ຊະນິດ​ໃດ​ມາ​ແຮງ​ໄປ​ກວ່າ ກັນ​ຊາ ເພາະ​ຫຼັງ​ຈາກ​ທີ່​ກະຊວງ​ສາທາລະນະສຸກ​ໄດ້​ອອກ​ປະ​ກາດ​, ກະຊວງກະສິກຳໄດ້ທຳການສຶກສາ ແລະ ປົດ​ລັອກ​ໃຫ້​ສາມາດ​ປຸກ ​ເພື່ອ​ໃຊ້​ປະໂຫຍດ​ທາງ​ການ​ແພດ ​ແລະ​ ເສດຖະກິດ​ໄດ້ ໂດຍ​ຢູ່​ພາຍໃຕ້​ກອບ​ທີ່​ກົດຫມາຍ​ກຳນົດ ກໍ່​ເຮັດໃຫ້​ພືດ​ຊະນິດ​ນີ້​ມີ​ຄ່າ​ດັ່ງຄຳ ກາຍ​ເປັນ​ໂອ​ກາດ​ທາງ​ທຸລະກິດ​ສຳລັບ​ໃຜ​ຫຼາຍ​ຄົນ

 

ການ​ຈະ​ປຸກ​ກັນ​ຊາ​ເພື່ອ​ສ້າງ​ເງີນ​ນັ້ນ ການ​ເລືອກ​ສາຍ​ພັນ​ທີ່​ເໝາະ​ສົມ​ກັບ​ພື້ນ​ທີ່​ປຸກ​ ແລະ​ ກົງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕະ​ລາດ​ເປັນ​ເລື່ອງ​ທີ່​ສຳຄັນ ຊຶ່ງ​ທົ່ວ​ໂລກ​ມີ​ສາຍ​ພັນ​ກັນຊາ​ຢູ່​ເປັນ​ຈຳນວນ​ຫລາຍ ແລະ ​ມີ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ເພື່ອ​ໃຫ້​ໄດ້​ສາຍ​ພັນ​ທີ່​ຕອບສະຫນອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍລິ​ໂພກ

 

ກັນຊາ​ເປັນ​ພືດ​ສະ​ກຸນ Cannabis ຢູ່ໃນ​ວົງ Cannabidaceae ພົບ​ໄດ້​ເລື້ອຍ 3 ສາຍ​ພັນ​ໃຫຍ່ ໄດ້​ແກ່ ສາຍ​ພັນ​ຊາ​ຕິ​ວາ (Cannabis Sativa) ສາຍ​ພັນ​ອິນ​ດິ​ກາ (Cannabis Indica) ແລະ​ ສາຍ​ພັນ​ຣູ​ເດີ​ຣາ​ລິດ (Cannabis Ruderalis) ຊຶ່ງ​ແຕ່​ລະ​ສາຍ​ພັນ​ມີ​ຄວາມ​ໂດດ​ເດັ່ນ ແລະ ​ຕ້ອງ​ການ​ການ​ຈະເລີນ​ເຕີບໂຕ​ທີ່​ແຕກ​ຕ່າງ​ກັນ

 

ສາຍ​ພັນ​ກັນ​ຊາ​ທີ່​ນິຍົມ​ນຳ​ມາ​ໃຊ້​ໃນ​ທາງ​ການ​ແພດ​ຕ້ອງ​ເປັນ​ສາຍ​ພັນ​ທີ່​ມີ​ສານ CBD (Cannabinoid) ສູງ ເພາະ​ເມື່ອ​ນຳ​ມາ​ໃຊ້​ຈະ​ບໍ່​ກໍ່​ໃຫ້​ເກີດ​ຜົນ​ຂ້າງ​ຄຽງ​ເມື່ອ​ທຽບ​ກັບ​ສານ THC (Tetrahydrocannabinol) ສຳລັບ​ໃຜ​ທີ່​ສົນ​ໃຈ​ຢາກ​ປຸກ​ກັນ​ຊາ ເຮົາ​ໄດ້​ລວບລວມ​ສາຍ​ພັນ​ກັນ​ຊາ​ທີ່​ເໝາະ​ຈະ​ນຳ​ມາ​ໃຊ້​ໃນ​ການ​ແພດ​ຫລາຍ​ທີ່ສຸດ​ທົ່ວ​ໂລກ 5 ສາຍ​ພັນ ດັ່ງ​ນີ້

 

Harle-Tsu ຮາ​ລະສຶ

ຮາ​ລະສຶ (Harle-Tsu) ສາຍ​ພັນ​ກັນ​ຊາ Indica Dominant 60% ເກີດ​ຈາກ​ການ​ປະສົມ​ລະຫວ່າງ​ພັນ Sour Tsunami ແລະ Harlequin ອອກ​ມາ​ເປັນ​ສາຍ​ພັນ​ກັນ​ຊາ​ທີ່​ປຽບ​ເຫມືອນ​ຢາ​ແກ້​ປວດ ແລະ​ໃຫ້​ສານ CBD ສູງ​ຫລາຍ ເມື່ອ​ທຽບ​ກັບ​ສານ THC ສັດ​ສ່ວນ​ຢູ່​ທີ່ 22 : 1 ຖືກ​ນຳ​ມາ​ໃຊ້​ໃນ​ການ​ປິ່ນປົວພະຍາດ​ຕ່າງໆ ເຊັ່ນ ໄມ​ເກຣນ ພາ​ວະ​ຊຶມ​ເສົ້າ ການ​ນອນ​ບໍ່​ຫຼັບ ການ​ອັກ​ເສບ ແລະ​ ພາ​ວະ​ປ່ວຍ​ທາງ​ຈິດ​ຈາກ​ເຫດການ​ຮຸນແຮງ (PTSD)

 

ຮາ​ລະສຶ (Harle-Tsu)
ຮາ​ລະສຶ (Harle-Tsu) 



Cannatonic ແຄນ​ນາ​ໂທ​ນິກ

ແຄນ​ນາ​ໂທ​ນິກ (Cannatonic) ເປັນ​ສາຍ​ພັນ Indica ແລະ Sativa ຢ່າງ​ລະ 50% ເກີດ​ຈາກ​ການ​ປະສົມ​ລະຫວ່າງ​ພັນ Reina Madre ແລະ NYCD ເມື່ອສະ​ກັດ​ອອກ​ມາ​ຈະ​ໄດ້​ສານ CBD ປະ​ມານ 6-17% ແລະ ​ສານ THC ປະ​ມານ 6% ໂດຍ​ກັນ​ຊາ​ສາຍ​ພັນ​ນີ້​ສາມາດ​ຈຳ​ແນກ​ປະລິມານ​ສານ CBD ຕໍ່​ສານ THC ໄດ້ 3 ຮູບ​ແບບ​ຄື 1.ມີ​ອັດຕາ​ສ່ວນ​ຂອງ​ສານ CBD ແລະ THC ເທົ່າ​ກັນ​ຢູ່​ທີ່ 1 : 1 , 2.ມີ​ອັດຕາ​ສ່ວນ​ຂອງ​ສານ CBD ຫລາຍກວ່າ THC, 3.ມີ​ອັດຕາ​ສ່ວນ​ຂອງ​ສານ THC ຫລາຍກວ່າ CBD

 

ສຳລັບ​ສາຍ​ພັນ​ແຄນ​ນາ​ໂທ​ນິກ ອັດຕາ​ສ່ວນ​ທີ່​ໄດ້ຮັບ​ການ​ຍອມ​ຮັບ​ຫລາຍ​ທີ່ສຸດ​ຄື 1 : 1 ເຖິງ​ແມ່ນ​ວ່າ​ສານ THC ຈະ​ມີ​ຜົນ​ຂ້າງ​ຄຽງ​ຫລາຍ ແຕ່​ກໍ່​ມີ​ພະຍາດ​ບາງ​ຊະນິດ ເຊັ່ນ ພະຍາດ​ມະ​ເຣັງ​ຜິວ​ໜັງ ພະຍາດ​ອໍ​ທິດ​ຕິກ ​ແລະ​ ອາການ​ປາຍ​ປອກ​ປະສາດ​ເສື່ອມ ທີ່​ຕ້ອງ​ໃຊ້​ສານ​ທັງ​ສອງ​ຊະນິດ​ຄອບຄູ່​ກັນ​ໄປ​ໃນ​ການ​ຮັກສາ ດັ່ງ​ນັ້ນ​ກັນ​ຊາ​ສາຍ​ພັນ​ແຄນ​ນາ​ໂທ​ນິກ ຈຶ່ງ​ນິຍົມ​ນຳ​ໄປ​ໃຊ້​ໃນ​ທາງ​ການ​ແພດ

 

ແຄນ​ນາ​ໂທ​ນິກ (Cannatonic)
ແຄນ​ນາ​ໂທ​ນິກ (Cannatonic)



OG Kush CBD ໂອ​ຈີ ຄຸດ ຊີ​ບີ​ດີ

ໂອ​ຈີ ຄຸດ ຊີ​ບີ​ດີ (OG Kush CBD) ເປັນ​ສາຍ​ພັນ Sativa Dominant 60% ເກີດ​ຈາກ​ການ​ປະສົມ​ລະຫວ່າງ​ພັນ OG Kush ແລະ pureCBD ເປັນ​ສາຍ​ພັນ​ກັນ​ຊາ​ທີ່​ມີ​ປະລິມານ​ສານ CBD ແລະ THC ເທົ່າ​ກັນ​ຄື 10% ຫລື​ໃນ​ອັດຕາ 1 : 1 ຊຶ່ງ​ຖື​ວ່າ​ຢູ່ໃນ​ລະ​ດັບ​ທີ່​ສູງ ເຮັດໃຫ້​ສາຍ​ພັນ​ນີ້​ມີ​ປະໂຫຍດ​ຢ່າງ​ຫລາຍ ມັກ​ຈະ​ນຳ​ໄປ​ໃຊ້​ປະໂຫຍດ​ໃນ​ການ​ຊ່ວຍ​ລຸດ​ຄວາມ​ວິ​ຕົກ​ກັງ​ວົນ ຄວາມ​ຕຶງ​ຄຽດ​ຂອງ​ກລ້າມ​ຊີ້ນ ຄວາມ​ເຈັບ​ປວດ ແລະ​ ຄວາມ​ຜິດ​ປົກກະຕິ​ຂອງ​ການ​ນອນ

 

ໂອ​ຈີ ຄຸດ ຊີ​ບີ​ດີ (OG Kush CBD)
ໂອ​ຈີ ຄຸດ ຊີ​ບີ​ດີ (OG Kush CBD)



Charlotte’s Web ຊາ​ຣ​໌​ລັອດ​ຕ​໌ ເວັບ

ຊາ​ຣ​໌​ລັອດ​ຕ​໌ ເວັບ (Charlotte’s Web) ກັນຊາ​ທີ່​ມີ​ຊື່​ສຽງ​ທີ່ສຸດ​ໃນ​ໂລກ ເປັນ​ສາຍ​ພັນ​ທີ່​ມີ Indica Dominant 60% ໃຫ້​ສານ CBD ໃນ​ປະລິມານ​ທີ່​ສູງ ໂດຍ​ມີ​ອັດຕາ​ສ່ວນ​ຂອງ​ສານ CBD ຕໍ່​ສານ THC ຢູ່​ທີ່ 27 : 1 ດ້ວຍ​ປະລິມານ​ສານ THC ທີ່​ຕ່ຳ​ຫລາຍ ຈຶ່ງ​ມັກ​ຈະ​ນຳ​ໄປ​ໃຊ້​ໃນ​ຜະລິດຕະພັນ​ເພື່ອ​ສຸກຂະພາບ ຊ່ວຍ​ບຳ​ບັດ​ອາການ​ອ່ອນ​ເພຍ ເມື່ອຍ​ລ້າ ໃນ​ຮູບ​ແບບ​ຂອງ​ນ້ຳ​ມັນ CBD (CBD oil) ເພາະ​ສາຍ​ພັນ​ນີ້​ບໍ່​ເຮັດໃຫ້​ເກີດ​ການ​ມຶນ​ເມົາ​ ແລະ​ ບໍ່​ມີ​ຜົນ​ຕໍ່​ສະຫມອງ

 

ໃນ​ທາງ​ການ​ແພດ​ສາຍ​ພັນ​ນີ້​ຖືກ​ນຳ​ໄປ​ໃຊ້​ໃນ​ການ ຮັກສາ​ອາການຊັກ​ໃນ​ເດັກ ຈົນ​ໂດ່ງ​ດັ່ງ​ເປັນ​ທີ່​ຮູ້​ຈັກ ​ແລະ ​ເປັນ​ທີ່​ມາ​ຂອງ​ຊື່​ຈາກ​ການ​ຊ່ວຍ​ເດັກ​ຊາວ Charlotte Figi ຊຶ່ງ​ປ່ວຍ​ເປັນ​ໂລກລົມ​ຊັກ​ຊະນິດ​ຮຸນແຮງ (Dravet’s Syndrome)

 

ຊາ​ຣ​໌​ລັອດ​ຕ​໌ ເວັບ (Charlotte’s Web)
ຊາ​ຣ​໌​ລັອດ​ຕ​໌ ເວັບ (Charlotte’s Web)



Ringo’s Gift ຣິງ​ໂກ ກິ​ຟ​ຕ

ຣິງ​ໂກ ກິ​ຟ​ຕ​໌ (Ringo’s Gift) ເປັນ​ສາຍ​ພັນ Sativa Dominant 60% ຫລື​ ເປັນ​ກັນຊາ​ທີ່​ມີ​ຄວາມ​ເປັນ​ຊາ​ຕິ​ວາ​ສູງ​ກວ່າ​ອິນ​ດິ​ກາ ເປັນ​ສາຍ​ພັນ​ທີ່​ເກີດ​ຈາກ​ການ​ປະສົມ​ລະຫວ່າງ ACDC ແລະ Harle-Tsu ຊຶ່ງ​ທັງ​ສອງ​ພັນ​ຂຶ້ນ​ຊື່​ວ່າ​ໃຫ້​ສານ CBD ຢູ່ໃນ​ລະ​ດັບ​ສູງ ໂດຍ​ຕັ້ງຊື່​ຕາມ Lawrence Ringo ນັກ​ເຄື່ອນ​ໄຫວ​ດ້ານ​ກັນ​ຊາ ​ແລະ​ ເປັນ​ຜູ້​ຊ່ຽວ​ຊານ​ກ່ຽວກັບ CBD

 

ຣິງ​ໂກ ກິ​ຟ​ຕ​໌ ມີ​ອັດຕາ​ສ່ວນ​ລະຫວ່າງ​ສານ CBD ແລະ THC ຢູ່​ທີ່ 20 : 1 ມັກ​ຈະ​ນິຍົມ​ໃຊ້​ກັບ​ກຸ່ມ​ຄົົນທີ່​ມີ​ອາການ​ທາງ​ສະຫມອງ ໂລກລົມຊັກ ພະຍາດ​ພາ​ກິນ​ສັນ ອາການ​ຊຶມ​ເສົ້າ ວິ​ຕົກ​ກັງ​ວົນ ພາ​ວະ​ປ່ວຍ​ທາງ​ຈິດ​ຈາກ​ເຫດການ​ຮຸນແຮງ (PTSD) ແລະ​ ພະຍາດ​ກ້າມ​ຊີ້ນ​ຫົດ​ຈັງ

Ringo’s Gift ຣິງ​ໂກ ກິ​ຟ​ຕ

Ringo’s Gift ຣິງ​ໂກ ກິ​ຟ​ຕ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ