ຫຍ້າຄາ
ຫຍ້າຄາ ຊື່ສາມັນ Alang-alang, Blady grass (ຫຍ້າໃບມີດ), Cogongrass, Japanese bloodgrass, Kunai grass,
Lalang, Thatch grass
ຫຍ້າຄາ ຊື່ວິທະຍາສາດ Imperata cylindrica (L.) Raeusch. ຈັດຢູ່ໃນວົງຫຍ້າ (POACEAE ຫລື GRAMINEAE)
ສະມຸນໄພຫຍ້າຄາ ມີຊື່ທ້ອງຖິ່ນອື່ນໆ ວ່າ ຫຍ້າຫຼວງ
ຫຍ້າຄາ (ທົ່ວໄປ), ສາແລ (ມະລາຢູ-ຢະລາ-ຕານີ), ກະຫີ່ (ກະຫຣ່ຽງ), ບຮ່ອງ (ປະຫຼ່ອງ), ທຣູນ (ລົ້ວະ), ລາລາງ ລາແລ (ມະລາຢູ), ແປະເມົ່າກຶງ ຕ່ຽມເຊົາກຶງ
(ຈີນ-ແຕ້ຈິ໋ວ), ຄາ ແຝກຄາ ລາແລ ເກີ້ຮີ ເປັນຕົ້ນ
ໝາຍເຫດ : ຫຍ້າຄາເປັນພືດຄົນລະຊະນິດກັນກັບຫຍ້າແຝກ
(Chrysopogon zizanioides (L.)
Roberty)
ລັກສະນະຂອງຫຍ້າຄາ
ຕົ້ນຫຍ້າຄາ ຈັດເປັນພືດຈຳພວກຫຍ້າ ມີລຳຕົ້ນຢູ່ໃຕ້ດິນເປັນເສັ້ນກົມສີຂາວເລືອຍາວ
ມີຂໍ້ຊັດເຈນ ຜິວລຽບ ຫລື ອາດມີ ຂົນຢູ່ນຳເລັກນ້ອຍ ສາມາດແຕກກິ່ງກ້ານສາຂາ ເລື້ອຍແຜ່
ແລະ ງອກໄປເປັນກໍໃໝ່ໆ ໄດ້ຫລວງຫລາຍຫຼາຍ ໂດຍຫຍ້າຄາຈັດເປັນວັດສະພືດທີ່ມັກແສງແດດ
ແລະ ມີຄວາມທົນທານສູງຫລາຍ ເຜົາກຳຈັດ ຫລື ທຳລາຍໄດ້ຍາກ ຢິ່ງເຜົາທຳລາຍກໍ່ເໝືອນໄປຊ່ວຍກະຕຸ້ນໃຫ້ມັນງອກຫລາຍຂຶ້ນ
ເຮັດໃຫ້ອອກດອກແພ່ພັນຫລາຍຢິ່ງຂຶ້ນໄປອີກ ຈຶ່ງກລາຍເປັນວັດພືດທີ່ລຸກລາມໄປຕາມທ້ອງໄຮ່ຫລືພື້ນທີ່ຕ່າງ
ໆ ແລະ ກຳຈັດໄດ້ຍາກຊະນິດໜຶ່ງ ອີກທັງຢັງເປັນວັດພືດທີ່ແກ່ງແຍ່ງທາດອາຫານ
ແລະ ນ້ຳກັບພືດທີ່ປຸກ ແລະ ຍັງປົດປ່ອຍສານທຳມະຊາດບາງຊະນິດທີ່ມີລິດໃນການຢັບຢັ້ງການຈະເລີນເຕີບໂຕຂອງພືດຊະນິດອື່ນໆ
ຊຶ່ງສາມາດພົບໄດ້ຕາມທົ່ງທົ່ວໄປ ຕາມພື້ນທີ່ນາຮົກເຮື້ອວ່າງເປົ່າ ຕາມຮ່ອມຜາ ແລະຕາມແຄມທາງທົ່ວໄປ
ຊຶ່ງໂດຍທົ່ວໄປແລ້ວພືດຊະນິດນີ້ຈະຂະຫຍາຍພັນດ້ວຍວິທີການໃຊ້ເມັດ ແຕ່ຫຍ້າຍຸບຍັງສາມາດຂະຫຍາຍພັນດ້ວຍລຳຕົ້ນໃຕ້ດິນໄດ້ດ້ວຍເຊັ່ນກັນ
- ໃບຫຍ້າຄາ ໃບແຕກອອກມາຈາກລຳຕົ້ນທີ່ຢູ່ໃຕ້ດິນ ລັກສະນະຂອງໃບແປຍາວ ໃບມີຄວາມຍາວປະມານ 20-50 ເຊັນຕິແມັດ ແລະ ກວ້າງປະມານ 5-9 ມິນລິແມັດ ຕອນແຕກໃບອ່ອນໃໝ່ໆ ຈະມີປອກຫຸ້ມ ແຫຼມແຂງທີ່ຍອດຍາວປະມານ 1 ມິນລິແມັດ ງອກແທງຂຶ້ນມາຈາກດິນ
- ດອກຫຍ້າຄາ ອອກດອກເປັນຊໍ່ຮູບຊົງກະບອກ ມີຄວາມຍາວປະມານ 5-20 ຊັງຕິແມັດ ມີຂະໜາດເສັ້ນຜ່ານສູນກາງປະມານ 1.5-3 ຊັງຕິແມັດ ມີດອກຍ່ອຍຢູ່ຕິດກັນແໜ້ນ ເມື່ອແກ່ຈະເປັນຂົນຟູສີຂາວ ແລະ ເມັດຈະຫຼຸດລົ່ນ ແລະ ປິວໄປຕາມສາຍລົມ ແລະ ແພ່ກະຈາຍພັນໄປໄດ້ໄກໆ ໂດຍຫຍ້າຄາທີ່ຂຶ້ນຢູ່ຕາມທົ່ງຫຍ້າຈະອອກດອກໃນຊ່ວງລະດູຮ້ອນ ສ່ວນຫຍ້າຄາທີ່ຂຶ້ນຕາມທີ່ຊື້ນແສະ ຈະອອກດອກໃນຊ່ວງປາຍລະດູຮ້ອນ ຫລື ລະດູໜາວ
- ຫມາກ ຫລື ເມັດຫຍ້າຄາ ເມັດເປັນເມັດແຫ້ງ ບໍ່ແຕກ ມີລັກສະນະກົມນ້ອຍຍາວ ເມັດມີສີເຫຼືອງ ເມັດແກ່ຈະຫຼຸດປິວໄປຕາມລົມ ສາມາດແພ່ຂະຫຍາຍພັນໄປໄດ້ໄກ ແລະ ໃນໜຶ່ງຕົ້ນສາມາດຜະລິດເມັດໄດ້ຫລາຍເຖິງ 3,000 ເມັດ
ການເກັບມາໃຊ້ ແລະ ວິທີການໃຊ້ສະມຸນໄພຫຍ້າຄາ
- ຊໍ່ດອກຫຍ້າຄາ ໃຫ້ເດັດມາທັງກ້ານຕອນດອກບານໃນຊ່ວງລະດູຮ້ອນ ຫລື ໜາວ ຈະໃຊ້ສົດໆ ຫລື ຕາກແຫ້ງເກັບໄວ້ໃຊ້ກໍ່ໄດ້ ໃຊ້ຊໍ່ດອກແຫ້ງປະມານ 10-15 ກຣາມ ນຳມາຕົ້ມກັບນ້ຳກິນ ຫາກໃຊ້ເປັນຢາພາຍນອກໃຫ້ນຳມາຕຳແລ້ວພອກ ຫລື ອຸດທີ່ຮູດັງ
- ຂົນ (ດອກແກ່) ໃຫ້ເກັບເມື່ອຊໍ່ດອກແກ່ເຕັມທີ່ແລ້ວ ໂດຍຈະມີລັກສະນະເປັນສີຂາວຟູ ເກັບມາໄດ້ກໍ່ໃຫ້ນຳມາຕາກແຫ້ງເກັບໄວ້ໃຊ້ ໃຊ້ພາຍໃນ ໃຫ້ໃຊ້ຂົນແຫ້ງປະມານ 10-15 ກຣາມ ນຳມາຕົ້ມກັບນ້ຳກິນ ຫາກໃຊ້ເປັນຢາພາຍນອກໃຫ້ນຳມາຕຳແລ້ວພອກ ຫລື ອຸດທີ່ຮູດັງ
- ໃບຫຍ້າຄາ ຕັດແລ້ວນຳມາຜຶ່ງໃຫ້ແຫ້ງ ເກັບໄວ້ໃຊ້ໄດ້ ຫາກໃຊ້ພາຍນອກໃຫ້ນຳມາແຊ່ ຫລື ຕົ້ມກັບນ້ຳອາບ
- ຮາກຫຍ້າຄາ ໃຫ້ເກັບໃນຊ່ວງລະດູຝົນ ຫລື ລະດູໜາວ ໃຫ້ຕັດສ່ວນທີ່ຢູ່ເໜືອດິນຖິ້ມ ແລ້ວຂູດເອົາແຕ່ຮາກ ຫລື ລຳຕົ້ນທີ່ຢູ່ໃຕ້ດິນນຳມາລ້າງໃຫ້ສະອາດ ແລະ ຂູດເອົາຮາກທີ່ເປັນຝອຍໆ ອອກ ຈະໃຊ້ສົດ ຫລື ນຳມາຕາກແຫ້ງເກັບໄວ້ໃຊ້ຫຍ້າຍຸບໄດ້ ໃຊ້ພາຍໃນ ໃຫ້ນຳຮາກແຫ້ງໃຊ້ປະມານ 10-15 ກຣາມ ຖ້າເປັນຮາກສົດໃຫ້ໃຊ້ປະມານ 30-60 ກຣາມ ນຳມາຕົ້ມກັບນ້ຳກິນ ຫລື ຄັ້ນເອົານ້ຳກິນ ຫາກໃຊ້ພາຍນອກໃຫ້ນຳມາບົດເປັນຜົງ
ສັບພະຄຸນຂອງຫຍ້າຄາ
- ໃນປະເທດຈີນໃຊ້ຫຍ້າຄາເປັນຢາບຳຣຸງກຳລັງຫຼັງຈາກການຟື້ນໄຂ້ ແລະຍັງໃຊ້ເປັນຢາຫ້າມເລືອດ ແລະ ຫລຸດອາການໄຂ້ອີກດ້ວຍ (ບໍ່ຣະບຸສ່ວນທີ່ໃຊ້)
- ສັບພະຄຸນຫຍ້າຄາ ຊ່ວຍ ຮັກສາຄວາມດັນເລືອດສູງ (ຮາກ)
- ຜົນໃຊ້ກິນເປັນຢາສະຫງົບປະສາດ (ຜົນ)
- ຮາກໃຊ້ເປັນສ່ວນປະກອບໃນຕຳຮັບຢາປິ່ນປົວພະຍາດຕານເຕັ້ນ (ຮາກ)
- ຮາກຊ່ວຍແກ້ໄຂ້ ແກ້ອາການໄອ (ຮາກ)[1] ສ່ວນດອກຊ່ວຍແກ້ອາການໄອ (ດອກ)[7]
- ຊາວຊູລູໃຊ້ຫຍ້າຄາເພື່ອຊ່ວຍແກ້ອາການສະອຶກ (ບໍ່ຣະບຸສ່ວນທີ່ໃຊ້)[1]
- ຊ່ວຍແກ້ພະຍາດມະເຣັງຄໍ (ຕົ້ນ)[7]
- ຊ່ວຍແກ້ຫອບ ດ້ວຍການໃຊ້ຮາກສົດປະມານ 1 ກຳມື ແລະ ເປືອກຂອງຕົ້ນໝ່ອນຢ່າງລະເທົ່າກັນ ໃສ່ໃນນ້ຳ 2 ຖ້ວຍແລ້ວຕົ້ມຈົນເຫຼືອ 1 ຖ້ວຍ ແລ້ວເອົານ້ຳທີ່ໄດ້ມາກິນ (ຮາກ)[1]
- ຮາກຫຍ້າຄາຊ່ວຍແກ້ເລືອດດັງໄຫຼ ເລືອດດັງອອກງ່າຍຫລື ອອກມາບໍ່ຄ່ອຍຢຸດ ດ້ວຍການໃຊ້ຊໍ່ດອກແຫ້ງປະມານ 15 ກຣາມ ແລະ ດັງໝູ 1 ອັນ ນຳມາຕົ້ມໃຫ້ເດືອດປະມານ 1 ຊົ່ວໂມງ ໃຊ້ຮັບປະທານຫຼັງອາຫານຫຼາຍເທື່ອ ອາດເຮັດໃຫ້ຫາຍຂາດໄດ້ ຫລື ຈະໃຊ້ຂົນ (ດອກແກ່) ນຳມາຕົ້ມກັບນ້ຳດື່ມ ຫລື ຈະໃຊ້ຮາກແຫ້ງບົດເປັນຜົງປະມານ 2.6 ກຣາມ ນຳມາປະສົມກັບນ້ຳຊາວເຂົ້າໃຊ້ກິນ ຫລື ຈະໃຊ້ຮາກສົດປະມານ 30 ກຣາມ ນຳມາຕົ້ມກັບນ້ຳດື່ມໃນຂະນະທີ່ເລືອດດັງ ໄຫຼ ຫລື ຈະໃຊ້ນ້ຳຄັ້ນສົດດື່ມກິນປະມານ 1 ຖ້ວຍຊາ (15 ມິນລິກຣັມ) ກໍ່ໄດ້ ແລະຖ້າຈະໃຊ້ເປັນຢາຫ້າມເລືອດກຳເດົາກໍ່ໃຫ້ໃຊ້ຊໍ່ດອກ ຫລື ຂົນນຳມາຕຳແລ້ວອຸດທີ່ຣູດັງ (ດອກ, ຂົນ (ດອກແກ່), ຮາກ)[1],[6]
- ຊ່ວຍແກ້ອາການຮາກເປັນເລືອດ (ຊໍ່ດອກ, ຮາກ)[1],[7]
- ຊ່ວຍແກ້ອາການຮ້ອນໃນກະຫາຍນ້ຳ ດ້ວຍການໃຊ້ຮາກແຫ້ງປະມານ 30 ກຣາມ ນຳມາຕົ້ມເອົາແຕ່ນ້ຳດື່ມເປັນປະຈຳ (ຮາກ)[1],[6],[7]
- ສັບພະຄຸນຂອງຮາກຫຍ້າຄາ ຊ່ວຍແກ້ຍ່ຽວຂັດ ດ້ວຍການໃຊ້ຮາກສົດປະມານ 500 ກຣາມ ນຳມາລອກເປືອກທີ່ຢູ່ລະຫວ່າງຂໍ້ອອກ ແລ້ວຫັ່ນເປັນຝອຍໃສ່ນ້ຳ 4 ຖ້ວຍໃຫຍ່ ແລະ ຕົ້ມໃຫ້ເດືອດປະມານ 10 ນາທີຈົນໃຫ້ຮາກຈົມນ້ຳໝົດ ຫຼັງຈາກນັ້ນໃຫ້ແຍກເອົາກາກອອກ ໃຊ້ເຫຍັ້ນກິນຂະນະຍັງອຸ່ນໆ ປະມານເທື່ອລະເຄິ່ງຖ້ວຍ ມື້ລະ 5-6 ເທື່ອ ແລະກາງຄືນອີກ 2-3 ເທື່ອ ກິນຕໍ່ເນື່ອງກັນຈົນຄົບ 12 ຊົ່ວໂມງ ແລ້ວຍ່ຽວຈະຖືກຂັບອອກມາຫລາຍຂຶ້ນ (ຮາກ)[1]
- ຊ່ວຍແກ້ອາການຮາກເປັນເລືອດ ດ້ວຍການໃຊ້ຮາກແຫ້ງປະມານ 30 ກຣາມແລ້ວນຳມາຕົ້ມກັບນ້ຳກິນ ຫລືຈະປະສົມກັບຮາກບົວ (ປະມານ 15 ກຣາມ) ຮ່ວມດ້ວຍ ແລ້ວນຳມາຕົ້ມກັບນ້ຳກິນກໍ່ ໄດ້ເຊັ່ນກັນ (ຮາກ)[1]
- ຊ່ວຍແກ້ພິດອັກເສບໃນກະເພາະອາຫານ (ຮາກ)[6]
- ຊ່ວຍແກ້ພະຍາດມະເຣັງໃນລຳໄສ້ (ດອກ)[7]
- ຊ່ວຍແກ້ບິດ (ນ້ຳຕົ້ມຈາກຮາກສົດ)[1]
- ຊ່ວຍແກ້ອຸດຈາຣະເປັນເລືອດ (ດອກ[6], ຂົນ (ດອກແກ່)[1])
- ຊ່ວຍແກ້ຣິດສີດວງທະວານຕ່າງ ໆ (ດອກ)[7] ສ່ວນໃນປະເທດກຳປູເຈ່ຍ ໃຊ້ຫຍ້າຄາເປັນຢາສຳລັບຣົມແກ້ຣິດສີດວງທະວານ (ບໍ່ຣະບຸສ່ວນທີ່ໃຊ້)[1]
- ຮາກແລະເຫງົ້າຫຍ້າຄາໃຊ້ຕົ້ມກັບນ້ຳກິນເປັນຢາຂັບຍ່ຽວ ແກ້ຍ່ຽວຂັດ (ຮາກ)[1],[2]
- ຊ່ວຍແກ້ອາການກະເພາະຍ່ຽວອັກເສບ ແກ້ພິດອັກເສບໃນກະເພາະຍ່ຽວ ຍ່ຽວແດງ (ຮາກ[2],[7], ດອກ[7])
- ຊ່ວຍແກ້ຍ່ຽວເປັນເລືອດ ດ້ວຍການໃຊ້ຮາກຫຍ້າຄາປະມານ 1 ກຳມື ໃສ່ໃນນ້ຳ 1 ຖ້ວຍໃຫຍ່ ແລ້ວຕົ້ມຈົນເຫຼືອ 1 ຖ້ວຍຊາ (ປຣະມານ 15 ມິນລິແມັດ) ໃຊ້ຣິນກິນຂະນະຍັງອຸ່ນໆ ຫລືຈະໃຊ້ຮາກແຫ້ງ ເມັດຜັກກາດນ້ຳຢ່າງລະ 30 ກຣາມ ແລະນ້ຳຕານຊາຍ 15 ກຣາມ ນຳມາຕົ້ມກັບນ້ຳກິນກໍ່ໄດ້ ແຕ່ຫາກນຳມາໃຊ້ກັບສັດ ເຊັ່ນ ງົວ ມ້າ ກໍ່ໃຫ້ໃຊ້ຮາກສົດປະມານ 120 ກຣາມ ປະສົມຄົນລ້າງນ້ຳດ່າງ ແລ້ວລ້າງໃຫ້ໝົດດ່າງ ນຳມາຕາກແຫ້ງເຜົາເປັນຖ່ານໃຫ້ໄດ້ປະມານ 30 ກຣາມ ແລະໃຊ້ໃບຫຍ້າຂຸຍໄມ້ໄຜ່ສົດປະມານ 120 ກຣາມ ນຳມາຕົ້ມໃຫ້ສັດລ້ຽງກິນ (ຮາກ, ຂົນ (ດອກແກ່))[1]
- ຊ່ວຍແກ້ອາການຍ່ຽວຂຸ່ນເໝືອນນ້ຳນົມ ດ້ວຍການໃຊ້ຮາກສົດປະມານ 250 ກຣາມ ໃສ່ໃນນ້ຳ 2,000 ມິນລິແມັດ ແລ້ວຕົ້ມຈົນເຫຼືອ 1,200 ມິນລິແມັດ ແລະໃສ່ນ້ຳຕານພໍສົມຄວນ ໃຊ້ແບ່ງກິນປະມານ 3 ເທື່ອໃຫ້ໝົດພາຍໃນ 1 ມື້ ຫລືຈະໃຊ້ກິນແທນຊາຕິດຕໍ່ກັນປະມານ 5-15 ມື້ກໍ່ໄດ້ ໂດຍນັບເປັນ 1 ຮອບຂອງການຮັກສາ (ຮາກ)[1]
- ຊ່ວຍຮັກສາຍ່ຽວເປັນໜອງ ດ້ວຍການໃຊ້ຮາກແຫ້ງປະມານ 15 ກຣາມ ໃສ່ໃນນ້ຳ 250 ມິນລິລີດ ແລ້ວຕົ້ມຈົນເຫຼືອ 50 ມິນລິລີດ ໃຊ້ຣິນກິນຂະນະຍັງອຸ່ນ ຫລື ເຢັນກໍ່ໄດ້ ມື້ລະ 3 ເທື່ອ (ຮາກ)[1]
- ໃນຟິລິບປິນສ໌ໃຊ້ນ້ຳຕົ້ມຈາກຮາກສົດ ໃຊ້ປິ່ນປົວພະຍາດໜອງໃນ (ຮາກ)[1]
- ຊ່ວຍແກ້ອາການລົງຂາວຂອງສະຕີ (ຮາກ)[2]
- ຊ່ວຍແກ້ປະຈຳເດືອນຂອງສະຕີມາຫລາຍເກີນໄປ (ຮາກ)[1]
- ສັບພະຄຸນທາງຢາຂອງຫຍ້າຄາ ຊ່ວຍບຳຣຸງຫມາກໄຂ່ຫລັງ ແກ້ຫມາກໄຂ່ຫລັງອັກເສບ ດ້ວຍການໃຊ້ຮາກແຫ້ງປະມານ 30 ກຣາມ ປະສົມກັບເປືອກລູກນ້ຳເຕົ້າ 15 ກຣາມ ດອກເຈັກຈັກອຶ້ງ 30 ກຣາມ ແລະ ເຫຼົ້າຂາວອີກ 3 ກຣາມ ນຳມາຕົ້ມເປັນຢາ ໃຊ້ແບ່ງກິນ 2 ເທື່ອ ມື້ລະ 1 ຊຸດ ຫລື ຈະໃຊ້ຮາກສົດປະມານ 60-120 ກຣາມ ນຳມາຕົ້ມເປັນຢາ ໃຊ້ແບ່ງກິນ 2-3 ເທື່ອ ໃຫ້ໝົດພາຍໃນ 1 ມື້ ແຕ່ຖ້າຫາກນຳມາໃຊ້ກັບສັດລ້ຽງຂະໜາດໃຫຍ່ ເຊັ່ນ ມ້າ ງົວ ກໍ່ໃຫ້ໃຊ້ຮາກສົດ ເປືອກແຕງໂມດຢ່າງລະ 250-500 ກຣາມ ນຳມາຕົ້ມກັບນ້ຳໃຫ້ສັດລ້ຽງກິນ (ຮາກ)[1],[2]
- ຊ່ວຍແກ້ອາການຕົວບວມນ້ຳ ດ້ວຍການໃຊ້ຮາກສົດປະມານ 500 ກຣາມ ນຳມາລອກເປືອກທີ່ຢູ່ລະຫວ່າງຂໍ້ອອກ ແລ້ວຫັ່ນເປັນຝອຍໃສ່ນ້ຳ 4 ຖ້ວຍໃຫຍ່ ແລ ະຕົ້ມໃຫ້ເດືອດປະມານ 10 ນາທີ ຈົນໃຫ້ຮາກຈົມນ້ຳໝົດ ຫຼັງຈາກນັ້ນໃຫ້ແຍກເອົາກາກອອກ ໃຊ້ຣິນກິນຂະນະຍັງອຸ່ນ ໆ ປະມານເທື່ອລະເຄິ່ງຖ້ວຍ ມື້ລະ 5-6 ເທື່ອ ແລະກາງຄືນອີກ 2-3 ເທື່ອ ກິນຕໍ່ເນື່ອງກັນຈົນຄົບ 12 ຊົ່ວໂມງ ແຕ່ຖ້າຫາກນຳມາໃຊ້ສັດລ້ຽງຂະໜາດໃຫຍ່ ເຊັ່ນ ມ້າ ງົວ ກໍ່ໃຫ້ໃຊ້ຮາກສົດ ເປືອກແຕງໂມສົດ ຢ່າງລະປະມານ 250-500 ກຣາມ ນຳມາຕົ້ມກັບນ້ຳໃຫ້ສັດລ້ຽງກິນ (ຮາກ)[1]
- ຫຍ້າຄາຊ່ວຍແກ້ດີຊ່ານ ຕົວເຫຼືອງຈາກພິດສຸລາ ດ້ວຍການໃຊ້ຮາກສົດປະມານ 1 ກຳມື ນຳມາຫັ່ນເປັນຊິ້ນນ້ອຍ ໆ ແລ້ວນຳມາຕົ້ມກັບຊີ້ນໝູ 500 ກຣາມ ແລະ ໃຊ້ກິນແກ້ອາການ (ຮາກ)[1],[7]
- ຊ່ວຍແກ້ອາການຕາເຫຼືອງ ຕົວເຫຼືອງ ມີອາການອ່ອນເພຍ ເບື່ອອາຫານ ດ້ວຍການໃຊ້ຮາກນຳມາຕົ້ມກັບນ້ຳກິນ (ຮາກ)[1],[7]
- ໃຊ້ເປັນຢາຫ້າມເລືອດ ບາດແຜຈາກຂອງມີຄົມ (ຊໍ່ດອກ, ຜົນ, ຮາກ)[1],[6]
- ຂົນ (ດອກແກ່) ໃຊ້ສົດເປັນຢາແກ້ແຜບວມອັກເສບ ແກ້ຝີໜອງ (ດອກ[6], ຂົນ (ດອກແກ່)[1])
- ຊ່ວຍແກ້ຝີປະຄຳຮ້ອຍ (ຕົ້ນ)[1]
- ຊ່ວຍແກ້ອອກຫັດ ດ້ວຍການໃຊ້ຮາກແຫ້ງປະມານ 30 ກຣາມ ຕົ້ມເອົາແຕ່ນ້ຳດື່ມເລື້ອຍ ໆ (ຮາກ)[1]
- ໃບນຳມາຕົ້ມກັບນ້ຳອາບ ຊ່ວຍແກ້ລົມພິດ ແລະ ຜົດຜື່ນຄັນ (ໃບ)[1],[6]
- ໃຊ້ແກ້ພິດຈາກຕົ້ນລຳໂພງ ດ້ວຍການໃຊ້ຮາກສົດປະມານ 30 ກຣາມແລະ ຕົ້ນອ້ອຍອີກ 500 ກຣາມ ນຳມາຕຳ ແລະຄັ້ນເອົາແຕ່ນ້ຳມາປະສົມກັບນ້ຳຫມາກພ້າວ 1 ຫນ່ວຍ ແລ້ວນຳມາຕົ້ມກິນ (ຮາກ)[1]
- ຊ່ວຍແກ້ ເຮັດວຽກໜັກ ມີອາການຊ້ຳໃນ ດ້ວຍການໃຊ້ຮາກສົດ ແລະ ຂິງສົດຢ່າງລະ 60 ກຣາມ ໃສ່ນ້ຳຜຶ້ງ 1 ຊ້ອນຊາແລະນ້ຳ 2 ຖ້ວຍ ນຳມາຕົ້ມໃຫ້ເຫຼືອ 1 ຖ້ວຍ ແລ້ວໃຊ້ກິນມື້ລະເທື່ອ (ຮາກ)[1]
- ຊ່ວຍແກ້ອາການປວດ (ຊໍ່ດອກ)[1],[6] ໃນແອຟຣິກາໃຊ້ຫຍ້າຄາເປັນຢາແກ້ອາການປວດບວມໃນເດັກ (ບໍ່ຣະບຸສ່ວນທີ່ໃຊ້)[1]
- ຊ່ວຍແກ້ອາການປວດເມື່ອຍຫຼັງການເກີດບຸດຂອງສະຕີ ດ້ວຍການໃຊ້ໃບນຳມາຕົ້ມກັບນ້ຳອາບ (ໃບ)[1],[6]
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ