google-site-verification: google0d91bc93cfc88895.html ບົວ​ຫິ​ມະ Smallanthus sonchifolius - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 14, 2022

ບົວ​ຫິ​ມະ Smallanthus sonchifolius

ບົວ​ຫິ​ມະ Smallanthus sonchifolius ລັກສະນະ​ທົ່ວ​ໄປ​ຂອງ​ບົວ​ຫິ​ມະ  ບົວ​ຫິ​ມະ ມີ​ຊື່​ທາງ​ວິທະຍາ​ສາດ​ວ່າ Smallanthus sonchifolius ​ໃນ​ພາສາ​ອັງ​ກ​ິດເອີ້ນວ່າ Yacon ເປັນ​ພືດ​ໃຕ້​ດິນ ຖິ່ນ​ກຳ​ເນີດ​ຂອງ​ພືດ​ຊະນິດ​ນີ້​ຢູ່ໃນ​ອາ​ເມ​ຣິ​ກາ​ໃຕ້ ຢູ່ໃນ​ວົງ​ດຽວ​ກັນ​ກັບ​ດອກຕາເວັນ     ມີ​ລັກສະນະ​ຄ້າຍ​ມັນ​ເທດ (ມັນເພົາ) ລຳ​ຕົ້ນ​ມີ​ຄວາມ​ສູງ​ປະ​ມານ 2 – 3 ແມັດ ດອກ​ບົວ​ຫິ​ມະ​ຈະ​ມີ​ລັກສະນະ​ເປັນ​ສີ​ຂາວ​ຫລື ​ສີ​ຂຽວ​ອ່ອນ ມັກ​ຈະ​ຂຶ້ນ​ໃນ​ທີ່​ສູງ​ແລະ​ ມີ​ຫິ​ມະ​ປົກ​ຄຸມ ໃນ​ຕຳ​ລາ​ຢາ​ຂອງ​ຈີນ​ບອກ​ໄວ້​ວ່າ ບົວ​ຫິ​ມະ​ມີ​ລິດ​ເຢັນ ມີ​ສັບ​ພະຄຸນ​ແກ້​ອາການ​ຂໍ້​ອັກ​ເສບ​ໄດ້​ເປັນ​ຢ່າງ​ດີ


ບົວ​ຫິ​ມະ Smallanthus sonchifolius

ລັກສະນະ​ທົ່ວ​ໄປ​ຂອງ​ບົວ​ຫິ​ມະ

ບົວ​ຫິ​ມະ ມີ​ຊື່​ທາງ​ວິທະຍາ​ສາດ​ວ່າ Smallanthus sonchifolius ​ໃນ​ພາສາ​ອັງ​ກ​ິດເອີ້ນວ່າ Yacon ເປັນ​ພືດ​ໃຕ້​ດິນ ຖິ່ນ​ກຳ​ເນີດ​ຂອງ​ພືດ​ຊະນິດ​ນີ້​ຢູ່ໃນ​ອາ​ເມ​ຣິ​ກາ​ໃຕ້ ຢູ່ໃນ​ວົງ​ດຽວ​ກັນ​ກັບ​ດອກຕາເວັນ

 

ມີ​ລັກສະນະ​ຄ້າຍ​ມັນ​ເທດ (ມັນເພົາ) ລຳ​ຕົ້ນ​ມີ​ຄວາມ​ສູງ​ປະ​ມານ 2 – 3 ແມັດ ດອກ​ບົວ​ຫິ​ມະ​ຈະ​ມີ​ລັກສະນະ​ເປັນ​ສີ​ຂາວ​ຫລື ​ສີ​ຂຽວ​ອ່ອນ ມັກ​ຈະ​ຂຶ້ນ​ໃນ​ທີ່​ສູງ​ ແລະ​ ມີ​ຫິ​ມະ​ປົກ​ຄຸມ ໃນ​ຕຳ​ລາ​ຢາ​ຂອງ​ຈີນ​ບອກ​ໄວ້​ວ່າ ບົວ​ຫິ​ມະ​ມີ​ລິດ​ເຢັນ ມີ​ສັບ​ພະຄຸນ ​ແກ້​ອາການ​ຂໍ້​ອັກ​ເສບ​ໄດ້​ເປັນ​ຢ່າງ​ດີ

 

ຫມາກ​ບົວ​ຫິ​ມະ​ ສາມາດ​ນຳ​ມາ​ເຮັດ​ເປັນ​ອາຫານ​ ແລະ​ ຜະລິດ​ເປັນ​ສານ​ໃຫ້​ຄວາມ​ຫວານ​ຈາກ​ທຳມະຊາດ​ໄດ້ ຊຶ່ງ​ໄດ້​ແກ່ ນ້ຳ​ເຊື່ອມ​ບົວ​ຫິ​ມະ ເພາະ​ເຕັມ​ໄປ​ດ້ວຍ​ແຮ້ທາດ​ ແລະ ​ວິ​ຕາ​ມິນ ບໍ່​ວ່າ​ຈະ​ເປັນ​ແຄລ​ຊຽມ ແມກ​ນີ​ຊຽມ ເຫຼັກ ສັງ​ກະ​ສີ ເຊ​ເລ​ນຽມ ແລະ​ ມີກ​ົດ​ອະ​ມິ​ໂນ ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ​ຫລາຍກວ່າ 20 ຊະນິດ

 

ບົວ​ຫິ​ມະ​ເປັນ​ພືດ​ທີ່​ມີ​ແຄ​ລໍ​ຣີ​ຕ່ຳ ໂດຍ​ຜົນ​ບົວ​ຫິ​ມະ 100 ກຣາມ ຈະ​ມີ​ພະລັງ​ງານ 54 ກິ​ໂລ​ແຄ​ລໍ​ຣີ​ເທົ່າ​ນັ້ນ ດັ່ງ​ນັ້ນ​ບົວ​ຫິ​ມະ​ຈຶ່ງ​ກາຍ​ເປັນ​ອາຫານ ຫ​ລຸດ​ນ້ຳ​ໜັກ​ທີ່​ໄດ້ຮັບ​ຄວາມ​ສົນ​ໃຈ​ຢ່າງ​ຫລາຍ


ບົວ​ຫິ​ມະ Smallanthus sonchifolius ລັກສະນະ​ທົ່ວ​ໄປ​ຂອງ​ບົວ​ຫິ​ມະ  ບົວ​ຫິ​ມະ ມີ​ຊື່​ທາງ​ວິທະຍາ​ສາດ​ວ່າ Smallanthus sonchifolius ​ໃນ​ພາສາ​ອັງ​ກ​ິດເອີ້ນວ່າ Yacon ເປັນ​ພືດ​ໃຕ້​ດິນ ຖິ່ນ​ກຳ​ເນີດ​ຂອງ​ພືດ​ຊະນິດ​ນີ້​ຢູ່ໃນ​ອາ​ເມ​ຣິ​ກາ​ໃຕ້ ຢູ່ໃນ​ວົງ​ດຽວ​ກັນ​ກັບ​ດອກຕາເວັນ     ມີ​ລັກສະນະ​ຄ້າຍ​ມັນ​ເທດ (ມັນເພົາ) ລຳ​ຕົ້ນ​ມີ​ຄວາມ​ສູງ​ປະ​ມານ 2 – 3 ແມັດ ດອກ​ບົວ​ຫິ​ມະ​ຈະ​ມີ​ລັກສະນະ​ເປັນ​ສີ​ຂາວ​ຫລື ​ສີ​ຂຽວ​ອ່ອນ ມັກ​ຈະ​ຂຶ້ນ​ໃນ​ທີ່​ສູງ​ແລະ​ ມີ​ຫິ​ມະ​ປົກ​ຄຸມ ໃນ​ຕຳ​ລາ​ຢາ​ຂອງ​ຈີນ​ບອກ​ໄວ້​ວ່າ ບົວ​ຫິ​ມະ​ມີ​ລິດ​ເຢັນ ມີ​ສັບ​ພະຄຸນ​ແກ້​ອາການ​ຂໍ້​ອັກ​ເສບ​ໄດ້​ເປັນ​ຢ່າງ​ດີ


ບົວ​ຫິ​ມະ​ທີ່​ເປັນ​ດອກ

ບົວ​ຫິ​ມະ​ທີ່​ເປັນ​ດອກ ​ຫລື ​ຕົ້ນ​ພືດ (Saussurea ຫລື Snow Lotus) ທີ່​ຈັດ​ຢູ່ໃນ​ວົງ​ດອກຕາເວັນ (ASTERACEAE ຫລື COMPOSITAE) ຊຶ່ງ​ມັກ​ຈະ​ຮຽກ​ກັນ​ວ່າ ບົວ​ຫິ​ມະ​ພັນ​ປີ ​ຫລື ​ບົວ​ຫິ​ມະ​ໝື່ນ​ປີ ເປັນ​ຕົ້ນ ໂດຍ​ເປັນ​ພືດ​ທີ່​ຂຶ້ນ​ໃນ​ທີ່​ສູງ ມີ​ລັກສະນະ​ດອກ​ສີ​ຂາວ​ ຫລື​ ຂຽວ​ອ່ອນ

 

ຈະ​ງອກ​ສະເພາະ​ໃນ​ບໍລິເວນ​ພູເຂົາ​ສູງ ​ທີ່​ມີ​ອຸນຫະພູມ​ເຢັນ​ຈັດ ຫລື ​ບໍລິເວນ​ທົ່ງຮາບ​ສູງ​ທີ່​ມີ​ຫິ​ມະ​ປົກ​ຄຸມ ຫລື ​ໃນ​ບໍລິເວນ​ທີ່​ສູງ​ກວ່າ​ລະ​ດັບ​ນ້ຳ​ທະ​ເລ 3,000 - 4,000 ແມັດ ຢ່າງ​ພູເຂົາ​ອັນໄຕ ພູເຂົາ​ຄຸນ​ຫຼຸນ ທົ່ງຮາບ​ສູງ​ຊິນ​ຈຽງ ເປັນ​ຕົ້ນ ຊຶ່ງ​ຈະ​ໃຊ້​ເວລາ​ດົນ​ກວ່າ 3 ປີ​ເຖິງ​ຈະ​ເກັບ​ກ່ຽວ​ດອກ​ໄດ້ ແລະ​ໂດຍ​ທົ່ວ​ໄປ​ເມັດ​ຂອງ​ບົວ​ຫິ​ມະ​ພຽງ 5% ເທົ່າ​ນັ້ນ​ທີ່​ຈະ​ ຈະເລີນ​ເຕີບໂຕ​ຈົນ​ອອກ​ດອກ​ໄດ້

 

 ສັບພະຄຸນຂອງ​ບົວ​ຫິ​ມະ (ທີ່​ເປັນ​ດອກ ​ຫລື ​ພືດ)

  • ບົວ​ຫິ​ມະມີສັບພະຄຸນ ​ນຳ​ມາ​ໃຊ້​ເປັນ​ຢາ​ບຳ​ລຸງ​ ແລະ​ ປິ່ນປົວພະຍາດ​ຊະນິດ​ຕ່າງໆ ເພາະ​ມີ​ລິດ​ເປັນ​ຢາ​ເຢັນ
  • ສັບພະຄຸນ​ຂອງ​ບົວ​ຫິ​ມະ​ຊ່ວຍ​ປັບ​ສົມ​ດຸນ​ໃນ​ຮ່າງກາຍ
  • ຊ່ວຍ​ບຳ​ລຸງ​ຫົວ​ໃຈ
  • ຊ່ວຍ​ແກ້​ໄຂ້
  • ຊ່ວຍ​ຂັບ​ພິດ​ໃນ​ຮ່າງກາຍ
  • ຊ່ວຍ​ບັນ​ເທົາ​ອາການ​ປວດ​ປະຈຳ​ເດືອນ
  • ຊ່ວຍ​ບຳ​ລຸງ​ເລືອດ
  • ຊ່ວຍ​ບຳ​ລຸງ​ ຫມາກໄຂ່ຫລັງ
  • ຊ່ວຍ​ແກ້​ອາການ​ຂໍ້​ອັກ​ເສບ
  • ນຳ​ມາ​ແປ​ຮູບ​ເປັນ​ຜະລິດຕະພັນ​ທັງ​ທີ່​ເປັນ​ແບບ​ບໍລິສຸດ 100% ແລະ ​ທີ່​ເປັນ​ແບບ​ນຳ​ໄປ​ປະສົມ​ກັບ​ຕົວ​ຢາ​ຊະນິດ​ອື່ນ ໆ

ບົວ​ຫິ​ມະ​ທີ່​ເປັນ​ຫມາກ (ຫົວ)

ບົວ​ຫິ​ມະ​ທີ່​ເປັນ​ຫມາກ ທີ່​ຫຼາຍໆ ຄົນ​ຮຽກວ່າ "ບົວ​ຫິ​ມະ​ສົດ" ຫລື "ຜົນ​ບົວ​ຫິ​ມະ" ຫລື "ຫົວ​ບົວ​ຫິ​ມະ" ຫລື "ຮາກ​ບົວ​ຫິ​ມະ" ຫລື "ບົວ​ຫິ​ມະ​ຈີນ" ນັ້ນ​ແຫຼະ ຫລື​ ໃນ​ປະເທດ​ຈີນ​ຈະ​ຮຽກ​ກັນ​ວ່າ "ເສ​ວີ່ຍ​ຫຼຽນ​ກວໍ່" ມີ​ຊື່​ພາສາ​ອັງ​ກິດວ່າ Yacon (ຫມາກໄມ້​ແຫ່ງ​ພະ​ເຈົ້າ) ມີ​ຊື່​ວິທະຍາ​ສາດ​ວ່າ Smallanthus sonchifolius (Poepp.) H.Rob. ຈັດ​ຢູ່ໃນ​ວົງ​ດອກຕາເວັນ​ເຊັ່ນ​ດຽວ​ກັບ​ຊະນິດ​ແລກ ບົວ​ຫິ​ມະ​ຊະນິດ​ນີ້​ຈະ​ເປັນ​ພືດ​ພື້ນ​ເມືອງ​ທີ່​ມີ​ຕົ້ນ​ກຳ​ເນີດ​ໃນ​ແຖບ​ອາ​ເມ​ຣິ​ກາ​ໃຕ້ ຈິງ ໆ ແລ້ວ​ມັນກະບໍ່ ແມ່ນ​ຫມາກໄມ້​ຫຍັງ​ຫລາຍດອກ ພຽງ​ແຕ່​ເຮົາ​ເຂົ້າໃຈ​ຜິດ​ຄິດວ່າ​ມັນ​ເປັນ​ຫມາກໄມ້ ເນື່ອງ​ຈາກ​ນິຍົມ​ນຳ​ມາ​ຮັບປະທານ​ສົດໆ ນັ້ນ​ເອງ​

 

ໂດຍ​ຈະ​ມີ​ຣູ​ບຮ່າງ​ຄ້າຍໆ ກັບ​ຫັວ​ມັນ​ເທດ ເປືອກ​ບາງ ລົດ​ອອກ​ຫວານ​ເໝືອນ​ ແຫ້ວ​ປະສົມ​ມັນ​ແກວ ຊຸ່ມ​ນ້ຳ​ເໝືອນ​ສາ​ລີ່ ແລະ​ກອບ ເປັນ​ຫມາກໄມ້​ທີ່​ມີ​ແຄ​ລໍ​ຣີ​ຕ່ຳ ເໝາະ​ສຳລັບ​ຜູ້​ທີ່​ຕ້ອງ​ການ​ລຸດ​ຄວາມ​ອ້ວນ ​ຫລື​ ກຳ​ລັງ​ຄວບ​ຄຸມ​ນ້ຳ​ໜັກ​ໄດ້​ເປັນ​ຢ່າງ​ດີ ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ ແລະ ​ແຮ່ທາດ​ຫຼາຍ​ຊະນິດ ເຊັ່ນ ແຄລ​ຊຽມ ແມກ​ນີ​ຊຽມ ເຫຼັກ ສັງ​ກະ​ສີ ຊີ​ລີ​ນຽມ ເປັນ​ຕົ້ນ ແລະ ​ຮາກ​ບົວ​ຫິ​ມະ ມີສັບພະຄຸນ​ໃຊ້​ເປັນ​ຢາສະ​ມຸນ​ໄພ​ໃນ​ການ ຮັກສາ​ອາການ​ຕ່າງໆ ໄດ້​ອີກ​ດ້ວຍ

ປະໂຫຍດ​ບົວ​ຫິ​ມະ (ທີ່​ເປັນ​ຫມາກ ຫລື ຫົວ)

  • ປະໂຫຍດ​ບົວ​ຫິ​ມະ​ນຳ​ມາ​ຮັບປະທານ​ສົດ ໃຫ້​ລົດ​ຊາດ​ຫວານ​ສ່ຳ ຊື່ນ​ໃຈ
  • ເປັນ​ອາຫານ​ທີ່​ຊ່ວຍ​ບຳ​ລຸງ​ສຸກຂະພາບ ເສີມ​ຄວາມ​ງາມ​ທີ່​ໜ້າ​, ໃຈ
  • ມີ​ສ່ວນ​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ສິວ​ຝ້າ​ເທິງ​ໃບ​ໜ້າ
  • ຊ່ວຍ​ປິ່ນປົວພະຍາດ​ເບົາ​ຫວານ
  • ຊ່ວຍ​ລຸດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ ໄຂ​ມັນ ຄໍ​ເລດ​ເຕີ​ຣອນ
  • ຊ່ວຍ​ປິ່ນປົວພະຍາດ​ຄວາມ​ດັນ​ເລືອດ​ສູງ
  • ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະຍາດ​ມະ​ເຣັງ
  • ຊ່ວຍ​ປ້ອງ​ກັນ​ຈາກ​ສານ​ພິດ ​ຈາກ​ມົນ​ພາ​ວະ​ແລະ​ສານ​ກໍ່​ມະ​ເຣັງ
  • ຊ່ວຍ​ໃຫ້​ຫຼອດ​ເລືອດ​ອ່ອນ​ຕົວ
  • ຊ່ວຍ​ບຳ​ລຸງຫົວ​ໃຈ​ ແລະ ​ເສັ້ນ​ເລືອດ
  • ຊ່ວຍ​ຄວບ​ຄຸມ​ຂອງ​ແຫລວ​ໃນ​ເລືອດ
  • ຊ່ວຍ​ແກ້​ອາການ​ຮ້ອນ​ໃນ
  • ຊ່ວຍ​ໃຫ້​ລະບົບ​ຂັບ​ຖ່າຍ​ເຮັດວຽກ​ໄດ້​ຢ່າງ​ເປັນ​ປົກກະຕິ
  • ຊ່ວຍ​ຍ່ອຍ​ອາຫານ ປ້ອງ​ກັນ​ອາການຖອກ​ທ້ອງ ​ ແລະ​ ທ້ອງ​ເສຍ
  • ຊ່ວຍ​ໃຫ້​ລະບົບ​ທາງເດີນ​ປັດສະວະ ​ເຮັດວຽກ​ໄດ້​ດີ​ຂຶ້ນ
  • ປ້ອງ​ກັນ​ການ​ເກີດ​​ກ້ອນ​ນິ່ວ
  • ຊ່ວຍ​ຕັບ​ຂັບ​ຖ່າຍ​ສານ​ພິດ​ໃນ​ຮ່າງກາຍ
  • ແກ້​ອາການ​ອັກ​ເສບ
  • ໃບ​ຂອງ​ຫົວ​ບົວ​ຫິ​ມະ​ ມີ​ຄຸນສົມບັດ​ໃນ​ການ​ຕໍ່​ຕ້ານ​ອ​ນຸ​ມູນ​ອິດສະຫລະ
  • ນຳ​ໄປ​ປຸງ​ສຸກ​ຕົ້ມ​ກັບ​ກະດູກ​ໝູ​ ຫລື​ ນຳ​ໄປ​ຕຸ໋ນ ຊ່ວຍ​ຍ່ອຍ​ອາຫານ ​ແລະ​ ລະບາຍ​ທ້ອງ​ໄດ້​ດີ
  • ມີ​ການ​ນຳ​ໄປ​ແປຣຮູບ​ເປັນ​ຜະລິດຕະພັນ​ຕ່າງໆ ເຊັ່ນ ເຄື່ອງ​ດື່ມ ຊາ ອາຫານ​ກະ​ປ໋ອງ

ບົວ​ຫິ​ມະ​ທິ​ເບດ

ບົວ​ຫິ​ມະ​ທິ​ເບດ ຫລື ຄີ​ເຟ​ີ (Kefir) ບ້ານ​ເຮົາ​ນິຍົມ​ເອີ້ນວ່າ "ບົວ​ຫິ​ມະ​ທິ​ເບດ" ຫລື "ນ້ຳ​ໝັກ​ບົວ​ຫິ​ມະ" ຊຶ່ງ​ກໍ່​ຄື ນົມໝັກ​ຄີ​ເຟ​ີ ນັ້ນ​ເອງ ເກີດ​ຈຸລິນຊີ​ຂະໜາດ​ນ້ອຍ​ຊຶ່ງ​ປະກອບ​ດ້ວຍ​ຢີ​ສ​ຕ​໌ Saccharomyces exiguus ແລະ Lactic acid bacteria ຊຶ່ງ​ຢູ່​ຮ່ວມ​ກັນ​ໃນ​ແບບ​ທີ່​ພຶ່ງ​ພາ​ອາໄສ​ກັນ ​ແລະ ​ຢຶດ​ເກາະ​ກັນ​ດ້ວຍ​ສານ​ທີ່​ມີ​ລັກສະນະ​ເປັນ​ເມືອກ​ໜຽວໆ ຈົນ​ເກີດ​ການ​ກໍ່​ຕົວ​ຂຶ້ນ​ມາ​ເປັນ​ຮູບຮ່າງ​ຄ້າຍ​ດອກ​ກະ​ຫຼ່ຳ ມີ​ສີ​ຂາວ​ຈົນ​ເຖິງ​ສີ​ເຫຼືອງ​ອ່ອນ ຂະໜາດ​ນ້ອຍ​ເທົ່າ​ກັບ​ເມັດ​ເຂົ້າ ໂດຍ​ຈະ​ມີກ​ີ່ນ​ອ່ອນ ໆ ຂອງ​ຢີ​ສ​ຕ​໌ (ຄ້າຍ​ເບຍ) ຊຶ່ງ​ຈະ​ ຈະເລີນ​ເຕີບໂຕ​ດ້ວຍ​ການ​ເພາະ​ລ້ຽງ​ໃນ​ອາຫານ​ຊະນິດ​ຕ່າງ ໆ ແຕ່​ລະ​ຊະນິດ​ຈະໃຫ້​ຄີ​ເຟີ ​ທີ່​ມີ​ຂະໜາດ​ ແລະ​ ລັກສະນະ​ແຕກ​ຕ່າງ​ກັນ​ອອກ​ໄປ ນິຍົມ​ລ້ຽງ​ໃນ​ນ້ຳ​ນົມ​ຢ່າງ​ນົມ​ງົວ ນົມ​ແບ້ ນົມ​ແກະ ເປັນ​ຕົ້ນ

2 comments:

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ