google-site-verification: google0d91bc93cfc88895.html ການພິຈາລະນາຄັດເລືອກກົງຫັນນໍ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, November 06, 2015

ການພິຈາລະນາຄັດເລືອກກົງຫັນນໍ້າ


      




    ການເລືອກແບບຂອງກົງຫັນນ້ຳໃນຂັ້ນຕົ້ນພິຈາລະນາໄດ້ຈາກຄວາມສຳພັນຂອງຫົວສີດ ແລະ ກຳລັງຜະລິດຂອງກົງ

ຫັນແບບຕ່າງໆ ແຕ່ຕ້ອງຄຳນຶງເຖິງຄວາມເຫມາະສົມທາງດ້ານເສດຖະກິດນຳໂດຍທົ່ວໄປກົງຫັນແບບຟຣານຊີສ ເພາະກໍ່ສ້າງ

ໄດ້ງ່າຍມີຄວາມເຊື່ອຖືສູງນິຍົມໃຊ້ກັນຫລາຍໃນກໍລະນີທີ່ມີຄວາມສູງເສົານ້ຳຫລາຍໂດຍທົ່ວໆໄປໃຊ້ແບບເພລຕອນ ແລະ ຖ້າ

ຄວາມສູງເສົານ້ຳມີຕ່ຳຈະໄຊ້ແບບຄາປານ

ຂອບເຂດການດໍາເນີນງານຂອງກັງຫັນທີ່ແຕກຕ່າງກັນ (ESHA, 2004)
ສະນິດຂອງກົງຫັນ
ຄວາມສູງເສົານ້ຳ (m)
ຍອມຮັບການປ່ຽນແປງການໄຫຼ
ຍອມຮັບການປ່ຽນແປງເສົານ້ຳ
ປະສິດທິພາບສູງສຸດ(%)
Kaplan/propeller
2-400
ສູງ
ຕ່ຳ
91-93
Francis
25-350
ປານກາງ
ຕ່ຳ
94
Pelton
50-1 300
ສູງ
ສູງ
90
Cross-flow
2-200
ສູງ
ປານກາງ
86
Turgo
50-250
ສູງ
ຕ່ຳ
85


ໃນການເລືອກໃຊ້ເຄື່ອງກົງຫັນນ້ຳອາດເລືອກໃຊ້ແບບໃດໜຶ່ງກໍ່ໄດ້ ຊຶ່ງຈະນຳມາພິຈາລະນາປະກອບໄດ້ດັ່ງນີ້:

v  ກໍລະນີເສົານ້ຳສູງ: ເລືອກກົງຫັນ ເພລຕອນ ຫລື ຟຣານຊີສ ຄວາມພິຈາລະນາປະກອບຄື:

(1). ຄ່າລະດັບນ້ຳນອງທາງທ້າຍເຂື່ອນສູງ ກົງຫັນເພລຕັນ ບໍ່ສາມາດໃຊ້ຫົວສີດໃຕ້ລະດັບຂອງເຄື່ອງກົງ

ຫັນໃຫ້ເປັນປະໂຫຍດໄດ້

(2). ເມື່ອຕ້ອງການເດີນເຄື່ອງທີ່ມີໂຫລດຕໍ່ຢູ່ຫລາຍ ກົງຫັນເພລຕັນແບບໃຊ້ຫົວສີດຫລາຍອັນຈະໃຫ້

ປະສິດທິພາບຫລາຍກວ່າ

(3). ກົງຫັນຟຣານຊີສ ມີຄວາມໄວຮອບສູງ ແລະ ສາມາດປັບຄວາມໄວຕາມຂະຫນາດຂອງເຄື່ອງກຳເນີດໄປໄຟ້າໄດ້ ເຮັດໃຫ້ສາມາດເລືອກຊື້ເຄື່ອງກຳເນີດໄຟຟ້າທີ່ມີລາຄາຕ່ຳໄດ້

(4). ຖ້າທໍ່ສົ່ງນ້ຳມີຄວາມຍາວ ແລະ ລາດຊັດນ້ອຍ(ໄລຍະຮາບທາງນ້ຳໄຫລ) ຄວນໃຊ້ກົງຫັນເພລຕອນເພາະຄ່າໃຊ້ຈ່າຍໃນການກໍ່ສ້າງທໍ່ສົ່ງນ້ຳຕ່ຳເນື່ອງຈາກຄວາມດັນໃນເວລາປິດທໍ່ສົ່ງນ້ຳກະທັນຫັນທີ່ຕ່ຳ (Sudden Shut Down)

(5). ໃນກໍລະນີນ້ຳໄຫລຊ້າມັກຈະນິຍົມໃຊ້ກົງຫັນເພຕອນເພາະສາມາດກວດສອບແລະບຳລຸງຮັກສາໃບພັດໄດ້ງ່າຍ

(6). ກົງຫັນຣານຊີສຈະມີຄ່າກໍ່ສ້າງເຮືອນຈັກແພງກວ່າເພາະຕ້ອງໄດ້ເພີ່ມວຽກຂຸດຫລາຍກວ່າແຕ່ລາ
ຄາຂອງກົງຫັນຣານຊີຈະຖືກກວ່າເພຕອນ

v ກໍລະນີຄວາມສູງເສົານ້ຳຕ່ຳ: ​ການເລືອກກົຫັນຄາຣານຫລືກົງຫັນຣານຊີຄວນພິຈາລະນາຄື:
(1). ເມື່ອເສົານ້ຳມີການປ່ຽນແປງຕະຫລອດຄວນເລືອກກົງຫັນຄາຣານ

(2). ກົງຫັນຄາປານຄວາມໄວສູງເຮັດໃຫ້​​ລາຄາຂອງເຄື່ອງກຳເນີດໄຟຕ່ຳແຕ່ຕ້ອຫລຸດລະດັບທໍ່ປ່ອຍນ້ຳໃຫ້ຕ່ຳເຊິ່ງໃນນີ້ທໍ່ນ້ຳເຂົ້າກົງຫັນຈະຕ້ອງໃຫຍ່ຂື້ນຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍທາງດ້ານໂຍທາສູງຂື້ນ

(3). ​ການບຳລຸງຮັກສາກົງຫັນຣານຊີງ່າຍແລະສະດວກເພາະກໍ່ສ້າງແບບງ່າຍໆລາຄາຂອງເຄື່ອງກົງຫັນກໍ່ຖືກກວ່າກົງຫັນຄາຣານ

ລວມທັງສາມາດພິຈາລະນາເບື້ອງຕົ້ນໃນການຄັດເລືອກຊະນິດຂອງກົງຫັນນ້ຳທີ່ເຫມາະສົມດັ່ງສະແດງໃນຣາບລຸ່ມນີ້:

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ