google-site-verification: google0d91bc93cfc88895.html ການ​ຕອນ​ງ່າ​ຫມາກ​ຫຸ່ງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, November 06, 2015

ການ​ຕອນ​ງ່າ​ຫມາກ​ຫຸ່ງ


ການ​ຕອນ​ງ່າ​ຫມາກ​ຫຸ່ງຫມາກ​ຫຸ່ງ​ຖື​ໄດ້​ວ້າ​ເປັນ​ຫມາກ​ໄມ້ ທີ່​ປາບ​ຊ​ຽນ​ມາ​ແລ້ວ​ຫລາຍ​ຄົນ ເຖິງ​ແມ້​ວ່າ​ຕົ້ນ​ທີ່​ເຮົາ​ປູກ​ຈາກ​ແກ່ນ​ຈະ​ເປັນ​ແມ​ພັນ​ທີ່​ແຂງ​ແ


ຫມາກ​ຫຸ່ງ​ຖື​ໄດ້​ວ້າ​ເປັນ​ຫມາກ​ໄມ້ ທີ່​ປາບ​ຊ​ຽນ​ມາ​ແລ້ວ​ຫລາຍ​ຄົນ ເຖິງ​ແມ້​ວ່າ​ຕົ້ນ​ທີ່​ເຮົາ​ປູກ​ຈາກ​ແກ່ນ​ຈະ​ເປັນ​ແມ​ພັນ​ທີ່​ແຂງ​ແຮງ ແລະ​ສົມ​ບູນ ບໍ່​ມີ​ໂລກ ພະ​ຍາດ ແຕ່​ສ່ວນ​ໃຫຍ່​ແລ້ວ ຕົ້ນ​ຫມາກ​ຫຸ່ງ​ທີ່​ເກີດ​ຈາກ​ການ​ກ້າ​ແກ່ນ ຈ​ະ​ກາຍ​ພັນ​ຫມົດ ໂດຍ​ຕົ້ນ​ທີ່​ບໍ່​ແຂງ​ແຮງ​ຈະ​ລົ້ມ​ງ່າຍ ໂດຍ​ທົ່ວ​ໄປ​ສາຍ​ພັນ​ຂອງ​ຫມາກ​ຫຸ່ງ​ກໍ່​ມີ​ຫລາຍ​ສາວ​ພັນ ແຕ່​ທີ່​ເປັນ​ທີ່​ນິ​ຍົມ​ປູກ​ກັນ​ໃນ​ທຸກ​ມື້​ນີ້ ຄົງ​ຈະ​ບໍ່​ນອກ​ເຫນືອ​ໄປ​ຈາກ ສາຍ​ພັນ ຮອນ​ແລນ ແລະ ສາຍ​ພັນ ແຂກ​ດຳ ສ່ວນ​ສາຍ​ພັນ​ອື່ນໆ​ກໍ່​ປູກ​ແຕ່​ບໍ່​ຄ່ອຍ​ເປັນ​ທີ່​ນິ​ຍົມ​ໃນ​ທ້ອງ​ຕະ​ຫລາດ

          ໃນ​ການ​ປູກ​ຫມາກ​ຫຸ່ງ​ຈາກ​ການ​ກ້າ​ແກ່ນ ແລະ ການ​ຕອນ​ງ່າ ໃນ​ມື້ນ​ນີ້ ຂະ​ພະ​ເຈົ້າ​ໃນ​ນາມ ຊ່ຽວ​ຊານ​ເລື່ອງ​ນີ້​ຈະ​ມາ​ຂໍ​ແບ່ງ​ເປັນ​ຄວາມ​ຮູ້​ໃຫ້​ທຸກ​ທ່ານ​ໄດ້​ລອງ​ໄປ​ປະ​ຕິ​ບັດ​ເພື່ອ​ໃຫ້​ເກີດ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ຄອບ​ຄົວ ຈາກ​ການ​ທົດ​ລອງ​ປູກ​ມາ ທັງ​ສອງ​ຮູບ​ແບບ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ຖ້າ​ປູກ​ຫມາກ​ຫຸ່ງ​ທີ່​ກ້າ ​ດ້ວຍ​ແກ່ນ 10 ໄລ່ ຈະ​ເທົ່າ​ກັບ​ການ​ປູກ​ຫມາກ​ຫຸ່ງຈາກ​ງ່າ​ການ 1 ໄລ່ ເພາະ​ຜົນ​ຜະ​ລິດ​ອອກ​ມາ​ເທົ່າ​ກັນ ເຊິ່ງ​ຕໍ່​ໄປ​ໃຫ່​ທ່ານ​ຄວນ​ພິ​ຈາ​ລະ​ນາ​ທີ່​ເຫັນ​ສົມ​ຄວນ ແລະ​ຄວນ​ປຶກ​ສາ​ຜູ້​ທີ່​ມີ​ຄວາມ​ຮູ້ ແລະ ຊ່ຽວ​ຊານ​ກ່ອນ​ຕັດ​ສິນ​ໃຈ​ປູກ

ອຸ​ປະ​ກອນ​ໃນ​ການ​ຕອນ​ກິງ​ຫມາກ​ຫຸ່ງ:

1. ມີດ​ນ້ອຍ
2. ເຊືອກ​ຟາງ ຫລື ວັດ​ສະ​ດຸ​ທີ່​ໃຊ້​ມັດ​ໄດ້​ທຸກ​ຢ່າງ
3. ຖົງ​ຢາງ 4x7
4. ກາບ​ຫມາກ​ພ້າວ
5. ຫລີ້ມ​ໄມ້ ຫລື ໄມ້​ຈີ້ມ​ແຂ້ວ ຫລື ຈະ​ເປັນ​ດິນ​ຈີ່ ກໍ່​ໄດ້

ວິ​ທີ່​ການ​ຕອນ​ກິງ​ຫມາກ​ຫຸ່ງ:

1. ເປັນ​ຂັ້ນ​ຕອນ​ທີ່​ສຳ​ຄັນ​ທີ່​ສຸດ ຄື ຂັ້ນ​ຕອນ​ເລືອກ​ງ່າ​ທີ່​ຈະ​ຕອນ ຕ້ອງ​ເປັນ​ຕົ້ນ​ທີ່​ມີ​ຄວາມ​ສົມ​ບູນ​ທຸກ​ຢ່າງ​ແຂງ​ແຮງ ໃຫ້​ຫມາ​ກ​ດີ ແລະ ເປັນ​ທີ່​ຕ້ອງ​ການ​ຂອງ​ຕະ​ຫລາດ
2. ໃຫ້​ຕັດ​ຍອດ​ຕົ້ນ​ທີ່​ຈະ​ຕອນເພື່ອ​ໃຫ້​ແຕກຍອດ​ໃຫມ່​ຂື້ນ​ມາ ຫລື ໃຫ້​ມ່ານ ຕອນ​ເອົາ​ຍອດນັ້ນ​ເລີຍ ແລ້ວ​ຕັດ​ເມື່ອ​ເວ​ລາ​ເກີດ​ຮາກ ຫລັງ​ຈາກນັ້ນ​ຈະ​ມີ​ຍອດ​ໃຫມ່​ແຕກ​ຂື້ນ​ມາ 5-6 ງ່າ ພາຍ​ໃນ 2 ເດືອນ​ເຄິ່ງ ຈະ​ຍາວ​ປະ​ມານ 20-25 ຊັງ​ຕີ​ແມັດ
3.ພາຍ​ຫລັງ​ທີ່​ໄດ້​ກິ່ງ​ຍາວ​ປົ່ງ​ມາ​ໃຫມ່​ແລ້ວ ໃຫ້​ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້: ໃຊ້​ມີ​ປາດ​ໃສ່​ຕົ້ນ​ຫມາ​ຫຸ່ງ​ບໍ່​ວ່າ​ຈະ​ເປັນ​ກິ່ງ​ທີ່​ປົ່ງ​ໃຫມ່ ຫລື ຕົ້ນ​ໃຫຍ່ ໂດຍ​ງ່ຽງ​ປາຍ​ມີດ​ຂື້ນ​ໃຫ້​ຢູ່​ລະ​ຫວ່າງ​ມູມ 20 -45 ອົງ​ສາ ແລ້ວ​ປາດ​ເຂົ້າ​ໄປ​ເລິກ​ປະ​ມານ 1/3-1.5/3 ຂອງ​ລຳ​ຕົ້ນ​

ການ​ຕອນ​ງ່າ​ຫມາກ​ຫຸ່ງຫມາກ​ຫຸ່ງ​ຖື​ໄດ້​ວ້າ​ເປັນ​ຫມາກ​ໄມ້ ທີ່​ປາບ​ຊ​ຽນ​ມາ​ແລ້ວ​ຫລາຍ​ຄົນ ເຖິງ​ແມ້​ວ່າ​ຕົ້ນ​ທີ່​ເຮົາ​ປູກ​ຈາກ​ແກ່ນ​ຈະ​ເປັນ​ແມ​ພັນ​ທີ່​ແຂງ​ແ



4. ໃຊ້​ໄມ້​ຈີ້ມ​ແຂ້ວ ຫລື​ໄມ້​ຫລີ້ມ​ທີ່​ກຽມ​ໄວ້​ນັ້ນ​ມາ​ຍັດ​ໃສ່​ປາກ​ບາດ​ທີ່​ປາດ​ໄວ້ ເພື່ອ​ບໍ່​ໄຫ້​ເນື້ອ​ຕົ້ນ​ຫມາກ​ຫຸ່ງ​ຕິດ​ກັນ
5. ນຳ​ເອົາ​ຖົງ​ຢາງ ທີ່​ກຽມ​ໄວ້ (ສຳ​ລັບ​ຂະ​ຫນາດ​ຂອງ​ຖົງ​ຢ່າງ​ແມ່ນ​ຈະ​ຂື້ນ​ກັບ​ຂະ​ຫນາດ​ຂອງ​ລຳ​ຕົ້ນ​ຫມາກ​ຫຸ່ງ) ມາ​ຍັດ​ຂຸຍ​ຫມາກ​ພ້າວ​ໃສ່​ໃຫ້​ເຕັມ​ແລ້ວ​ມັດ​ໃຫ້​ແຫນ້ນ ຈາກນັ້ນ​ໃຊ້​ມີ​ປາດ​ດ້ານ​ກາງ​ຂອງ​ຖົງ​ຢາງ ໃຊ້​ມື​ແບ່ງ​ສ່ວນ​ຂອງ​ຂຸຍ​ຫມາຍ​ພ້າວ​ໃຫ້​ເທົ່າໆ​ກັນ.

ການ​ຕອນ​ງ່າ​ຫມາກ​ຫຸ່ງຫມາກ​ຫຸ່ງ​ຖື​ໄດ້​ວ້າ​ເປັນ​ຫມາກ​ໄມ້ ທີ່​ປາບ​ຊ​ຽນ​ມາ​ແລ້ວ​ຫລາຍ​ຄົນ ເຖິງ​ແມ້​ວ່າ​ຕົ້ນ​ທີ່​ເຮົາ​ປູກ​ຈາກ​ແກ່ນ​ຈະ​ເປັນ​ແມ​ພັນ​ທີ່​ແຂງ​ແ



6. ນຳ​ຖົງ​ຂຸຍ​ຫມາກ​ພ້າວ​ທີ່​ປາດ​ມາ​ປິດ​ຫຸ້ມ​ເອົາ​ປາກ​ບາດ​ດ້ານ​ທີ່​ປາດ​ໄວ້​ໂດຍ​ໃຫ້​ປາກ​ບາດ​ຢູ່​ດ້ານ​ກາງ​ຂອງ​ຖົງ​ຂຸຍ​ຫມາກ​ພ້າວ ໃຊ້​ເຊື່ອກ​ຟາງ​ມັດ​ຫົວ​ສົ້ນ​ໃຫ້​ແຫນ້ນ



          ພາຍ​ຫລັງ​ທຳ​ການ​ຕອນ​ກ່ຳ​ງ​ໄດ້​ປະ​ມານ 20-30 ວັນ ຈະ​ມີ​ຮາກ​ເກີດ​ອອກ​ມາ ປ່ອຍ​ໃຫ້​ຮາກ​ຍາວ ແລະ​ປ່ຽນ​ສີ​ຈາດ​ສີ​ຂາວ ຫລື ເຫລືອງ​ອ່ອນໆ ຈົນ​ເປັນ​ສີ​ຂຽວ ຫລື ສີ​ນ້ຳ​ຕານ​ອ່ອນ ຈຶ່ງ​ຕັດ ແລະ​ນ້ຳ​ໄປ​ເພາ​ໄວ້​ຖົງ​ເພາະ​ຊ້ຳ ຫລື ບາງ​ທ່ານ​ຕ້ອງ​ການ​ຈະ​ເອົາ​ລົງ​ດິນ ກໍ່​ສ້າ​ມາດ​ເຮັດ​ໄດ້ ແຕ່​ຕອງ​ລະ​ວັງ​ເລື້ອງ​ຂອງ​ຮາກ ທາງ​ທີ່​ດີ​ຄວນ​ເພາະ​ຊຳ​ໃຫ້​ຮາກ​ແຂງ​ແຮງ​ດີ​ຈຶງ​ນຳ​ລົງ​ປູກ





ສຳ​ລັບ​ການ​ປູກ ກໍ່​ປູກ​ແບບ​ທົ່ວ​ໄປ ແຕ່​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວີ​ທີ່​ງ່າຍ​ແມ່ນ​ໃຊ້​ມີ​ປາດ​ຖົງ​ຢາງ​ແຕ່​ບໍ່​ຈຳ​ເປັນ​ແກະ​ອອກ​ປາດ​ພໍ​ໃຫ້​ຮາກ​ຂະ​ຫຍາຍ​ຕົວ​ໄດ້ ມັດ​ຄ້ຳ​ກັບ​ເສົາ​ໄມ້​ແລ້ວ​ກໍ່​ຖົມ​ດ້ວຍ​ປິກ​ປູກ​ທົ່ວ​ໄປ


ລາຍ​ລະ​ອຽດ​ທີ່​ຕໍ່​ທີ່ 02078827766

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ