google-site-verification: google0d91bc93cfc88895.html ການ​ປູກ​ຫອມ​ເປ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, October 09, 2015

ການ​ປູກ​ຫອມ​ເປ

ລັກ​ສະ​ນະ​ທົວ່​ໄປ​ຂອງ​ຫອມ​ເປ ຫອມ​ເປ, ການ​ປູກ​ຫອມ​ເປ ຫອມ ເປ, ຫອມ​ເປ, ຜັກ​ຫອມ​ເປ, ໃບ​ຫອມ​ເປ, ປູກ​ຫອມ​ເປ, ປະ​ໂຫຍດ​ຫອມ​ເປ

ລັກ​ສະ​ນະ​ທົ່ວໄປ​ຂອງ​ຫອມ​ເ

ຜັກ­ຫອມ​ເປ​ເປັນ​ພືດ​ລົ້ມ​ລຸກ​ມີ​ລວງ​ສູງປະ­ມານ 35 ຊັງ​ຕີ​ແມັດ ມີລຳ­ຕົ້ນ​ຝັງຢູ່​​ດິນ, ໃບ​ສີ­ຂຽວ​ເຂັ້ມ ຮຽວ​ຍາວ​ປາຍ​ໃບ​ຈະ​ເປັນ​ວັກ​ຄ້າຍ​ກັບ​ໃບ​ເລື່ອຍ ແຕ່​ລະ​ວັກ​ຈະ​ມີ​ຫນາມ​ເວ​ລາ​ເກັບ​ຈຶ່ງ​ເຮັດ​ໃຫ້​ບາດ​ມື​ເຮົາ​ໄດ້​ງ່າຍ ຫອມ​ເປ​ຈະ​ມີ​ອາ​ຍຸ​ຍືນກວ່າ​ພືດ​ຜັກ​ສະ​ນິດ​ອື່ນໆ​ ແລະ ເກິດ​ງ່າຍ​ປູກ​ງ່າຍ​ຮັກ​ສາ​ງ່າຍ 
          ຫ້ອມ​ເປ​ເປັນ​ພືດ​ທີ່​ຕ້ອງ​ການ​ນ້ຳ​ຫນ້ອຍ ແສງ​ຫລາຍ​ແລະ​ທາດ​ອາ​ຫານ​ໃນ​ປະ​ລິ​ມານ​ພຽງ​ພໍ ແຕ່​ກໍ່​ຂາດ​ບໍ່​ໄດ້​ເຊັ່ນ​ກັນ ວິ​ທີ​ສັງ​ເກດ​ເບິ່ງວ່າ​ຫອມ​ເປ​ຂາດ​ທາດ​ອາ​ຫານ​ໃຫ້​ສັງ​ເກດ​ທີ່ ສີ​ຂອງ​ໃນ ແລະ ລັກ​ສະ​ນະ​ຂອງ​ໃນ ຖ້າ​ໃບ​ເຂັ້ມ​ກ່​ວາ​ປົກະ​ຕິ ຫລື ເປັນ​ສີ​ເຫລືອງ​ອ່ອນ​ສະ​ແດງວ່າ​ຂາດ​ທີ່ P ແລະ ທາດ​ເຫຼັກ ນອກນັ້ນ​ຍັງ​ແມ່ນ​ນ້ຳ​ທີ່​ໃຫ້​ບໍ່​ພຽງ​ພໍ ຫລື ໃຫ້​ນ້ຳ​ບໍ່​ປົກະ​ຕິ ສຳ​ລັບ​ວິ​ທີ​ການ​ປູກ ແລະ ບົວ​ລະ​ບັດ​ຮັກ​ສາ​ຫອມ​ເປ​ຕາມ​ການ​ສຶກ​ສາ​ມາ ແມ່ນ​ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້:
ຕາມ​ຫລັກ​ວິ​ຊາ​ການ ແລະ ເຕັກ​ນີກ​ທີ່​ໃຊ້​ມາ ການ​ຂະ​ຫຍາຍ​ພັນ​ຫອມ​ເປ​ມີ​ຢູ່ 3 ວີ​ທີ​ຄື:
1. ການ​ກ້າ​ເມັດ(ວ່ານ​ເມັດ)
2. ການ​ແຍກ​ກໍ່
3. ການ​ປັກ​ຊຳ
ລັກ​ສະ​ນະ​ທົວ່​ໄປ​ຂອງ​ຫອມ​ເປ ຫອມ​ເປ, ການ​ປູກ​ຫອມ​ເປ ຫອມ ເປ, ຫອມ​ເປ, ຜັກ​ຫອມ​ເປ, ໃບ​ຫອມ​ເປ, ປູກ​ຫອມ​ເປ, ປະ​ໂຫຍດ​ຫອມ​ເປ


1.1 ການ​ວ່ານ​ເມັດ:

      ນຳ​ແກ່ນ​ພັນ​ທີ່​ກຽມ​ໄວ້, ຫລື​ຊື້​ມາ​ຈາກ​ຮ້ານ​ຄ້າ ຫລື​ທີ່​ໃດ​ກໍ່​ຕາມ​ທີ່​ທ່ານ​ຫາ​ມາ​ໃດ​ໃນ​ມູນ​ຫນຶ່ງ​ຂອງ​ໂລກ​ຫນ່ວຍ​ນີ້ ກ່ອນ​ອື່ນ​ແມ່ນ​ໃຫ້​ທ່ານ ນຳ​ແກ່ນ​ພັນ​ມາ​ຄັດ​ເອົາ​ເມັດ​ທີ່​ບໍ່​ສົມ​ບູນ​ອອກ ຫລັງ​ຈາກ​ນັ້ນ​ໃຫ້​ທຳ​ການ​ແຊ່​ນ້ຳ​ໄວ້​ຫນຶ່ງ​ຄືນ ນຳ​ມາ​ຫໍ່​ໄວ້​ຫນຶ່ງ​ຄືນ ຖ້າ​ທ່ານ​ໃດ​ໃຈ​ຮ້ອນ​ກໍ່​ສາ​ມາດ​ນຳ​ໄປ​ວ່ານ​ໃສ່​ຫນານ​ໄດ້​ເລີຍ​ແຕ່​ໃນ​ທີ່​ນີ້​ຂໍ​ອະ​ທິ​ບາຍ​ຕາມ​ຫລັກ​ວິ​ຊາ​ການ, ຫລັງ​ຈາກ​ທີ່​ເຮົາ​ນຳ​ໄປ​ຫໍ່​ໄວ້​ໃນ​ຜ້າ​ເພື່ອ​ໃຫ້​ເມັດ​ມີ​ການ​ກະ​ຕຸ້ນ​ແຕກ​ຫນໍ່ ມາ​ເຖິງ​ຂັນ​ຕອນ​ວ່ານ ເຊິ່ງ​ມີ​ຂັ້ນ​ຕອນ​ດັ່ງ​ນິ້
       -  ກຽມ​ຫນານ​ວ່ານ: ຫນານ​ວ່ານ​ຕ້ອງ​ໃຫ້​ສຳ​ເລັດ​ກ່ອນ​ທີ່​ຈະ​ແຊ່​ເມັດ​ພັນ ໂດຍ​ການ ກຳ​ຈັດ​ວັດ​ສະ​ພືດ​ເຂດ​ທີ່​ຈະ​ວ່ານ. ຂຸດ​ດິນ​ໃຫ້​ເປັນ​ຫນານ ຖ້າ​ຢາກ​ໃຫ້​ດິນ​ດີ​ແມ່ນ​ຄວນ​ປະ​ສົມ​ຈຳ​ພວກ​ຝຸນ​ຊີ​ວະ​ພາບ​ໃນ​ຕອນ​ສັບ​ບົດ​ດິນ​ໃຫ້​ລະ​ອຽດ
       - ວິ​ທີ​ການ​ວ່ານ: ໃຫ້​ວ່ານ​ທົ່ວ​ບໍ​ລິ​ເວນ​ຫນານ​ທີ່​ກຽມ​ໄວ້​ນັ້ນ​ຈົນ​ທົ່ວ ເຊິ່ງ​ໃນ​ການ​ວ່ານ​ມີ 2 ວິ​ທີ 1 ແມ່ນ​ການ​ວ່ານ​ເພື່ອ​ນຳ​ໃຊ້​ເລີຍ ແລະ​ການ​ວ່ານ​ເພື່ອ​ເອົາ​ຕົ້ນ​ກ້າ
        - ການ​ໃຫ້​ນ້ຳ​: ຫລັງ​ການ​ວ່ານ​ໃຊ້​ບົວ​ຫົດ​ພໍ​ໃຫ້​ດິນ​ປຽກ​ຊຸ່ມ​ແຕ່​ບໍ່​ແມ່ນ​ປຽກ​ຂັງຫົດ​ເຊົາ​ແລງ​ຈົນ​ກວ່າ​ຈະ​ອອກ ປະ​ມານ 3-7 ວັນ​ຈະ​ເຫັນ​ເບ້ນ​ນ້ອຍ​ເກີດ​ຂື້ນ ຫັ​ລງ​ຈາກນັ້ນ​ຈຶ່ງ​ຫລຸດ​ການ​ໃຫ້​ນ້ຳ​ມາ​ເປັນ​ຊ່ວງ​ຕອນ​ເຊົ້າ​ກ່ອນ​ແດດ​ອອກ​ແມນ

1.2 ການ​ແຍກ​ກໍ

      ເປັນ​ການ​ປູກ​ໂດຍ​ທີ່​ມີ​ແນວ​ພັນ​ຢູ່​ແລ້ວ ເຊິ່ງ​ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ​ໃນ​ຫນານ​ຫອມ​ເປ​ຂອງ​ເຮົາ​ນັ້ນ​ເມື່ອ​ປູກ​ໄດ້​ອາ​ຍຸ​ແຕ່30ວັນ ຂື້ນ​ໄປ​ແມ່ນ​ຈະ​ມີ​ຕົ້ນ​ອ່ອນ​ ທີ່​ເກ​ຫີດ​ຈາກ​ຮາກ​ເກີດ​ຂື້ນ​ມາ​ຕາມ​ຫນານ​ເຕັມ​ໄປ​ຫມົດ ດັ່ງ​ນັ້ນ​ວິ​ທີ​ນີ້​ເປັນ​ວິ​ທີ່​ທີ່​ເຮົາ​ຈະ​ແຍກ​ເອົາ​ສ່ວນ​ທີ່​ມັນ​ເກີດ​ໃຫມ່ນັ້ນ​ມາ​ປູກ​ເປັນ​ແນວ​ພັນ​ຕໍ່​ໄປ

1.3 ການ​ປັກ​ຊຳ:

      ໃນ​ທີ່​ນີ້ ການ​ປັກ​ຊ​ຳ​ຫມາຍ​ເຖິງ​ການ​ນຳ​ເອົາ​ຕົ້ນ​ແກ່​ທີ່​ໄດ້​ມາ​ຈາກ​ຕະ​ຫລາດ​ຫລື​ສວນ​ຄົວ​ຂອງ​ເຮົາ​ກໍ່​ຕາມ ເວ​ລາ​ນຳ​ໄປ​ປຸງ​ແຕ່ງ​ອາ​ຫານ​ບາງ​ຄັ້ງ​ສ່ວນ​ທີ່​ເຫລືອ​ຈະ​ເປັນ​ຈຸດ​ລຳ​ຕົ້ນ​ທີ່​ຕິດ​ຮາກ ເພາະ​ສ່ວນ​ໃຫຍ່​ແລ້ວ ຄ​ົນ​ເຮົາ​ຈະ​ໃຊ້​ໃບ​ເພື່ອ​ປຸງ​ແຕ່ງ​ອາ​ຫານ​ຫລາຍ​ກ່ອນ​ດັ່ງ​ນັ້ນ ສ່ວນ​ທີ່​ເຫລືອ​ເປັນ​ລຳ​ຕົ້ນ​ຕິດ​ຮາກ​ແມ່ນ​ສາ​ມາດ​ນ້ຳ​ໄປ​ປູກ​ແບບ​ດຽວ​ກັບ​ການ​ແຍກ​ກໍ​ໄດ້​ເລີຍ

2. ການ​ປູກ:


       ປົກະ​ຕິ​ແລ້ວ​ເຮົາ​ຈະ​ປູກ​ຫອມ​ເປ​ໄດ້​ຫລາຍ​ວິ​ທີ ແຕ່​ວິ​ທີ​ທີ່​ດີ​ທີ່​ສຸດ​ຈະ​ມາ​ແນະ​ນຳ​ແມ່ນ ປູກ​ໃນ​ໄລ​ຍະ​ຫ່າງ 20x20ຊມ (ກໍ່​ລະ​ນີ​ເປັນ​ຫອມ​ເປ​ເທບ​ຫລື​ໃຫຍ່) ຂະ​ຫນາດ​ແຖວ 10-15x10-15 ຊມ ​ແມ່ນ​ຫອມ​ເປ​ທົວ​ໄປ ການ​ປູກ​ກໍ່​ຄື​ກັບ​ປູກ​ພືດ​ທົວໆ​ໄປ​ຄື​ກຳ​ຈັດ​ວັດ​ສະ​ພືດ ຂຸດ​ດິນ ແປງ​ຫນານ​ວ່ານ​ຝຸ່ນ ຫົດ​ນ້ຳ​ແລ້ວ​ກໍ່​ເອົາ​ເບ້ຍ​ລົງ​ປູກ
3. ການ​ໃຫ້​ນ້ຳ
     ຫລັງ​ປູກ 1 ອາ​ທິດ​ທຳ​ອິດ ໃຫ້​ຫົດ​ນ້ຳ​ເຊົາ​ແລງ ເຊົ້າ​ຕ້ອງ​ກ່ອນ​ຕາ​ເວັນ​ຂື້ນ ແລງ​ຕ້ອງ​ແດດ​ອ່ອນ​ກ່ອນ ຫລັງ​ຈາກ 1 ອາ​ທິດ ຕໍ່​ມາ​ໃຫ້​ຫົດ​ສະ​ເພາະ​ຕອນ​ເຊົ້າ ກ່ອນ​ແດດ​ຂື້ນ​ເປັນ​ປະ​ຈຳ​ທຸກວັນ​ຈົນ​ເກັບ​ກ່ຽວ


4. ການ​ໃຫ້​ຝຸ່ນ



     ໂດຍ​ທົ່ວ​ໄປ​ຫອມ​ເປ​ຈັກ​ມັນ​ຝຸ່ນ​ຄອນ​ຫລາຍກ​ວ່າ ຝຸ່ນ​ວິ​ທະ​ຍາ​ສາດ ແຕ່​ກໍ່​ໃຊ້​ໄດ້ ພາຍ​ຫລັງ​ປູກ​ໄດ່ 3 ວັນ​ຄວນ​ໃຫ້​ຝຸ່ນ​ຄອກ​ຈຳ​ນວນ​ຫນ້ອຍ ແລະ​ອີກ 3ວັນ​ຕໍ່​ມາ​ໃຫ້​ຕຶ່ມ​ອີກ ຫລັງ​ຈາກນັ້ນ​ໃຫ້​ທຸກໆ​ອາ​ທິດ ຈະ​ເປັນ​ຝຸ​ຄອນ​ຫລື ເຄ​ມີ​ກໍ່​ໄດ້ ແຕ່​ດີ​ທີ່​ສຸດ ເພື່ອ​ສຸກ​ຂະ​ພາບ​ທີ່​ດີ ແມ່ນ​ຄວນ​ໃຫ້ ຝຸ່ນ​ຄອນ​ປະ​ສົມ​ກັບ​ເຄ​ມີ​ຈຶ່ງ​ຈະ​ເຫັນ​ຜົນ​ດີ​ທີ່​ສຸດ


5. ສັດ​ຕູ​ພືດ



    ສ່ວນ​ໃຫຍ່​ຫອມ​ເປ​ຈະ​ເປັນ​ພືດ​ທີ່​ມີ​ກິນ​ແຮງ​ເຮັດ​ໃຫ້​ແມ່ນ​ໄມ້​ຫລາຍ​ສະ​ນິດ​ບໍ່​ມາ​ໄກ້ ແຕ່​ກໍ່​ມີ​ຈ​ຳ​ພວກ​ມົກ, ບົ້ງ​ແມງ​ກະ​ເບື້ອ​ແລະ ເພ້ຍ​ຈັກ​ຈັ້ນ​ທີ່​ມັກ​ລົບ​ກວນ ແຕ່​ຈຳ​ພວກ​ນີ້​ມີ​ວີ​ທີ່​ແກ້​ງ່າຍໆ ດັ່ງ​ນີ້: ໂດຍ​ການ​ນຳ​ໃຊ້​ນຳ​ສະ​ຫມູນ​ໄພ​ທຳ​ມະ​ຊາດ ເຊັນ: ນ້ຳ​ຖ່ານ ແລະ ສານ​ກະ​ກັດ​ຈາກ​ເຄືອ​ເຂົາ​ຮໍ​ປະ​ສົມ​ຫມາກ​ເຜັດ​ກໍ່​ສ້າ​ມາດ​ປາບ​ໄດ້​ແລ້ວ ສຳ​ລັບ​ນ້ຳ​ຖ່ານ​ມີ​ຂໍ້​ດີ​ກໍ່​ຄື​ເປັນ​ທັງ​ຢາ​ປາບ​ພະ​ຍາດ​ແມງ​ໄມ້​ຕ່າງໆ​ໃນ​ພືດ​ຜັກ​ແລ້ວ ຍັງ​ຊ່ວຍ​ບຳ​ລຸງ

ຂໍ້​ມູນ​ລະ​ອຽດ​ສອບ​ຖາມ​ທີ່ 


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ