google-site-verification: google0d91bc93cfc88895.html ການກວດ​ສອບ​ຂໍ້​ຈຳ​ກັດ​ຂອງ​ພື້ນ​ທີ່​ດ້ານ​ປ່າ​ໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, November 06, 2015

ການກວດ​ສອບ​ຂໍ້​ຈຳ​ກັດ​ຂອງ​ພື້ນ​ທີ່​ດ້ານ​ປ່າ​ໄມ້

ການກວດ​ສອບ​ຂໍ້​ຈຳ​ກັດ​ຂອງ​ພື້ນ​ທີ່​ດ້ານ​ປ່າ​ໄມ້ ໃນ​ການກວດ​ສອບ​ພື້ນ​ທີ່​ພັດ​ທະ​ນາ​ໂຄງ​ການ​ກັບ​ການ​ຈຳ​ແນກ​ເຂດ​ການ​ໃຊ້​ປະ​ໂຫຍດ​ທີ່​ດິນ​ປ່າ​ໄມ້​ໃນ​ພື້ນ​ທີ່​ປ່າ​ສະ​ຫງວນແຫ່ງ​ຊາດ​ຂອງ​ກົມ​ປ່າ​ໄມ້ແບ່ງ​ອອກ​ເປັນ 3 ພື້ນ​ທີ່​ດັ່ງ​ນີ້


ການກວດສອບຂໍ້ຈຳກັດຂອງພື້ນທີ່ດ້ານປ່າໄມ້

ໃນການກວດສອບພື້ນທີ່ພັດທະນາໂຄງການກັບການຈຳແນກເຂດການໃຊ້ປະໂຫຍດທີ່ດິນປ່າໄມ້ໃນພື້ນທີ່ປ່າສະຫງວນແຫ່ງຊາດຂອງກົມປ່າໄມ້ແບ່ງອອກເປັນ 3 ພື້ນທີ່ດັ່ງນີ້:
(1.1). ພື້ນທີ່ປ່າເພື່ອການອານຸລັກ (ໂຊນc) ເປັນພື້ນທີ່ປ່າສະຫງວນແຫ່ງຊາດທີ່ກຳນົດໄວ້ເພື່ອການອານຸລັກພະລັງງານສິ່ງແວດລ້ອມດິນນ້ຳພັນພືດແລະພັນສັດທີ່ມີຄຸນຄ່າຫາຍາກເພື່ອປ້ອງກັນໄພທຳມະຊາດອັນເກີດຈາກນ້ຳຖ້ວມແລະການພັງທະລາຍຂອງດິນຕະຫລອດທັງເພື່ອປະໂຫຍດໃນດ້ານການສຶກສາການວິໃຈ​​ການຜັກຜ່ອນຢ່ອນໃຈຂອງປະຊາຊົນແລະຄວາມຫມັ້ນຄົງຂອງຊາດແບ່ງອອກເປັນ 2ສ່ວນຄື:
1. ພື້ນທີ່ປ່າເພື່ອການອານຸລັກຕາມກົດຫມາຍແລະມະຕີຂອງລັດຖະມົນຕີ: ເປັນພື້ນທີ່ປ່າສະຫງວນແຫ່ງຊາດທີ່ໄດ້ປະກາດເປັນພື້ນທີ່ອານຸລັກຕາມກົດຫມາຍແລະມະຕິຂອງລັກຖະມົນຕີທີ່ກ່ຽວຂ້ອງກັບການອານຸລັກຊັບພະ​​ກອນທຳມະຊາດພື້ນທີ່ລັກສະນະນີ້ໄດ້ແກ່:
-    ພື້ນທີ່ເຂດຮັກສາພັນສັດປ່າທີ່ໄດ້ປະກາດແລະຮອງຮັບໃນມະຕິກອງປະຊຸມສະພາແຫ່ງຊາດ
-    ພື້ນທີ່ປ່າສະຫງວນແຫ່ງຊາດ
-    ພື້ນທີ່ລ້ອງນ້ຳທີ 1 ຕາມຜົນການກຳນົດຂັ້ນຄຸນນະພາບລ້ອງນ້ຳໂດຍກະຊວງຊັບພະຍາກອນແລະສິ່ງແວດລ້ອມ
-    ພື້ນທີ່ອານຸລັກປ່າຄັງຕາມຜົນການຈຳແນກເຂດການໃຊ້ປະໂຫຍດທີ່ດິນໃນພື້ນທີ່ປ່າຄັງ
1.     ພື້ນທີ່ປ່າອານຸລັກເພີ່ມເຕີ່ມ: ເປັນພື້ນທີ່ປ່າສະຫງວນທີ່ມີສະພາບປ່າສົມບູນຫລືມີສັກະຍະພາບທີ່ເຫມາະສົມຕໍ່ການອານຸລັກທຳມະຊາດເພື່ອຮັກສາໄວ້ເຊິ່ງຄາວມສົມດຸນຂອງທຳມະຊາດແລະສິ່ງແວດລ້ອມໃນນີ້ປ່າສະຫງວນເພີ່ມເຕີມປະກອບມີ:
-    ພື້ນທີ່ປ່າທີ່ມິສະພາບປ່າສົມບູນຕະຫລອດຈົນເຖິງພື້ນທີ່ປ່າທີ່ສົມຄວນສະຫງວນໄວ້ເພື່ອຮັກສາສະພາບແວດລ້ອມແລະລະບົບນິເວດ
-    ພື້ນທີ່ປ່າທີ່ມີຄວາມເຫມາະສົມຕໍ່ການສະຫງວນໄວ້ເພື່ອເປັນສະຖານທີ່ສຶກສາວິໃຂ
-    ພື້ນທີ່ປ່າທີ່ຫ້າມບໍ່ໃຫ້ບຸກຄົນເຂົ້າໄປຫລືອາໃສຢູ່ຕາມແລວຊາຍແດນ
-    ພື້ນທີ່ປ່າທີ່ເປັນເອກະລັກສະເພາະທ້ອງຖິ່ນ
-    ພື້ນທີ່ປ່າທີ່ເປັນເຂດທີ່ຕັ້ງແຫລ່ງທຳມະຊາດອັນຄວນອານຸລັກຕາມບັນຍັດສົ່ງເສີມແລະຮັກສາຄຸນນະພາບສິ່ງແວດລ້ອມແຫ່ງຊາດ
-    ພື້ນທີ່ປ່າເຊິ່ງກຳນົດໃຫ່ເປັນເຂດໂບຮານສະຖານວັດຖຸຕາມບັນຍັດໂບຮານສະຖານແລະສະຖານໂບຮານວັດຖຸສິນລະປະວັດຖຸແລະພິພິຕະພັນສະຖານແຫ່ງຊາດ
        (2). ພື້ນທີ່ປ່າເພື່ອເສດຖະກິດ (ໂຊນ E) ເປັນພື້ນທີ່ປ່າສະຫງວນທີ່ກຳນົດໄວ້ເພື່ອເປັນບ່ອນຜະລິດໄມ້ແລະເຄື່ອງປ່າຂອງກດົງລວມເຖິງພື້ນທີ່ເສດຖະກິດຕາມມະຕິຂອງລັດຖະມົນຕີກ່ຽວການກຳນົດຂັ້ນຄຸນນະພາບລ້ອງນ້ຳແລະການຈັດແບ່ງເຂດການໃຊ້ປະໂຫຍດທີ່ດິນໃນພື້ນທີ່ປ່າຄັງພື້ນທີ່ປ່າເພື່ອການພັດທະນາຊັບພະຍາກອນປ່າໄມ້ແລະພື້ນທີ່ປະສານການໃຊ້ປະໂຫຍດຮ່ວມກັນລະຫວ່າງຊັບພະຍາກອນປ່າໄມ້ກັບຊັບພະຍາກອນທຳມະຊາດອື່ນໆເຊັ່ນຊັບພະຍາກອນມະນຸດຊັບພະຍາກອນແຮ່ແລະຊັບພະຍາກອນພະລັງງານເພື່ອປະໂຫຍດທາງເສດຖະກິດແລະຄວາມຫມັ້ນຄົງຊອງຊາດຕະຫລອດທັງບໍ່ຢູ່ໃນຫລັກເກນທີ່ຈຳແນກໃຫ້ເປັນເຂດພື້ນທີ່ປ່າອານຸລັກພື້ນີທ່ລັກສະນະນີ້ຳໄດ້ແກ່ພື້ນທີ່ປ່າພັດທະນາທຳມະຊາດພື້ນທີ່ພັດທະນາຊັບພະຍາກອນປ່າໄມ້ພື້ນທີ່ພັດທະນາຕາມຫລັກການຫມູນວຽນຊຸມຊົນພື້ນທີ່ພັດທະນາຊັບພະຍາກອນອື່ນໆ
        (3). ພື້ນທີ່ປ່າທີ່ເຫມາະສົມຕໍ່ການກະເສດ(ໂຊນ A) ເປັນພື້ນທີ່ປ່າສະຫງວນແຫ່ງຊາດທີ່ມິຄວາມອາດສາມາດເຫມາະສົມຕໍ່ການກະເສດຫລືມີສັກະຍະພາບສູງທາງດ້ານການພັດທະນາທາງການກະເສດຕາມການຈຳແນກຕາມຄວາມອາດສາມາດຂອງດິນລັດສາມາດພັດທະນາຄວາມເປັນຢ່ຂອງປະຊາຊົນໄດ້ຢ່າງມີປະສິດທິພາບອີກຢ່າງຍັງບໍ່ຢູ່ໃນເກນທີ່ຈຳແນກໃຫ້ເປັນພື້ນທີ່ປ່າເພື່ອການອານຸລັກແລະພື້ນທີ່ປ່າເພື່ອເສດຖະກິດດ້ແກ່:
-   ພື້ນທີ່ປ່າທີ່ມີຄວາມອາດສາມາດທຳການກະເສດໄດ້
-   ພື້ນທີ່ເຫມາະສົມຕໍ່ການກະເສດຕາມມະຕິຂອງລັດຖະມົນຕີກ່ຽວຂ້ອງກັບການກຳນົດຂັ້ນຄຸນນະພາບລ້ອງນ້ຳແລະການຈຳແນກຄຸນປະໂຫຍດການໃຊ້ທີ່ດິນໃນພື້ນທີ່

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ