google-site-verification: google0d91bc93cfc88895.html ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ ດ້ານ​ການ​ກະ​ເສດ​ແຕ່ ປະ​ຈຸ​ບັນ-2025 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, November 11, 2015

ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ ດ້ານ​ການ​ກະ​ເສດ​ແຕ່ ປະ​ຈຸ​ບັນ-2025

http://unctad.org/meetings/en/PublishingImages/

      ພັດທະນາ ​ບຸກຄະລາ​ກອນ​ ​ແລະ ນັກ​ຄົ້ນຄວ້າໃຫ້​ໄດ້ 13.941 ຄົນ ​ໃນ​ປີ 2020 ​ເພີ້​ມຂຶ້ນ
49,62% ຈາກ​ຈຳນວນ​ພະນັກງານ​ທີ່​ມີ​ແລ້ວ​ໃນ​ປະຈຸ​ບັນ, ຮອດປີ 2025 ຈະສ້າງໃຫ້ໄດ້ 15.500 ຄົນ ເພີ່ມຂຶ້ນ 66,36% ຈາກ​ຈຳນວນ​ພະນັກງານ​ທີ່​ມີ​ແລ້ວ​ໃນ​ປະຈຸ​ບັນ, ​ໃນ​ນີ້ ຮອດປີ 2020 ພະນັກງານ​ສັງກັດ​ຢູ່​ບັນດາ​ກົມ ​ແລະ ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງ 14%, ຂັ້ນ​ແຂວງ 18%, ຂັ້ນ​ເມືອງ 65% ​ແລະ ບັນດາວິທະຍາ​ໄລ ​ແລະ ​ໂຮງຮຽນ​ຕ່າງໆ 3% ແລະ ຮອດປີ 2025 ພະນັກງານ​ສັງກັດ​ຢູ່​ບັນດາ​ກົມ ​ແລະ ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງ 12%, ຂັ້ນ​ແຂວງ 15%, ຂັ້ນ​ເມືອງ 70% ​ແລະ ບັນດາວິທະຍາ​ໄລ ​ແລະ ​ໂຮງຮຽນ​ຕ່າງໆ ​3% ​ໂດຍ​ຈັດ​ແບ່ງ​ຕາມ​ສາຂາ​ວິຊາ​ສະ​ເພາະ​ດັ່ງ​ນີ້:


ຮອດປີ 2020
ຮອດປີ 2025
1). ເສດຖະກິດ​ກະສິກຳ
976 ຄົນ
1.085 ຄົນ
2). ປູກຝັງ, ປ້ອງ​ກັນ​ພືດ
2.788 ຄົນ
3.100 ຄົນ
3). ວິທະຍາສາດ​ດິນ, ​ເຄມີ​ກະສິກຳ
1.115 ຄົນ
1.240 ຄົນ
4). ການ​ລ້ຽງສັດ
1.394 ຄົນ
1.550 ຄົນ
5). ການ​ປະມົງ
836 ຄົນ
929 ຄົນ
6). ສັດຕະວະ​ແພດ
976 ຄົນ
1.085 ຄົນ
7). ສິ່ງ​ແວດ​ລ້ອມ, ນິ​ເວດ​ວິທະຍາ, ຊີວະ​ນາໆ​ພັນ
418 ຄົນ
465 ຄົນ
8). ຊົນລະປະທານ
1.115 ຄົນ
1.240 ຄົນ
9). ກົນ​ຈັກກະ​ສິກຳ
558 ຄົນ
620 ຄົນ
10). ປ່າ​ໄມ້
2.788 ຄົນ
3.100 ຄົນ
11). ວິຊາ​ສະໜັບສະໜູນອື່ນໆ
976 ຄົນ
1.086 ຄົນ

ທີ່​ມາ​ຂໍ້​ມູນ: ກະຊວງກະສິກຳ ແລະ ປ່າໄມ້: ຍຸດທະສາດພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ