google-site-verification: google0d91bc93cfc88895.html ນ້ຳ​ຖ່ານ​ກັບຄຸນ​ປະ​ໂຫຍດ​ທາງ​ການ​ກະ​ເ​ສດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, November 10, 2015

ນ້ຳ​ຖ່ານ​ກັບຄຸນ​ປະ​ໂຫຍດ​ທາງ​ການ​ກະ​ເ​ສດ



ການ​ນຳໃຊ້​ນ້ຳ​ຖ່ານ​, ຖ່ານ, ປະ​ຫວັດ​ຂອງ​ຖ່ານ, ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, ນ້ຳ​ສົ້ມ​ຄວນ​ໄມ້, ນ້ຳ​ຖ່ານ, ຜະ​ລິດ​ນ້ຳ​ຖານ, ປະ​ໂຫຍດ ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ



  • ຖ້າ​ມີຄວາມ​ຈຳ​ເປັນ​ໃຊ້​ສານ​ເຄມີ​ຂ້າ​ແມງ​ໄມ້​ໃຫ້ເອົາ​ນ້ຳ​ຖ່ານມາປະສົມ​ເຂົ້າຈະ​ເຮັດ​ໃຫ້ການ​ກຳຈັດ​ແມງ​ໄມ້​ຍາວ​ກ່ວາ​ເຄິ່ງຫນື່ງຂອງ​ການ​ໃຊ້​ຢາຂ້າ​ແມງ​ໄມ້​ທີ່ເປັນເຄມີ.
  • ເມື່ອ​ໃຊ້​ນ້ຳ​ຖ່ານ​ຮ່ວມກັບ​ສານ​ເຄມີ​ຈະ​ເຮັດ​ໃຫ້​ມີ​ປະສິດທິພາບ​ຫລາຍ​ຂື້ນ
  • ຖ້າ​ປະສົມ​ນ້ຳ​ຖ່ານ​ກັບ​ນ້ຳ​ໃນ​ອັດຕາ 1/ 500-1000 ​ໃຊ້​ຫົດ​ຕົ້ນ​ໄມ້​ກິນ​ຫມາກ​ຈະ​ຊ່ວຍ​ເພີ່ມ​ຄວາມ​ຫວານຂອງໝາກໄມ້ໄດ້
  • ຊ່ວຍ​ຍ່ອຍ​ຝຸ່ນ​ຫມັກຝຸ່ນຄອກ ​ແລະ​ລົດ​ກິ່ນ​ເຫມັນ​ຕ່າງໆ​ໄດ້​ຢ່າງ​ມີ​ປະສິດທິພາບ
  • ຖ່ານ​ທີ່​ນຳ​ມາ​ແຊ່​ກັບ​ນ້ຳ​ຖ່ານ​ນຳ​ໄປ​ໃສ່​ດິນ​ຈະ​ຊ່ວຍ​ປັບປຸງ​ເຮັດ​ໃຫ້​ດິນ​ດີ​ຂື້ນ​ເພີ່ມ​ຈຸລິນ​ຊີ​ໃນ​ດິນ ​ແລະ ​ເປັນ​ປະ​ໂຫຍ​ດ​ແກ່​ພືດ
  • ການ​ໃຊ້​ນ້ຳ​ຖ່ານ​ກັບ​ພືດ​ຄວນ​ໃຊ້​ໃນ​ຕອນ​ເຊົ້າ ​ແລະ ຕອນ​ແລງ​ຈະ​ເກີດ​ມີ​ຜົນ​ປະ​ໂຫຍ​ດ​ແກ່​ພືດ​ຫລາຍ​ກ່ວາ​ຕອນ​ກາງ​ເວັນ​ໃບ​ພືດ​ຈະ​ເພີ່ມ​ຄວາມ​ຕ້ານທານຕໍ່​ໂຣກ​ໄດ້​ດີ
  • ສາມາດ​ຂ້າ​ເຊື້ອ​ໂຣກ​ໃນ​ດິນ​ໄດ້​ໃນ​ອັດຕາ​ສ່ວນ 1 / 20-30 ນ້ຳ​ທຳ​ມະ​ດາຈະ​ເຮັດ​ໃຫ້​ຈຸລິນ​ຊີ​ທີ່​ເປັນ​ປະ​ໂຫຍ​ດ ມີ​ຫລາຍ​ຂື້ນສາມາດ​ກຳຈັດ​ໂຣກທີ່​ເກີດ​ຈາກ​ເຊື້ອລາ ​ແລະ ຂີ້ກະ​ເດືອນ​ຝອຍ​ໃນ​ດິນ​ເມື່ອ​ປະສົມ​ກັນ​ແລ້ວ​ກໍ່​ໃຊ້​ໃນ​ອັດຕາ​ສ່ວນ 6 ລິດ / 1 ຕາ​ແມັດ
  • ສີດ​ນ້ຳ​ຖ່ານ​ໃນ​ອັດຕາ​ສ່ວນ 1/500-1000 ສ່ວນ​ຈະ​ເຮັດ​ໃຫ້​ເພີ່ມ​ລົດ​ຊາດ​ຂອງ​ຫມາກ​ໄມ້​ທີ່​ບໍ່​ຫວານ​ໃຫ້​ມີ​ຄວາມ​ຫວານ​ຂື້ນ​ກ່ວາ​ເກົ່າ
  • ນ້ຳ​ຖ່ານສາມາດ​ນຳ​ໄປ​ຂັບ​ໄລ່​ແມງ​ໄມ້​ໂດຍ​ສະ​ເພາະ​ແມ່ນຂີ້​ເຂັບ
  • ດັບ​ກິ່ນ​ຂີ້​ສັດ​ໃນ​ອັດຕາ​ສ່ວນ 1 / 500
  • ນ້ຳ​ຖ່ານ​ສາມາດ​ເພີ່ມຄຸນະພາບ​ຂອງ​ຜົນ​ຜະລິດ​ໂດຍ​ໃຊ້ 2-3 ຄັ້ງ ຫລື ທຸກໆ 15 - 20 ວັນ​ນັບ​ແຕ່​ໄລຍະ​ປູກ​ຈົນ​ເຖິງ 15 ວັນ​ກ່ອນ​ເກັບ​ກ່ຽວ​ໃນ​ກໍລະນີ​ຜັກ ກ່ອນ​ເກັບ​ກ່ຽວ​ຈະ​ຊ່ວຍ​ເພີ່ມ​ຄຸນ​ນະພາ​ບ​ໃຫ້​ດີ​ຂື້ນ​ບໍ່​ແຫ່ວ​ງ່າຍ​ສຳລັບ​ຜັກ​ຈະ​ໃຊ້ 1-2 ຄັງ​ຕໍ່ 2 ​ອາທິດກ່ອນ​ເກັບ​ກ່ຽວ​ໂດຍ​ທົ່ວ​ໄປ​ແລ້ວ​ຄວນ​ປະສົມ​ກັບ​ນ້ຳ​ລະຫວ່າງ​ນ້ຳ​ຖ່ານ 1 ສ່ວນ​ຕໍ່​ກັບ​ນ້ຳ 300-1000 ສ່ວນ


ການ​ນຳໃຊ້​ນ້ຳ​ຖ່ານ​, ຖ່ານ, ປະ​ຫວັດ​ຂອງ​ຖ່ານ, ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, ນ້ຳ​ສົ້ມ​ຄວນ​ໄມ້, ນ້ຳ​ຖ່ານ, ຜະ​ລິດ​ນ້ຳ​ຖານ, ປະ​ໂຫຍດ ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ

ຄຳ​ຄົ້ນ​ຫາ: #ການ​ນຳໃຊ້​ນ້ຳ​ຖ່ານ​, #ຖ່ານ, #ປະ​ຫວັດ​ຂອງ​ຖ່ານ, #ຄວາມ​ເປັນ​ມາ​ຂອງ​ນ້ຳ​ຖ່ານ, #ນ້ຳ​ສົ້ມ​ຄວນ​ໄມ້, #ນ້ຳ​ຖ່ານ, @ຜະ​ລິດ​ນ້ຳ​ຖານ, @ປະ​ໂຫຍດ @ນ້ຳ​ຖ່ານ, ​ວິ​ທີ​ໃຊ້​ນ້ຳ​ຖ່ານ, ນ້ຳ​ຖ່ານ​ທາງ​ການ​ກະ​ເສດ

ທີ່​ມາ: ອາ​ນຸ​ສອນ ໄຊ​ຍະ​ລາດ, ບົດ​ລາຍ​ງານ​ຈົບ​ຊັ້ນ, ຄູ​ອາ​ຊີ​ວະ​ສຶກ​ສາ-ຄູ​ປູກ​ຝັງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ