google-site-verification: google0d91bc93cfc88895.html ປະຫວັດພາສາລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, November 14, 2014

ປະຫວັດພາສາລາວ

ປະຫວັດພາສາລາວ

ຊາດ​ລາວ ​ເປັນ​ຊາດ​ໜື່ງ ທີ່​ມີ​ພາ​ສາ ​ແລະ ຕົວ​ອັກ​ສອນ​​ເປັນ​ຂອງ​ຕົນ​ເອງ​ມີ​ຊື່​ຮຽກ​ວ່າ ພາ​ສາ​ລາວ ​ແລະ ຕົວ​ອັກ​ສອນ​ລາວ​. ສຳ​ລັບ​ພາ​ສາ​ລາວ​ນັ້ນ ມັນ​ກຳ​ເນີ​ດ​ຂື້ນ​ພ້ອມໆ​ກັບ​ການ​ກຳ​ເນີ​ດ​ຂອງ​ຊາດ​ລາວ ​ເປັນ​ພາ​ສາ​ທີ່​ເກົ່າແກ່​ພາ​ສາ​ໜື່ງ​ຢູ່​ໃນ​ອາ​ຊີ​ອາ​ຄະ​ເນ​. ສ່ວນ​ຕົວ​ອັນ​ສອນ​ລາວ​ມີ​ໃຊ້​ແລ້ວ​ໃນ​ສະ​ໄໝ​ຂຸນ​ຫລວງ​ສີ​ເມົາ ​ເຈົ້າ​ປົກ​ຄອງ​ເມືອງ​ງາຍ​ລາວ​. ທັງ​ພາ​ສາ ​ແລະ ຕົວ​ອັກ​ສອນ​ລາວ ​ໄດ້​ຮັບ​ການ​ພັດ​ທະ​ນາ​ເລື້ອຍໆ​. ​ໃນ​ອະ​ດິດ​ອັນ​ຍາວ​ນານ​ຊົນ​ຊາດ​ລາວ​ມີ​ອຳ​ນາດ ມີ​ອິດ​ທິ​ພົນ ​ແຜ່​ຂະ​ຫຍາຍ​ກວ້າງ​ໄກ​. ພາ​ສາ ​ແລະ ຕົວ​ອັກ​ສອນ​ລາວ​ກໍ​ໄດ້​ຮັບ​ການ​ພັດ​ທະ​ນາ ​ໃຫ້​ດີ​ຂື້ນ​ເພື່ອ​ຮັບ​ໃຊ້​ໃຫ້​​ແກ່ ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ​, ວັດ​ທະ​ນະ​ທຳ​ສັງ​ຄົມ ຢ່າງ​ກວ້າງ​ຂວາງ​.
​ໃນ​ສະ​ໄໝ​ ພຣະເຈົ້າ​ສຸ​ລິ​ຍະ​ວົງ​ສາທຳມິກະຣາດ (ຄ.ສ 1638) ​ພະ​ອົງ​ໄດ້​ສ້າງ​ອາ​ນາ​ຈັກ​ລາວ​ໃຫ້​ເຂັ້ມ​ແຂງ​ດ້ານ​ການ​ເມືອງ​, ​ເສດ​ຖະ​ກິດ​, ວັດ​ທະ​ນະ​ທຳ ​ແລະ ສັງ​ຄົມ​ ​ໃນ​ສະ​ໄໝ​ນີ້ ພາ​ສາ​, ວັນ​ນະ​ຄະ​ດີ ​ແລະ ຕົວ​ອັກ​ສອນ​ລາວ​ ນັບ​ວ່າ​ໄດ້​ຮັບ​ການ​ພັດ​ທະ​ນາ​ສູ່​ລະ​ດັບ​ສູງ​ສົມ​ຄວນ​. ການ​ພັດ​ທະ​ນາ​ພາ​ສາ​, ວັນ​ນະ​ຄະ​ດີ ​ແລະ ຕົວ​ອັກ​ສອນ​ລາວ​ໃນ​ສະ​ໄໝ​ນີ້​ສ່ວນ​ໃຫຍ່​ແມ່ນ​ອີງ​ໃສ່​ພາ​ສາ​ວັນ​ນະ​ຄະ​ດີ ​ແລະ ຕົວ​ອັກ​ສອນ ບາ​ລີ - ສັນ​ສະ​ກິດ ​ເປັນ​ຫຼັກ​ສຳ​ຄັນ ສ່ວນ​ພາ​ສາ​ຂອງ​ຊົນ​ຊາດ ອອ​້ມ​ຂ້າງ​ເປັນ​ສຳ​ຮອງ​. ດັ່ງ​ນັ້ນ​ໃນ​ສະ​ໄໝ ​ເຈົ້າ​ສຸ​ລິ​ຍະ​ວົງ​ສາ​ນີ້ ອັກ​ສອນ​ລາວ​ໄດ້​ຮັບ​ການ​ພັດ​ທະ​ນາ ​ໃຫ້​ກ້າວ​ສູ່​ລະ​ດັບ​ສູງ​.
ມາ​ໃນ​ສະ​ໄໝ​ລາວ ສູນ​ເສ​ຍ​ເອ​ກະ​ລາດ ​ໂດຍ​ສະ​ເພາະ ​ແມ່ນ​ເລີ່​ມ​ສະ​ໄໝ​ເຈົ້າ​ອະ​ນຸ​ວົງ​ເປັນ​ຕົ້ນ​ມາ ພາ​ສາ​ວັນ​ນະ​ຄະ​ດີ ​ແລະ ຕົວ​ອັກ​ສອນ​ລາວ​ໄດ້​ອັບ​ເສົ້າ​ມົວ​ໝອງ​. ​ໃນ​ເມື່ອ​ຊາດ​ເສຍ​ເອ​ກະ​ລາດ​ທຸກ​ສິ່ງ​ທຸກ​ຢ່າງ​ມັນ​ກໍ​ຕ້ອງ​ສູນ​ເສຍ​ໄປ​ນຳ​. ຕຳ​ລາ​ວັນ​ນະ​ຄະ​ດີ ​ແລະ ອັກ​ສອນ​ລາວ​ໄດ້​ຖືກ​ສັດ​ຕູ​ປຸ້ນ​ເອົາ​ໄປ​​ເກືອບ​ໝົດ​ສີ້​ນ​. ​ເວລາ​ນັ້ນ​ເສັ້ນ​ທາງ​ອັກ​ສອນ​ສາດ ​ແລະ ວັນ​ນະ​ຄະ​ດີ​ລາວ​ພົບ​ກັບ​ຄວາມ​ມຶ​ດ​ມົນ ຈົນ​ເກືອບ​ວ່າ​ບໍ່​ມີ​ທາງ​ຟື້ນ​ຟູ​ຂື້ນ​ມາ​ໄດ້​. ​ແຕ່​ຊະ​ຕາ​ຍັງ​ບໍ່​ຂາດ​ຊາດ​ລາວ​ຍັງ​ບໍ່​ສີ້​ນ​ ​ແຜ່ນ​ດີ​ນ​ລາວ​ຍັງ​ບໍ່​ກາຍ​ເປັນ​ນ້ຳ​ທະ​ເລ ມະ​ຫາ​ສະ​ໝຸດ​ຍັງ​ຜຸດ​ພົ້ນ​ເກີດ​ຂື້ນ​ມາ​ເປັນ​ຊາດ​ລາວ​ຢູ່​ຄູ່​ຟ້າ​ດີ​ນ​, ​ແຜ່ນ​ດີ​ນ​ລາວ​ຍັງ​ບໍ່​ສີ້​ນ​ນັກ​ປາດ​, ພູມ​ປັນ​ຍາ​ລາວ​ໄດ້​ພົ້ນ​ເດັ່ນ​ຂື້ນ​ມາ​ອີກ​ ດັ່ງ​ນັ້ນ ພາ​ສາ​ລາວ​, ອັກ​ສອນ​ລາວ​, ວັນ​ນະ​ຄະ​ດີ​ລາວ ກໍ​ໄດ້​ຟື້ນ​ຄືນ​ມາ ດ້ວຍ​ຊີ​ວິດ​ເລືອດ​ເນື້ອ ຢາດ​ນ້ຳ​ຕາ ແລະ ພູມ​ປັນ​ຍາ​ຂອງ​ປະ​ຊາ​ຊົນ​ລາວ​
ພຸດ​ທະ​ບັນ​ດິດ​ສະ​ພາ​ຈັນ​ທະ​ບູ​ລີ ໄດ້​ຖືກ​ສ້າງ​ຕັ້ງ​ຂື້ນ​ໃນ​ປີ 1932 ໂດຍ​ການ​ເປັນ​ປະ​ທານ​ຂອງ ສະ​ເດັດ​ເຈົ້າ​ເພັດ​ຊະ​ລາດ ມີ​ພາ​ລະ​ບົບ​ບາດ​ໃນ​ການ​ຟື້ນ​ຟູ​ພາ​ສາ​, ອັກ​ສອນ​, ວັນ​ນະ​ຄະ​ດີ ແລະ ປະ​ຫວັດ​ສາດ​ລາວ​. ອາ​ຈານ​ມະ​ຫາ​ສີ​ລາ​ວີ​ລະ​ວົງ ນັກ​ຄົ້ີ​ນຄວ້າ​ຜູ້​ສະ​ຫລາດ​ຮູ້​ໃນ​ນາມ​ເປັນ​ເລ​ຂາ​ຂອງ​ພຸດ​ທະ​ບັນ​ດິດ ສະ​ພາ​ຈັນ​ທະ​ບູ​ລີ ໄດ້​ທຸ່ມ​ເທ​ແຮງ​ກາຍ ແຮງ​ໃຈ ສະ​ຕິ​ປັນ​ຍາ ແລະ ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ເພີ່ນ​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​. ເພິ່ນ​ສາ​ມາດ​ເຂົ້າ​ໄປ​ຄົ້ນ​ຄວ້າ​ພາ​ສາ​, ອັກ​ສອນ​, ວັນ​ນະ​ຄະ​ດີ ແລະ ປະ​ຫວັດ​ສາດ​ລາວ ຈາກ​ຕົ້ນ​ສະ​ບັບ​ເກົ່າ​ແກ່​ດັ້ງ​ເດີມ​ຂອງ​ລາວ ທີ່​ສັດ​ຕູ​ໄດ້​ປຸ້ນ​ເອົາ​ໄປ​ຊຸກ​ເຊື່ອງ​ໄວ້​ໃນ​ຫໍ​ສະ​ໝຸດ​ກຸງ​ເທບ​. ຈາກ​ຜົນ​ງານ​ການ​ຄົ້ນ​ຄວ້າ​ຂອງ​ອາ​ຈານ ມະ​ຫາ​ ສີິລາ ​ວີ​ລະ​ວົງ​ສ໌ ນັ້ນ​, ​ໄວ​ຍະ​ກອນ​ລາວ​ທັງ 4 ​ເຫຼັ້ມ ທຳ​ອິດ​ຖືກ​ພີ​ມ​ຂື້ນ​ໂດຍ ພຸດ​ທະ​ບັນ​ດິດ​ສະ​ພາ​ຈັນ​ທະ​ບູ​ລີ ​ໃນ​ປີ​ພ.​ສ 2478 ກົງ​ກັບ ຄ.​ສ 1935 ​ໄວ​ຍະ​ກອນ​ທັງ 4 ​ເຫຼັ້ມ​ຄື ອັກ​ຂະ​ຫລະ​ວິ​ທີ​, ວະ​ຈີ​ວິ​ພາກ​, ວາ​ກາ​ຍະ​ສຳ​ພັນ ​ແລະ ສັນ​ທະ​ລັກ​ສະ​ນະ ຖື​ເປັນ​ຫຼັກ ​ແລະ ​ເປັນ​ແມ່​ແບບ​ ​ໃນ​ການ​ຟື້ນ​ຄືນ​ຊີບ ຂອງ​ອັກ​ສອນ​ສາດ​ລາວ ຫຼື ອາດ​ເວົ້າ​ໄດ້​ວ່າ ຫລັກ​ພາ​ສາ​ລາວ​ໃນ​ສະ​ໄໝ​ຟື້ນ​ຄືນ​ຊີບ​.
ຕໍ່​ມາ​ໄວ​ຍະ​ກອນ​ລາວ ​ໄດ້​ຖືກ​ດັດ​ແປງ​ແກ້​ໄຂ​ຫລາຍ​ເທື່ອ ຈົນ​ມາ​ຮອດ​ສະ​ໄໝ ປົດ​ປ່ອຍ​ທົ່ວ​ປະ​ເທດ ​ແລະ ​ໄດ້​ສ້າງ​ຕັ້ງ​ລະ​ບອບ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຂື້ນ ຄື​ສະ​ໄໝ​ປັດ​ຈຸ​ບັນ​ນີ້​ໄດ້​ນຳ​ໃຊ້​ຫລັກ​ພາ​ສາ​ລາວ​ຕາມ​ໄວ​ຍະ​ກອນ​ຂອງ ລຸງ ພູ​ມີ ວົງ​ວິ​ຈິດ ທີ່​ກະ​ຊວງ​ສຶກ​ສາ​ຮັບ​ຮອງ​ໃຊ້​ຢູ່​, ອາດ​ຈະ​ເປັນ​ຍ້ອນ​ການ​ດັດ​ແປງ​ແກ້​ໄຂ​ຫລັກ​ພາ​ສາ​ລາວ ຫລາຍ​ເທື່ອ​ນີ້​ບໍ ຈີ່​ງ​ເຮັດ​ໃຫ້​ການ​ຂຽນ​, ການ​ປາກ​ເວົ້າ​ພາ​ສາ​ລາວ​ຂອງ​ຄົນ​ລາວ ບໍ່​ມີ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ​ກັນ ຕ່າງ​ຄົນ​ຕ່າງ​ຂຽນ ຕ່າງ​ຄົນ​ຕ່າງ​ເວ້າ ​ໂດຍ​ສະ​ເພາະ​ແມ່ນ​ຄຳ​ສັບ​ທີ່​ມາ​ຈາກ​ຄຳ​ພາ​ສາ​ບາ​ລີ​-​ສັນ​ສະ​ກິດ ຫລື ຄຳ​ສັບ​ມາ​ຈາກ​ພາ​ສາ​ຕ່າງ​ປະ​ເທດ​ອື່ນໆ ຫລື ​ແມ່ນ​ແຕ່​ຄຳ​ລາວ​ເດີມ​ເຊັ່ນ​: ປັດ​ຈຸນ ​ເປັນ ປະ​ຈຸ​ບັນ ; ອະ​ດີດ​, ອະ​ນາ​ຄົດ​, ອະ​ນຸ​ບານ ​ເປັນ ອາ​ດີດ​, ອາ​ນາ​ຄົດ​, ອາ​ນຸ​ບານ​; ​ເຕັກ​ໂນ​ໂລ​ຊີ​, ​ເຕັກ​ໂນ​ໂລ​ຢີ​, ​ເທັກ​ໂນ​ໂລ​ຢີ​, ​ເທັກ​ໂນ​ໂລ​ຈີ​; ​ໂຮງ​ຮຽນ​, ຮຽບ​ຮ້ອຍ​, ຮ້ອຍ​ກີບ ​ເປັນ​ໂລງ​ລຽນ​, ລຽ​ລລ້ອຍ​, ລ້ອຍ​ກີບ ​ເປັນ​ຕົ້ນ​. ລັກ​ສະ​ນະ​ສັບ​ສົນ ບໍ່​ເປັນ​ເອ​ກະ​ພາບ​ກັນ​ແນວ​ນີ້​ມັນ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ປາດ ອາ​ຈານ​ລາວ ຕ້ອງ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ ​ໃຫ້​ສະ​ຕິ​ປັນ​ຍາ​ຄວາມ​ຮູ້ ຄວາມ​ສາ​ມາດ ສະ​ຫລາດ​ແຫລມ​ຄົມ ປະ​ສົມ​ປະ​ສານ​ກັນ ພັດ​ທະ​ນາ​ອັກ​ສອນ​ສາດ​ລາວ ​ເຮັດ​ແນວ​ໃດ​ໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ຂຽນ​ໄດ້​ເວົ້າ ​ໃຫ້​ຖືກ​ຕ້ອງ​ເປັນ​ເອ​ກະ​ພາບ​ກັນ ​ແລະ ​​ໃຫ້​ພາ​ສາ​ລາວ​ກ້າວ ​ເພື່ອ​ຮັບ​ໃຊ້​ແກ່​ຄວາມ​ກ້າວ​ໜ້າ​ຂອງ​ໂລກ​ໃນ​ຍຸກ​ປະ​ຈຸ​ບັນ ​ແລະ ອະ​ນາ​ຄົດ


1 comment:

  1. ​ເພາະ​ບາງ​ທ້ອງ​ຖິ່ນ​ໄດ້​ຮັບສືບ​ທອດ​​ພາ​ສາ​ໃນ​ແບບ​ແຕກ​ຕ່າງ​ກັນ

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ