ປະຈຸບັນມີ ຜູ້ຜະລິດ ໂປຼແກຼມ ແປ້ນພີມພາສາລາວ ໃນລະບົບ ຄອມພິວເຕີ ຈຳນວນ ຫລາຍສົມຄວນ, ເຊີ່ງ ບາງໂປຼແກຼມ ກໍ່ມີຄວາມ ທັນສະໄໝ ແລະ ສະດວກສະບາຍ, ເຊີ່ງສາມາດ ສັງລວມໄດ້ສາມຮູບແບບ ໂປຼແກຼມແປ້ນພີມພາສາລາວ ຄື:
1. ໂປຼແກຼມ ສຳລັບ ຕາຕະລາງຕົວໜັງສືລາວ ແບບ upper ASCII: ໂປຼແກຼມນີ້ແມ່ນ ງ່າຍດາຍ, ພຽງແຕ່ ປ່ຽນໂຕໜັງສື ອັງກິດ ໃນ Font ພາສາ ອັງກິດ ມາເປັນ ຕົວໜັງສືລາວ ກໍ່ຈະສາມາດ ພີມພາສາລາວເຂົ້າໃນຄອມພິວເຕີໄດ້ໂລດ. ແຕ່ເນື່ອງຈາກ ພາສາລາວ ມີໂຄ້ງສ້າງ ຫລາຍແຖວ ກ່ວາ ພາສາອັງກິດ, ຈຶ່ງເຮັດໃຫ້ ໂຕໜັງສືທີ່ພີມອອກມານັ້ນ ບໍ່ມີ ຕຳແໜ່ງທີ່ຢູ່ງາມປານໃດ, ເພາະໃນການຂຽນພາສາລາວແຖວໜຶ່ງ ຈະນຳໃຊ້ ພາສາອັງກິດ ສີ່ແຖວ.
2. ໂປຼແກຼມສຳລັບ ຕາຕະລາງໂຕໜັງສືລາວ ແບບ lower ASCII: ເພື່ອຈະສາມາດ ເອີ້ນຕົວໜັງສືລາວ ໃນຕາຕະລາງຕົວໜັງສື ແບບ Lower ASCII ນີ້ ແມ່ນຈຳເປັນຕ້ອງໄດ້ ສ້າງໂປຼແກຼມ ຂື້ນມາໂດຍສະເພາະ ເອີ້ນວ່າ (add_on software), ເຊີ່ງໃນການຂຽນໂປຼແກຼມເລົ່ານີ້ ກໍ່ມີຄວາມຍາກຫລາຍສົມຄວນ, ເຊີ່ງມີພຽງຜູ້ຜະລິດ ຈຳນວນໜ້ອຍເທົ່ານັ້ນ ທີ່ຮູ້ວິທີຂຽນໂປຼແກຼມ ດັ່ງກ່າວ, ເທົ່າທີ່ ຮູ້ ແມ່ນມີພຽງ ທ່ານ ດຣ. ຈອນ ເດີດິນ, ຜູ້ຜະລິດ ໂປຼແກຼມ LSWIN.
ແຕ່ບັນຫາມີຢູ່ວ່າ ຈະຕ້ອງໄດ້ມີການ ພັດທະນາ ໂປຼແກຼມ Add_On Software ໃນທຸກຄັ້ງ ເມື່ອເວລາ ມີ ຊອບແວໃໝ່ ອອກມານຳໃຊ້, ເພາະຊອບແວອອກໃໝ່ນັ້ນ ຈະບໍ່ໄດ້ ສະໜັບສະໜູນພາສາລາວ ໃນລະບົບ ຕາຕະລາງ Lower ASCII, ສະນັ້ນ ຈະໃຊ້ເວລາພໍສົມຄວນໃນການ ພັດທະນາໂປຼແກຼມ, ເຮັດໃຫ້ ພາສາລາວ ບໍ່ສາມາດ ນຳໃຊ້ໄດ້ໃນຫລາຍໆ ໂປຼແກຼມ.
3. ໂປຼແກຼມ ສຳລັບ ຕາຕະລາງພາສາລາວ ໃນລະບົບ Unicode: ໃນປະຈຸບັນ ເກືອບວ່າ ທຸກລະບົບ ປະຕິບັດການ (Operation System) ແມ່ນຮັບຮອງລະບົບ Unicode, ເຊີ່ງ ຜູ້ຜະລິດ ຈະສ້າງໂປຼແກຼມແປ້ນພີມອັນລວມ ທີ່ສາມາດ ຮັບໃຊ້ໄດ້ທຸກພາສາ ທີ່ມີໃນລະບົບ Unicode, ເຊີ່ງລວມທັງພາສາລາວ.
ຕົວຢ່າງ ໃນ ລະບົບປະຕິບັດການ Windows ລຸ້ນໃໝ່ ທີ່ ຮັບຮອງ ລະບົບ Unicode ກໍ່ໄດ້ ສ້າງໂປຼແກຼມ Keyboard Mapping, ເຊີ່ງເຮັດໃຫ້ ທຸກພາສາລາ ທີ່ມີໃນລະບົບ Unicode ສາມາດ ພີມເຂົ້າໃນຄອມພິວເຕີ ຜ່ານ ໂປຼແກຼມນີ້ໄດ້, ໂດຍທີ່ ຜູ້ຊົມໃຊ້ ບໍ່ຈຳເປັນຕ້ອງໄດ້ ໄປພັດທະນາ ໂປຼແກຼມ ມາເພີ້ມໃສ່ເລີຍ.
ໂຕພີມໜັງສືລາວ
Lao Fonts
I. ນິຍາມ
ໂຕພີມໜັງສື (Font) ແມ່ນການສະສົມ ບັນດາຮູບຕົວໜັງສື ເພື່ອພັນລະນາໃຫ້ເຫັນ ຂໍ້ມູນຂອງຕົວໜັງສື. Font ປະກອບດ້ວຍບັນດາອົງປະກອບຂອງຕົວໜັງສື ເຊັ່ນ: ຂະໜາດ, ຮູບແບບ,, ຄວາມກ້ວາງ, ຄວາມສູງ, ເຊີ່ງເມື່ອພວກເຮົາໃຫ້ຄ່າທາງຕົວເລກມັນແລ້ວ ຈະສາມາດ ໃຫ້ກຳເນິດ ຮູບພາບຂອງຕົວໜັງສື.
Font ປະກອບມີສາມອົງປະກອບຄື: ລະຫັດຂອງໂຕພີມໜັງສື, ຖານຂໍ້ມູນຮູບພາບຂອງຕົວໜັງສື ແລະ ຕາຕະລາງຕົວໜັງສື
ລະຫັດຂອງໂຕພີມໜັງສື (Coded Font)
Coded font ແມ່ນການແປ ສີ່ງທີ່ທ່ານຕ້ອງການຂຽນ (ຕົວຢ່າງ: ຂໍ້ຄວາມ ທີ່ທ່ານ ພີມເຂົ້າໄປໃນຄອມພີມເຕີ)ໃຫ້ກາຍເປັນ ໂຕໜັງສື ສຳລັບພີມ. ລະຫັດຂອງໂຕພີມໜັງສື ທີ່ເຮັດວຽກພົວພັນກັບ ຕາຕະລາງຕົວໜັງສື ແລະ ຖານຂໍ້ມູນຮູບພາບຂອງຕົວໜັງສື ປະກອບດ້ວຍສອງພາກສ່ວນຄື:
• ພາກສ່ວນທີ່ ພົວພັນ ກັບ ຖານຂໍ້ມູນຮູບພາບຂອງຕົວໜັງສື
• ພາກສ່ວນທີ່ພົວພັນ ກັບຕາຕະລາງຕົວໜັງສື
ແຕ່ລະຕົວໜັງສື ຈະຕ້ອງບັນຈຸຢູ່ ໃນຖານຂໍ້ມູນຮູບພາບສະເພາະຂອງຕົວໜັງສື ແລະ ຕາຕະລາງຕົວໜັງສື ຈຶ່ງຈະສາມາດ ພີມເຫັນຕົວໜັງສືນັ້ນໄດ້.
ຖານຂໍ້ມູນຮູບພາບຕົວໜັງສື (Font Character Set)
Font character ປະກອບດ້ວຍ ບັນດາຕົວໜັງສື ທີ່ມີນາມສະກຸນໜຶ່ງດຽວກັນ, ຮູບຮາງໜ້າຕາຂອງຕົວພີມ ແລະ ຂະໜາດຂອງຕົວພີມ. ນອກຈາກນັ້ນ ຖານຂໍ້ມູນຮູບພາບຕົວໜັງສື ຍັງໄດ້ລະບຸເຖີງ ຄຸນສົມບັນ ຂອງຕົວໜັງສື ແລະ ຄຸນສົມບັດຂອງການພີມ.
ຕົວໜັງສື ແມ່ນ ຕົວອັກສອນ, ຕົວເລກ, ເຄື່ອງໝາຍອອກສຽງ ຫຼື ເຄື່ອງໝາຍສັນຍາລັກອື່ນໆ ທີ່ມີໃນໂຕພີມໜັງສື.
ຄຸນລັກສະນະຂອງຕົວໜັງສື (Character properties) ແມ່ນຈະອະທິບາຍໃຫ້ເຫັນວ່າ ຕົວໜັງສືນັ້ນ ມັນຢູ່ໃນຕຳແໜ່ງແບບໃດ ເມື່ອທຽບກັບບັນດາຕົວໜັງສືອື່ນໆທີ່ຢູ່ໃກ້ຄຽງ. ບາງຕົວຢ່າງຄຸນລັກສະນະຂອງຕົວໜັງສືມີຄືດັ່ງລຸ່ມນີ້:
• ເສັ້ນພື້ນສຸດຂອງຕົວໜັງສື, ເພື່ອສະແດງໃຫ້ເຫັນ ທາງນອນ ຂອງເສັ້ນຊື່ ໃນການຂຽນ
• ຮູບພາບສອງມິຕີ ເຊີ່ງໃຫ້ເຫັນວ່າ ຕົວໜັງສືນັ້ນ ພີມແນວໃດ.
• ຕຳແໜ່ງຂອງຕົວໜັງສື ທຽບກັບຂອບເສັ້ນ
• ການໃຫ້ກໍານົດລຳດັບຂອງຕົວໜັງສື (the character ID or graphic character ID)
ຄຸນລັກສະນະໃນການພີມ (printing attributes) ແມ່ນກຳນົດວ່າ ຮູບພາບຂອງຕົວໜັງສືນັ້ນ ຈະພີມອອກແນວໃດ. ບາງຄຸນລັກສະນະຂອງການພີມ ຈະປະກອບດ້ວຍ ຮອບວຽກຂອງຕົວໜັງສື, ການຈັດລຽງແຕ່ໜ້ອຍຫາໃຫຍ່ ແລະ ຂະໜາດຂອງແຕ່ລະຈຸດ.
ຕາຕະລາງຕົວໜັງສື (Code Page)
ຕາຕະລາງຕົວໜັງສື ແມ່ນຈະເຮັດການ ທຽບຄ່າ ຂອງແຕ່ລະຕົວໜັງສື ໃນຂໍ້ຄວາມ ກັບ ຖານຂໍ້ມູນຮູບພາບຕົວໜັງສື. ຖ້າຫາກ ທ່ານ ປ້ອນຂໍ້ຄວາມເຂົ້າໃນເຄື່ອງຄອມພິວເຕີ, ແຕ່ລະແປ້ນພີມ ຈະເຮັດການ ແປຕົວໜັງສືທີ່ພີມ ໄປເປັນລະຫັດຕົວເລກ. ເມື່ອເວລາ ຂໍ້ຄວາມຈະພີມອອກ, ແຕ່ລະ ລະຫັດຕົວເລກ ຈະທຽບຄ່າກັບ ລະຫັດຂອງຕົວໜັງສື ໃນຕາຕະລາງໂຕໜັງສື, ເຊີ່ງຖ້າຫາກ ລະຫັດໂຕໃດຫາກ ມີ່ຄ່າຄືກັນ, ໂປຼແກຼມ ກໍ່ຈະພີມຮູບພາບຂອງຕົວໜັງສືນັ້ນອອກມາ. ຮູບຂ້າງລຸ່ມ ຈະສະແດງໃຫ້ເຫັນວ່າ ຕາຕະລາງຕົວໜັງສື ເຮັດການ ທຽບຄ່າ ກັບຖານຂໍ້ມູນຮູບພາບຕົວໜັງສື.
II. ຄຸນລັກສະນະ ຂອງຮູບແບບຄຳສັບ ໃນພາສາລາວ:
ລັກສະນະຂອງພະຍາງ ໃນພາລາວ:ຄຳ (ພະຍາງ) ໃນພາສາລາວ ປະກອບດ້ວຍ ສີ່ລະດັບ (ສີ່ແຖວ) ຂອງການຂຽນຄື:
* ລະດັບ 1: ຕົວໜັງສື ທີ່ຂຽນຢູ່ໃນລະດັບທີ່ ໜຶ່ງນີ້ ແມ່ນ ວັນນະຢຸດ ແລະ ໄມ້ກະລັນ: ່; ້; ໊; ໋ ແລະ ໌
* ລະດັບ 2: ຕົວໜັງສື ໃນລະດັບສອງນີ້ ແມ່ນ ສະຫຼະທີ່ຢູ່ເທິງພະຍັນສະນະ:ັ; ົ; ິ; ີ; ຶ; ື ແລະ ໍ
* ລະດັບ 3: ລະດັບສາມ ແມ່ນເປັນເສັ້ນພື້ນຖານ ແລະ ຕ້ອງປະກອບມີປະກອບທຸກຄັ້ງ ໃນການຂຽນຄຳສັບລາວ: ປະກອບດ້ວຍ ພະຍັນຊະນະທັງໝົດ, ສະຫຼະທາງໜ້າ, ສະຫຼະທາງຫຼັງ ແລະ ສອງເຄື່ອງໝາຍພິເສດ. ແຕ່ບາງພະຍັນຊະນະ ແລະ ສະຫຼະ ໃນລະດັບສາມນີ້ ກໍ່ມີຄວາມຍາວ ຢື່ນເຂົ້າໄປຫາ ລະດັບ ສອງ ແລະ ລະດັບ ສີ່:
* ຕົວໜັງສືທີ່ຢື່ນເຂົ້າໄປລະດັບສອງ: ຢ; ປ; ຟ; ຝ; ໂx; ໄx; ໃx
* ຕົວໜັງສືທີ່ຢື່ນເຂົ້າໄປລະດັບສີ່: ຖ; ຊ; ງ; ໆ; ຯ
* ລະດັບ 4: ຕົວອັກສອນໃນລະດັບສີ່ ນີ້ ແມ່ນ ສະຫຼະທັງລຸ່ມ: "ຸ; ູ; ຼ".
ຄວາມສູງຂອງຕົວໜັງສື ທີ່ຢູ່ໃນລະດັບຕ່າງກັນນັ້ນ ແມ່ນ ບໍ່ເທົ່າກັນ, ແຕ່ເມື່ອສັງເກດເບີ່ງແລ້ວເຫັນວ່າ ຕົວໜັງສືໃນລະດັບສາມ ຈະສູງຍາວກ່ວາໝູ່, ເຊີ່ງ ຕົວໜັງສື ໃນລະດັບ ສອງ ແລະ ສີ່ ແມ່ນ ຈະເທົ່າເຄີ່ງໜຶ່ງ ຂອງຕົວໜັງສືໃນລະດັບສາມ, ສ່ວນຄວາມສູງຂອງຕົວໜັງສື ໃນລະດັບໜຶ່ງ ຈະເທົ່າເຄື່ງໜຶ່ງ ຂອງ ຕົວໜັງສື ໃນລະດັບ ສອງ.
ແບບຂອງຕົງໜັງສືລາວ:
ແບບຂອງຕົວໜັງສືລາວ ກໍ່ມີການພັດທະນາເປັນແຕ່ລະໄລຍະ ເຊິ່ງສາມາດສັງລວມໄດ້ 3 ແບບຄື:
1. ແບບປະຖົມບູຮານ (ແບບສະໄໝເກົ່າ): ອີງຕາມ ປື້ມລັກໄວຍະກອນລາວ ຂອງ ທ່ານ ມະຫາ ສີລາ, ຕົວໜັງສືລາວ ໃນລັກໄວຍະກອນນີ້ ຈະມີ ລັກສະນະ ເປັນຮູບກົມຕຸ້ຍ, ຕົວຢ່າງ:
ໂຄງການພັດທະນາພາສາລາວໃນຄອມພິວເຕີ
2. ແບບເຄື່ອງຈັກພີມດິດ ຫຼື ປື້ມຮຽນປະຖົມ ທີ່ນຳໃຊ້ໃນປະຈຸບັນ: ອີງຕາມ ປື້ມລັກໄວຍະກອນລາວ ຂອງ ທ່ານ ພູມີ ວົງວິຈິດ, ຕົວໜັງສືລາວ ໃນລັກໄວຍະກອນນີ້ ຈະມີລັກສະນະ ຈ່ອຍສູງເປັນຫລ່ຽມຊັດເຈນ, ຕົວຢ່າງ:
ໂຄງການພັດທະນາພາສາລາວໃນຄອມພິວເຕີ
3. ແບບຕົວໜັງສືລວດລາຍທັນສະໄໝ: ພາຍຫຼັງທີ່ສາມາດນຳໃຊ້ຕົວໜັງສືລາວໃນຄອມພິວເຕີໄດ້, ບັນດານັກສ້າງໂຕພີມພາສາລາວ ກໍ່ໄດ້ ຜະລິດ ຕົວແບບພາສາລາວ ອອກມາ ຢ່າງ ຫລວງຫລາຍ, ໂດຍສະເພາະ ເພື່ອ ຮັບໃຊ້ ໃນການພີມໂຄສະນາ. ຕົວໜັງສືລາວ ໃນແບບນີ້ ຈະມີລັກສະນະ ຈຳແນກຢ່າງຊັດເຈນ ເທີ່ງຄວາມກ້ວາງ, ຄວາມຈ່ອຍ ຂອງ ແຕ່ລະອົງປະກອບຂອງຕົວໜັງສື, ລວມທັງມີການ ຂອດຫົວ, ຂອດຫາງ ທີ່ງົດງາມ, ຕົວຢ່າງ:
ໂຄງການພັດທະນາພາສາລາວໃນຄອມພິວເຕີ
III. ໂຕພີມພາສາລາວ (Lao Fonts)
1. ປັດໃຈໃນການພິຈາລະນາ:
ກ່ອນທີ່ຈະສ້າງ ໂຕພີມພາສາລາວ, ພວກເຮົາຕ້ອໄດ້ ພິຈາລະນາເຖິງ 4 ປັດໄຈ ລຸ່ມນີ້:
_ ການຕັດຄຳ ຫຼື ຕັດພະຍາງແມ່ນມີຄວາມຈຳເປັນບໍ່: ສຳລັບການຂຽນຂໍ້ຄວາມທີ່ຫລາຍ, ການຕັດຄວາມແມ່ນຈະສ້າງຄວາມສະດວກ, ເພາະ ໃນການຂຽນພາສາລາວນັ້ນ ພວກເຮົາບໍ່ໄດ້ຍະຫວ່າງ ຂອງແຕ່ ລະຄຳ ຫຼື ຂອງແຕ່ລະພະຍາງ, ໃນເມື່ອ ຂຽນສຸດແຖວແລ້ວ ເຄື່ອງຄອມພິວກໍ່ຈະເຮັດການຕັດແຖວຕາມແຕ່ລະຕົວໜັງສື, ເຊີ່ງບາງເທື່ອ ວັນນະຢຸດ ຫຼື ຕົວສະກົດຂອງພະຍາງ ກໍ່ຫລຸດລົງໄປຢູ່ແຖວໃໝ່ກໍ່ມີ ອັນເຮັດໃຫ້ເສຍຄວາມໝາຍຂອງພະຍາງໄປ. ພ້ອມດຽວກັນນັ້ນ ເມື່ອເວລາ ເຮົາຕ້ອງການ ປ່ຽນຂະໜາດຂອງຕົວໜັງ, ຫຍໍ້ ຫຼື ຂະໜາດໜ້າເຈ້ຍ ກໍ່ຈະສົ່ງຜົນໃຫ້ ການ ລົງແຖວຂອງແຕ່ລະຄໍາ ບໍ່ເປັນໄປຢ່າງເຕັມພະຍາງ.
_ ພວກເຮົາຕ້ອງການນຳໃຊ້ ພາສາລາວ ແລະ ອັງກິດ ໃນໂຕພີມດຽວກັນບໍ່: ແຕ່ໃນການຂຽນລະບົບ ບັນຊື ຫຼື ຖານຂໍ້ມູນ ສ່ວນຫລາຍ ແມ່ນ ຈະນຳໃຊ້ ພາສາລາວ ແລະ ພາອັງກິດ ປົນກັນ, ສະນັ້ນ ໂຕພີມພາສາລາວ ທີ່ ສາມາດ ໃຫ້ໄດ້ນຳໃຊ້ທັງສອງພາສາ ກໍ່ຈະອຳນວຍຄວາມສະດວກຫລາຍ.
_ ໂປຼແກຼມ ທີ່ນຳໃຊ້ນັ້ນເຮັດການຄິດໄລ່ທາງຄະນິດສາດບໍ່: ຜູ້ຊົມໃຊ້ ໂຕພີມພາສາລາວ ມັກຈະລົ່ງລະຫວ່າງ ເຄື່ອງ ໝາຍລົບ "" ແລະ ເຄື່ອງໝາຍ ຄິດກາງ "-", ເພາະຜູ້ຜະລິດ ເກັບສອງເຄື່ອງໝາຍໄວ້ ຕຳແໜ່ງທີ່ແຕກຕ່າງກັນ (ບໍ່ຄືກັບ ຂອງພາສາ ອັງກິດ), ສະນັ້ນ ຖ້າເຮົາຫລົງຂຽນເຄື່ອງໝາຍຂິດກາງ ໃສ່ ບ່ອນຄຳນວນ ມັນກໍ່ບໍ່ສາມາດເຮັດການຄິດໄລ່ໄດ້.
_ ພວກເຮົາຕ້ອງການ ໂຕພີມພາສາລາວ ທີ່ມີຮູບແບບຕົວໜັງສືກ້ວາງບໍ່: ໃນການພີມພາສາລາວ ໃສ່ແຜ່ນພັບ, ວາລະສານ ແລະ ປ້າຍໂຄສະນາຕ່າງໆ ນັ້ນ ແມ່ນ ມີຄວາມຈຳເປັນ ຢາກນຳໃຊ້ ໂຕພີມພາສາລາວ ທີ່ມີຂະໜາດຄວາມກ້ວາງຫລາຍ ເພື່ອ ສາມາດ ຈັດວາງຕົວໜັງສືໃຫ້ອອກມາສວຍງາມ.
ສະນັ້ນ ການກຳນົດ ຄວາມຕ້ອງການ ທາງດ້ານ ຄຸນລັກສະນະ, ຮູບແບບ ແລະ ຮູບຮ່າງ ຂອງແຕ່ລະຕົວໜັງສື ແມ່ນມີຄວາມຈຳເປັນ ກ່ອນ ທີ່ພວກເຮົາ ຈະສ້າງ ໂຕພີມພາສາລາວ ອອກມາ ມັນມີຄວາມຈຳເປັນໃນການ ກຳນົດ ຄວາມກ້ວາງພື້ນຖານ ຂອງແຕ່ລະຕົວໜັງສື ທີ່ຈະ ກຳນົດທີ່ຢູ່ຂອງມັນ, ໂດຍສະເພາະ ທີ່ພົວພັນເຖີງ ວັນນະຍຸດ ແລະ ສະຫຼະຢູ່ເທີງ.
2. ວິທີການໃນການສ້າງ ໂຕພີມພາສາລາວ:
ມີສາມຂັ້ນຕອນ ໃນການສ້າງ ໂຕພີມພາສາລາວ:
1. ການເຮັດວິໃຈ ຄຸນລັກສະນະຂອງຕົວໜັງສື
ການເຮັດວິໃຈ ແມ່ນ ການຂຽນອອກ ເຖິງຄຸນລັກສະນະ ພິເສດ ຂອງ ບາງ ຕົວໜັງສື ທີ່ ບໍ່ມີລັກສະນະໂຄສ້າງຄື ຕົວໜັງສືອື່ນໆ, ເຊັ່ນ ຢູ່ ໃນລະບົບ ຄອມພິວເຕີ ພວກເຮົາ ສາມາດ ຂຽນ ສະຫຼະ "xຳ" ໄດ້ສອງ ວິທີ່ ຄື: ກົດບແປ້ມພີມ ທີ່ມີເຄື່ອງໝາຍ ສະຫຼະ "xຳ" ຫຼື ໄດ້ຈາກການ ກົດແປ້ນພີມ ສະຫຼະ xໍ + xາ = xຳ. ສະນັ້ນ ພວກເຮົາຕ້ອງໄດ້ຂຽນໂປຼແກຼມ ບອກໃຫ້ ເຄື່ອງຄອມພິວເຕີຮູ້ວ່າ ການຂຽນທັງສອງແບບນີ້ແມ່ນຄືກັນ.
2. ຮູບພາບຂອງແຕ່ລະຕົວໜັງສື (Shape Glyphs with OTLS): ແຕ້ມຮູບຕົວຈຶງຂອງແຕ່ລະໂຕໜັງສື ພ້ອມທັງການກຳນົດ ຄຸນລັກສະນະຂອງມັນ (ເບີ່ງຕາຕະລາງຕິດຂັດ)
3. ການກຳນົດຕຳແໜ່ງຂອງແຕ່ລະຕົວໜັງສື (Position Glyphs with OTLS): ນອກຈາກຕຳແໜ່ງທີ່ໄດ້ ນົດໄວ້ ໃນ ຂໍ້ທີ່ສອງ, ບາງ ຕົວໜັງສື ກໍ່ໄດ້ ມີການປັບປ່ຽນ ຄວາມກ້ວາງ ແລະ ຄວາມສູງ ເມື່ອເວລາ ປະກອບ ກັບ ບາງ ພະຍັນຊະນະ ແລະ ສະຫຼະ, ເຊັ່ນ: ວັນນະຢຸດ ອາດຈະຢູ່ສູງ ຫຼື ຍັບໄປທັງຊ້າຍ-ທາງຂວາ ໃນກໍ່ລະນີ້ ມັນໄປກັບ ສະຫຼະ ທີ່ຢູ່ທັງເທີງ. ສະນັ້ນມັນມີຄວາມຈຳເປັນ ທີ່ຈະຕ້ອງ ໄດ້ກຳນົດ ເພີ້ມເຕີມຂອງບ່າງຕຳແໜ່ງຂອງຕົວໜັງສື ເມື່ອເວລາມັນມີການປ່ຽນແປງ. ໂດຍທົ່ວໄປແລ້ວແມ່ນ ມີສາມ ວິທີໃນການກຳນົດຄື:
• ການຍັບຕົວໜັງສືເຂົ້າໃກ້ກັນ (Kerning) : ຕົວຢ່າງ ຖ້າເຮົາຂຽນຄຳວ່າ (ໃນໂຮງຮຽນ) ແລະ (ໄປໂຮງຮຽນ): ໃນການຂຽນດ້ວຍມື ເຮົາຈະເຫັນວ່າ ຫົວຂອງສະຫຼະ ໂx ຈະຍັບກາຍມາເທີງຫົວພະຍັນຊະນະ "ນ", ແຕ່ຫົວຂອງສະຫຼະ ໂx ຈະບໍ່ຍັບມາເທີງຫົວພະຍັນຊະນະ "ປ". ແຕ່ໂປຼແກຼມ ຄອມພິວເຕີ ອາດຈະບໍ່ຮັບຮູ້ວ່າ ໃນກໍລະນີໃດ ຫົວຂອງສະຫຼະ "ໂx" ຄວນຈະຍັບກາຍເທີງຫົວຂອງພະຍັນຊະນະທີ່ໃກ້ຕິດກັບມັນ. ສະນັ້ນ ຈຳເປັນຈະຕ້ອງໄດ້ໃສ່ ຄຳສັງ Kerning ເພື່ອບອກຄຸນລັກສະນະເພີ້ມເຕີມນີ້.
• ການຍັບຕົວໜັງສືຂື້ນລົງ (Mark to base): ຕົວຢ່າງ ຖ້າເຮົາຂຽນຄຳວ່າ (ຮູ ແລະ ງູ), ຖ້າຂຽນດ້ວຍມື ເຮົາຈະເຫັນວ່າ ສະຫຼະ (xູ) ທີ່ໄປກັບ ພະຍັນຊະນະ (ຮ) ຈະຢູ່ສູງກ່ວາໄປນຳພະຍັນຊະນະ (ງ). ເພື່ອໃຫ້ຄອມພິວເຕີເຂົ້າໃຈ ເຮົາຕ້ອງໃສ່ ຄຳສັ່ງ Mark to Base ບອກໃຫ້ຮູ້ວ່າ ເມື່ອ ສະຫຼະ (xູ) ຫາກໄປກັບ ພະຍັນຊະນະ (ງ) ແມ່ນ ໃຫ້ ຍັບລົງລຸ່ມໄປຢູ່ປາຍຫາງ ພະຍັນຊະນະ (ງ).
• ການປັບປ່ຽນບ່ອນຢູ່ຕາມການກຳນົດ (Mark to Mark): ຕົວຢ່າງຖ້າເຮົາຂຽນຄຳວ່າ (ມ້າ ແລະ ມື້), ຖ້າຂຽນດ້ວຍມື ເຮົາຈະເຫັນວ່າ ວັນນະຢຸດ (x້) ທີ່ໄປກັບ ພະຍັນຊະນະ (ມ) ຈະຢູ່ຕ່ຳກ່ວາໄປນຳສະຫຼະ (xື). ເພື່ອໃຫ້ຄອມພິວເຕີເຂົ້າໃຈ ເຮົາຕ້ອງໃສ່ ຄຳສັ່ງ Mark to Mark ບອກໃຫ້ຮູ້ວ່າເມື່ອໃດ ວັນນະຍຸດ ຫາກໄປກັບ ສະຫຼະ ທັງເທີງນັ້ນ ໃຫ້ມັນຍັບຂື້ນໄປຢູ່ທາງເທີງ ຫຼືທາງຂ້າງ ຂອງສະຫຼະນັ້ນ.
3. ໜ້າຕາຂອງໂຕພີມພາສາລາວ (Lao Font feature):
_ ຄຸນລັກສະນະ ຂອງແຕ່ລະຮູບຕົວໜັງສືລາວ.
ຄຸນລັກສະນະ ຂອງ ຮູບຕົວໜັງສືລາວ ສາມາດ ແບ່ງອອກເປັນ 6 ໝວດຄື:
1. ໝວດຢູ່ເທີງສຸດ (Above1): ໄດ້ແກ່ ວັນນະຢຸດ ແລະ ໄມ້ກະລັນ: ່, ້, ໊, ໋, ໌.
2. ໝວດຢູ່ເທີງທີ່ສອງ: ໄດ້ແກ່ສະຫຼະທັງເທິງຄື: ົ, ັ, ໍ, ິ, ີ, ຶ, ື.
3. ໝວດທີ່ຢູ່ເສັ້ນລັກ (Base line): ໄດ້ແກ່ ພະຍັນຊະນະ, ສະຫຼະທາງໜ້າ ແລະ ທາງຫຼັງ ແລະ ເຄື່ອງໝາຍພິເສດ, ເຊີ່ງ ສາມາດແບ່ງອອກເປັນສາມຈຸຄື:
_ ພະຍັນຊະນະທີ່ມີຄວາມສູງທຳມະດາ: ກ, ຂ, ຄ, ຈ, ສ, ຍ, ດ, ຕ, ທ, ນ, ບ, ຜ, ພ, ມ, ຣ, ລ, ວ, ຫ, ອ, ຮ
_ ພະຍັນຊະນະທີ່ສູງກາຍມາລະດັບສອງ: ປ, ຝ, ຟ, ຢ, ໄ, ໃ, ໂ ເຊີ່ງຕ້ອງໄດ້ Kerning
_ ພະຍັນຊະນະ ທີ່ຍາວລົງມາ ລະດັບສີ່: ຊ, ຖ, ງ, ຽ. ເຊີ່ງຕ້ອງໄດ້ Mark to base
4. ໝວດທີ່ຢູ່ຕໍ່າທີ່ 1: ໄດ້ແກ່ພະຍັນຊະນະ " ຼ"
5. ໝວດທີ່ຢູ່ຕ່ຳທີ່ສອງ 2: ໄດ້ແກ່ ສະຫຼະຢູ່ທາງລຸ່ມ: "ຸ", 'ູ'
6. ໝວດທີ່ຕ້ອງການ ກຳນົດຄຸນລັກສະນະພິເສດ: ໄດ້ແກ່ສະຫຼະ "ໍາ"
ຕົວຢ່າງການ kerning
ຕົວຢ່າງ Mark to Base Positioning
ຕົວຢ່າງ Mark to Mark Positioning
ຕາຕະລາງຕົວໜັງສືລາວໃນລະບົບຄອມພິວເຕີ
Lao Character Set
I. ນິຍາມ
ຕົວໜັງສື (Character) ແມ່ນອົງປະກອບນ້ອຍທີ່ສຸດ ຂອງການຂຽນພາສາ ທີ່ມີຄຸ່ນຄ່າໃນການໃຫ້ຄວາມໝາຍຂອງຄຳ, ເຊິ່ງອ້າງອິງເຖີງ ຄວາມໝາຍ ອາການ ແລະ/ຫຼື ຮູບຮ່າງ, ເພາະຢູ່ໃນຕາຕະລາງຕົວໜັງສືນັ້ນ ມັນມີຄວາມຈຳເປັນ ທີ່ຈະຕ້ອງໃຫ້ຜູ້ອ່ານສາມາດເຂົ້າໃຈ ຄວາມໝາຍຂອງແຕ່ລະຕົວໜັງສືໄດ້.
ຂໍ້ມູນຂ່າວສານ ທີ່ບັນຈຸໃນຄອມພິວເຕີ ແມ່ນເປັນລັກສະນະຕົວເລກຖານສອງ (ຄື 0 ກັບ 1), ໂດຍຄອມພິວເຕີ "map" ຈະໃຫ້ແຕ່ລະຄ່າຕົວເລກ ແທ່ນຕົວໜັງສືນັ້ນໆ, ເຊີ່ງໂດຍທົວໄປແລ້ວ ເອີ້ນວ່າ ຕາຕະລາງຕົວໜັງສື ບັນທຶກໃນລະບົບຄອມພິວເຕີ (Character Set or the Code Page). The Character set ແມ່ນການບັນທຶກເປັນລໍາດັບ ຂອງຕົວໜັງສື (ພະຍັນຊະນະ/ຕົວເລກ ແລະ ເຄື່ອງໝາຍ) ທີ່ນຳໃຊ້ເພື່ອທຽບຕົວໜັງສືໃນແປ້ນພີມ, ເພື່ອສະແດງຕົວໜັງສືໃນຈໍພາບ, ແລະ ເພື່ອແລກປ່ຽນຕົວໜັງສື ໃນຮູບແບບດີຈີຕັນ (ຕົວເລກ). ຖ້າປັດສະຈາກ Character Set ແລ້ວ ແມ່ນບໍ່ສາມາດ ທີ່ຈະ ປ້ອນເຂົ້າ, ພີມອອກ, ບັນທຶກ ແລະ ຂົນສົ່ງ ຂໍ້ມູນຂ່າວສານເລົ່ານັ້ນ ໃນລະບົບຄອມພິວເຕີ ແລະ ເຄື່ອງເອເລັກໂທຼນິກ ອື່ນໆ ໄດ້ຢ່າງເດັດຂາດ.
ASCII (American Standard Code for Information Interchange) ກຳນົດຂື້ນໃນປີ 1968 ໂດຍ ສະຖາບັນມາດຕະຖານແຫ່ງຊາດ ອາເມລິກາ (ANSI) ເຊີ່ງບັນຈຸແຕ່ ຕົວໜັງສືພາສາອັງກິດ. ໃນຕາຕະລາງນີ້ ໄດ້ຂະຫຍາຍອອກເປັນ 8 bit ເພື່ອບັນຈຸ ຕົວໜັງສື ພາສາລາຕີນອື່ນໆ ທີ່ມີການນຳໃຊ້ໃນທະວິບເອີລົບ ແລະ ອາເມລິກາໄຕ້, ແຕ່ມັນບໍ່ໄດ້ອອກແບບມາເພື່ອຮັບໃຊ້ຢ່າງສົມບູນ ສຳລັບພາສາລາວ ແລະ ພາສາອື່ນໆ ໃນອາຊີ. ສະນັ້ນແຕ່ລະພາສາ ຈຶ່ງສ້າງ ລະຫັດຕາຕະລາງຕົວອັກສອນ 8 bit ຂອງຕົນເອງ ໂດຍນຳໃຊ້ໂຄ່ງຮ່າງຂອງ ASCII, ແຕ່ຈະປ່ຽນແທນຕົວອັກສອນພາສາອັງກິດ ແລະ ລາຕີນ ມາເປັນພາສາຂອງຕົນ.
Unicode ແມ່ນຕາຕະລາງຕົວອັກສອນຫລາຍໆພາສານຳກັນ (universal character encoding), ເຊີ່ງສ້າງຂື້ນ ແລະ ບຳລຸງຮັກສາໂດຍ ສະມາຄົມ Unicode. ມາດຕະຖານລະຫັດຕາຕະລາງນີ້ ແມ່ນຮັບໃຊ້ການຜະລິດຂໍ້ມູນຂ່າວສານໃນຂັ້ນຜື້ນຖານ, ການບັນທຶກ ແລະ ການແລກປ່ຽນ ຂໍ້ມູນຕົວໜັງສື ໃນແຕ່ລະພາສາ ຢູ່ໃນທຸກ ຊອບແວລຸ້ນໃໝ່ ແລະ ໃນລັກການຂອງເຕັກໂນໂລຊີຂໍ້ມູນຂ່າວສານ. ມີແຕ່ຕາຕະລາງ Unicode ເທົ່ານັ້ນ ທີ່ສາມາດບັນທຶກຕົວອັກສອນ ໄດ້ຢ່າງຫລວງຫລາຍ. ທຸກຕົວອັກສອນແມ່ນສາມາດເຂົ້າເຖີງໄດ້ຢ່າງສະເໝີພາບກັນ ແລະ ກຸ່ມຕົວອັກາອນ ແມ່ນບໍ່ໄດ້ມີການສື່ຄວາມໝາຍ ເມື່ອມີການນຳໃຊ້ ໃນຊອບແວທີ່ຮັບຮອງ Unicode. ຕົວໜັງສື ໃນຕາຕະລາງ Unicode ອາດຈະຖຶກບັນທຶກຕັ້ງແຕ່ ລະຫັດ U+0000 ເຖີງ U+10FFFF. Unicode ແມ່ນ 16 bit ຕາຕະລາງຕົວໜັງສື, ເຊີ່ງປະກອບດ້ວຍ 4 ລຳດັບຄືດັ່ງລຸ່ມນີ້:
• Abstract Character Repertoire: ແມ່ນ ສ່ອນຂອງຕົວໜັງສື ທີ່ຈະບັນທຶກເຂົ້າໃນຕາຕະລາງ, ຕົວຢ່າງ ຕົວອັກສອນ ຫຼື ເຄື່ອງໝາຍ.
• Coded Character Set: ແມ່ນການໃຫ້ຄ່າຕົວເລກ ໃຫ້ແກ່ ບັນດາ ສ່ວນຂອງຕົວໜັງສືທີ່ບັນທຶກໃນຕາຕະລາງ
• Character Encoding Form: ແມ່ນທຽບ ຕົວເລກທີ່ເປັນອົງປະກອບ ກັບລຳດັບ ຂອງລະຫັດໃດໜຶ່ງ ທີ່ມີຄຸນລັກສະນະ ກ່ຽວກັບ ຄວາມກ້ວາງ
• Character Encoding Scheme: ແມ່ນການປ່ຽນກັບຄືນ ຂອງລະຫັດມາຄ່າເດີມ
II. ຕົວໜັງສືລາວ:
ໜັງສືລາວ ມີຕົ້ນກຳເນິດມາຈາກ ພາສາ ບາລີ ແລະ ສັນສະກິດ, ເຊີ່ງຕົວອັກສອນທີ່ນຳໃຊ້ໃນການສື່ສານ ແມ່ນມີເຄົ້າມາຈາກ ພາສາສັນສະກິດ, ສ່ວນຕົວອັກສອນທີ່ມີເຄົ້າມາຈາກພາສາບາລີ ແມ່ນນຳໃຊ້ໃນ ພາສາທັມ. ຕົວອັກສອນລາວ ປະກອບມີ 56 ຕົວໜັງສື ແລະ ເຄື່ອງໝາຍ ເຊີ່ງປະກອບມີ: 33 ພະຍັນຊະນະ, 28 ສະຫຼະ, 4 ວັນນະຍຸດ, 3 ເຄື່ອງໝາຍພິເສດ ແລະ 10 ຕົວເລກລາວ.
1. ພະຍັນຊະນະ:
ໃນຈຳນວນ 33 ພະຍັນຊະນະຂອງພາສາລາວ ລວມມີ 27 ພະຍັນຊະນະດ່ຽວ ແລະ 6 ພະຍັນຊະນະປະສົມ.
1.1 ພະຍັນຊະນະດ່ຽວ ແມ່ນມີຄື:
ກ(1); ຂ(2); ຄ(3); ງ(4); ຈ(5); ສ(6); ຊ(7); ຍ(8); ດ(9); ຕ(10); ຖ(11); ທ(12); ນ(13); ບ(14); ປ(15); ຜ(16); ຝ(17); ພ(18); ຟ(19); ມ(20); ຢ(21); ຣ(22); ລ(23); ວ(24); ຫ(25); ອ(26); ຮ(27);
1.2 ພະຍັນຊະນະປະສົມ ແມ່ນມີຄື:
ຫ(24) + ງ(4) = ຫງ(28); ຫ(24) + ຍ(8) = ຫຍ(29); ຫ(24) + ນ(13) = ໜ(30)
ຫ(24) + ມ(20) = ໝ(31); ຫ(24) + ລ(22) = ຫລ or ຫຼ (32); ຫ(24) + ວ(23) = ຫວ(33)
2. ສະຫຼະ ແມ່ນມີຄື: ◌ະ(1); ◌າ(2); ິ(3); ີ(4); ຶ(5); ື(6); ຸ(7); ູ(8); ເ◌ະ(9); ເ◌(10); ແ◌ະ(11); ແ◌(12); ໂ◌ະ(13); ໂ◌(14); ເ◌າະ(15); ໍ(16); ເິ(17); ເີ(18); ເັຽ(19); ເ◌ຽ(20); ົວະ(21); ົວ(22); ເຶອ(23); ເືອ(24); ໄ◌(25); ໃ◌(26); ຳ (27); ເົາ(28).
3. ວັນນະຢຸດ ແມ່ນມີຄື: x່ x້ x໊ x໋
4. ເຄື່ອງໝາຍພິເສດ: "ໆ"; "ຯ"; "໌"
5. ຕົວເລກລາວ: ໐; ໑; ໒; ໓; ໔; ໕; ໖; ໗; ໘; ໙
III. ຕາຕະລາງຕົວໜັງສືລາວ ໃນລະບົບ ຄອມພິວເຕີ (Lao Code Page)
ຕາຕະລາງຕົວໜັງສືລາວ ໃນລະບົບ ຄອມພິວເຕີ ປະກອບດ້ວຍ ພະຍັນຊະນະ, ສະຫຼະ, ວັນນະຢຸດ, ເຄື່ອງໝາຍພິເສດ ແລະ ຕົວເລກລາວ, ເຊີ່ງມັນປະກອບດ້ວຍ ການຮວມຕົວ ຂອງຫລາຍຮູບຮ່າງຕົວໜັງສື. ສ່ວນພະຍັນຊະນະ ແລະ ສະຫຼະ ປະສົມນັ້ນ ແມ່ນບໍ່ສາມາດ ບັນທຶກເຂົ້າໃນຕາຕະລາງຕົວໜັງສືໄດ້, ໂດຍທົວໄປແລ້ວ ຈຳນວນ ຕົວໜັງສື ທີ່ມີໃນຕາຕະລາງ ຈະມີຈຳນວນໜ້ອຍກ່ວາ ຕົສໜັງສື ທີ່ມີໃນລັກໄວຍະກອນ. ເພາະວ່າ ລະບົບຄອມພິວເຕີ ບໍ່ອະນຸຍາດ ໃຫ້ ສ້າງ ບັນທຶກ ພະຍັນຊະນະປະສົມ ແລະ ສະຫຼະປະສົມ ເຂົ້າໃນຕາຕະລາງ. ສະນັ້ນສ່ວນຫລາຍແລ້ວ ຕົວໜັງສືລາວ ທີ່ມີໃນຕາຕະລາງ ແມ່ນມີຈຳນວນ 65 ຕົວ, ເຊີ່ງປະກອບມີ ພະຍັນຊະນະດ່ຽວ 27 ຕົວ, ພະຍັນຊະນະປະສົມ ທີ່ມີຮູບເປັນພະຍັນຊະນະດ່ຽວ 3 ຕົວ, ສະຫຼະດ່ຽວ 18 ຕົວ, ວັນນະຢຸດ 4 ຕົວ, ເຄື່ອງໝາຍພິເສດ 3 ຕົວ ແລະ ຕົວເລກລາວ 10 ຕົວ.
ໃນໄລຍະຜ່ານມາ ໄດ້ມີການພັດທະນາ ຕາຕະລາງຕົວໜັງສືລາວ ອອກຫລາຍສົມຄວນ ເພື່ອສາມາດ ນຳໃຊ້ຕົວໜັງສືລາວ ໃນລະບົບ ປະຕິບັດການ DOS ແລະ Windows ເຊັ່ນ: ໂປຼແກຼມ LSWIN, IBM81033, Alice, Hongkard ແລະ ອື່ນໆ. ແຕ່ມັນມີບັນຫາຢູ່ບ່ອນວ່າ ຕົວໜັງສືດຽວກັນ ກັບພັດຢູ່ໃນຕຳແໜ່ງໃນຕາຕະລາງ ທີ່ແຕກຕ່າງກັນ ແລະ ບາງຕາຕະລາງກໍ່ມີໂຄງສ້າງທີ່ແຕກຕ່າງກັນ. ເຊີ່ງຖ້າພວກເຮົາສ້າງເອກກສານ ໃນເຄື່ອງຄອມພິວເຕີ ທີ່ນຳໃຊ້ລະຫັດຕາຕະລາງຕົວໜັງສືແບບທີ່ໜຶ່ງ, ຈາກນັ້ນ ກ່າຍໃຊ້ແຜ່ນດິດສະແກັດ ແລ້ວເອົາມາເປິດໃນເຄື່ອງຄອມພິວເຕີ ທີ່ນຳໃຊ້ລະຫັດຕາຕະລາງຕົວໜັງສືແບບທີ່ສອງ, ພວກເຮົາກໍ່ຈະປະກົດເຫັນວ່າຕົວໜັງສື ຂອງເອກກສານ ນັ້ນ ຈະເປັນຮູບສີ່ຫລ່ຽມ ທັ້ງນີ້ກໍ່ຍ້ອນ ທັງສອງຕາຕະລາງນັ້ນ ມີໂຄງສ້າງຂອງຕົວໜັງສືທີ່ແຕກຕ່າງກັນ.
ສັງລວມ, ສາມາດ ຈຳແນກ ຕາຕະລາງຕົວໜັງສືລາວ ອອກເປັນ ສາມປະເພດຄື::
1. Upper ASCII structure:
ເປັນເຕັກໂນໂລຊີທີ່ງ່າຍດາຍ, ເຊີ່ງພຽງແຕ່ ປ່ຽນແທ່ນ ຕົວໜັງສື ອັງກິດ ດ້ວຍ ຕົວໜັງສືລາວ ແລະ ນຳໃນໃຊ້ແປ້ນພີມ ພາສາອັງກິດ ເພື່ອມາຂຽນພາສາລາວ. ເຊິ່ງຕົວໜັງສືລາວ ແມ່ນຈະເລີ້ມແຕ່ຕຳແໜ່ງ 65 ຂອງຕາຕະລາງ ຈົນເຖີງສຸດທ້າຍ. ແຕ່ການນຳໃຊ້ຕາຕະລາງແບບນີ້ ຈະພົບບັນຫາຢູ່ບ່ອນວ່າ ຖ້າພວກເຮົາຢາກຂຽນຂໍ້ມູນ ທີ່ມີພາສາລາວ ແລະ ພະສາອັງກິດປົນກັນນັ້ນ, ພວກເຮົາ ກໍ່ຕ້ອງໄດ້ປ່ຽນຮູບແບບຂອງແປ້ນພີມ ແລະ ຕາຕະລາງຕົວໜັງສື ຈາກລາວແລະ ອັງກິດ ຕາມລຳດັບ.
2. Lower ASCII structure:
ເພື່ອເປັນການແກ້ໄຂບັນຫາ ໃນການ ປຽນແປ້ນພີມ ແລະ ຕາຕະລາງ ເມື່ອເວລາ ຂຽນພາສາລາວ ແລະ ພາສາ ອັງກິດນຳກັນ, ຈຶ່ງໄດ້ພັດທະນາ ຕາຕະລາງ 8 bit ຂອງຕົວໜັງສືລາວ, ໂດຍການເອົາຕົວໜັງສືລາວ ປ່ຽນແທນບ່ອນຢູ່ ຂອງ ຕົວໜັງສື ພາສາລາຕີນ, ໂດຍທີ່ຕົວໜັງສືລາວ ຈະຖຶກບັນຈຸເຂົ້າໃສ່ຫ້ອງ ທັດຈາກ ຕົວໜັງສື ສຸດທ້າຍ ຂອງພາສາອັງກິດ. ແຕ່ມັນຕ້ອງການ ໃຫ້ມີໂປຼແກຼມສະເພາະ ໃນການ ເອີ້ນເອົາຕົວໜັງສືລາວ ອອກມານຳໃຊ້. ເນື່ອງຈາກມັນຍັງມີຫ້ອງເປົ່າຫວ່າງຫລາຍ, ນັກຜະລິດ ຈຳນວນໜຶ່ງ ຈຶ່ງໄດ້ບັນຈຸ ພະຍັນຊະນະປະສົມ, ສະຫຼະປະສົມ ແລະ ສະຫຼະປະສົມວັນນະຢຸດ ໃສ່ໃນຕາຕະລາງ ເພື່ອຄວາມສະດວກໃນການຂຽນພາສາລາວ. ສະນັ້ນ ຈຶ່ງເຮັດໃຫ້ ບາງຕາຕະລາງນັ້ນ ມີຈຳນວນຕົວໜັງສືລາວ ຫລາຍກ່ວາ ຈຳນວນທີ່ມີໃນລັກໄວຍະກອນ.
ແຕ່ວ່າວິທີການນີ້ກໍ່ຍັງມີບັນຫາ, ເພາະ ມີຄວາມຈຳເປັນ ຈະຕ້ອງໄດ້ປັບປຸງໂປຼແກຼມເອີ້ນໃຊ້ພາສາລາວທຸກຄັ້ງ ເມື່ອເວລາ ມີການຜະລິດໃໝ່ ຫຼື ຍົກລະດັບ ຊອບແວ. ເຊີ່ງຜູ້ຜະລິດສ່ວນຫລາຍແລ້ວກໍຈະໃຊ້ເວລາ ຫລາຍກ່ວາໜຶ່ງປີ ເພື່ອ ຈະສາມາດ ປັບປຸງໃຫ້ນຳໃຊ້ໄດ້.
3. Lao Unicode structure:
ໃນປີ 1993 ອົງການມາດຕະຖານສາກົນ ໄດ້ສ້າງ ມາດຕະຖານສາກົນກ່ຽວກັບ ຕາຕະລາງຕົວໜັງສືທີ່ມີຫລາຍພາສາ ທີ່ພວກເຮົາຮູ້ໃນນາມ ISO 10646 ແລະ ກໍ່ໄດ້ມີການໂອນປ່ຽນມາເປັນ Unicode. ບໍ່ຮູ້ວ່າ ມັນເປັນການໂຊກດີ ຫຼື ໂຊກຮ້າຍ ສຳລັບ ພາສາລາວ ຂອງພວກເຮົາ ທີ່ທາງອົງການສາກົນ ໄດ້ບັນຈຸພາສາລາວ ເຂົ້າໃນລະບົບຕາຕະລາງດັ່ງກ່າວ ຕັ້ງແຕ່ລິເລີ້ມສ້າງຕັ້ງຕາຕະລາງ, ໂດຍບໍ່ຮູ້ວ່າແມ່ນໃຜເປັນຜູ້ສະເໜີ.
ຢູ່ໃນຕາຕະລາງນີ້ປະກອບມີ 65 ເຄື່ອງໝາຍ ຂອງຕົວໜັງສືລາວ ເຊີ່ງທັງໝົດກໍ່ລ້ວນແຕ່ບັນຈຸຢູ່ໃນລັກໄວຍະກອນລາວ ເຊີ່ງໄດ້ແກ່: 27 ພະຍັນຊະນະດ່ຽວ, 03 ພະຍັນຊະນະປະສົມທີ່ເປັນຮູບດ່ຽວ, 18 ສະຫຼະດ່ຽວ, 04 ວັນນະຢຸດ, 03 ເຄື່ອງໝາຍພິເສດ ແລະ 10 ຕົວເລກລາວ.
ຢູ່ໃນຕາຕະລາງ Unicode, ຕົວໜັງສືລາວແມ່ນໄດ້ຖຶກບັນຈຸໃສ່ ໃນຫ້ອງທີ່ 0x0E80 ຫາ 0x0EFF, ເຊີ່ງບໍ່ມີພາສາອື່ນໃດທີ່ຈະມາບັນຈຸໃສ່ບັນດາຫ້ອງທີ່ຈັດຫາເລົ່ານີ້. ສ່ວນເຄື່ອງໝາຍ ແລະ ຕົວເລກອາລັບ ທີ່ນຳໃຊ້ໃນພາສາລາວນັ້ນ ແມ່ນຖຶກບັນຈຸໃນຫ້ອງ 32 ຫາ 255. ແຕ່ຜູ້ທີ່ນຳສະເໜີຕາຕະລາງຕົວໜັງສືລາວນັ້ນ ໄດ້ມີການຈັດລຽງລຳດັບຕົວອັກສອນລາວ ບົນພື້ນຖານທຽບສຽງກັບຕົວອັກສອນໄທ, ແຕ່ເນື່ອງຈາກວ່າ ພາສາໄທ ມີຈຳນວນຕົວອັກສອນ ຫລາຍກ່ວາພາສາລາວ, ຖ້າກໍລະນີ ຕົວອັກສອນລາວຕົວໃດ ທີ່ບໍ່ມີສຽງຄືກັບຕົວອັກສອນໄທແລ້ວ, ຜູ້ສະເໜີກໍ່ປະຕາຕະລາງເປັນຫ້ອງວ່າງເປົ່າ. ເຖີງແມ່ນວ່າພວກເຮົາບໍ່ສາມາດ ເຮັດການຈັດລຽງພາສາລາວ ໂດຍອີງຕາມໂຄງສ້າງ ຂອງຕາຕະລາງພາສາລາວໃນ Unicode ໄດ້, ແຕ່ຕາຕະລາງດັ່ງກ່າວ ກໍ່ໃຫ້ພວກເຮົາສາມາດຂຽນ ພະຍາງ ແລະ ຄຳສັບໃນພາສາລາວ ໄດ້ທັງໝົດ.
ບັນຫາຕາຕະລາງພາສາລາວ ໃນລະບົບ Unicode
1) ໂຄງຮ່າງຂອງຕາຕະລາງ ແມ່ນອິງໃສ່ ຕາຕະລາງພາສາໄທ, ເຊີ່ງບາງອັນກໍ່ບໍ່ແທດເໝາະກັບພາສາລາວ. ຕາຕະລາງພາສາລາວ ແມ່ນມີຫ້ອງເປົ່າຫລາຍ. ການຈັດລຽງຕົວອັກສອນກໍ່ບໍ່ເປັນໄປຕາມລັກໄວຍະກອນລາວ, ເຊັ່ນ: ພະຍັນຊະນະ "ສ", ຄວນວ່າງໃສ່ລະຫວ່າງ ຫ້ອງ ພະຍັນຊະນະ "ຈ" ແລະ "ຊ" , ແຕ່ໃນຕາຕະລາງນັ້ນ ກັບໄປວາງໄວ້ຫ້ອງຕິດກັບພະຍັນຊະນະ "ຫ". ເຊີ່ງຈະເຮັດການຈັດລຽງຕົວໜັງສື ໂດຍນຳໃຊ້ລະຫັດຕົວເລກຂອງຕາຕະລາງແມ່ນບໍ່ຖືກຕ້ອງ.
2) ອອກສຽງພິດ ລະຫວ່າງ ພະຍັນຊະນະ "ຝ" ແລະ "ຟ", ເຊີ່ງຢູ່ໃນຕາຕະລາງໄດ້ລະບຸຄື: "ຝ" ຕົວອັກສອນລາວ FO TAM ແລະ "ຟ" ຕົວອັກສອນລາວ FO SUNG. ແຕ່ຢູ່ໃນລັກໄວຍະກອນລາວແລ້ວ "ຝ" ແມ່ນຕົວອັກສອນລາວ FO SUNG ແລະ "ຟ" ແມ່ນຕົວອັກສອນລາວ FO TAM
3) ໃສ່ຊືຕົວອັກສອນ "ຣ" ແລະ "ລ" ຜິດ: ຢູ່ໃນຕາຕະລາງໄດ້ລະບຸຄື:"ຣ" ຕົວອັກສອນລາວ LO LING, ແຕ່ໃນລັກໄວຍະກອນລາວ ຈະເອີ້ນ RO ແລະ "ລ" ຕົວອັກສອນລາວ LO LOOT, ແຕ່ໃນໄວຍະກອນລາວ ຈະເອີ້ນ LO
4) ເອີ້ນພະຍັນຊະນະ "ຼ" ວ່າເປັນເຄື່ອງໝາຍພິເສດ:
5) ເອີ້ນສະຫຼະ "ໍ" ວ່າແມ່ນຕົວເຄື່ອງໝາຍບໍ່ອອກສຽງ
ແຕ່ເຖີງຈັ່ງໃດກໍ່ຕາມ ບັນຫາຂ້າງເທີງນີ້ ກໍ່ບໍ່ແມ່ນບັນຫາທາງດ້ານເຕັກນິກ ທີ່ຈະຈຳກັດ ການຂຽນພາສາລາວ ໃນຄອມພິວເຕີ ບໍ່ໃຫ້ສົມບູນໄດ້. ເພາະວ່າ ໃນຕົວຈຶງແລ້ວໂປູແກຼມຄອມພິວເຕີ ຈະເອີ້ນຕົວໜັງສືລາວ ຕາມຕຳແໜ່ງທີ່ຢູ່, ບໍ່ແມ່ນເອີ້ນຕາມຊື່ຂອງຕົວໜັງສື.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ