google-site-verification: google0d91bc93cfc88895.html ປະ​ເທດ​ລາວ​ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 20, 2014

ປະ​ເທດ​ລາວ​

      
 ປະເທດລາວ ຫລື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເອີ້ນຫຍໍ້ວ່າ: ສປປ ລາວ ໄດ້ຮັບ ການສ້າງຕັ້ງຂຶ້ນໃນປີ ຄສ 1975, ມີເນື້ອ ທີ່ທັງໝົດ 236.800 ກມ2 ຍາວຢຽດ ແຕ່ເໜືອເຖິງໃຕ້ 1.700 ກມ. ບ່ອນກວ້າງສຸດ ແຕ່ພາກຕາເວັນອອກ ຫາພາກຕາເວັນຕົກ ປະມານ 400 ກມ, ແຕ່ແຂວງອຸດົມໄຊ ຫາແຂວງ ຫົວພັນ. ບ່ອນແຄບສຸດ ປະມານ 100 ກມ ຢູ່ແຂວງ ຄຳມ່ວນ. ພູມມີປະເທດ ທາງພາກເໜືອ ປົກຄຸມດ້ວຍພູຜາ ແລະ ປ່າໄມ້.
ປະເທດລາວ ເປັນພູຜາ 2/3 ແລະ ມີລະດັບສູງຈາກນ້ຳທະເລແຕ່ 200 ຫາ 3.000 ແມັດ. ປະເທດລາວ ມີເນື້ອທີ່ປ່າໄມ້ ນາໆຊະນິດປົກຫຸ້ມປະມານ 47% ອັນມີໄມ້ທີ່ມີຄຸນປະໂຫຍດ ເຊັ່ນ: ໄມ້ດູ່, ໄມ້ແຄນ, ໄມ້ແຕ້ຂ່າ, ໄມ້ໂລ່ງ ເລ່ງ, ໄມ້ສັກ, ໄມ້ເປືອຍ, ໄມ້ຍາງ, ໄມ້ແປກ ແລະ ອື່ນໆ.

   
ສປປ ລາວ ມີພົນລະເມືອງປະມານ 6,514.432 ຄົນ (ຕາມສະຖິຕິປີ 2012), ຄວາມໜາແໜ້ນສະເລ່ຍ: 24 ຄົນ/ກມ2, ຈັດຢູ່ໃນປະເທດທີ່ ມີຄວາມໜາແໜ້ນ ຂອງພົນລະເມືອງຕ່ຳ ໃນອາຊີຕາເວັນອອກສ່ຽງໃຕ້. ປະຊາຊົນມີສາມຊົນຊາດໃຫຍ່ຄື: ຊົນຊາດລາວ-ໄຕ ຫລືລາວລຸ່ມ, ຊົນຊາດ ມອນ-ຂະແມ ຫລື ລາວເທິງ ແລະ ຊົນຊາດ ມົ້ງ-ຢ້າວ ຫລື ລາວສູງ. ໃນນີ້ມີຊົນເຜົ່ານ້ອຍຕ່າງໆ ປະມານ 49 ເຜົ່າ, ຊຶ່ງແຕ່ລະເຜົ່າມີພາສາປາກເວົ້າ ແຕກຕ່າງກັນ.
ເມືອງຫລວງ ຂອງ ສປປ ລາວ ແມ່ນ ນະຄອນຫລວງວຽງຈັນ.
ປະເທດລາວ ຕັ້ງຢູ່ໃນເຂດອາຊີຕາເວັນອອກສ່ຽງໃຕ້, ບໍ່ມີຊາຍແດນຕິດກັບທະເລ ແລະ ມີຊາຍແດນຕິດກັບປະເທດຕ່າງໆ ດັ່ງນີ້:

       - ພາກເໜືອ ຕິດກັບ ສາທາລະນະລັດ ປະຊາຊົນຈີນ, ມີຊາຍແດນຮ່ວມກັນ 505 ກມ.
       - ພາກໃຕ້ ຕິດກັບ ລາຊະອານາຈັກ ກຳປູເຈຍ, ມີຊາຍແດນຮ່ວມກັນ 535 ກມ.     
       - ພາກຕາເວັນອອກ ຕິດກັບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ມີຊາຍແດນ ຮ່ວມ ກັນ 2069 ກມ. 
       - ພາກຕາເວັນຕົກສ່ຽງເໜືອ ຕິດກັບ ສະຫະພາບມຽນມາ, ມີຊາຍແດນຮ່ວມກັນ 236 ກມ.
       - ພາກຕາເວັນຕົກ ຕິດກັບ ລາຊະອານາຈັກໄທ, ມີຊາຍແດນຮ່ວມກັນ 1.835 ກມ.

ປະເທດລາວ ຈັດຢູ່ໃນປະເທດທີ່ມີພູມອາກາດອົບອຸ່ນ, ມີສອງລະດູຄື: ລະດູແລ້ງ ແລະ ລະດູຝົນ. ອຸ່ນຫະພູມສະເລ່ຍແມ່ນ 25 ອົງສາເຊ.

 ແມ່ນ້ຳຂອງ ເປັນແມ່ນ້ຳໃຫຍ່ອັນດັບໜຶ່ງ ໃນແຫລມອິນດູຈີນ ແລະ ທີ່ສາມໃນອາຊີ, ຍາວ 4.160 ກມ, ຖືກກຳເນີດຈາກຈອມພູ ຕັນລາ ທາງພາກຕາເວັນຕົກສ່ຽງໃຕ້ ຂອງ ສປ ຈີນ. ນ້ຳຂອງ ໄຫລຜ່ານເຂດ ເສສວນ ພູພຽງຢຸນນານ ແລະ ເມືອງຊຽງຮຸ່ງ ຂອງ ສປ ຈີນ ແລ້ວຈິ່ງໄຫລເຂົ້າສູ່ແຂວງຫລວງນ້ຳທາ ຊຶ່ງເປັນຈຸດເຊື່ອມຕໍ່ເຂດ ລາວ-ຈີນ. ຈຸດຕໍ່ເຂດແດນສາມປະເທດບ່ອນນີ້ ເອີ້ນວ່າ, ສາມລ່ຽມຄຳ. ຈາກນີ້ ນ້ຳຂອງໄຫລເລິກ ເຂົ້າສູ່ດິນລາວ ຜ່ານຫລວງພະບາງ ແລ້ວຈິ່ງໄຫລ ເວີ້ງອອກມາເປັນຊາຍແດນລາວ-ໄທ ຕັ້ງແຕ່ເມືອງ ຊະນະຄາມ ລົງໄປຮອດແຂວງຈຳປາສັກ ແລ້ວຕົກ ສູ່ດິນແດນ ກຳປູເຈຍ, ພາກໃຕ້ຫວຽດນາມ ແລ້ວຈິ່ງໄຫລ ເຂົ້າສູ່ທະເລ. ແມ່ນ້ຳຂອງ ທີ່ໄຫລຜ່ານປະເທດລາວມີຄວາມຍາວທັງໝົດ 1.865 ກມ. ບາງບ່ອນເປັນຊາຍແດນຂອງປະເທດ ແລະ ບາງບ່ອນໄຫລຜ່ານກາງ ເຮັດໃຫ້ເຂດແດນ ຂອງປະເທດລາວ ມີທັງຢູ່ກ້ຳຊ້າຍ ແລະ ກ້ຳຂວາ. ກ່ອນຈະຕົກເຂົ້າສູ່ດິນ ແດນກຳປູເຈຍ, ນ້ຳຂອງໄດ້ແຕກພຶງ ແລະ ຕົກເປັນແກ້ງໃຫຍ່ເອີ້ນວ່າ: ລີ່ຜີ. ລີ່ຜີເປັນນ້ຳຕົກຕາດ ທີ່ມີແກ້ງຫີນງົດງາມ ທັງເລິກລັບ ໜ້າເກງຂາມແຫ່ງໜຶ່ງໃນ ອາຊີຕາເວັນອອກ ສ່ຽງໃຕ້ ແລະ ເປັນຮົ້ວປ້ອງກັນໂດຍທຳມະຊາດ. ແຕ່ກ່ອນປາໃນນ້ຳຂອງ ມີຄວາມອຸດົມ ສົມບູນຫລາຍ, ມີປາຊະນິດ ຕ່າງໆ ເຖິງ 1.000 ກວ່າຊະນິດ. ປາປຶກເປັນປາໜັງໃຫຍ່ທີ່ສຸດໃນແມ່ນ້ຳຂອງ, ແຕ່ຫລັງໆ ມານີ້ປາປຶກຕົກຢູ່ ໃນອັນຕະລາຍໃກ້ສູນພັນ, ແຕ່ປະຈຸບັນໄດ້ ມີອົງການອະນຸລັກແນວປາປຶກໄວ້ ແລະ ໂຄງການນີ້ໄດ້ຮັບຄວາມ ສົນໃຈຈາກປະຊາຊົນ ສອງຝັ່ງລາວ-ໄທ ເພື່ອອະນຸລັກຮັກສາປາປຶກ ໄວ້ໃຫ້ຄົງຢູ່ຕະຫລອດໄປ. ນອກນີ້ຍັງມີປາ ທີ່ຫາຍາກໃນໂລກ ແຕ່ມີໃນແມ່ນ້ຳຂອງ ເຊັ່ນ: ປາຂ່າ ຫລື ປາສະມ່ອຍ, ຊຶ່ງເປັນສັດທີ່ລ້ຽງລູກ ດ້ວຍນົມຕະກຸນ ດຽວກັບ ປາດອນຟິນ ແຫ່ງອີຣະວະດີ ຢູ່ໃຕ້ແກ້ງລີ່ຜີ ລົງໄປບ່ອນນ້ຳຂອງ ແຜ່ກວ້າງເປັນວັງໃຫຍ່. ໃນສະໄໝຝຣັ່ງປົກຄອງລາວ ກໍ່ເຄີຍພະຍາ ຍາມລະເບີດ ແກ້ງຫີນ ໃນບໍລິເວນນີ້ ເພື່ອໃຫ້ ການເດີນເຮືອ ສະດວກ, ແຕ່ບໍ່ສຳເລັດ ຈິ່ງເຮັດຂົວພ້ອມທາງລົດໄຟເຊື່ອມຕໍ່ດອນ ເພື່ອເຄື່ອນຍ້າຍກຳປັ່ນໄປຕາມທາງລົດໄຟ ອຳນວຍໃຫ້ກຳປັ່ນ ທີ່ຂຶ້ນມາ ແຕ່ ທະເລນັ້ນ ສາມາດແລ່ນເຖິງວຽງຈັນ ແລະ ຫລວງພະບາງໄດ້.

    ນ້ຳຂອງ ແລະ ສາຂາ ຂອງ ມັນ ທີ່ເປັນແມ່ນ້ຳລຳເຊ ອີກສິບກວ່າສາຍ ແມ່ນແຫ່ລງຊັບພະຍາກອນທຳມະຊາດ ທີ່ຫລໍ່ລ້ຽງປະຊາຊົນລາວ ແຕ່ເໜືອຮອດໃຕ້ ແລະ ເປັນເສັ້ນທາງ ຄົມມະນາຄົມ ອຳນວຍຄວາມສະດວກ ໃຫ້ປະຊາຊົນເຂດຫ່າງໄກສາມາດໄປມາຫາສູ່ກັນໄດ້ຕະຫລອດປີ. ຕາມແມ່ນ້ຳຂອງ ມີເກາະດອນນ້ອຍໃຫຍ່ຢັ່ງຢາຍ ແຕ່ເໜືອເຖິງໃຕ້, ບ່ອນຫລາຍທີ່ສຸດແມ່ນບໍລິເວນ ໃຕ້ເມືອງໂຂງ ລົງໄປ. ເກາະດອນສ່ວນຫລາຍ ຢູ່ໃນແມ່ນ້ຳຂອງ ແມ່ນກຳມະສິດ ຂອງສປປ ລາວ ຕາມສັນຍາສະຫຍາມ-ຝຣັ່ງ ສະບັບວັນທີ 13 ກຸມພາ ຄ.ສ. 1903, ໂດຍຖືເອົາຮ່ອງນ້ຳເລິກ ໃນແມ່ນ້ຳຂອງ ເປັນ ເສັ້ນຊາຍແດນ. ດອນໂຂງ ເປັນ ດອນໃຫຍ່ກວ່າໝູ່ໃນແມ່ນ້ຳຂອງ ຄື: ກວ້າງ 6 ກມ, ຍາວ 12 ກມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ