google-site-verification: google0d91bc93cfc88895.html ຫມາກຕອບແຕບ, ໂທງເທງຝຣັງ ຫລື ແຄັບສະກູເບີລີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, April 24, 2015

ຫມາກຕອບແຕບ, ໂທງເທງຝຣັງ ຫລື ແຄັບສະກູເບີລີ





ໝາກຕຸມຕາບ ຫຼື Cape gooseberry ຈັດເປັນພືດຊະ ນິດຕະກູນກັນກັບໝາກເຜັດ ມີຖິ່ນກຳເນີດໃນອາເມລິກາໃຕ້ ເປັນໝາກໄມ້ຊະນິດໜຶ່ງທີ່ມີຄຸນ ຄ່າວິຕາມິນຊີ ແລະເອສູງ ຊຶ່ງ ສາມາດປ້ອງກັນໄຂ້ຫວັດ, ພູມ ແພ້, ອາການຕາບອດ, ຊ່ວຍ ບຳລຸງສາຍຕາ...
    ໝາກຕຸມຕາບຈະມັກພົບ ເຫັນຢູ່ຂ້າງທາງທົ່ວໄປໂດຍສະ ເພາະແມ່ນຢູ່ເຂດຊົນນະບົດ ໝາກໄມ້ຊະນິດນີ້ບໍ່ຄ່ອຍມີຜູ້ຮູ້ ຄຸນຄ່າຂອງມັນພໍປານໃດຈ່ິງບໍ່ ຄ່ອຍມີໃຜນຳມາປູກໄວ້ອັນທີ່ ຈິງພືດຊະນິດດັ່ງກ່າວແມ່ນມີ ຄຸນຄ່າທາງດ້ານໂພສະນາການ ສູງຕໍ່ຮ່າງກາຍ ແລະບໍ່ຕ່າງໄປ ຈາກໝາກໄມ້ຊະນິດອື່ນໆເລີຍ ຊຶ່ງໃຜໆກໍສາມາດປູກໄວ້ໃນ ສວນຄົວບ້ານຕົນເອງໄດ້ພຽງ ແຕ່ນຳເອົາເມັດພັນທີ່ສຸກເຫຼືອງ ຈາກຕົ້ນມາວ່ານລົງໃນໜານ ກ້າ ເມື່ອສັງເກດເຫັນວ່າມັນ ໃຫຍ່ພໍນຳເອົາໄປປູກໄດ້ກໍສາ ມາດເອົາໄປປູກໃສ່ຂຸມທີ່ກຽມ ໄວ້ຕາມໄລຍະຫ່າງທີ່ຕ້ອງການ ຕາມຄວາມເໝາະສົມຂອງໃຜ ລາວພືດຊະນິດດ່ັງກ່າວບໍ່ຕ້ອງ ການຄວາມເອົາໃຈໃສ່ພໍປານ ໃດ ພຽງແຕ່ທ່ານໃຫ້ນ້ຳມື້ລະ 2 ເທື່ອເທ່ົານັ້ນຄື: ເຊົ້າ ແລະ ແລ້ງໃຫ້ສັງເກດເບິ່ງວ່າເມື່ອ ມັນອອກດອກໃຫ້ຮີບໝັ່ນໃຫ້ ນ້ຳເປັນປະຈຳຫຼັງຈາກນັ້ນສັງ ເກດເບິ່ງວ່າເປືອກຫຸ້ມດ້ານ ນອກ ແລະໝາກມັນມີສີເຫຼືອງ ເຂັ້ມກໍສາມາດເກັບກິນໄດ້.
    ບ້ານເຮົາອາກາດມີການ ປ່ຽນແປງຢູ່ເລື້ອຍເຮັດໃຫ້ບາງ ຄົນມີອາການພູມແພ້, ເປັນ ຫວັດ...ສະນັ້ນ ໃຫ້ທຸກທ່ານປູກ ໝາກໄມ້ຊະນິດດັ່ງກ່າວໄວ້ປະ ຈຳບ້ານເພື່ອຈະເປັນການບັນ ເທົາອາການຕ່າງໆໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ