google-site-verification: google0d91bc93cfc88895.html ການປູກເຫັດປວດ Termite Mushroom - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, April 24, 2015

ການປູກເຫັດປວດ Termite Mushroom


ວິທີ່ການປູກເຫັດປວກ
 ວັນທີ 24 ມີນາ 2015 - ເວລາ 15:461:03  
 

    ເຫັດປວກ (Termite Mushroom) ເປັນເຫັດອີກຊະ ນິດໜຶ່ງທີ່ມີຄວາມຕ້ອງການສູງ ໃນການບໍລິໂພກຂອງປະຊາ ຊົນທົ່ວທຸກພູມີພາກ ເນື່ອງຈາກ ເຫັດຊະນິດນີ້ມີລົດຊາດແຊບ, ອີກທັງເປັນເຫັດທີ່ມີຄວາມຫອມ ຂອງກິ່ນເຫັດ ແລະທີ່ຜ່ານມາ ເຫັດຊະນິດດັ່ງກ່າວຍັງບໍ່ມີລາຍ ງານວ່າສາມາດເພາະໄດ້, ປະ ຈຸບັນ ເຫັດປວກກໍຍັງບໍ່ສາມາດ ນຳມາເພາະໃນວັດສະດຸເພາະທີ່ ບັນລຸຢູ່ໃນຖົງພາສຕິກ, ເພາະ ເຫັດປວກນີ້ກ່ອນຈະພັດທະນາເປັນດອກເຫັດໄດ້ກໍຕໍ່ເມື່ອເສັ້ນໃຍເຫັດໄດ້ຜ່ານຂະບວນການຍ່ອຍຂອງໂຕປວກກ່ອນ ແລະ ເມື່ອເຮົາຂຸດເບິ່ງຮາກຂອງເຫັດ ປວກກໍຈະເຫັນວ່າຮາກຂອງ ດອກເຫັດທຸກດອກເກີດມາ ຈາກຮັງປວກ ຫຼື ເອີ້ນອີກຊື່ວ່າ ຈອມປວກ.
    ສະພາບແວດລ້ອມທີ່ຈະເຮັດໃຫ້ເກີດເຫັດໄດ້ນັ້ນຈະຕ້ອງມີ ລະບົບນິເວດທີ່ດີ ແລະສົມບູນ ຕາມທຳມະຊາດຫຼາຍມີຄວາມ              ຫຼາກຫຼາຍຂອງແນວພັນໄມ້ ແລະສັດນາໆຊະນິດລວມທັງ ເຫັດ ແລະລາທີ່ສາມາດພົບເຫັນ ໄດ້ຕາມແມ່ນ້ຳລຳທານ, ຂອນ ໄມ້, ປ່າໄຜ່ ຫຼື ບໍລິເວນທີ່ມີໃບໄມ້ລົ່ນທັບຖົມກັນເປັນເວລາ ດົນຈົນມີສະພາວະເໝາະສົມ ຈົນເກີດເປັນເຫັດຂຶ້ນຫຼາຍ.
    ເຫັດປວກ ເປັນເຫັດທີ່ມີ ຄວາມສຳພັນກັບສັດຈຳພວກປວກ, ເຫັດພວກນີ້ຈະອາໄສອາຫານ ແລະອຸນຫະພູມ, ຄວາມພໍດີຂອງປະລິມານກາສໃນໂພ່ງຮັງປວກເອີ້ນວ່າສວດເຫັດລາ ໃນສະພາວະທີ່ພໍເໝາະເຮັດໃຫ້ ເຊື້ອລາງອກ ແລະຈະເລີນຂຶ້ນ ສ້າງສາຍໃຍສ້າງເປັນແທ່ງ ຂອງດອກເຫັດ ແລະຄ່ອຍໆ ປ່ຽນເປັນເຫັດໂຜ່ພົ້ນດິນຂຶ້ນມາ.

 
    ວິທີການເຮັດເຫັດປວກ ນອກລະດູຄື: ຂັ້ນຕອນທຳອິດ ແມ່ນຕ້ອງຫາແຫຼ່ງເຫັດປວກທີ່ ເຄີຍຂຶ້ນມາກ່ອນ ຫຼື ເປັນແຫຼ່ງທີ່ ມີປວກຢູ່ຫຼາຍ, ຖ້າຫາກພົບ ເຫັນບ່ອນທີ່ປວກຢູ່ຫຼາຍແລ້ວ ໃຫ້ເຮັດຫຼັກປັກໝາຍໄວ້ສຳລັບເອົາຖົງພາສຕິກສີດຳ ໂດຍໃຫ້ມີ ໄລຍະຫ່າງລະຫວ່າງພື້ນດິນ ແລະຖົງພາສຕິກປະມານ 30 ຊັງຕີແມັດ ເພື່ອສ້າງອາກາດ ໃຫ້ມີຄວາມຊຸ່ມຕໍ່ລະບົບໃຫ້ນ້ຳ ແບບສະປີງເກີສ່ວນຂັ້ນຕອນຕໍ່ໄປໃຫ້ນຳເອົາເຊື້ອເຫັດນາງຟ້າ ທີ່ອອກດອກແລ້ວຈຳນວນ 20 ຖົງມາໂຮຍໃສ່ບໍລິເວນທີ່ຕ້ອງ ການໃຫ້ເຫັດປວກຂຶ້ນ, ຈາກນັ້ນຫົດນ້ຳດ້ວຍລະບົບສະປີງ ເກີດົນປະມານ 30 ນາທີແລ້ວກໍ ປົກດ້ວຍພາສຕິກສີດຳ ແຕ່ໃຫ້ ເອົາໄມ້ທັບຕີນພາສຕິກໄວ້ໃຫ້ ແຈບເພື່ອສ້າງຄວາມຊຸ່ມໃຫ້ມີສະພາບແວດລ້ອມຮ້ອນສະຫຼັບກັບຊຸ່ມ ຄືກັບສະພາບແວດລ້ອມ ຈິງຂອງເຫັດປວກ.
     ຫຼັງຈາກ 2 ມື້ຜ່ານໄປແລ້ວໃຫ້ຫົດນ້ຳຕອນແລງ 30 ນາທີ  ແລະ ໃຊ້ພາສຕິກປົກໜ້າດິນແບບ ເກົ່າ 5 ມື້ ໂດຍຫຼັງຈາກການຫົດ ນ້ຳ 1-2 ຊົ່ວໂມງ ໃຫ້ສັງເກດ ເລີ່ມມີປວກດິນຫາອາຫານເທິງໜ້າດິນ, ຫົດນ້ຳຕອນເຊົ້າ 30 ນາທີ ແລະປົກໄວ້ຄືເກົ່າ 2 ມື້ ແລະໃຫ້ຫົດນ້ຳຕອນແລງໃຊ້ ພາສຕິກປົກໜ້າດິນແບບ ເກົ່າ 5 ມື້ຈາກນັ້ນ ກໍເອົາພາສຕິກອອກ ບໍ່ຕ້ອງຫົດນ້ຳ 2 ມື້ ຕໍ່ມາໃຫ້ຫົດ ນ້ຳ 1 ມື້ໃນຕອນແລງລວມເປັນເວລາທັງໝົດ 15 ມື້, 5 ຮອບ ເຮັດແບບນີ້ໄປຈົນກວ່າເຫັດຈະ ອອກດອກ  ຫຼື ຈະໃຊ້ວິທີນຳເອົາຮັງປວກ 1 ກຳມື ປະສົມກັບເຂົ້າ1 ກິໂລກຣາມ ແຊ່ນ້ຳ 20 ລິດ,  ຈາກນັ້ນ ໝັກໄວ້ໃນຖັງວາງໄວ້ ໃນບ່ອນຮົ່ມປະໄວ້ 7-10 ວັນແລ້ວໃຫ້ເອົານ້ຳທີ່ໝັກໄວ້ໄປ ລາດລົງໃສ່ຈອມປວກ ແລະໃຫ້ຫາເຟືອງ ຫຼື ໃບໄມ້ແຫ້ງມາຄຸມ ຈາກນັ້ນ ກໍຫົດນ້ຳພໍຊຸ່ມປະມານ10-15 ວັນ ກໍຈະມີເຫັດໂຜ່ຂຶ້ນ ມາໃຫ ້ກິນແລ້ວ ໂດຍບໍ່ຈຳເປັນຕ້ອງລໍຖ້າຮອດຍາມເປັນປີ.

   

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ