ກຸຫລາບກະເປົາເປີດ ຫລື (Aerides falcata Lindl.)
ຈະພົບເຫັນຢູ່ເກືອບທຸກພາກຂອງລາວ ຍົກເວັ້ນ ຊຽງຂວາງ, ປາກຊອ່ງ ແລະ ເຂດແຫ້ງແລ້ງ ແຖບຊາຍແດນອັດຕະປື ແລະ ຍັງພົບທີ່ ໄທ ມ້ຽນມ່າ, ກຳປູເຈຍ ແລະ ຫວຽດນາມ ເປັນກ້ວຍໄມ້ທີ່ມີປາຍປາກອາກວ້າງອອກ ຍຶ່ນໄປທາງດ້ານຫນ້າມີເດືອຍດອກຂ້ອນຂ້າງຊື່ລີ້ຢູ່ກ້ອງປາຍປາກ ໃບຍາວ 20-30 ຊັງຕີແມັດ ກ້ວາງ 2-4 ຊັງຕີແມັດ ແລະ ຈະອອກດອກໃນຊ່ວງເດືອນເມສາເຖິງ ພຶດສະພາ ຊໍ່ດອກຫ້ອຍ ຂະຫນາດຂອງດອກປະມານ 2.5 ຊັງຕີແມັດ ດອກມີກິ່ນຫອມ

No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ