ປຸຍສູດສະເໝີ ເຊັ່ນ: 21-21-21 ໃສ່ກັບກ້ວຍໄມ້ທີ່ຈະເລີນເຕີບໂຕປົກະຕິ
ປຸຍທີ່ມີທາດ N ສູງ ເຊັ່ນ 30-10-10 ເຫມາະແກ່ກ້ວຍໄມ້ທີ່ນ້ອຍ ແລະກຳລັງຈະເລີນເຕີບໂຕ ປຸຍທີ່ມີທາດ P ສູງ ເຊັ່ນ 10-30-10 ໃສ່ກັບກ້ວຍໄ້ມທີ່ໃຫຍ່ເຕັມທີ່ ແລະຕ້ອງການທີ່ຈະເລັ່ງການເກີດດອກ ແລະ ຮາກ ປຸຍທີ່ມີທາດ K ສູງ ເຊັ່ນ 10-10-30 ເຫມາະແກ່ກ້ວຍໄມ້ທີ່ກຳລັງຈະເລີນເຕີບໂຕ
ຕາມປົກະຕິແລ້ວເຮົາຈໃຫ້ປຸຍໃນເວລາເຊົ້າ ດີກວ່າຕອນບ່າຍ ເນື່ອງຈາກວ່າໃສ່ແລ້ວພືດຈະນຳໄປໃຊ້ໄດ້ເລີຍ ແລະ ອີກຢ່າງຫນຶ່ງການໃຫ້ປຸຍ ເຮົາຈະໃຫ້ ທຸກໆ 7 ວັນໂດຍການລະລ່າຍປຸຍໃນນ້ຳສີດພົ່ນ ແຕ່ກ່ອນຈະສີດພົ່ນຄວນຫົດ ນ້ຳໃຫ້ຊຸ່ມເສຍ ກ່ອນປຸຍຈຶ່ງຈະຊຶມເຂົ້າໄດ້ງ່າຍກວ່າ ແລະ ບໍ່ວ່າຈະເປັນລະດູໃດກໍ່ຄວນໃຫ້ປຸຍທັງຝົນ ແລະ ແລ້ງ ແຕ່ການໃຫ້ຝຸນລະດູຝົນ ຄວນມີຂໍປະຕິບັດດັ່ງນີ້: ໃຫ້ສັງເກດເບິ່ງ ໃນອາທິຫນຶ່ງມີມື້ໃດທີ່ອາກາດປອດໂປ່ງດີກໍ່ຄວນໃຫ້ວັນນັ້ນ ແຕ່ສິ່ງສຳຄັນບໍ່ຄວນໃຫ້ປູຍເມື່ອສັງເກດເຫັນວ່າຈະມີຝົນຕົກເພາະ ພືດຈະບໍ່ທັນໄດ້ໃຊ້ຜົນປະໂຫຍດຈາກປຸຍກໍ່ຖຶກນ້ຳຊະລ້າງຖີ້ມ ເສບດາຍປຸຍ ເພາະປຸຍມີລາຄາແພງ
ຫມາຍເຫດ:
ໃນເວລາໃຫ້ປຸຍຄວນຫົດນ້ຳກ່ອນຈຶ່ງສິດປຸຍ ບໍ່ຄວນຫົດປຸຍຈຶ່ງສີດນ້ຳເພາະຈະເສຍປຸຍລ້າ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ