ເຫດຜົນທີ່ຕ້ອງການຕົ້ນຫມາກຫຸ່ງກໍ່ຍ້ອນຢາກໄດ້ຕົ້ນທີ່ເຕ້ຍ ແລະ ມີຫມາກດົກ ລົດຊາດຫວານເຊິງມີຂັ້ນຕອນດັ່ງນີ້:
ວັດດຸໃນການຕອນກິ່ງຫມາກຫຸ່ງ
1.
ມີດຂະໜາດນ້ອຍ
2.
ເຊືອກຫລືຢາງ
3.
ຖົງພລາດຕິກຂະໜາດ 3×5 ນິ້ວ
4.
ຂລຸຍມະພຣ້າວ
5.
ດິນລ້ວນ
6.
ລິ່ມໄມ້
ຄວນເປັນໄມ້ຊີ້ນແຂງທີ່ຜຸຍາກ ຫລືວັດດຸອື່ນ ທີ່ໃຊ້ກັ້ນບໍ່ໃຫ້ຕົ້ນຫມາກຫຸ່ງ
ເຊື່ອມກັນໄດ້
ວິທີເຮັດກໍງ່າຍໆ ສຳລັບໃຫ້ໄດ້ຜົນ
ວິທີການເຮັດ:
1.
ຄັດເລືອກຕົ້ນຫມາກຫຸ່ງແມ່ພັນທີ່ເປັນພັນດີ ຫມາກງາມແລະລູກດົກ ຫລືຕົ້ນພັນຕາມຕ້ອງການ
2.
ເສືອນກິ່ງພັນ
ຈາກລຸມໄປເທິງເປັນປາກສະລາມ
ຈາກນັ້ນໃຊ້ລິ່ມໄມ້ນ້ອຍໆ ຂັດໄວ້ເພື່ອບໍ່ໃຫ້ແຜສະມານກັນໄດ້ ເພື່ອບັງຄັບຮາກໃຫ້ງອກອອກຈາກຈຸດນີ້
3.
ນຳດິນຣ່ວນແລະຂຸຍຫມາກພ້າວມາປະສົມກັນໃນອັດຕາສ່ວນ 3:1 ບັນຈຸຖົງພລາດຕິກ
4.
ຜ່າຖົງພລາດຕິກສູນກາງ ຫົດນ້ຳໃຫ້ຊຸ່ມແລ້ວບີບໃຫ້ພໍໝາດໆ (ຖ້າແຫ້ງໄປຫລືປຽກໄປ ຮາກຈະອອກຍາກອາດໃຊ້ເວລາດົນ)
ແລ້ວນຳໄປວາງທັບຮອຍແຜລທີ່ເສືອນໄວ້ ມັດຖົງດ້ວຍເຊືອກໃຫ້ແໜ້ນ
5.
ເສືອນທໍ່ນ້ຳລ້ຽງດ້ານລຸມ
ຫ່າງຈາກກິ່ງຕອນປຣະມານ 3-5 ນິ້ວ ຈະເຮັດໃຫ້ຮາກງອກໄວຂຶ້ນ ພາຍໃນ 30-45 ມື້ ຮາກຈະງອກອອກມາເຕັມທີ່ ສາມາດຕັດໄປປຸກໄດ້
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ