ການຜະລິດຖົ່ວງອກມີດັ່ງນີ້:
ນຳແກ່ນຖົ່ວລົງໃສ່ພາສະນະ ແລະ ຄວນເຄ່ຍໃຫ້ຢູ່ໃນສະພາບຮາບພຽງກັນ ປົກດ້ວຍຜ້າຂາວ ແລະ ຫົດນ້ຳໃສ່ທາງດ້ານຫນ້າໃຫ້ທົ່ວຫລືອາດຈະໃຫ້ແບບໃຊ້ບົວຫົດກໍ່ໄດ້ ການໃຫ້ນ້ຳຄວນໃຫ້ທຸກໆ 3-4 ຊົ່ວໂມງ
ຕົ້ມນ້ຳໃຫ້ຟົດ
ນຳນ້ຳທີ່ຟົດນັ້ນມາເທລົງໃນພາສະນະທີ່ຕຽມໄວ້
ຫລັງຈາກນັ້ນໃຫ້ເທນຳທຳມະດາໃສ່ນ້ຳຮ້ອນໃຫ້ອຸນນະພູມລົດລົງເຫລືອ 50-60 ອົງສາກໍ່ພໍ
ນຳແກ່ນຖົ່ວທີ່ຕຽມໄວ້ນັ້ນລົງມາໃສ່ນ້ຳທີ່ໄດ້ຜ່ານການລົດຄວາມຮ້ອນລົງແລ້ວ ຫລື ໃສ່ນ້ຳຮ້ອນ1 ສ່ວນ/ນ້ຳເຢັນ 1 ສ່ວນ ແລະ ໃຫ້ແຊ່ໄວ້ 6-8 ຊົ່ວໂມງ
ເຈາະກົ້ນພາສະນະອີກອັນເພື່ອທີ່ຈະຕຽມເອົາລົງມາເພາະ
ນຳແກ່ນຖົ່ວທີ່ແຊ່ໄວ້ຄົບ 6-8 ຊົ່ວໂມງມາໃສ່ພາສະນະທີ່ຕຽມໄວ້ ໂດຍທົ່ວໄປເວລາແຊ່ຈະມີແກ່ນຈຳນວນຫນຶ່ງຟູຂື້ນມາ ໃຫ້ຕັກຖີ້ມໄດ້
ໂດຍທົ່ວໄປແລ້ວຖົ່ວຈະໃຫຍ່ກວ່າປົກະຕິ 5-6 ເທົາ ດັ່ງນັ້ນຄວນເລືອກພາສະນະທີ່ພຽງພໍກັບຖົ່ວ
ການໃຫ້ນ້ຳຄວນໃຫ້ທຸກໆ 3-4 ຊົ່ວໂມງ ຫົດໃຫ້ທົ່ວ ແລະ ຄວນຫົດ 2ຄັ້ງຈຶ່ງຈະເປັນຜົນດີ
ເກັບພາສະນະໄວ້ບ່ອນຮົ່ມ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ