ຫມາຍເຖິງການກະເສດທີ່ມີການປູກຝັງ ແລະ ການລ້ຽງສັດຕ່າງໆ ຫລາຍຊະນິດຢູ່ໃນພື້ນທີ່ດຽວກັນໂດຍມີການເກື້ອກຸນເຊິ່ງກັນ ແລະ ກັນ ມີປະໂຫຍດ ແລະ ມີປະສິດທິພາບຕໍ່ກັນສູງສຸດ ໂດຍອາໃສຫລັກການຢູ່ຮ່ວມກັນລະຫວ່າງພືດ. ສັດ ແລະ ສິ່ງແວດລ້ອມ ເປັນການໃຊ້ຊັບພະຍາກອນທີ່ມີຢູ່ເຊັນ ດິນ, ນ້ຳ ແສງແດດທີ່ເຫມາະສົມທີ່ສຸດ, ມີຄວາມສົມດຸນຕໍ່ສິ່ງແວດລ້ອມ ແລະ ເກີດການເພີ່ມພູມຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດມີການເກື້ອກູນລະຫວ່າງພືດກັບພືດ, ພືດກັບສັດ ແລະ ຜົນພອຍໄດ້ຈາກການປູກພືດຈະເປັນປະໂຫຍດຕໍ່ການລ້ຽງສັດ ແລະ ຜົນທີ່ໄດ້ຈາກການລ້ຽງສັດກໍ່ເປັນປະໂຫຍດຕໍ່ພືດເຊັ່ນດຽວ
ການກະສິກຳແບບນີ້ ແມ່ນກະສິກຳທີ່ມີຫລາຍຂະແຫນງການ ຊຶ່ງຈະໃຫ້ຫລາຍຊະນິດຜະລິດຕະພັນລວມເຖິງຜະລິດຕະພັນປູກຝັງ, ລ້ຽງສັດ, ປ່າໄມ້, ຊົນລະປະທານ. ຈຸດດີຂອງການຜະລິດຮູບແບບນີ້ແມ່ນ: ສາມາດນຳໃຊ້ຊັບພະຍາກອນຊັບພະຍາກອນ ແລະ ແຮງງານທີ່ມີຢູ່ໄດ້ຢ່າງເຫມາະສົມ.
ມີການປະສົມປະສານລະຫວ່າງສອງລະບົບປູກຝັງ ແລະ ລ້ຽງສັດ ຈະສາມາດເກື້ອກຸນເຊິ່ງກັນ ແລະ ກັນໄດ້ເປັນຢ່າງດີ. ໃນສະພາບຂອງລະບົບ, ຂະແຫນງປູກຝັງ ເປັນແຫລ່ງອາຫານໃຫ້ແກ່ສັດລ້ຽງ ກົງກັນຂ້າມຂະແຫນງລ້ຽງສັດຈະໃຫ້ຝຸ່ນແກ່ການປູກພືດ, ໃຫ້ແຮງລາກແກ່ ນຳໃຊ້ ແລະ ຜະລິດເປັນຜະລິດຕະພັນທີ່ມີລາຄາຕ່ຳ ຂອງຂະແຫນງການປູກຝັງໃຫ້ກັບກາຍເປັນຜົນຜະລິດຕະພັນ ທີ່ມີລາຄາສູງຄື: ຊີ້ນ, ປາ, ໄຂ່, ຫນັງ, ຂົນ ລວມເຖິງ ນ້ຳມັນຈາຫສັດ ແລະ ອື່ນໆ ຍ້ອນແນວນັ້ນຖ້າຫາກມີແຕ່ຜະລິດຕາມລະບົບຈະສີ້ນເປືອງຫລາຍ ການປະສົມປະສານລະບົບການປູກຝັງ ແລະ ລ້ຽງສັດແມ່ນບາດກ້າວຄວາມກ້າວຫນ້າທາງດ້ານວິທີການຜະລິດ ເພື່ອໃຫ້ເກີດຜົນການຜະລິດທີ່ໄດ້ລາຄາສູງ, ປ້ອງກັນສະພາບສິ່ງແວດລ້ອມເຊື່ອມເສຍ, ສ້າງຄວາມອາດສາມາດໃຫ້ແກ່ທ້ອງຖິ່ນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ