google-site-verification: google0d91bc93cfc88895.html ສະພາບການພັດທະນາຂະແຫນງໄຟຟ້າໃນ ສ.ປ.ປ ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, January 12, 2015

ສະພາບການພັດທະນາຂະແຫນງໄຟຟ້າໃນ ສ.ປ.ປ ລາວ

-    ແຜນການ ແລະ ນະໂຍບາຍຂອງລັດຖະບານ ໃນຂະແໜງການ ໄຟຟ້າແມ່ນໄດ້ສຸມໃສ່ ໃນການພັດທະນາຫລາຍດ້ານ ໃນເວລາດຽວກັນເປັນຕົûນແມ່ນ:
- ຂະຫຍາຍການຜະລິດກະແສໄຟຟ້າ, ລະບົບສາຍສົ່ງ, ປັບປຸງລະບົບຕະຄ່າຍເພື່ຶອເພີúມ ອັດຕາສະຫນອງໄຟຟ້າ ໃນຄົວເຮືອນ ໃນທົ່ວປະເທດ ໃຫ້ໄດ້ຫລາຍກ່ວາ 80 % ພາຍໃນປີ 2015 ແລະ ເປົ້າຫມາຍສະຫນອງໄຟຟ້າໃຫ້ໄດ້ 90%ຂອງຈຳນວນຄົວເຮືອນໃນທົ່ວປະເທດພາຍໃນປີ 2020 .
-    ພີ່ມລາຍຮັບຂອງລັດຖະບານ ຈາກຫົວຫນ່ວຍການຜະລິດໄຟຟ້າເອກກະລາດ ( I P P ) ໂດຍການລົງທຶນຈາກພາຍນອກ ແລະ ສ້າງສັນຍາກັບປະເທດເພື່ອນບ້ານ ເພື່ອການສົ່ງອອກກະແສໄຟຟ້າໃນຮູບແບບ ການສະໜັບສະໜູນ ແລະ ການລົງທຶນຈາກພາກສ່ວນເອກກະຊົນ.
ພັດທະນາລະບົບຕະຄ່າຍໄຟຟ້າແຮງສູງ 500 KV ເພື່ຶອສົ່ງໄປຍັງຫລາຍປະເທດໃນອານຸພາກ ພື້ນແມ່ນໍ້າຂອງ ດ້ວຍການເຊື່ອມຕໍ່ກັບລະບົບຕະຄ່າຍກັບປະເທດເພື່ອນບ້ານ.
            ໃນຊຸມປີຕໍ່ໜ້າລັດຖະບານລາວມີແຜນສະໜອງກະແສໄຟຟ້າໄປຍັງປະເທດໄທໃນຮູບແບ®ການເຮັດສັນຍາສຳປະທານການປະຕິບັດໂຄງການເຊ່ັນ: ໂຄງການໄຟຟ້າພະລັງນໍ້າ ນໍ້າງື່ມ 3 ( 440 MW ) , ໂຄງການໄຟຟ້ານໍ້າງຽບ 1( 262 MW )  ໂຄງການໄຟຟ້າພະລັງນໍ້າ ນໍ້າເທີນ 1 ( 523 MW ), ໂຄງການພະລັງນໍ້າ ນໍ້າອູ 1 ( 1100 MW ) ແລະ ໂຄງການໄຟຟ້າລິກໄນ້ ເມືອງຫົງສາ( 1800 MW ) .
          ແຜນການສະໜອງໄຟຟ້າ ໄປປະເທດກຳປູເຈັຍ ຄືລະຫວ່າງເດືອນ ທັນວາ ປີ 2007 ລັດວິສາຫະກິດ ກໍາປູເຈັຍ ( E D C ) ແລະ ລັດວິສາຫະກິດ ໄຟຟ້າລາວ ( E D L )  ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ, ໃນນີ້ ລັດຖະບານ ສ ປ ປ ລາວ ຈະສະໜອງໄຟຟ້າ ຈາກພາກໃຕ້ ປະມານ 10 MW ເລາະລຽບຕາມຊາຍແດນ ລາວ-ກຳປູເຈັຍ ແລະ ໃນເວລາດຽວກັນ ໃນໄລຍະຍາວທັງສອງຝ່າຍກໍ່ໄດ້ເຊັນສັນຍາ ຊື້-ຂາຍ ໄຟຟ້ານຳກັນ ປະມານ 1500 MW ໄປກຳປູເຈັຍ ໃນປີ 2015.

        ນອກຈາກນັ້ນ ລັດຖະບານລາວຍັງສືບຕໍ່ຂະຫຍາຍການສະໜອງໄຟຟ້າໄປປະເທດຫວຽດນາມຈາຄງການໄຟຟ້າ ພະລັງນໍ້າ ເຊຂະຫມານ 1 ແລະ 3 ( 290-, 320 MW ) ແລະ ຍັງມີເຂື່ອນໄຟຟ້າ ເຊກອງ 3A-3B  ເປັນຕົ້ນວຽກງານທີ່ກ່າວມາຂ້າງເທòງນັ້ນ ມັນສະແດງຢູ່ໃນແຜນທີ່ລູ່ມນີ້ :



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ