google-site-verification: google0d91bc93cfc88895.html ແຂວງ​ອັດ​ຕະ​ປື /Attapu province - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 30, 2015

ແຂວງ​ອັດ​ຕະ​ປື /Attapu province

​ແຂວງ​ອັດ​ຕະ​ປຶ ແຂວງ​ອັດ​ຕະ​ປື /Attapu province

Attapeu Province Information Located: Southernmost province bordering Vietnam and Cambodia
Total area: 10,320 square kilometers

Population: 123,816

05 Districts: Samakkhixai, Xaysettha, Sanamxai, Sanxai, and Phouvong

Capital: Samakkhixa

ອັດຕະປື (ອັງກິດ: Attapeu) ຕາມສຳນຽງເວົ້າ, ຖ້າ ຂຽນ ຕາມ ຄວາມໝາຍ ແມ່ນ ອັຕຕາປື. ເປັນ ແຂວງຫນຶ່ງ ຂອງ ປະເທດລາວ ຕັ້ງຢູ່ ທາງທິດຕະເວັນອອກສຽງໃຕ້ ຂອງ ປະເທດລາວ ໄປທາງເໜືອ ຕິດກັບ ແຂວງ ເຊກອງ ມີ ເສັ້ນທາງ ເຊື່ອມຕໍ່ ເຊກອງ-ອັຕຕະປື. ທາງຕະເວັນຕົກ ຕິດກັບ ຈຳປາສັກ ມີເສັ້ນທາງເຊື່ອມຕໍ່ 2 ສາຍ ຄື ເສັ້ນທາງ ປະທຸມພອນ-ສະໜາມໄຊ ແລະ ທາງ ຜ່ານ ເຄື່ອນໄຟຟ້າ ຫ້ວຍເຮາະ-ອັຕຕະປື . ທາງດ້ານ ຕະເວັນອອກ ມີ ພູເຂົາ ແຍກ ອັຕຕະປື ອອກຈາກ ຫວຽດນາມ ມີ ເສັ້ນທາງ ເຊື່ອມຕໍ່ ອັຕຕະປື-ພູເກືອ-ວຽດນາມ . ແຂວງ ອັຕຕະປື ຕິດກັບ ກຳປູເຈຍທາງໃຕ້, ມີ ນໍ້າເຊກອງ ເປັນ ເສັ້ນທາງ ເຊື່ອມຕໍ່ ແລະ ພວມ ມີແຜນ ສ້າງເສັ້ນທາງບົກ ຜ່ານ ເມືອງ ພູວົງ ໄປຫາ ກຳປູເຈຍ.

ແຂວງ​ ອັດ​ຕະ​ປື ເປັນ ແຂວງ ​ທີ່​ຕັ້ງ​ຢູ່ ​ທາງ​ພາກ​ໃຕ້​ສຸດ ຂອງ ​ລາວ ເບື້ອງ ​ຕາເວັນ​ອອກສຽງ​ໃຕ້. ປະຈຸ​ບັນ ​ເປັນ ເຂດ​ສາມຫລ່ຽມ​ພັດທະນາ ​ເສດຖະກິດ ​ລະຫວ່າງ​ລາວຫວຽດນາມກຳ​ປູເຈຍ ຈະ​ກາຍເປັນ ​ເຂດ​ພັດທະນາ ສົ່ງເສີມ ​ການ​ຄ້າ ແລະ ການ​ທ່ອງທ່ຽວ ​ໃນ​ອະນຸ​ພາກ​ພື້ນ ​ທີ່​ຕິດ​ພັນ ກັບ ​ທຳ​ມະ​ຊາດ ແລະ ວັດທະນະທຳ ​ສະຖານທີ່​ທ່ອງ​ທ່ຽວ ​ບ່ອນຫນຶ່ງ ​ທີ່ ​ສວຍ​ງາມ ໂດຍສະເພາະ ກໍ່​ແມ່ນ​ຫນອງ​ຟ້າ ​ທີ່​ຫນ້າ​ງຶດງໍ້ ແລະ ມະຫັດສະຈັນ.

ແຂວງ​ອັດ​ຕະ​ປື ມີ​ເນື້ອ​ທີ່​ທັງ​ຫມົດ 1,035 ກມ2 ແລະ​ ມີ​ປະ​ຊາ​ກອນ 114,300 ຄົນ​ໃນ​ປີ 2004 ເມືອງ​ທີ​ເປັນ​ໃຈ​ກາງ​ຂອງ​ແຂວງ ຫລື ເອີ້ນ​ວ່າ ເມືອງ​ຫລວງ​ຂອງແຂວງ ແມ່ນ​ເມືອງ ສາ​ມັກ​ຄີ​ໄຊ, ໃນ​ພື້ນ​ທີ່​ແຂວງ​ອັ​ເດ​ຕະ​ປື ປະ​ກອບ​ດ້ວຍ 2 ປ່າ​ສະ​ຫງວນ​ແຫ່ງ​ຊາດຄື: ດົງ​ອຳ​ພາມ ມີ​ເນື້ອ​ທີ 200,000 ເຮັກ​ຕາ ແລະ ປ່າ​ສະ​ຫງວນ​ເຊ​ປຽນ​ພື້ນ​ທີ່​ສ່ວນ​ໃຫຍ່​ຂອງ​ແຂວງ​ແມ່ນນອນ​ໃນ​ພື້ນ​ທີ່​ຂອງ​ປ່າ​ສະ​ຫງວນ​ດົງ​ອຳ​ພາມ

ປ່າ​ສະ​ຫງວນ​ດົງ​ອຳ​ພາມ ຕັ້ງ​ຢູ່​ລະ​ຫວ່າງ​ແຂວງ​ເຊກອງ ແລະ ແຂວງ ອັດ​ຕະ​ປື ຢູ່​ພາກ​ໃຕ້​ຂອງ​ປະ​ເທດ​ລາວ​ມີ​ຊາຍ​ແດນ​ຕິດ​ກັບ ປະ​ເທດ​ຫວຽດ​ນາມກວມ​ເອົາ​ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ຂອງ​ແຂວງ​ອັດ​ຕະ​ປື ແລະ ພາກ​ຕາ​ເວັນ​ອອກ​ສຽງ​ໃຕ​ຂອງ​ແຂວງ ເຊກອງ​ເປັນ​ພື້ນ​ທີ່​ປ່າ​ສະ​ຫງວນ​ທີ່​ໃຫຍ່​ສຸດ ກວມ​ເອົາ ປະ​ມານ 200000 ເຮັກ​ຕາ ຈາກ​ຫນຶ່ງ ໃນ​ພື້ນ​ທີ່​ປ່າ​ສະ​ຫງວນ​ແຫ່ງ​ຊາດ ແລະ ໄດ້​ປະ​ກາດ​ເປັນ​ປ່າ​ສະ​ຫງວນ​ໃນ​ຄັ້ງ​ວັນ​ທີ 29/10/1993 ໃນ​ນັ້ນ​ມີ​ແມ່​ນ້ຳ​ໄຫລ​ຜ່ານ​ພື້ນ​ທີ່ ມີ ນ້ຳ​ເຊ​ຄະ​ຫມານ ແລະ ນ້ຳ​ເຊ​ສຸ

​ແຂວງ​ອັດ​ຕະ​ປຶ ແຂວງ​ອັດ​ຕະ​ປື /Attapu province

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ