ເຮັດບຸນ ຫຼາຍຄົນກໍຢາກໄດ້ບຸນ ແຕ່ເບິ່ງຄືວ່າຍັງມີຫຼາຍຄົນຢູ່ທີ່ຍັງບໍ່ທັນເຂົ້າໃຈແຈ້ງວ່າ ບຸນແມ່ນຫຍັງ ? ແລະ ການເຮັດບຸນໃຫ້ຖືກຕາມຫຼັກຄຳສອນທາງພຸດທະສາສະໜານັ້ນ ເບິ່ງຄືວ່າຍັງບໍ່ທັນແຈ່ມແຈ້ງ ແລະ ຖືກຕາມຫຼັກທຳທີ່ພະພຸດທະເຈົ້າສອນສັ່ງໃຫ້ປະຕິບັດຖືກຕ້ອງ ບົດນີ້ ດັ້ນກີບເມກ ຂໍພາທ່ານຜູ້ອ່ານດົ້ນດັ້ນຫາບຸນທີ່ແທ້ເບິ່ງວ່າ ພະພຸດທະເຈົ້າສອນໄວ້ແນວໃດ?.
ຂໍ້ທີໜຶ່ງຂໍແຈ້ງ ແລະ ທຄວາມເຂົ້າໃຈກັບຜູ້ອ່ານທີ່ສົນໃຈໃນການເຮັດບຸນ ກ່ອນເປັນຂໍ້ທີ່ຄວນຫຼີກເວັ້ນວ່າ: ຢ່າເຮັດບຸນເອົາໜ້າ ສັດທາຫົວເຕົ່າ ເພາະວ່າການເຮັດສິ່ງໃດກໍຕາມ ຍ່ອມມີຄວາມເຊື່ອເປັນພື້ນຖານ ເປັນປັດໄຈໜຶ່ງບວກກັບປັດໄຈອື່ນໆ ເຊັ່ນ ເຮົາເຮັດວຽກນຳພັກ-ລັດ ຫຼື ເອກະຊົນ ເຮົາກໍເຊື່ອໃນແນວທາງ ແລະ ນະໂຍບາຍ ແລະ ສຸດທ້າຍຄືການໄດ້ຮັບຄ່າຕອບແທນຕາມກຳລັງທີ່ເຮົາໄດ້ເຮັດ ການເຮັດບຸນກໍບໍ່ຕ່າງກັນ ພຽງແຕ່ອາດຍັງມີຫຼາຍຄົນຢູ່ທີ່ຍັງງົງ ແລະ ສັບສົນວ່າ ຈະເຮັດແນວໃດແທ້ຈິ່ງໄດ້ບຸນ ແຕ່ກໍຍັງມີຄົນອີກຈຳນວນໜຶ່ງທີ່ນິຍົມເຮັດບຸນເອົາໜ້າ ມີສັດທາແບບຫົວເຕົ່າ ຫຼຸບເຂົ້າໂຜ່ອອກ ຫຼື ເຮັດແບບຫຼຸບໆໂຜ່ໆເພື່ອເອົາໜ້າ ຜົນຂອງການເຮັດບຸນແບບນີ້ ແມ່ນບໍ່ເຕັມເມັດເຕັມໜ່ວຍ.
ບຸນເປັນຄຳນາມທີ່ເອີ້ນຕາງການກະທຳສິ່ງໃດໜຶ່ງໄປໃນທາງທີ່ດີ ລວມຄວາມວ່າ ການເຮັດບຸນແມ່ນການສ້າງ ຄວາມດີໃຫ້ເກີດຂຶ້ນ ໂດຍປະກອບດ້ວຍຕົວເຈດຕະນາຄວາມຄິດ ແລະ ການກະທຳ ເມື່ອເຮົາຮູ້ແລ້ວວ່າບຸນເປັນການສ້າງຄວາມດີ ແລະ ເຮັດຄວາມດີໃຫ້ເກີດຂຶ້ນແລ້ວ ຄຳວ່າບຸນຍັງເປັນຊື່ຂອງຄວາມສຸກອີກ ເພາະເວລາຄົນເຮົາເຮັດດີ ຜົນຂອງມັນຄືຄວາມສຸກ ກົງກັນຂ້າມກັບການເຮັດຊົ່ວ ຜົນຂອງມັນຄືຄວາມທຸກ ທີ່ພວກເຮົາທັງຫຼາຍເອີ້ນກັນວ່າ: ບາບ ດັ່ງນັ້ນ ບຸນ ກັບ ບາບ ຄວາມດີ ກັບ ຄວາມຊົ່ວ ຈຶ່ງຢູ່ກັນຄົນລະຝ່າຍ ບໍ່ຕ່າງຫຍັງກັບຂີ້ໝິ້ນກັບປູນ ຫຼື ຂອງຫອມກັບແມງວັນ.
ຂໍ້ທີສອງເວົ້າເລື່ອງການເຮັດບຸນວ່າ ເຮັດແນວໃດຈຶ່ງຈະຖືກຕາມຫຼັກ ແລະ ເຈດຕະນາຂອງພະພຸດທະເຈົ້າ ຖ້າເວົ້າແບບເລັ່ງໄປໃສ່ຄວາມຄິດ ແລະ ທັດສະນະຂອງສັງຄົມໃນປັດຈຸບັນນີ້ ແມ່ນການໃຫ້ທານ ຮັກສາສິນ ແລະ ພາວັນນາ ການໃຫ້ທານນັ້ນກໍມີ 2 ແບບ ຄື:
1. ອາມິດສະທານ = ໃຫ້ວັດຖຸ
2. ທຳມະທານ = ໃຫ້ທຳມະຄືຄວາມຮູ້
ໃນຈຳນວນ 2 ປະການນີ້ ພະພຸດທະເຈົ້າສັນລະເສີນຜູ້ໃຫ້ທຳມະເປັນທານ ເລີດກວ່າການໃຫ້ສິ່ງຂອງທັງຫຼາຍ ໃນສັງຄົມປັດຈຸບັນນີ້ ແນ່ນອນພວກເຮົາຫຼີກບໍ່ໄດ້ທີ່ຈະຖວາຍປັດໄຈສີ່ປະການແກ່ພະສົງສາມະເນນ ມີ ຜ້າຄຸມ ທີ່ພັກອາໄສ ອາຫານ ແລະ ຢາປິ່ນປົວສຸຂະພາບ ເຊິ່ງປັດໄຈສີ່ປະການ ເປັນເຄື່ອງອາໄສຂອງຮ່າງກາຍ ສ່ວນເວົ້າເຖິງຄວາມຄິດຈິດໃຈ ນັ້ນຄືຄວາມຮູ້ ຄືການໃຫ້ທຳມະເປັນທານນັ້ນເອງ ແຕ່ສິ່ງທີ່ຄວນເບິ່ງ ແລະ ຄິດລົງໃຫ້ເລິກໄປກວ່ານັ້ນອີກຄື: ການໃຫ້ທານປະການທີສອງ ທີ່ພະພຸດທະເຈົ້າເນັ້ນຢາກໃຫ້ສາວົກເອົາໃຈໃສ່ໃຫ້ຫຼາຍ ເພາະມັນເປັນການພັດທະນາແບບຍືນຍົງ ໝາຍຄວາມວ່າ: ການໃຫ້ ຫຼື ການຊ່ວຍຄົນໃຫ້ພົ້ນຈາກຄວາມໂງ່ຈ້າຫຼ້າຫຼັງນີ້ ເປັນສິ່ງທີ່ປະເສີດກວ່າການໃຫ້ພຽງວັດຖຸໄປວັນໆ ເວົ້າແນວນີ້ບໍ່ໝາຍຄວາມວ່າໃຫ້ປະຖິ້ມການຊ່ວຍເຫຼືອທາງວັດຖຸ ແຕ່ຢາກເວົ້າໃຫ້ໄດ້ຄິດກັນໃຫ້ເລິກໄປກວ່ານັ້ນ.
ບາດນີ້ກັບໄປຫາປະເດັນທີສອງຂອງການເຮັດບຸນຄືການ
ຮັກສາສິນ ໝາຍຄວາມວ່າ: ໃຫ້ຮັກສາລະບຽບວິໄນ ປະຕິບັດຕາມກົດໝາຍບ້ານເມືອງ ນັ້ນເປັນການເຮັດບຸນ ເພາະເວົ້າໄວ້ເບື້ອງຕົ້ນແລ້ວວ່າ ເປັນການສ້າງຄວາມດີໃຫ້ເກີດຂຶ້ນ ຕໍ່ມາຈຶ່ງຄວນທຳຄວາມເຂົ້າໃຈເລື່ອງພາວັນນາໃຫ້ແຈ້ງ ແລະ ເລິກເຊິ່ງ ເພາະຄຳວ່າ ພາວັນນາ ແມ່ນຄຳດຽວກັນກັບຄຳວ່າພັດທະນາ ຄືແປວ່າ ເຮັດໃຫ້ມັນດີຂຶ້ນກວ່າເກົ່າ ອີກຢ່າງໜຶ່ງທີ່ກິນຄວາມໝາຍເລິກໄປກວ່ານັ້ນຂອງຄຳວ່າ: ພາວັນນາ ຄືການລົງມືເຮັດ ເວົ້າໃຫ້ແຈ້ງຂຶ້ນຕື່ມອີກກໍແມ່ນ ການນຳເອົາສິນລະທຳ ນະໂຍບາຍ ແຈ້ງການ ມະຕິຄຳສັ່ງໄປປະຕິບັດນັ້ນແຫຼະ ທັງສາມປະການຂອງບຸນຄື ການໃຫ້ທານ ການຮັກສາສິນ ພາວັນນາ ຈຶ່ງເປັນຂະບວນການເຮັດບຸນສິນກິນທານທີ່ມີເຈດຕະນາບໍລິສຸດແຕ່ເບື້ອງຕົ້ນ ຖ້າເວົ້າກວມລວມອີກ ການເຮັດບຸນໃຫ້ທານ ກໍຕ້ອງເຮັດກັບຜູ້ມີສິນມີສັດຈະ ດັ່ງນັ້ນ ການເຮັດບຸນຈຶ່ງບໍ່ໝາຍເອົາເຂົ້າໄປຖວາຍປັດໄຈແກ່ພະສົງຢູ່ວັດຢ່າງດຽວ ການຊ່ວຍເຫຼືອຄົນຍາກຈົນກໍແມ່ນການເຮັດບຸນທີ່ຍິ່ງໃຫຍ່ ຂໍແຕ່ວ່າຕັ້ງສັດທາໃຫ້ໝັ້ນຄວບຄູ່ໄປກັບປັນຍາ ເພື່ອປ້ອງກັນໄວ້ບໍ່ໃຫ້ເປັນສັດທາຫົວເຕົ່າ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ